ຄວາມປະທັບໃຈ “ການສະແດງວັດທະນະທຳຫວຽດນາມ-ລາວ” ທີ່ມະຫາວິທະຍາໄລ ທາຍຫງວຽນ

14:12 | 12/11/2019

ຍສໝ - ເນື່ອງໃນໂອກາດ ມະຫາວິທະຍາໄລ ທາຍຫງວຽນ ເປັນເຈົ້າພາບ ຈັດງານແຂ່ງຂັນ ຮອບຊີງຊະນະເລີດລາຍການ “ນັກສຶກສາລາວຮໍ່າຮຽນຢູ່ຫວຽດນາມ ແຂ່ງຂັນບັນລະຍາຍດ້ວຍພາສາຫວຽດ ປີ 2019”.

ຕອນບ່າຍຂອງວັນທີ 8 ພະຈິກນີ້, ຢູ່ທີ່ມະຫາວິທະຍາໄລ ທາຍຫງວຽນ ໄດ້ຈັດໃຫ້ມີລາຍການ “ການສະແດງວັດທະນະທຳຫວຽດນາມ - ລາວ” ເພື່ອແນໃສ່ຮັດແໜ້ນ ມິດຕະພາບ ຫວຽດນາມ - ລາວ. ພາຍຫຼັງສຳເລັດຮອບທຳອິດ ຈາກ 3 ພາກ, ຮອບຊີງຊະນະເລີດຂອງການແຂ່ງຂັນ “ນັກສຶກສາລາວຮໍ່າຮຽນຢູ່ຫວຽດນາມ ແຂ່ງຂັນບັນລະຍາຍດ້ວຍພາສາຫວຽດ ປີ 2019” ຈະໄດ້ຈັດຂຶ້ນຢູ່ທີ່ມະຫາວິທະຍາໄລ ທາຍຫງວຽນ ໃນຕອນຄໍ່າຂອງວັນທີ 8 ພະຈິກນີ້.

ຄວາມປະທັບໃຈ “ການສະແດງວັດທະນະທຳຫວຽດນາມ-ລາວ” ທີ່ມະຫາວິທະຍາໄລ ທາຍຫງວຽນ

ຄວາມປະທັບໃຈ “ການສະແດງວັດທະນະທຳຫວຽດນາມ-ລາວ” ທີ່ມະຫາວິທະຍາໄລ ທາຍຫງວຽນ

ໄປຄຽງຄູ່ກັບຄໍ່າຄືນແຫ່ງລາຍການຊີງຊະນະເລີດໃນລາຍການ “ນັກສຶກສາລາວຮໍ່າຮຽນຢູ່ຫວຽດນາມ ແຂ່ງຂັນບັນລະຍາຍດ້ວຍພາສາຫວຽດ ປີ 2019” ແລ້ວ, ມະຫາວິທະຍາໄລ ທາຍຫງວຽນ ຍັງຈະຈັດໃຫ້ມີການເຄື່ອນໄຫວນອກລາຍການອີກ ເພື່ອເພີ່ມທະວີການພົບປະລະຫ່ວາງນັກສຶກສາຫວຽດນາມ ແລະ ນັກສຶກສາລາວໃຫ້ໜັກແໜ້ນຂຶ້ນຕື່ມ.

ພິເສດລາຍການ “ການສະແດງວັດທະນະທຳຫວຽດນາມ - ລາວ” ໄດ້ສ້າງຄວາມປະທັບໃຈປະໄວ້ໃຫ້ແກ່ນັກສຶກສາ ແລະ ແຂກຄົນທີ່ເຂົ້າຊົມ ໂດຍລາຍການສິລະປະວັນນະຄະດີ ທີ່ໂດດເດັ່ນ, ເຕັມໄປດ້ວຍສີສັນວັດທະນະທຳຂອງສອງຊາດ ພ້ອມດ້ວຍຫ້າງຮ້ານອາຫານລາວ ແລະ ຫວຽດນາມ.

ລາຍການ “ການສະແດງວັດທະນະທຳຫວຽດນາມ - ລາວ” ໄດ້ຊ່ວຍໃຫ້ນັກສຶກສາລາວ ແລະ ຫວຽດນາມໄດ້ແລກປ່ຽນວັດທະນະທຳ, ສິລະປະ ວັນະຄະດີ, ເທດສະການ ອາຫານ ແລະ ຄວາມເຂົ້າອົກເຂົ້າໃຈກ່ຽວກັບປະຫວັດສາດຂອງສອງຊາດ ຫວຽດນາມ - ລາວ ແລະ ປະຫວັດສາດຂອງແຂວງ ທາຍຫງວຽນ ຊຶ່ງເປັນແຂວງທີ່ເຕັມໄປດ້ວຍມູນເຊື້ອປະຕິວັດ ອີກດ້ວຍ.

ທ້າວ ມິພອນວັນ ວາໄຊເນັ່ງ ນັກສຶກສາຈາກມະຫາວິທະຍາໄລ ທາຍຫງວຽນ ມີຄວາມຮູ້ສຶກປະທັບໃຈຫຼາຍຕໍ່ລາຍການ “ການສະແດງວັດທະນາທຳຫວຽດນາມ - ລາວ” ໃນຄັ້ງນີ້. ລາວກ່າວວ່າ: ເຖິງແມ່ນວ່າຈະຮຽນຢູ່ຫວຽດນາມໄດ້ 4 ປີແລ້ວ ແຕ່ກໍບໍ່ແມ່ນວ່າຍາມໃດກໍຈະມີໂອກາດໄດ້ຊອກຮູ້ຮໍ່າຮຽນຢ່າງລະອຽດກ່ຽວກັບວັດທະນະທຳຂອງຫວຽດນາມ ຄືໃນຄັ້ງນີ້. “ເມື່ອໄດ້ຮູ້ ໄດ້ເຫັນ ໄດ້ສຳພັດກັບຫ້າງຮ້ານອາຫານ, ລາຍການຟ້ອນ ໃນເວທີວັດທະນະທຳຫວຽດນາມ - ລາວ ໄດ້ເຮັດໃຫ້ຕົນເອງເກີດຄວາມເຂົ້າໃຈ ແລະ ຮັກມັກວັດທະນະທຳຫວຽດນາມ ແລະ ຄົນຫວຽນາມ ຫຼາຍຂຶ້ນ”. ມິພອນວັນ ສະແດງຄວາມຮູ້ສຶກ.

ບາງຮູບພາບການເຄື່ອນໄຫວ ຂອງລາຍການ:


ຄວາມປະທັບໃຈ “ການສະແດງວັດທະນະທຳຫວຽດນາມ-ລາວ” ທີ່ມະຫາວິທະຍາໄລ ທາຍຫງວຽນ

ບົດຟ້ອນໂດຍນັກສຶກສາລາວ ມະຫາວິທະຍາໄລ ທາຍງວຽນ

ຄວາມປະທັບໃຈ “ການສະແດງວັດທະນະທຳຫວຽດນາມ-ລາວ” ທີ່ມະຫາວິທະຍາໄລ ທາຍຫງວຽນ

ຄູອາຈານໃນມະຫາວິທະຍາໄລ ທາຍຫງວຽນ ຟ້ອນລຳວົງກັບນັກສຶກສາລາວ


ຄວາມປະທັບໃຈ “ການສະແດງວັດທະນະທຳຫວຽດນາມ-ລາວ” ທີ່ມະຫາວິທະຍາໄລ ທາຍຫງວຽນ

ຄູອາຈານ ມະຫາວິທະຍາໄລ ທາຍຫງວຽນ ພ້ອມກັນເຕັ້ນແຊ ຊຶ່ງເປັນລາຍການໂດດເດັ່ນຂອງຊາວພາກຕາເວັນຕົກສ່ຽງເໜືອຂອງຫວຽດນາມ

ຄວາມປະທັບໃຈ “ການສະແດງວັດທະນະທຳຫວຽດນາມ-ລາວ” ທີ່ມະຫາວິທະຍາໄລ ທາຍຫງວຽນ

ຄວາມປະທັບໃຈ “ການສະແດງວັດທະນະທຳຫວຽດນາມ-ລາວ” ທີ່ມະຫາວິທະຍາໄລ ທາຍຫງວຽນ

ຄວາມປະທັບໃຈ “ການສະແດງວັດທະນະທຳຫວຽດນາມ-ລາວ” ທີ່ມະຫາວິທະຍາໄລ ທາຍຫງວຽນ

ຫ້າງຮ້ານອາຫານລາວ

(ນົກແອ່ນແດນໜາວ)

ເຫດການ
302 Found

Found

The document has moved here.