ຄະນະຜູ້ແທນໜັງສືພີມກອງທັບປະຊາຊົນລາວ ສຳເລັດການເຄື່ອນໄຫວເຮັດວຽກຢູ່ ສສ ຫວຽດນາມ

15:01 | 16/12/2019

ຍສໝ - ຄະນະຜູ້ແທນໜັງສືພິມກອງທັບປະຊາຊົນລາວ, ນຳໂດຍສະຫາຍພັນເອກ ຄຳສາວ ແກ້ວວິເສດ, ຫົວໜ້າບັນນາທິການໜັງສືພິມກອງທັບປະຊາຊົນລາວພ້ອມດ້ວຍຄະນະໄດ້ສຳເລັດການເຄື່ອນໄຫວເຮັດວຽກກັບບັນດາອົງການສື່ມວນຊົນກອງທັບປະຊາຊົນຫວຽດນາມ ໃນລະຫວ່າງວັນທີ 9-14 ທັນວາ 2019.

ເພື່ອພົບປະແລກປ່ຽນບົດຮຽນວຽກງານສື່ມວນຊົນເຊິ່ງກັນ ແລະ ກັນ ແລະ ພ້ອມກັນລົງເກັບກຳຂໍ້ມູນຂ່າວສານຢູ່ກົມກອງທະຫານເພື່ອໂຄສະນາໂອກາດສະເຫຼີມສະຫຼອງວັນສ້າງຕັ້ງກອງທັບປະຊາຊົນຫວຽດນາມ ຄົບ ຮອບ 75 ປີ ແລະ ວັນບຸນປວງຊົນປ້ອງກັນຊາດ ຫວຽດນາມ ຄົບຮອບ 30 ປີ. ໄລຍະຢູ່ເຄື່ອນໄຫວເຮັດວຽກຢູ່ ສສ ຫວຽດນາມ, ຄະນະຜູ້ແທນໜັງສືພິມກອງທັບປະຊາຊົນລາວ ໄດ້ພົບປະສອງຝ່າຍກັບຄະນະໜັງສືພິມກອງທັບປະຊາຊົນວຽດນາມ ເຊິ່ງສອງຝ່າຍໄດ້ແລກປ່ຽນບົດຮຽນວຽກງານສື່ມວນຊົນເຊິ່ງກັນ ແລະ ກັນ ທີ່ຕ່າງຝ່າຍມີຄວາມສົນໃຈໃນສື່ແບບໃໝ່ເປັນຕົ້ນ: ສື່ເອເລັກໂຕນິກ, ສື່ສັງຄົມອອນລາຍ ແລະ ອື່ນໆ ເຊິ່ງຈະເປັນບົດຮຽນສຳຄັນໃນການໂຄສະນາຂ່າວສານໃຫ້ວ່ອງໄວທັນການ ແລະ ມີປະສິດທິພາບ, ຕອບຕ້ານກຸ່ມຄົນບໍ່ຫວັງດີ ແລະ ໂຄສະນາໃຫ້ຖືກກັບແນວທາງນະໂຍບາຍຂອງພັກ-ລັດ.

ຄະນະຜູ້ແທນໜັງສືພີມກອງທັບປະຊາຊົນລາວ ສຳເລັດການເຄື່ອນໄຫວເຮັດວຽກຢູ່ ສສ ຫວຽດນາມ

ຄະນະຜູ້ແທນໜັງສືພີມກອງທັບປະຊາຊົນລາວ ສຳເລັດການເຄື່ອນໄຫວເຮັດວຽກຢູ່ ສສ ຫວຽດນາມ ໃນລະຫວ່າງວັນທີ 9-14 ທັນວາ 2019. (ພາບ: qdnd.vn)

ຄະນະຜູ້ແທນໝັງສືພິມກອງທັບປະຊາຊົນລາວໄດ້ເຄື່ອນໄຫວຢ້ຽມຢາມສູນວິທະຍຸກະຈາຍສຽງ ແລະ ໂທລະພາບກອງທັບປະຊາຊົນ ຫວຽດນາມທີ່ມີຄວາມທັນສະໄໝ ແລະ ຫັນເປັນສື່ແບບໃໝ່ສາມາດ ຮັບປະກັນ ໃນການໂຄສະນາ ຂໍ້ ມູນຂ່າວສານຜ່ານວິທະຍຸ-ໂທລະພາບ-ວີດີໂອ ແລະ ຜ່ານທາງສື່ອອນລາຍໄດ້ຢ່າງວ່ອງໄວ ແລະ ທັນເຫດການເຊິ່ງຄະນະຜູ້ແທນໜັງສືພິມກອງທັບປະຊາຊົນ ລາວ ໄດ້ເກັບກ່ຽວເອົາບົດຮຽນເພື່ຶອນຳໄປປັບປຸງ ແລະ ພັດທະນາວຽກງານສື່ກອງທັບໃຫ້ທັນສະໄໝຂຶ້ນເທື່ອລະກ້າວ.

ພ້ອມດຽວກັນນັ້ນ, ຄະນະຜູ້ແທນໝັງສືພິມກອງທັບປະຊາຊົນລາວຍັງໄດ້ຮ່ວມກັບໜັງສືພິມກອງທັບປະຊາຊົນຫວຽດນາມເຄື່ອນໄຫວຢ້ຽມຢາມ ແລະ ເກັບກຳຂໍ້ມູນຂ່າວສານຢູ່ກອງພົນ 308, ກອງພັນໃຫຍ່ 102, ກອງພັນໃຫຍ່ 50, ກອງບັນຊາການທະຫານນະຄອນຮາຍຟ່ອງ, ໜັງສືພິມທະຫານເຂດ 3, ຢ້ຽມຢາມໃຫ້ກໍາລັງໃຈນັກສຶກສານາຍທະຫານລາວ ທີ່ສຶກສາຢູ່ໂຮຽຮຽນນາຍທະຫານບົກເລກ 1 ກອງທັບປະຊາຊົນຫວຽດນາມ ແລະ ຢ້ຽມຊົມຫໍພິພິທະພັນກອງທັບປະຊາຊົນຫວຽດນາມເພື່ອເກັບກຳຂໍ້ມູນຂ່າວສານໂຄສະນາໂອກາດສະເຫຼີມສະຫຼອງວັນສ້າງຕັ້ງກອງທັບປະຊາຊົນຫວຽດນາມຄົບຮອບ 75 ປີ ແລະ ວັນບຸນປວງຊົນປ້ອງກັນຊາດຫວຽດນາມຄົບຮອບ 30 ປີ.

(ຄຳຮຸ່ງ)

ເຫດການ
302 Found

Found

The document has moved here.