ບັກຢ່າງ ໜູນຊ່ວຍແຂວງໄຊສົມບູນ (ລາວ) ປະຕິບັດຮູບແບບການຜະລິດກະສິກຳ

09:11 | 13/09/2023

ຍສໝ - ຈັດຕັ້ງປະຕິບັດສັນຍາຮ່ວມມືລະຫວ່າງແຂວງ ບັກຢ່າງ ແລະ ແຂວງໄຊສົມບູນ (ລາວ), ປີນີ້, ພະແນກກະສິກຳ ແລະ ຂະຫຍາຍຕົວຊົນນະບົດ ແຂວງ ບັກຢ່າງ ໄດ້ຈັດຕັ້ງປະຕິບັດ 2 ຮູບແບບກະສິກຳ ເພື່ອໜູນຊ່ວຍແຂວງ ໄຊສົມບູນ.

ບັກຢ່າງ ໜູນຊ່ວຍແຂວງໄຊສົມບູນ (ລາວ) ປະຕິບັດຮູບແບບການຜະລິດກະສິກຳ
ໝາກກ້ຽງ ເປັນໜຶ່ງໃນເເຕ່ລະພັນໄມ້ທີ່ຖືກຄັດເລືອກເພື່ອໜູນຊ່ວຍແຂວງໄຊສົມບູນ.

ຕາມນັ້ນແລ້ວ, ພະແນກກະສິກຳ ແລະ ຂະຫຍາຍຕົວຊົນນະບົດ ໄດ້ມອບໃຫ້ສູນກາງສົ່ງເສີມການກະເສດ ເປັນຜູ້ລົງທຶນ ຈັດຕັ້ງປະຕິບັດ 2 ຮູບແບບການລ້ຽງປູກຊັບພະຍາກອນນ້ຳ ແລະ ການປູກຝັງ ເພື່ອໜູນຊ່ວຍການພັດທະນາການຜະລິດກະສິກຳ ຢູ່ແຂວງໄຊສົມບູນ. ຜົນບວກການໃຊ້ຈ່າຍເພື່ອ ປະຕິບັດ​ບັນດາ​ຮູບແບບ​ແມ່ນ​ເກືອບ 830 ລ້ານ​ດົ່ງ​ຈາກແຫ່ງ​ລັດ​ທີ່​ໄດ້​ມອບ​ໃຫ້​ພະແນກກະສິກຳ ແລະ ຂະຫຍາຍຕົວຊົນນະບົດ.

ຕົວຈິງ, ສູນກາງສົ່ງເສີມການກະເສດໄດ້​ໜູນຊ່ວຍ 18 ພັນ​ປາ​ທຸກ​ປະ​ເພດ​ເຊັ່ນ​: ປາເຂັງ, ປາໄນ, ແລະ ປາໂຄດ; ອາຫານ​ປາ ຫຼາຍກວ່າ 4 ພັນກິໂລ; ສານເຄມີ ແລະ ຜະລິດຕະພັນຊີວະສາດ ເກືອບ 70 ກິໂລ. ກ່ອນ​ຈະ​ປ່ອຍພັນ​​ປາ, ບັນດາ​ຄອບຄົວ​ທີ່​ເຂົ້າ​ຮ່ວມ​ຮູບ​ແບບ​ໄດ້​ຮັບ​ການ​ຝຶກ​ອົບຮົມ​ຈາກ​ພະນັກງານ​ສົ່ງເສີມການກະເສດ ​ແຂວງ ບັກ​ຢ່າງ ​ແລະ ຊີ້​ນຳ​ກ່ຽວ​ກັບ​ເຕັກນິກ​ການ​ລ້ຽງ, ການ​ປ້ອງ​ກັນ​ພະຍາດ, ການ​ດູ​ແລ.

ບັກຢ່າງ ໜູນຊ່ວຍແຂວງໄຊສົມບູນ (ລາວ) ປະຕິບັດຮູບແບບການຜະລິດກະສິກຳ
ຜູ້ຕາງໜ້າສູນກາງສົ່ງເສີມການກະເສດ​ແຂວງ ບັກ​ຢ່າງ ​ໄດ້ມອບ​​ປາພັນ ​ແລະ ອາຫານ​ປາ ຢູ່​ເມືອງ ລອງ​ຊານ. ພາບ: CTV

ຊ່ວຍເຫຼືອພັນໄມ້ ແລະ ພັນສັດ ປະກອບມີ: ປູກເຂົ້າໃຫ້ຜົນຜະລິດສູງ, ປູກຜັກສະອາດໃນເຮືອນແກ້ວ, ປູກໝາກກ້ຽງ, ປູກໝາກລີ້ນຈີ, ປາເຂັງ, ປາໄນ, ແລະ ປາໂຄດ. ນອກຈາກນັ້ນ, ສູນກາງສົ່ງເສີມການກະເສດ ຍັງໄດ້ຊ່ວຍເຫຼືອອຸປະກອນ, ຝຸ່ນ ແລະ ຢາປາບສັດຕູພືດ ເພື່ອຈັດຕັ້ງປະຕິບັດ 2 ຮູບແບບເທິງນີ້.​ໃນ​ໄລຍະ​ປະຕິບັດຮູບແບບ, ພະນັກງານ​ວິຊາ​ການ​ຂອງ​ສູນກາງສົ່ງເສີມການກະເສດ ​ໄດ້​ປະຈຳແລກປ່ຽນ, ແນະນຳເຕັກນິກ, ຮັບປະກັນ​ໃຫ້​ບັນດາ​ຮູບແບບເສີມຂະຫຍາຍ​ມີ​ປະສິດທິ​ຜົນ.

ນີ້​ແມ່ນແຜນການຕົວຈິງ​​ເລກທີ 481/KH-UBND ລົງ​ວັນ​ທີ 25 ສິງຫາ 2022 ຂອງ​ຄະນະ​ກຳມະການ​ປະຊາຊົນ​ແຂວງ ບັກ​ຢ່າງ ກ່ຽວ​ກັບ​ການ​ປະຕິບັດ​ຂໍ້​ຕົກລົງ​ຮ່ວມ​ມື​ລະຫວ່າງ​ຄະນະ​ກຳມະການ​ປະຊາຊົນ​ແຂວງ ບັກ​ຢ່າງ ກັບ​ລັດຖະບານ​ແຂວງ ​ໄຊ​ສົມ​ບຸນໄລຍະ 2021-2025, ປະກອບສ່ວນ​​ເພີ່ມພູນຄູນສ້າງ ​ແລະ ຮັດ​ແໜ້ນ​ສາຍ​ພົວພັນ​ມິດຕະພາບ​ທີ່​ເປັນ​ມູນ​ເຊື້ອ​ແບບ​ພິ​ເສດ​ຫວຽດນາມ - ລາວ.

ຕາມ​ແຜນ​ການ, ​ໃນ​ໄຕ​ມາດ​ທີ 3 ຂອງ​ປີ​ນີ້, ສູນກາງສົ່ງເສີມການກະເສດ ​ເລືອກ​ເອົາ​ຜູ້​ຮັບ​ເໝົາ ແລະ ດຳເນີນວຽກໜູນຊ່ວຍ.

ດີງເລື້ອງ

ເຫດການ
302 Found

Found

The document has moved here.