ຫວຽດນາມ-ລາວ: ຊຸກຍູ້ການຮ່ວມມື, ພົບປະແລກປ່ຽນ ດ້ານວຽກງານຊາວໜູ່ມ

09:10 | 06/12/2019

ຍສໝ - ຄະນະຜູ້ແທນຄະນະຊາວໜຸ່ມນະຄອນໂຮ່ຈີ໊ມິນ ນຳໂດຍທ່ານ ຟ້າມຮົ່ງເຊິນ, ເລຂາຄະນະບໍລິຫານງານຊາວໜຸ່ມນະຄອນໂຮ່ຈີ໊ມິນ ໄດ້ເດີນທາງໄປຢ້ຽມຢາມ ແລະເຮັດວຽກຢູ່ ສປປ ລາວ ໃນລະຫວ່າງວັນທີ 3-7 ທັນວາ 2019.

ຫວຽດນາມ-ລາວ: ຊຸກຍູ້ການຮ່ວມມື, ພົບປະແລກປ່ຽນ ດ້ານວຽກງານຊາວໜູ່ມ

ທ່ານ ສີຫຸນ ສິດທິລືໄຊ ຮອງເຈົ້າຄອງນະຄອນຫຼວງວຽງຈັນ ຕ້ອນຮັບທ່ານ ຟ້າມຮົ່ງເຊິນ ເລຂາຄະ ນະບໍລິຫານງານຊາວໜຸ່ມນະຄອນໂຮ່ຈີ໊ມິນ.

ຕອນເຊົ້າວັນທີ 4 ທັນວາ 2019,ຄະນະຜູ້ແທນຊາວໜູ່ມນະຄອນໂຮ່ຈີ໊ມິນ ນຳໂດຍທ່ານ ຟ້າມຮົ່ງເຊິນ ໄດ້ເຂົ້າຮ່ວມການເຈລະຈາກັບຄະນະຜູ້ແທນຊາວໜຸ່ມນະຄອນຫຼວງວຽງຈັນ ນຳໂດຍທ່ານນາງ ສຸມະລີ ທໍາມະວົງ ເລຂາຄະນະຊາວໜຸ່ມນະຄອນຫຼວງວຽງຈັນ. ສອງຝ່າຍໄດ້ປຶກສາຫາລືກ່ຽວກັບບັນຫາຮ່ວມມືໄລຍະ 2020-2021, ຄືບັນດາການເຄື່ອນໄຫວແລກປ່ຽນຄະນະ, ເຊີນຄະນະຜູ້ແທນລາວ ເຂົ້າຮ່ວມເວທີປາໄສຊາວໜູ່ມອາຊຽນ, ພົບປະແລກປ່ຽນຊອກຫາກາລະໂອກາດລົງທຶນຂອງນັກທຸລະກິດສອງນະຄອນ, ຮ່ວມສຳພັນ, ຊອກຫາ ແລະເປີດກວ້າງຕະຫຼາດ.

ຕອນບ່າຍວັນທີ 4 ທັນວາ 2019, ທ່ານ ຟ້າມຮົ່ງເຊິນ ລາຍງານໃຫ້ທ່ານ ສີຫຸນ ສິດທິລືໄຊ ຮັບຊາບກ່ຽວກັບການຊີ້ນຳຂອງການນຳຄະນະພັກນະຄອນໂຮ່ຈີ໊ມິນ ທີ່ກ່ຽວຂ້ອງເຖິງວຽກງານສຶກສາ, ສ້າງເງື່ອນໄຂບ່ອນກິນບ່ອນຢູ່ໃຫ້ບັນດານັກຮຽນ, ນັກສຶກສາລາວ ທີ່ພວມຮ່ຳຮຽນຢູ່ນະຄອນໂຮ່ຈີ໊ມິນ, ພ້ອມທັງໃຫ້ຄຳໝັ້ນສັນຍາວ່າ ຈະສົມທົບກັບຄະນະຊາວໜຸ່ມໂຮງຮຽນຕ່າງໆຈັດຕັ້ງບັນດາການພົບປະແລກປ່ຽນ, ຊຸດຝຶກອົບຮົມເປັນປະຈຳ ເພື່ອແລກປ່ຽນບົດຮຽນກໍຄືບັນດາຄວາມຮູ້ລວມລະຫວ່າງນັກສຶກສາສອງປະເທດ, ພິເສດແມ່ນສຳລັບບັນດານັກສຶກສາລາວ ທີ່ພວມຮ່ຳຮຽນຢູ່ນະຄອນໂຮ່ຈີ໊ມິນ.

(ໄຊພອນ)

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.