ອຳນາດການປົກຄອງຂັ້ນຕ່າງໆ ພ້ອມກັບບັນດາກໍາລັງທີ່ກ່ຽວຂ້ອງໄດ້ຕັ້ງໜ້າປ້ອງກັນ, ຕ້ານເຊື້ອພະຍາດ Covid-19 ຢູ່ເຂດຊາຍແດນຫວຽດນາມ-ລາວ

16:57 | 23/03/2020

ຢູ່ລຽບຕາມເສັ້ນຊາຍແດນຫວຽດນາມ-ລາວ ທີ່ມີຄວາມຍາວກວ່າ 200 ກິໂລແມັດ ໄປຜ່ານແຂວງກວ໋າງບີ່ງ ມີບາງດ່ານຊາຍແດນ ແລະບ່ອນພັກພາອາໄສຂອງປະຊາຊົນເຜົ່າສ່ວນໜ້ອຍ. ໃນຊຸມວັນຜ່ານມາ, ອຳນາດການປົກຄອງຂັ້ນຕ່າງໆພ້ອມກັບບັນດາກໍາລັງທີ່ກ່ຽວຂ້ອງໄດ້ຕັ້ງໜ້າປ້ອງກັນ, ຕ້ານເຊື້ອພະຍາດ Covid-19.

ກໍາລັງທີ່ກ່ຽວຂ້ອງຢູ່ດ່ານຊາຍແດນຈາລໍ ໄດ້ແນະນໍາໃຫ້ປະຊາຊົນແຈ້ງອາການສຸຂະພາບ, ວັດແທກອຸນຫະພູມຮ່າງກາຍ... ຕາມຂັ້ນຕອນເພື່ອແບ່ງປະເພດແນໃສ່ຄົ້ນພົບ ແລະແຍກປ່ຽວຄົນເຈັບ.

ອຳນາດການປົກຄອງຂັ້ນຕ່າງໆ ພ້ອມກັບບັນດາກໍາລັງທີ່ກ່ຽວຂ້ອງໄດ້ຕັ້ງໜ້າປ້ອງກັນ, ຕ້ານເຊື້ອພະຍາດ Covid-19 ຢູ່ເຂດຊາຍແດນຫວຽດນາມ-ລາວ
ກໍາລັງທີ່ກ່ຽວຂ້ອງຢູ່ດ່ານຊາຍແດນຈາລໍ ແນະນໍາໃຫ້ປະຊາຊົນແຈ້ງອາການສຸຂະພາບ, ວັດແທກອຸນຫະພູມຮ່າງກາຍ. ພາບ: nld.com.vn.

ພະນັກງານການແພດຂອງຄ້າຍທະຫານຊາຍແດນຣາມາຍ (ກອງບັນຊາການທະຫານຊາຍແດນແຂວງກວ໋າງບີ່ງ) ໄດ້ສົມທົບກັບກໍາລັງສະມາຊິກຊາວໜຸ່ມ, ຊາວໜຸ່ມຂອງພະແນກສາທາລະນະສຸກແຂວງກວ໋າງບີ່ງ ແລະສູນສາທາລະນະສຸກເມືອງມີງຮ໊ວາ ລົງໄປຮອດເຮືອນປະຊາຊົນຢູ່ບ້ານລ່ອມ, ບ້ານໂຢ້-ຕ່າເວິ່ງ ຕາແສງຈ້ອງຮ໊ວາ, ເມືອງມີງຮ໊ວາເພື່ອໂຄສະນາວິທີປ້ອງກັນ, ຕ້ານເຊື້ອພະຍາດ Covid-19 ໃຫ້ແກ່ປະຊາຊົນເຜົ່າສ່ວນໜ້ອຍ.

ອຳນາດການປົກຄອງຂັ້ນຕ່າງໆ ພ້ອມກັບບັນດາກໍາລັງທີ່ກ່ຽວຂ້ອງໄດ້ຕັ້ງໜ້າປ້ອງກັນ, ຕ້ານເຊື້ອພະຍາດ Covid-19 ຢູ່ເຂດຊາຍແດນຫວຽດນາມ-ລາວ
ອຳນາດການປົກຄອງຂັ້ນຕ່າງໆ ພ້ອມກັບບັນດາກໍາລັງທີ່ກ່ຽວຂ້ອງໄດ້ຕັ້ງໜ້າປ້ອງກັນ, ຕ້ານເຊື້ອພະຍາດ Covid-19 ຢູ່ເຂດຊາຍແດນຫວຽດນາມ-ລາວ
ອຳນາດການປົກຄອງຂັ້ນຕ່າງໆ ພ້ອມກັບບັນດາກໍາລັງທີ່ກ່ຽວຂ້ອງໄດ້ຕັ້ງໜ້າປ້ອງກັນ, ຕ້ານເຊື້ອພະຍາດ Covid-19 ຢູ່ເຂດຊາຍແດນຫວຽດນາມ-ລາວ
ພະນັກງານ, ນັກຮົບຄ້າຍທະຫານຊາຍແດນຣາມາຍ ແນະນໍາໃຫ້ປະຊາຊົນບ້ານຣາມາຍ (ຕາແສງຈ້ອງຮ໊ວາ) ກ່ຽວກັບວິທີນໍາໃຊ້ຜ້າອັດປາກ, ລ້າງມືເພື່ອປ້ອງກັນເຊື້ອພະຍາດ Covid-19. ພາບ: nld.com.vn.

ພະນັກງານ, ນັກຮົບຄ້າຍທະຫານຊາຍແດນຣາມາຍ ໄດ້ແນະນໍາໃຫ້ປະຊາຊົນບ້ານຣາມາຍ (ຕາແສງຈ້ອງຮ໊ວາ) ກ່ຽວກັບວິທີນໍາໃຊ້ຜ້າອັດປາກ, ລ້າງມືເພື່ອປ້ອງກັນເຊື້ອພະຍາດ Covid-19.

(ແຫຼ່ງ​ຂໍ້​ມູນ​: https://la.qdnd.vn)

ເຫດການ
302 Found

Found

The document has moved here.