ຫວຽດນາມ-ລາວ: ແລກປ່ຽນບົດຮຽນດ້ານວິຊາການສື່ມວນຊົນ

17:12 | 30/11/2019

ຍສໝ - ເມື່ອບໍ່ດົນມານີ້, ພະແນກຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວແຂວງຫົວພັນ ແຫ່ງ ສປປ ລາວ ແລະ ພະແນກຖະແຫຼງຂ່າວ ແລະ ການສື່ສານ ແຂວງແທັງຮວາ ແຫ່ງ ສສ ຫວຽດນາມ ໄດ້ ຈັດກອງປະຊຸມພົບປະແລກ ປ່ຽນບົດຮຽນດ້ານວິຊາການສື່ມວນຊົນ ຢູ່ ຫໍວັດທະນະທຳແຂວງຫົວພັນ.

ຫວຽດນາມ-ລາວ: ແລກປ່ຽນບົດຮຽນດ້ານວິຊາການສື່ມວນຊົນ

ສອງຝ່າຍໄດ້ເປັນເອກະພາບກັນເຊັນບົດບັນທຶກຊ່ວຍຈຳການຮ່ວມມືໄລຍະປີ 2019 - 2021.(ພາບ: mic.gov.vn)

ຝ່າຍແຂວງຫົວພັນນຳໂດຍສະຫາຍ ຄຳສິງ ລາດດາວົງ ຫົວໜ້າພະແນກຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ແຂວງຫົວພັນພ້ອມດ້ວຍຄະນະ, ຝ່າຍແຂວງແທັງຮວາ ນຳໂດຍສະຫາຍ ໂດ່ຮິວກວຽດ ຫົວໜ້າພະແນກຖະແຫຼງຂ່າວ ແລະ ການສື່ສານ ແຂວງແທັງຮວາ ພ້ອມດ້ວຍຄະນະເຂົ້າຮ່ວມ. ໃນກອງປະຊຸມສອງຝ່າຍ ໄດ້ຜັດປ່ຽນກັນລາຍງານໂດຍຫຍໍ້ກ່ຽວກັບສະພາບຈຸດພິເສດ ທີ່ຕັ້ງຂອງແຂວງ, ພາລະບົດບາດ, ສິດ, ໜ້າທີ່, ກົງຈັກການ ຈັດຕັ້ງ ແລະ ການເຄື່ອນໄຫວວຽກງານວິຊາສະເພາະແຕ່ລະດ້ານໃຫ້ກັນ ແລະ ກັນຊາບ.

ພ້ອມນັ້ນສອງຝ່າຍກໍໄດ້ພ້ອມກັນປຶກສາຫາລືແລກປ່ຽນຄຳຄິດຄຳເຫັນກ່ຽວກັບວຽກງານຖະແຫຼງຂ່າວ ແລະ ສື່ມວນຊົນຂອງສອງຝ່າຍ. ສອງຝ່າຍໄດ້ເປັນເອກະພາບກັນເຊັນບົດບັນທຶກຊ່ວຍຈຳການຮ່ວມມືໄລຍະປີ 2019 - 2021 ຄື: ສອງຝ່າຍຈະປະສານສົມທົບປະຕິບັດວຽກງານຖະແຫຼງຂ່າວ ແລະ ການສື່ສານ ທີ່ເປັນມູນເຊື້ອອັນດີງາມລະຫວ່າງສອງແຂວງ ຫົວພັນ-ແທັງຮວາ; ເພີ່ມທະວີການຮ່ວມມື ແລະ ແລກປ່ຽນບົດຮຽນນຳກັນ ປີລະຄັ້ງຜັດປ່ຽນກັນເປັນເຈົ້າພາບເພື່ອສ້າງສາຍພົວພັນຮ່ວມມືຂອງສອງພະແນກໃຫ້ເຂົ້າສູ່ລ່ວງເລິກ, ມີປະສິດທິຜົນ ແລະ ປະກົດຜົນເປັນຈິງ.

(ໄຊພອນ)

ເຫດການ
302 Found

Found

The document has moved here.