ເນື່ອງໃນໂອກາດຈັດຕັ້ງລາຍການໂອ້ລົມສົນທະນາມິດຕະພາບ ນະຄອນໂຮ່ຈີມິນ ຄັ້ງທີ 1 ປີ 2022, ຕອນບ່າຍວັນທີ 3 ທັນວາ, ທ່ານຮອງປະທານຄະນະກຳມະການປະຊາຊົນນະຄອນໂຮ່ຈີມິນ ໂງມິງເຈົາ ໄດ້ໃຫ້ການຕ້ອນຮັບການນຳບັນດາທ້ອງຖິ່ນຂອງລາວ, ກຳປູເຈຍ ແລະ ສ.ເກົາຫຼີ.
ນະຄອນໂຮ່ຈີມິນ ແລະ ແຂວງຈຳປາສັກ ຈະເພີ່ມທະວີການແລກປ່ຽນຄະນະຜູ້ແທນ, ເພີ່ມທະວີການຮ່ວມມື, ແລກປ່ຽນບົດຮຽນປະສົບການລະຫວ່າງບັນດາພະແນກ, ຂະແໜງການ.
ຫວ່າງແລ້ວນີ້, ຢູ່ຮ່າໂນ້ຍ, ຄະນະໂຄສະນາສຶກສາສູນກາງພັກ ໄດ້ເປັນປະທານ, ສົມທົບກັບກົມໃຫຍ່ການເມືອງກອງທັບປະຊາຊົນຫວຽດນາມ, ບັນດາກະຊວງ, ຂະແໜງການຈັດຕັ້ງພິທີມອບລາງວັນການເສັງຂຽນຊອກຮູ້ຄວາມຮູ້ກ່ຽວກັບທະເລ, ໝູ່ເກາະຫວຽດນາມ ປີ 2022 ດ້ວຍຫົວຂໍ້ “ປະເທດຢູ່ຄື້ນທະເລ”. ລາຍການໄດ້ຈັດຕັ້ງຢູ່ສູນວິທະຍຸກະຈາຍສຽງ-ໂທລະພາບກອງທັບ.
ຫວ່າງແລ້ວນີ້, ຢູ່ຮ່າໂນ້ຍ, ຄະນະຊາວໜຸ່ມກອງທັບ (ກົມໃຫຍ່ການເມືອງກອງທັບປະຊາຊົນຫວຽດນາມ) ແລະຄະນະພະນັກງານຊາວໜຸ່ມກອງທັບປະຊາຊົນລາວ ໄດ້ຈັດຕັ້ງການໂອ້ລົມສົນທະນາວິຊາການວຽກງານຊາວໜຸ່ມ.
ໃນໄລຍະຈະມາເຖິງ, ສອງຝ່າຍຕ້ອງສືບຕໍ່ຮັກສາ, ທະວີຄູນ, ກໍ່ສ້າງ ແລະ ຍົກລະດັບສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານ ລາວ - ຫວຽດນາມ ເພື່ອແນໃສ່ຍົກສູງທ່າແຮງບົ່ມຊ້ອນ ແລະ ຄວາມສາມາດບົ່ມຊ້ອນຂອງແຕ່ລະຝ່າຍ.
ຕອນບ່າຍວັນທີ 30 ພະຈິກ, ຢູ່ຮ່າໂນ້ຍ, ຄະນະພະນັກງານກອງທັບປະຊາຊົນລາວ ນໍາໂດຍສະຫາຍພັນໂທ ອາໄພ ອະໄພຍະວົງ, ຮອງຫົວໜ້າບັນນາທິການໜັງສືພິມກອງທັບປະຊາຊົນລາວ ພ້ອມດ້ວຍຄະນະ ໄດ້ມາຢ້ຽມຢາມ ແລະເຮັດວຽກຢູ່ໜັງສືພິມກອງທັບປະຊາຊົນ ເນື່ອງໃນໂອກາດມາຫວຽດນາມ ເຂົ້າຮ່ວມຊຸດຝຶກອົບວຽກງານສື່ມວນຊົນ.
ຫວ່າງແລ້ວນີ້, ທີ່ຮ່າໂນ້ຍ ໄດ້ດໍາເນີນພິທີເປີດຊຸດຝຶກອົບຮົມນາຍທະຫານຕິດຕາມໄປນໍາ, ຕິດຕໍ່ສື່ສານ ແລະນາຍແປພາສາ ເພື່ອຮັບໃຊ້ງານວາງສະແດງປ້ອງກັນຊາດສາກົນ ຫວຽດນາມ ປີ 2022.
ເຂົ້າຮ່ວມຂົງເຂດປະເພດອາຫານທີ່ເຮັດດ້ວຍກຸ້ງ ແລະ ເກືອບາກລຽວ ມີ 12 ທິມ ໂດຍມີ 60 ພໍ່ຄົວມືອາຊີບແນະນຳອາຫານ 122 ເຍື່ອງທີ່ເຂັ້ມຂຸ້ນດ້ວຍ ດ້ວຍລົດຊາດກຸ້ງ ແລະ ເກືອ ຢູ່ ບາກລຽວ.
ຍສໝ - ສະຖານກົງສູນ ຫວຽດນາມ ປະຈໍາ ປາກເຊ ຊົມເຊີຍວັນຊາດ ແຫ່ງ ສປປ ລາວ ຄົບຮອບ 47 ປີ.
ຍສໝ - ທ່ານຮອງລັດຖະມົນຕີກະຊວງແຮງງານ - ທະຫານເສຍອົງຄະ ແລະ ສັງຄົມ ຫວຽດນາມ ຫງວຽນບ໋າຮວານ ໃຫ້ຮູ້ວ່າ: ການຮ່ວມມືດ້ານແຮງງານ, ວຽກເຮັດງານທຳ ແລະ ການຮັບປະກັນຊີວິດສັງຄົມ ຫວຽດນາມ - ລາວ ນັບມື້ນັບແທດຈິງ.
ຍສໝ - ທ່ານເອກອັກຄະລັດຖະທູດ ຫງວຽນບ໊າຮຸ່ງ ນຳໜ້າຄະນະຜູ້ແທນສະຖານທູດຫວຽດນາມ ປະຈຳ ລາວ ໄປອວຍພອນ ທ່ານ ສະເຫຼີມໄຊ ກົມມະສິດ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດລາວ ແລະ ທ່ານ ທອງສະຫວັນ ພົມວິຫານ, ຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກ ປະຊາຊົນປະຕິວັດລາວ.
ຍສໝ - ກອງປະຊຸມສຳມະນາໄດ້ຮັບຮູ້ບັນດາບົດປະກອບຄໍາເຫັນດ້ວຍການແບ່ງປັນຫຼາຍຢ່າງຈາກບັນດາຜູ້ແທນທີ່ເປັນອະດີດນັກຊ່ຽວຊານຕຳຫຼວດຫວຽດນາມ ຢູ່ລາວ ແລະ ອະດີດນາຍຕຳຫຼວດລາວ ທີ່ເຄີຍຮ່ຳຮຽນຢູ່ ຫວຽດນາມ.
ຍສໝ - ທ່ານຮອງປະທານ, ເລຂາທິການໃຫຍ່ຄະນະກໍາມະການສູນກາງແນວໂຮມປະເທດຊາດ ຫວຽດນາມ ເລຕ້ຽນເຈົາ ແລະ ທ່ານຮອງປະທານສູນກາງແນວລາວ ສ້າງຊາດ ຄໍາເຜີຍ ບຸດດາວຽງ ໄດ້ຕາງໜ້າສອງຝ່າຍ ລົງນາມໃນຖະແຫຼງການຮ່ວມກ່ຽວກັບການສ້າງຊາຍແດນຫວຽດນາມ-ລາວ ແຫ່ງສັນຕິພາບ, ມິດຕະພາບ, ການຮ່ວມມືເພື່ອພ້ອມກັນພັດທະນາ ໃນໄລຍະ 2022-2025.
ຍສໝ - ໂດຍມີຮູບແບບທີ່ງາມແປກປະຫຼາດຍ້ອນວິວັດການເຊາະເຈື່ອນແບບທຳມະຊາດໃນຫຼາຍປີຜ່ານມາ, ເຂດຄ້ອຍຫີນ ວ້ານລອງ ຢູ່ເມືອງຈືເຊ, ແຂວງຢາລາຍ ໄດ້ເຮັດໃຫ້ຫຼາຍຄົນຄິດເຖິງປະເທດເອຢິບ ຍ້ອນສະຖາປັດຕະຍາກຳ ແລະ ສີສັນທີ່ເປັນເອກະລັກສະເພາະ.
ຍສໝ - ຫວ່າງແລ້ວນີ້, ເນື່ອງໃນໂອກາດການຢ້ຽມຢາມກຳປູເຈຍ ຂອງທ່ານປະທານສະພາແຫ່ງຊາດ ເວືອງດຶງເຫ້ວ, ທ່ານລັດຖະມົນຕີກະຊວງກະສິກຳ ແລະ ພັດທະນາຊົນນະບົດ ເລມີິງຮວານ ໄດ້ມີການພົບປະກັບທ່ານ Dith Tina, ລັດຖະມົນຕີກະຊວງກະສິກຳ, ປ່າໄມ້ ແລະ ການປະມົງ ກຳປູເຈຍ.
ຍສໝ - ຫວ່າງແລ້ວນີ້, ສະຖານທູດອິນເດຍ ປະຈຳຮ່າໂນ້ຍ ສົມທົບກັບກະຊວງວັດທະນະທຳ, ກິລາ ແລະ ທ່ອງທ່ຽວ ຫວຽດນາມ ໄດ້ຈັດຕັ້ງງານຄ່ຳຄືນດົນຕີຂອງວົງດົນຕີ Indian Ocean ຢູ່ໂຮງລະຄອນໃຫຍ່ຮ່າໂນ້ຍ ເນື່ອງໃນໂອກາດສະເຫຼີມສະຫຼອງ 50 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ ລະຫວ່າງ ຫວຽດນາມ ແລະ ອິນເດຍ.
ໂດຍໄດ້ຮັບຄຳເຊີນຂອງທ່ານປະທານປະເທດ ຫວຽດນາມ ຫງວຽນຊວນຟຸກ, ປະທານາທິບໍດີ ອູການດາ ທ່ານ Yoweri Kaguta Museveni ໄດ້ນຳຫນ້າຄະນະຜູ້ແທນຂັ້ນສູງ ອູການດາ ມາຢ້ຽມຢາມ ຫວຽດນາມ ຢ່າງເປັນທາງການແຕ່ວັນທີ 23 -25 ພະຈິກປີ 2022.
ຍສໝ - ສະຫາຍ ເຈີ່ນແມງເໝິນ ໃຫ້ຮູ້ວ່າ: ການຕໍ່ສູ້ອັນຊອບທຳຂອງປະຊາຊົນຫວຽດນາມ ໄດ້ກາຍເປັນພາກສ່ວນໜຶ່ງທີ່ບໍ່ສາມາດຕັດແຍກອອກໃນການຕໍ່ສູ້ຂອງປະຊາຊົນທີ່ກ້າວຂຶ້ນໃນໂລກ ເພື່ອອິດສະຫຼະພາບ, ເອກະລາດແຫ່ງຊາດ, ເພື່ອສັນຕິພາບ, ຄວາມຍຸຕິທຳ ແລະ ຄວາມກ້າວໜ້າຂອງສັງຄົມ.
ຍສໝ - ນີ້ແມ່ນການແບ່ງປັນຂອງບັນດາຜູ້ແທນທີ່ເຂົ້າຮ່ວມກອງປະຊຸມໃຫຍ່ ຄັ້ງທີ 22 ສະພາສັນຕິພາບໂລກ ທີ່ດໍາເນີນຢູ່ຮ່າໂນ້ຍ ແລະ ກວ໋າງນິງ (ຫວຽດນາມ) ໃນລະຫວ່າງວັນທີ 21-26 ພະຈິກ 2022.
ໃນຂອບເຂດການຢ້ຽມຢາມ ຟິລິບປິນ ຢ່າງເປັນທາງການ, ວັນທີ 24 ພະຈິກ, ຢູ່ ນະຄອນຫລວງ ມານີລາ, ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເວື່ອງດິງເຫວະ ໄດ້ມີການພົບປະກັບທ່ານນາງຮອງປະທານາທິບໍດີ ຟິລິບປິນ Sara Duterte.