ຫວຽດນາມ ຕັ້ງໜ້າ​ກະກຽມ​ໃຫ້​ແກ່​ການ​ຊ້ອມ​ຮົບຫຼາຍ​ຝ່າຍ ກ່ຽວກັບການ​ຮັກສາ​ສັນຕິພາບ​

14:31 | 07/09/2023

ຍສໝ - ຕອນບ່າຍວັນທີ 6 ກັນຍາ, ທ່ານພົນໂທ ຟຸ່ງສີເຕິ໊ນ, ຮອງຫົວໜ້າກົມໃຫຍ່ເສນາທິການກອງທັບປະຊາຊົນຫວຽດນາມ, ຫົວໜ້າຄະນະຊີ້ນໍາການຊ້ອມຮົບສິ້ນສຸດຮອບວຽນຂອງກຸ່ມຊ່ຽວຊານຮັກສາສັນຕິພາບ, ຮອບທີ 4 (2021-2023) ຢູ່ ສ. ຂອບ​ເຂດ​ກອງ​ປະ​ຊຸມ​ລັດ​ຖະ​ມົນ​ຕີ​ປ້ອງ​ກັນ​ປະ​ເທດ ອາ​ຊຽນ (ADMM+)

ກອງ​ກຳລັງ​ຮັກສາ​ສັນຕິພາບ​ຫວຽດນາມ ປະຕິບັດ​ການ​ຕອບ​ສະໜອງ​ສະພາບ​ການ​ສຸກ​ເສີນ ກອງ​ກຳລັງ​ຮັກສາ​ສັນຕິພາບ​ຫວຽດນາມ ປະຕິບັດ​ການ​ຕອບ​ສະໜອງ​ສະພາບ​ການ​ສຸກ​ເສີນ
ຫວຽດນາມ ​ແລະ 70 ປະ​ເທດ​ໄດ້​ລົງ​ນາມ​ຂໍ້​ຕົກລົງ​ປະຫວັດສາດ​ກ່ຽວ​ກັບ​ການ​ປົກ​ປັກ​ຮັກສາ​ທະ​ເລ ຫວຽດນາມ ​ແລະ 70 ປະ​ເທດ​ໄດ້​ລົງ​ນາມ​ຂໍ້​ຕົກລົງ​ປະຫວັດສາດ​ກ່ຽວ​ກັບ​ການ​ປົກ​ປັກ​ຮັກສາ​ທະ​ເລ

ໃນວັນທີ 6 ກັນຍາ, ທ່ານພົນໂທ ຟຸ່ງສີເຕິ໊ນ, ຮອງຫົວໜ້າກົມໃຫຍ່ເສນາທິການກອງທັບປະຊາຊົນຫວຽດນາມ, ຫົວໜ້າຄະນະຊີ້ນໍາກ່ຽວກັບການຝຶກຊ້ອມພາກສະໜາມໄລຍະສຸດທ້າຍກຸ່ມນັກຊ່ຽວຊານຮັກສາສັນຕິພາບ ຮອບວຽນທີ 4 (2021-2023) ໃນຂອບເຂດກອງປະຊຸມລັດຖະມົນຕີປ້ອງກັນປະເທດອາຊຽນ ເປີດກວ້າງ (ADMM+) ໄດ້ນຳໜ້າຄະນະປະຕິບັດງານກະຊວງປ້ອງກັນປະເທດ ໄປກວດກາວຽກງານກະກຽມການຝຶກຊ້ອມຢູ່ສູນຝຶກແອບການທະຫານແຫ່ງຊາດ ທີ 4 ແລະກອງພັນຊ່າງແສງ 31 ຂຶ້ນກັບກອງພົນນ້ອຍ 28 ຂອງເຫຼົ່າທັບປ້ອງກັນອາກາດ-ທະຫານອາກາດ.

ຫວຽດນາມ ຕັ້ງໜ້າ​ກະກຽມ​ໃຫ້​ແກ່​ການ​ຊ້ອມ​ຮົບຫຼາຍ​ຝ່າຍ ກ່ຽວກັບການ​ຮັກສາ​ສັນຕິພາບ​

ຫວຽດນາມ ຕັ້ງໜ້າ​ກະກຽມ​ໃຫ້​ແກ່​ການ​ຊ້ອມ​ຮົບຫຼາຍ​ຝ່າຍ ກ່ຽວກັບການ​ຮັກສາ​ສັນຕິພາບ​

ກ່າວຄໍາເຫັນສະຫຼຸບການກວດກາ, ທ່ານພົນໂທ ຟຸ່ງສີເຕິ໊ນ ຢັ້ງຢືນວ່າ ເລື່ອງ ຫວຽດນາມ ເປັນເຈົ້າພາບຮ່ວມຈັດການຝຶກຊ້ອມຫຼາຍຝ່າຍກ່ຽວກັບການຮັກສາສັນຕິພາບສະຫະປະຊາຊາດ ເປັນຄັ້ງທຳອິດນີ້ ຈະແມ່ນກາລະໂອກາດເພື່ອຢັ້ງຢືນກຳລັງຄວາມສາມາດ, ລະດັບວິຊາສະເພາະຂອງກຳລັງຫວຽດນາມ ເຂົ້າຮ່ວມການເຄື່ອນໄຫວຮັກສາສັນຕິພາບສະຫະປະຊາຊາດ, ມຸ່ງໄປເຖິງການບັນລຸເປົ້າໝາຍໃຫ້ກາຍເປັນສູນຝຶກແອບກ່ຽວກັບການຮັກສາສັນຕິພາບລະດັບພາກພື້ນ.

ພ້ອມທັງຮຽກຮ້ອງໃຫ້ອະນຸກໍາມະການຕ່າງໆກວດກາຄືນ ແລະສ້າງສໍາເລັດບັນດາເນື້ອໃນກ່ຽວກັບວຽກງານຈັດຕັ້ງ, ການຕ້ອນຮັບ, ການພົວພັນຕ່າງປະເທດກໍ່ຄືການຝຶກຊ້ອມໂດຍດ່ວນເພື່ອຮັບປະກັນການຕ້ອນຮັບຜູ້ແທນສາກົນໃຫ້ຮອບຄອບຖີ່ຖ້ວນ, ເຄົາລົບນັບຖື, ສະແດງໃຫ້ເຫັນຄວາມຮັກແພງແຂກຂອງປະເທດເຈົ້າພາບຫວຽດນາມ. ທ່ານຮອງຫົວໜ້າກົມໃຫຍ່ເສນາທິການ ຮຽກຮ້ອງໃຫ້ກຸ່ມນັກຊ່ຽວຊານຮັກສາສັນຕິພາບຫວຽດນາມ ສົມທົບກັນຢ່າງແໜ້ນແຟ້ນກັບຝ່າຍຍີ່ປຸ່ນ ເພື່ອເຫັນດີເປັນເອກະພາບຕໍ່ເນື້ອໃນທີ່ກ່ຽວຂ້ອງເຖິງການຝຶກຊ້ອມ; ຍູ້ໄວຄວາມຄືບໜ້າຂອງວຽກງານກະກຽມ, ປະຕິບັດການຝຶກແອບໃຫ້ບັນດາກຳລັງທີ່ກ່ຽວຂ້ອງເປັນຢ່າງດີເພື່ອຮັບປະກັນການຝຶກແອບໄດ້ດໍາເນີນປະສົບຜົນສຳເລັດ, ປະກອບສ່ວນຍົກສູງອິດທິພົນຊື່ສຽງ ແລະຮູບພາບກອງທັບປະຊາຊົນຫວຽດນາມ.

ການຝຶກຊ້ອມຄັ້ງນີ້ໂດຍຫວຽດນາມ ແລະຍີ່ປຸ່ນ ເປັນເຈົ້າພາບຮ່ວມກັນຈັດຕັ້ງ, ເລີ່ມແຕ່ວັນທີ 13 ຫາວັນທີ 21 ກັນຍາ. ເຫດການຈະມີການເຂົ້າຮ່ວມຂອງກຸ່ມນັກຊ່ຽວຊານຮັກສາສັນຕິພາບ ແລະນັກສໍາມະນາກອນທີ່ມາຈາກ 18 ປະເທດ ADMM+, ມີທັງໝົດ 198 ຄົນ, ໃນນັ້ນມີຜູ້ແທນສາກົນ 172 ຄົນ ແລະຜູ້ແທນຫວຽດນາມ 26 ຄົນ.

ຄຳຮຸ່ງ

ເຫດການ