ລາຍການ “ນໍ້າໃຈມິດຕະພາບແບບພິເສດຫວຽດນາມ-ລາວ” ປີ 2019

11:46 | 01/11/2019

ຍສໝ - ຕອນບ່າຍວັນທີ 30 ຕຸລາ, ຢູ່ຮ່າໂນ້ຍ, ກະຊວງຖະແຫຼງຂ່າວ ແລະສື່ສານຫວຽດນາມ ໄດ້ຈັດຕັ້ງກອງປະຊຸມຂ່າວກ່ຽວກັບລາຍການ “ນໍ້າໃຈມິດຕະພາບແບບພິເສດ ຫວຽດນາມ-ລາວ” ປີ 2019.

ຕາມທ່ານ ດວ່ານກົງຮີງ, ຫົວໜ້າກົມຖະແຫຼງຂ່າວການຕ່າງປະເທດ, ກະຊວງຖະແຫຼງຂ່າວ ແລະສື່ສານຫວຽດນາມ ແລ້ວ, ດ້ວຍຄວາມມຸ່ງມາດປາດຖະໜາໂຄສະນາເຜີຍແຜ່ຮູບພາບຫວຽດນາມ ປ່ຽນແປງໃໝ່ ແລະພັດທະນາ, ຜ່ານນັ້ນ, ປັບປຸງສາຍພົວພັນມິດຕະພາບທີ່ເປັນມູນເຊື້ອ, ຄວາມສາມັກຄີແບບພິເສດ ແລະການຮ່ວມມືຮອບດ້ານຫວຽດນາມ-ລາວ, ກະຊວງຖະແຫຼງຂ່າວ ແລະສື່ສານຫວຽດນາມ ໄດ້ສົມທົບກັບຄະນະກໍາມະການປະຊາຊົນແຂວງເງະອານ ຈັດຕັ້ງລາຍການ “ນໍ້າໃຈມິດຕະພາບແບບພິເສດຫວຽດນາມ-ລາວ” ປີ 2019 ໃນລະຫວ່າງວັນທີ 15-17 ພະຈິກ 2019 ຢູ່ນະຄອນວີງ.

ລາຍການ “ນໍ້າໃຈມິດຕະພາບແບບພິເສດຫວຽດນາມ-ລາວ” ປີ 2019

ບັນຍາກາດທີ່ກອງປະຊຸມຂ່າວ. (ພາບ: TTXVN)

ນີ້ແມ່ນປີທີສອງທີ່ກະຊວງຖະແຫຼງຂ່າວ ແລະສື່ສານຫວຽດນາມ ຈັດຕັ້ງເຫດການນີ້. ລາຍການປີນີ້ລວມມີບັນດາກິດຈະກໍາ, ຄື: ງານວາງສະແດງຮູບພາບ “ນໍ້າໃຈສາມັກຄີ, ມິດຕະພາບແບບພິເສດຫວຽດນາມ-ລາວ”; ວາງສະແດງແນະນໍາໂຄສະນາບັນດາຜະລິດຕະພັນວັດທະນະທໍາ, ທ່ອງທ່ຽວ, ຜະລິດຕະພັນພິເສດຂອງເຂດ, ພາກ, ອາຫານການກິນທີ່ເປັນເອກະລັກສະເພາະຂອງແຂວງເງະອານ ແລະປະເທດເພື່ອນມິດລາວ; ການໂອ້ລົມສົນທະນາ “ສົ່ງເສີມລົງທຶນ, ການຄ້າ ແລະການທ່ອງທ່ຽວແຂວງເງະອານ”; ງານພົບປະແລກປ່ຽນສະແດງສິລະປະຫວຽດນາມ-ລາວ. ຈຸດພົ້ນເດັ່ນຂອງລາຍການ “ນໍ້າໃຈມິດຕະພາບແບບພິເສດ ຫວຽດນາມ-ລາວ” ປີ 2019 ແມ່ນເພີ່ມທະວີບັນດາກິດຈະກໍາພົບປະແລກປ່ຽນ, ໂຄສະນາເຜີຍແຜ່ຮູບພາບແຕ່ລະປະເທດຜ່ານ ບັນດາກິດຈະກໍາແນະນໍາວັດທະນະທໍາທີ່ເປັນເອກະລັກສະເພາະຂອງແຕ່ລະປະເທດ; ແນະນໍາຜະລິດຕະພັນເສດຖະກິດ, ທ່ອງທ່ຽວ; ຊຸກຍູ້ສົ່ງເສີມການລົງທຶນ, ການຄ້າ, ການທ່ອງທ່ຽວລະຫວ່າງຫວຽດນາມ ແລະລາວ ເວົ້າລວມ ແລະລະຫວ່າງບັນດາທ້ອງຖິ່ນຕິດກັບຊາຍແດນປະເທດເພື່ອນມິດລາວ ເວົ້າສະເພາະ.

ລາຍການ “ນໍ້າໃຈມິດຕະພາບແບບພິເສດຫວຽດນາມ-ລາວ” ປີ 2019

ລາຍການ “ນໍ້າໃຈມິດຕະພາບແບບພິເສດຫວຽດນາມ-ລາວ” ປີ 2018 ຢູ່ແຂວງດ້ຽນບຽນ. (ພາບ: TTXVN)

(ຄຳຮຸ່ງ)

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.