ການພົວພັນຮ່ວມມື ລາວ-ຫວຽດນາມ ພວມຢູ່ໃນລະດັບສູງສຸດແບບບໍ່ເຄີຍມີມາກ່ອນໃນປະຫວັດສາດ

09:54 | 13/09/2023

ຍສໝ - ການ​ຮ່ວມ​ມື​ລາວ-ຫວຽດນາມ​ໃນ​ທຸກ​ຂົງ​ເຂດ​ນັບ​ມື້​ນັບ​ຮັດ​ແໜ້ນ ​ແລະ ​ເພີ່ມ​ທະວີ​ການ​ພົວພັນ​ມິດຕະພາບ​ທີ່​ເປັນ​ມູນ​ເຊື້ອ​ຂອງ​ສອງ​ປະ​ເທດ.

​ຕໍ່າຫູກ  - ວັດ​ທະ​ນະ​ທຳ​ພື້ນ​ເມືອງ ​ທີ່​ເປັນ​ເອ​ກະ​ລັກ​ສະ​ເພາະ​ຂອງ​ຊົນ​ເຜົ່າ ກະຕູ່ ຢູ່​ຫວຽດ​ນາມ ແລະ ລາວ ​ຕໍ່າຫູກ - ວັດ​ທະ​ນະ​ທຳ​ພື້ນ​ເມືອງ ​ທີ່​ເປັນ​ເອ​ກະ​ລັກ​ສະ​ເພາະ​ຂອງ​ຊົນ​ເຜົ່າ ກະຕູ່ ຢູ່​ຫວຽດ​ນາມ ແລະ ລາວ
ຊຸກຍູ້, ຮັກສາ ​ແລະ ພັດທະນາ​ສາຍ​ພົວພັນ​ແບບ​ພິ​ເສດ​ລະຫວ່າງ​ປະຊາຊົນ ​ແລະ ກອງທັບ​ຫວຽດນາມ - ລາວ ຊຸກຍູ້, ຮັກສາ ​ແລະ ພັດທະນາ​ສາຍ​ພົວພັນ​ແບບ​ພິ​ເສດ​ລະຫວ່າງ​ປະຊາຊົນ ​ແລະ ກອງທັບ​ຫວຽດນາມ - ລາວ

ການ​ພົວ​ພັນ​ລາວ-ຫວຽດ​ນາມ ແມ່ນ​ພິ​ເສດ​ທີ່​ສຸດ

ນັ້ນ​ແມ່ນ​ການ​ແບ່ງ​ປັນ​ຂອງ​ທ່ານ​ລັດຖະມົນຕີ​ກະຊວງ​ແຜນການ ​ແລະ ການ​ລົງທຶນ​ລາວ, ປະທານ​ຄະນະ​ກຳມະການ​ຮ່ວມ​ມື​ລາວ-ຫວຽດນາມ, ທ່ານ ຄຳເຈນ ວົງໂພສີ ກ່ຽວ​ກັບ​ການ​ຮ່ວມ​ມື​ດ້ານ​ເສດຖະກິດ​ລະຫວ່າງ ລາວ-ຫວຽດນາມ ​ໃນ​ໄລຍະ​ມໍ່ໆ​ມາ​ນີ້.

ຕາມ​ທ່ານ ຄຳ​ຈັນ ວົງ​ໂພ​ສີ ແລ້ວ, ລາວ ​ແລະ ຫວຽດນາມ ​ແມ່ນ​ສອງ​ປະ​ເທດ​ບ້ານ​ໃກ້​ເຮືອນ​ຄຽງ​ທີ່​ມີ​ມູນ​ເຊື້ອ​ອັນ​ດີງາມ​ທີ່​ມີ​ມາ​ແຕ່​ດົນ​ນານ​ໃນ​ການ​ຮ່ວມ​ມື, ການ​ຊ່ວຍ​ເຫຼືອ, ສະໜັບສະໜູນ​ເຊິ່ງກັນ ​ແລະ ກັນ​ຕະຫຼອດ​ໄລຍະ​ເວລາ​ອັນ​ຍາວ​ນານ​ແຫ່ງ​ການ​ຕໍ່ສູ້​ເພື່ອ​ເອກະລາດ ​ແລະ ​ເອກະ​ພາບ​ປະ​ເທດ, ​ເປັນ​ຕົ້ນ​ໃນ​ວຽກ​ງານ​ປົກ​ປັກ​ຮັກສາ. ກໍ່ສ້າງ ​ແລະ ພັດທະນາ​ແຕ່ລະ​ປະ​ເທດ​ມາ​ຮອດ​ປະຈຸ​ບັນ, ກໍ່ຄືໃນກິດຈະການປົກປັກຮັກສາ, ສ້າງສາ ແລະພັດທະນາຂອງແຕ່ລະປະເທດມາຮອດປະຈຸບັນ. ມາຮອດປະຈຸບັນ, ອາລົມຈິດຄວາມຮັກແພງ, ຄວາມສະໜິດຕິດພັນ ແລະສາຍພົວພັນ, ການຮ່ວມມືໃນທຸກຂົງເຂດຂອງວຽກງານລະຫວ່າງສອງປະເທດຍັງນັບມື້ນັບໄດ້ຮັບການເພີ່ມທະວີ ແລະພວມຢູ່ໃນລະດັບສູງສຸດແບບບໍ່ເຄີຍມີມາກ່ອນໃນປະຫວັດສາດແຫ່ງການພົວພັນສອງປະເທດ.

ການພົວພັນຮ່ວມມື ລາວ-ຫວຽດນາມ ພວມຢູ່ໃນລະດັບສູງສຸດແບບບໍ່ເຄີຍມີມາກ່ອນໃນປະຫວັດສາດ
ທ່ານ​ລັດຖະມົນຕີ​ກະຊວງ​ແຜນການ ​ແລະ ການ​ລົງທຶນ​ລາວ, ປະທານ​ຄະນະ​ກຳມະການ​ຮ່ວມ​ມື​ລາວ-ຫວຽດນາມ, ທ່ານ ຄຳເຈນ ວົງໂພສີ

ຕາມສະຫາຍ ຄຳເຈນ ວົງໂພສີ ແລ້ວ, ພາຍໃຕ້ການຊີ້ນຳນຳພາຢ່າງໃກ້ຊິດຂອງສອງພັກ, ສອງລັດ, ບັນດາກະຊວງ, ຂະແໜງການ ແລະທ້ອງຖິ່ນຂອງສອງປະເທດໄດ້ເປັນເຈົ້າການສົມທົບກັນ ແລະຕັ້ງໜ້າຜັນຂະຫຍາຍຂໍ້ຕົກລົງວ່າດ້ວຍຍຸດທະສາດການຮ່ວມມື 10 ປີ (2021-2030); ສັນຍາຮ່ວມມື 5 ປີ (2021-2025) ແລະແຜນການຮ່ວມມືໃນແຕ່ລະໄລຍະຂອງສອງຝ່າຍຢ່າງມີປະສິດທິຜົນ, ໃນທຸກຂົງເຂດ, ປະກອບສ່ວນສຳຄັນເຂົ້າໃນການຮັກສາສະຖຽນລະພາບດ້ານການເມືອງ, ຮັບປະກັນການປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ແລະພັດທະນາເສດຖະກິດ-ສັງຄົມຂອງແຕ່ລະປະເທດ; ສືບຕໍ່ເພີ່ມທະວີ ແລະເປີດກວ້າງສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ ແລະການຮ່ວມມືຮອບດ້ານລະຫວ່າງສອງປະເທດລາວ-ຫວຽດນາມ ອ້າຍນ້ອງໃຫ້ນັບມື້ນັບໝັ້ນແກ່ນຂຶ້ນຕື່ມ.

ມີໂຄງການ FDI ຂອງຫວຽດນາມ ຢູ່ລາວ ຈຳນວນ 400 ໂຄງການ

ຕາມສະຫາຍລັດຖະມົນຕີ ຄຳເຈນ ວົງໂພສີ ແລ້ວ, ໃນຊຸມປີຜ່ານມາ, ລັດຖະບານຫວຽດນາມ ໄດ້ໜູນຊ່ວຍລັດຖະບານລາວ ເປັນຈຳນວນຫຼວງຫຼາຍ, ໃນນັ້ນຄ່າໃຊ້ຈ່າຍ 1/3 ແມ່ນໄດ້ນຳໃຊ້ເຂົ້າໃນການພັດທະນາຊັບພະຍາກອນມະນຸດ, ສ່ວນຍັງເຫຼືອແມ່ນໄດ້ຈັດແບ່ງໃຫ້ໂຄງການຕ່າງໆ; ລວມມີໂຄງການຫຼຸດຜ່ອນຄວາມທຸກຍາກ. ຄຽງຂ້າງນັ້ນ, ສອງປະເທດກໍ່ໄດ້ເພີ່ມທະວີການຮ່ວມມືຢ່າງເລິກເຊິ່ງກວ້າງຂວາງໃນທຸກຂົງເຂດຕາມການຕົກລົງລະຫວ່າງສອງຝ່າຍໃນແຕ່ລະໄລຍະ. ພົ້ນເດັ່ນແມ່ນຂົງເຂດເສດຖະກິດ, ສອງຝ່າຍໄດ້ຕັ້ງໜ້າຜັນຂະຫຍາຍບັນດາຂໍ້ຕົກລົງລະຫວ່າງສອງລັດຖະບານ. ກອງປະຊຸມປະຈຳປີຂອງຄະນະກຳມະການຮ່ວມມືລະຫວ່າງລັດຖະບານສອງປະເທດພວມນັບມື້ນັບກວ້າງຂວາງ ແລະເຂົ້າສູ່ລວງເລິກ. ສອງຝ່າຍກໍ່ຕັ້ງໜ້າຜັນຂະຫຍາຍການຮ່ວມມືດ້ານການຄ້າຕ່າງປະເທດ, ຍ້ອນສິ່ງດັ່ງກ່າວນັ້ນມູນຄ່າການແລກປ່ຽນວົງເງິນການຄ້າລະຫວ່າງສອງປະເທດລ້ວນແຕ່ຄ່ອຍໆເພີ່ມຂຶ້ນເທື່ອລະກ້າວ.

ສະຫາຍລັດຖະມົນຕີ ຄຳເຈນ ວົງໂພສີ ໃຫ້ຮູ້ວ່າ ປະຈຸບັນ ຫວຽດນາມ ມີໂຄງການ FDI ທີ່ລົງທຶນຢູ່ລາວ ກວ່າ 400 ໂຄງການ ແລະໂຄງການເຫຼົ່ານີ້ ໄດ້ ແລະພວມປະກອບສ່ວນເຂົ້າໃນການພັດທະນາເສດຖະກິດ, ສັງຄົມຂອງລາວ, ພິເສດແມ່ນບັນດາໂຄງການທີ່ຢູ່ເຂດຫ່າງໄກສອກຫຼີກ, ຄື: ພື້ນຖານໂຄງລ່າງ, ການຄົມມະນາຄົມ, ສະຫວັດດີການສັງຄົມ, ການສຶກສາ ແລະວັດທະນະທຳ, ຊ່ວຍໃຫ້ຊີວິດການເປັນຢູ່ປະຊາຊົນລາວບັນດາເຜົ່າ ໄດ້ຮັບການປັບປຸງໃຫ້ດີຂຶ້ນເທື່ອລະກ້າວ ແລະນັບມື້ນັບດີຂຶ້ນເລື້ອຍໆ.

ສະຫາຍລັດຖະມົນຕີ ຄຳເຈນ ວົງໂພສີ ໄດ້ຕີລາຄາສູງຕໍ່ການເຊື່ອມຕໍ່ລະຫວ່າງສອງພື້ນຖານເສດຖະກິດລາວ-ຫວຽດນາມ ໂດຍຖືວ່າ ໃນໄລຍະຜ່ານມາ, ສອງຝ່າຍໄດ້ໜູນຊ່ວຍເຊິ່ງກັນ ແລະກັນສ້າງພື້ນຖານເສດຖະກິດເອກະລາດ, ເປັນເຈົ້າຕົນເອງ, ຕິດພັນກັບການເຊື່ອມໂຍງເຂົ້າກັບສາກົນຢ່າງມີປະສິດທິຜົນ; ເພີ່ມທະວີການເຊື່ອມຕໍ່ລະຫວ່າງສອງພື້ນຖານເສດຖະກິດ, ເປັນຕົ້ນແມ່ນການຄ້າ, ການລົງທຶນ, ການເງິນ... ແນໃສ່ເປີດກວ້າງຂອບເຂດການຮ່ວມມື ແລະພັດທະນາລະຫວ່າງສອງປະເທດ, ພ້ອມທັງປະກອບສ່ວນເຊື່ອມຕໍ່, ເຊື່ອມໂຍງເຂົ້າກັບບັນດາປະເທດໃນພາກພື້ນໃຫ້ນັບມື້ນັບພັດທະນາ. ລັດຖະບານລາວ ກໍ່ພວມສຸມໃສ່ຜັນຂະຫຍາຍແຜນການພັດທະນາພື້ນຖານໂຄງລ່າງດ້ານຄົມມະນາຄົມ, ພະລັງງານເພື່ອເພີ່ມທະວີການຮ່ວມມືດ້ານການລົງທຶນດຳເນີນທຸລະກິດລະຫວ່າງລາວ ແລະຫວຽດນາມ ແນໃສ່ສ້າງຜົນປະໂຫຍດສູງສຸດໃຫ້ສອງປະເທດ, ກ່ໍ່ຄືໂຄງການທາງລົດໄຟລາວ-ຫວຽດນາມ, ທາງດ່ວນວຽງຈັນ-ຮ່າໂນ້ຍ...

ກໍ່ຕາມສະຫາຍລັດຖະມົນຕີ ຄຳເຈນ ວົງໂພສີ ແລ້ວ, ພາຍໃຕ້ການຊີ້ນຳຂອງການນຳຂັ້ນສູງຂອງສອງປະເທດ, ສອງຝ່າຍໄດ້ ແລະພວມເພີ່ມທະວີການສົ່ງເສີມວິສາຫະກິດຫວຽດນາມ ມາລົງທຶນຢູ່ລາວ, ພິເສດແມ່ນເອົາໃຈໃສ່ເປັນພິເສດເຖິງການດຶງດູດເອົາກຸ່ມບໍລິສັດ, ບໍລິສັດທີ່ມີຄວາມສາມາດດ້ານການເງິນ ແລະວິຊາການ, ໃຫ້ບຸລິມະສິດລົງທຶນໃນຂົງເຂດກະສິກໍາສະອາດ, ອຸດສາຫະກຳປຸງແຕ່ງ ແລະເຂດທີ່ມີຄວາມສາມາດບົ່ມຊ້ອນຢູ່ຕາມຊາຍແດນລາວ-ຫວຽດນາມ.

ສະຫາຍລັດຖະມົນຕີກະຊວງແຜນການ ແລະການລົງທຶນລາວ ໄດ້ຕີລາຄາສູງຕໍ່ເລື່ອງໃນໄລຍະຜ່ານມານັກລົງທຶນຫວຽດນາມ ໄດ້ຕັດສິນໃຈລົງທຶນເຂົ້າຂົງເຂດກະສິກຳສະອາດ, ເປັນມິດກັບສິ່ງແວດລ້ອມຢູ່ເຂດຫ່າງໄກສອກຫຼີກຂອງລາວ, ເຊິ່ງເປັນບ່ອນທີ່ການສັນຈອນ ແລະພື້ນຖານໂຄງລ່າງຕ່າງໆຍັງມີຄວາມຫຍຸ້ງຍາກ.

ຊີ້ແຈງສາຍເຫດກ່ຽວກັບ ລາວ ຍາມໃດກໍ່ແມ່ນປະເທດດຶງດູດທຶນ FDI ຫຼາຍທີ່ສຸດຈາກວິສາຫະກິດຫວຽດນາມ ໄປລົງທຶນຢູ່ຕ່າງປະເທດ, ສະຫາຍລັດຖະມົນຕີກະຊວງແຜນການ ແລະການລົງທຶນລາວ ໃຫ້ຮູ້ວ່າ: “ນອກຈາກສອງປະເທດລາວ ແລະຫວຽດນາມ ມີທີ່ຕັ້ງພູມສາດເປັນເຂດພູດອຍແລ້ວ, ຍັງມີແມ່ນ້ຳລຳເຊໄຫຼປ່ອງໃສ່ກັນ, ເຫດຜົນແມ່ນຍ້ອນ ລາວ ແລະຫວຽດນາມ ມີສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ ແລະການຮ່ວມມືຮອບດ້ານຜ່ານຫຼາຍທົດສະວັດ, ສິ່ງສຳຄັນແມ່ນວິສາຫະກິດ, ກະຊວງ, ຂະແໜງການຕ່າງໆຂອງຫວຽດນາມ ໄດ້, ພວມ ແລະສືບຕໍ່ປະຕິບັດຄຳສັ່ງສອນຂອງປະທານໂຮ່ຈີມິນ ທີ່ວ່າ “ຊ່ວຍເພື່ອນ ແມ່ນຊ່ວຍຕົນເອງ” ໃຫ້ເປັນຢ່າງດີ. ນີ້ແມ່ນເຫດຜົນທີ່ວິສາຫະກິດຫວຽດນາມຫຼາຍແຫ່ງ ເຖິງວ່າຍັງປະສົບກັບຄວາມຫຍຸ້ງຍາກຫຼາຍຢ່າງກໍ່ຕາມ, ແຕ່ກໍ່ຍັງຕັດສິນໃຈມາລົງທຶນຊ່ວຍເຫຼືອລາວ, ບໍ່ພຽງແຕ່ຢູ່ເຂດທົ່ງພຽງ, ຕົວເມືອງເທົ່ານັ້ນ ຫາກຍັງຢູ່ເຂດຫ່າງໄກສອກຫຼີກ, ເຂດທີ່ປະສົບກັບຄວາມຫຍຸ້ງຍາກ, ບໍ່ພຽງແຕ່ເພື່ອຈຸດປະສົງຫາກຳໄລເທົ່ານັ້ນ ຫາກຍັງແມ່ນການພົວພັນດ້ານການເມືອງອັນດີງາມລະຫວ່າງສອງປະເທດອີກດ້ວຍ”.

ຄຳຮຸ່ງ

ເຫດການ
302 Found

Found

The document has moved here.