ການຮ່ວມມືແລກປ່ຽນຢ່າງຮອບດ້ານ ລະຫວ່າງຄະນະກໍາມະການແນວໂຮມປະເທດຊາດຫວຽດນາມແຂວງກວ໋າງນາມ ແລະ ແນວລາວສ້າງຊາດແຂວງເຊກອງ

15:55 | 21/10/2019

ຍສໝ - ເມື່ອບໍ່ດົນມານີ້, ທີ່ນະຄອນຕາມກີ່, ຄະນະກໍາມະການແນວໂຮມປະເທດຊາດຫວຽດນາມແຂວງກວ໋າງນາມ ແລະແນວລາວສ້າງຊາດແຂວງເຊກອງ (ລາວ) ຈັດຕັ້ງການພົບປະເຈລະຈາປະຈໍາປີ 2019.

ການຮ່ວມມືແລກປ່ຽນຢ່າງຮອບດ້ານ ລະຫວ່າງຄະນະກໍາມະການແນວໂຮມປະເທດຊາດຫວຽດນາມແຂວງກວ໋າງນາມ ແລະ ແນວລາວສ້າງຊາດແຂວງເຊກອງ

ທັດສະນີຍະພາບ ທີ່ການພົບປະເຈລະຈາ. (ພາບ: daidoanket.vn)

ທ່ານ ຫວໍຊວນກາ, ປະທານຄະນະກໍາມະການແນວໂຮມປະເທດຊາດຫວຽດນາມແຂວງກວ໋າງນາມ ແລະທ່ານນາງ ບຸນຮຽງ ບຸນຈິດ, ປະທານແນວລາວສ້າງຊາດແຂວງເຊກອງ ເປັນປະທານຮ່ວມການພົບປະເຈລະຈາ.

ກ່າວຄໍາເຫັນທີ່ການພົບປະເຈລະຈາ, ທ່ານ ຫວໍຊວນກາ ໄດ້ແບ່ງປັນຂໍ້ມູນຂ່າວສານພົ້ນເດັ່ນກ່ຽວກັບສະພາບການເສດຖະກິດ-ສັງຄົມຂອງແຂວງໃນໄລຍະຜ່ານມາ, ພິເສດແມ່ນວຽກງານສົມທົບ, ແລກປ່ຽນບົດຮຽນ, ຊ່ວຍເຫຼືອເຊິ່ງກັນ ແລະກັນລະຫວ່າງແຂວງກວ໋າງນາມ ແລະແຂວງເຊກອງ ໃນບັນດາຂົງເຂດເສດຖະກິດ-ສັງຄົມ, ລົບລ້າງຄວາມອຶດຫິວ-ຫຼຸດຜ່ອນຄວາມທຸກຍາກ, ພິເສດແມ່ນຜ່ານບັນດາກິດຈະກໍາພົບປະແລກປ່ຽນ, ແຮກສ່ຽວລະຫວ່າງບ້ານ-ບ້ານປະກອບສ່ວນຮັດແໜ້ນສາຍພົວພັນສາມັກຄີມິດຕະພາບຫວຽດນາມ-ລາວ ໃຫ້ນັບມື້ນັບແໜ້ນແຟ້ນ. ທ່ານກໍ່ເຊື່ອໝັ້ນວ່າ, ໃນໄລຍະຈະມາເຖິງ, ສອງຝ່າຍຈະສືບຕໍ່ສົມທົບກັນປະຕິບັດບົດບັນທຶກຂໍ້ຕົກລົງຮ່ວມມືທີ່ໄດ້ຮັບການລົງນາມລະຫວ່າງສອງຝ່າຍໃຫ້ເປັນຢ່າງດີ.

ການຮ່ວມມືແລກປ່ຽນຢ່າງຮອບດ້ານ ລະຫວ່າງຄະນະກໍາມະການແນວໂຮມປະເທດຊາດຫວຽດນາມແຂວງກວ໋າງນາມ ແລະ ແນວລາວສ້າງຊາດແຂວງເຊກອງ

ທ່ານ ຫວໍຊວນກາ ມອບຂອງຂວັນໃຫ້ຄະນະຜູ້ແທນແນວລາວສ້າງຊາດແຂວງເຊກອງ. (ພາບ: daidoanket.vn)

ທ່ານນາງ ບຸນຮຽງ ບຸນຈິດ ຕີລາຄາວ່າ, ການຊ່ວຍເຫຼືອຢ່າງຕັ້ງໜ້າ ແລະມີປະສິດທິຜົນຂອງແຂວງກວ໋າງນາມ ຕໍ່ແຂວງເຊກອງ ໃນໄລຍະຜ່ານມາໄດ້ປະກອບສ່ວນຍົກສູງຊີວິດການເປັນຢູ່ດ້ານວັດຖຸ ແລະຈິດໃຈໃຫ້ແກ່ພໍ່ແມ່ປະຊາຊົນບັນດາເຜົ່າໃນແຂວງ.

ທີ່ການພົບປະເຈລະຈາ, ສອງຝ່າຍໄດ້ປຶກສາຫາລືບາງເນື້ອໃນສໍາຄັນໃນບົດບັນທຶກຊ່ວຍຈໍາທີ່ໄດ້ຮັບການລົງນາມ ຄື: ສືບຕໍ່ສົມທົບກັນໂຄສະນາ, ປະຕິບັດອະນຸສັນຍາວ່າດ້ວຍເສັ້ນຊາຍແດນ ແລະຫຼັກໝາຍຊາຍແດນ; ຂົນຂວາຍປະຊາຊົນບັນດາທ້ອງຖິ່ນມີເສັ້ນຊາຍແດນຮ່ວມຕັ້ງໜ້າພັດທະນາເສດຖະກິດ, ຫຼຸດຜ່ອນອັດຕາຄອບຄົວທຸກຍາກ.

(ຄຳຮຸ່ງ)

ເຫດການ
302 Found

Found

The document has moved here.