ໃນຕອນເຊົ້າວັນທີ 4 ພະຈິກ, ຢູ່ນະຄອນຫຼວງ ວຽງຈັນ, ກະຊວງປ້ອງກັນປະເທດຫວຽດນາມ ແລະ ລາວ ໄດ້ສົມທົບກັນຈັດຕັ້ງພິທີປະດັບຫຼຽນໄຊຂອງພັກ, ລັດຫວຽດນາມ ທີ່ສະຫງວນໃຫ້ແກ່ບັນດາໝູ່ຄະນະ, ສ່ວນບຸກຄົນສັງກັດ ກອງທັບປະຊາຊົນລາວ.
ທີ່ພິທີ, ໂດຍໄດ້ຮັບການມອບໝາຍຈາກປະທານປະເທດຫວຽດນາມ, ທ່ານ ພົນເອກໂງຊວັນລິກ, ລັດຖະມົນຕີກະຊວງປ້ອງກັນປະເທດຫວຽດນາມ ໄດ້ປະດັບຫຼຽນໄຊດາວຄໍາ, ຫຼຽນໄຊອັນສູງສົ່ງທີ່ສຸດ ຂອງພັກ, ລັດ ຫວຽດນາມ ໃຫ້ແກ່ກອງທັບປະຊາຊົນ ລາວ ພ້ອມກັບບັນດາຫຼຽນໄຊອື່ນໆ ໃຫ້ແກ່່ 53 ກົມກອງ ແລະ 65 ບຸກຄົນ ຂອງກອງທັບປະຊາຊົນລາວ.
![]() |
ທ່ານພົນເອກ ໂງຊວັນລິກ ມອບຫຼຽນໄຊອັນສູງສົ່ງໃຫ້ແກ່ໝູ່ຄະນະ, ສ່ວນບຸກຄົນສັງກັດກອງທັບ ປະຊາຊົນລາວ. (ພາບ: qdnd.vn)
ກ່າວຄໍາເຫັນທີ່ພິທີ, ທ່ານພົນເອກ ໂງຊວັນລິກ ຢັ້ງຢືນວ່າ ການປະດັບຫຼຽນໄຊອັນສູງສົ່ງນີ້ ແມ່ນການຮັບຮູ້ບັນດາການປະກອບສ່ວນສໍາຄັນຂອງທັງກອງທັບປະຊາຊົນລາວ ໃນໄລຍະແຫ່ງການສ້າງສາ ແລະ ເພີ່ມທະວີການພົວພັນໄມຕີຈິດ ມິດຕະພາບອັນຍິ່ງໃຫຍ່, ຄວາມສະໝັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານລະຫວ່າງຫວຽດນາມ - ລາວ; ພ້ອມທັງສືບຕໍ່ຢັ້ງຢືນ ແລະ ເຮັດໃຫ້ສາຍພົວພັນອັນສະໜິດຕິດພັນ, ສັດຊື່ບໍລິສຸດ, ຄວາມສາມັກຄີຜູກພັນລະຫວ່າງ ສອງພັກ, ສອງລັດ, ປະຊາຊົນ ແລະ ກອງທັບສອງປະເທດເລິກເຊິ່ງຂຶ້ນຕື່ມ.
ກ່າວຄຳເຫັນທີ່ພິທີ, ທ່ານລັດຖະມົນຕີກະຊວງປ້ອງກັນປະເທດລາວ ຈັນສະໝອນ ຈັນຍະລາດ ໄດ້ສະແດງຄວາມຂອບໃຈຕໍ່ພັກ, ລັດຫວຽດນາມ ທີ່ໄດ້ມອບຫຼຽນໄຊອັນສູງສົ່ງໃຫ້ກອງທັບປະຊາຊົນລາວ ແລະ ຢືນຢັນວ່າ ນີ້ແມ່ນຄວາມເປັນກຽດພະນັກງານ, ນັກຮົບກອງທັບປະຊາຊົນລາວ. ທ່ານລັດຖະມົນຕີກະຊວງປ້ອງກັນປະເທດລາວ ຈັນສາໝອນ ຈັນຍາຫລາດ ຍັງໄດ້ສະແດງໃຫ້ເຫັນວ່າ, ຕະຫຼອດ 70 ປີທີ່ຜ່ານມາ, ຜົນສຳເລັດຂອງກອງທັບລາວຍາມໃດກໍ່ຕິດພັນກັບຜົນງານລວມຂອງສອງປະເທດ.
![]() |
ຕາງໜ້າກະຊວງປ້ອງກັນປະເທດ ຫວຽດນາມ, ທ່ານ ໂງຊວັນລິກ ກໍໄດ້ມອບເງິນຈໍານວນ 50.000 USD ເພື່ອຊ່ວຍເຫຼືອປະຊາຊົນບັນດາແຂວງຢູ່ພາກກາງ ແລະ ພາກໃຕ້ ຂອງ ລາວ. (ພາບ: qdnd.vn)
ເນື່ອງໃນໂອກາດນີ້, ຕາງໜ້າກະຊວງປ້ອງກັນປະເທດ ຫວຽດນາມ, ທ່ານລັດຖະມົນຕີ ໂງຊວັນລິກ ກໍໄດ້ມອບເງິນຈໍານວນ 50.000 USD ແກ່ທ່ານ ລັດຖະມົນຕີກະຊວງປ້ອງກັນປະເທດລາວ ຈັນສະໝອນ ຈັນຍະລາດ ເພື່ອຊ່ວຍເຫຼືອປະຊາຊົນບັນດາແຂວງຢູ່ພາກກາງ ແລະ ພາກໃຕ້ ຂອງ ລາວ ທີ່ຖືກຜົນສະທ້ອນຢ່າງໜັກໜ່ວງຈາກໃນເຫດພາຍຸ, ນໍ້າຖ້ວມເມື່ອເດືອນກັນຍາຜ່ານມາ.
(ຄຳຮຸ່ງ)