ລາວໄດ້ຮັບການລົງທຶນຈາກຫວຽດນາມຫຼາຍທີ່ສຸດ

22:06 | 12/09/2023

ຍສໝ - ປະເທດລາວ​ແມ່ນ​ຕະຫຼາດ​ລົງທຶນ​ຢູ່​ຕ່າງປະ​ເທດ​ໃຫຍ່​ທີ່​ສຸດ​ໃນ​ບັນດາ 79 ປະ​ເທດ ​ແລະ ​ເຂດ​ແຄ້ວ​ນ ທີ່ມີ​ທຶນ​ລົງທຶນ​ຈາກ​ວິ​ສາ​ຫະກິດ ຫວຽດນາມ.

ການ​ພັດທະນາ​ສາຍ​ພົວພັນ​ມິດຕະພາບ​ທີ່​ເປັນ​ມູນ​ເຊື້ອ ​ແລະ ຄວາມ​ສາມັກຄີ​ແບບ​ພິ​ເສດ​ຫວຽດນາມ - ລາວ ​ໄດ້​ສ້າງ​ພື້ນຖານ​ໃຫ້​ບັນດາ​ວິ​ສາ​ຫະກິດ ຫວຽດນາມ ປະກອບສ່ວນ​ເຂົ້າ​ໃນ​ການ​ພົວພັນ​ຮ່ວມ​ມື ລາວ - ຫວຽດນາມ ​ໃນ​ລະດັບ​ສູງ​ທີ່​ບໍ່​ເຄີຍ​ມີ​ມາ​ກ່ອນ​ໃນ​ປະຫວັດສາດ​ຂອງ​ການ​ພົວພັນ​ລະຫວ່າງ 2 ປະ​ເທດ.

ບໍລິສັດ Star Telecom (Unitel) ​ໄດ້​ຮັບ​ຖື​ວ່າ​ແມ່ນ​ຮູບຕົວແບບການ​ຮ່ວມ​ມື​ດ້ານ​ເສດຖະກິດ​ລະຫວ່າງ ຫວຽດນາມ ​ແລະ ລາວ. ສ້າງຕັ້ງຂຶ້ນໃນປີ 2008 ເປັນບໍລິສັດຮ່ວມທຶນລະຫວ່າງກຸ່ມອຸດສາຫະກຳໂທລະຄົມມະນາຄົມກອງທັບ ແລະ ບໍລິສັດ ໂທລະຄົມມະນາ ຄົມ ລາວເອເຊຍ, ປະຈຸບັນວິສາຫະກິດແຫ່ງນີ້ໄດ້ກາຍເປັນບໍລິສັດ ໂທລະຄົມມະນາ ຄົມແຖວໜ້າໃນລາວ, ກວມເອົາ 58% ຂອງ ທ້ອງຕະຫຼາດເຄື່ອນຍ້າຍ ທີ່ມີຫຼາຍກວ່າ 3.5 ລ້ານຈອງ, ເຄືອຂ່າຍ 3G. ; 4G; 4.5G ກະຈາຍຄື່ນໄປເຖິງທົ່ວປະເທດ, ສ້າງວຽກເຮັດງານທຳທີ່ໝັ້ນຄົງໃຫ້ແກ່ຄົນອອກແຮງງານທ້ອງຖິ່ນຫຼາຍກວ່າ 27,000 ຄົນ.

ລາວໄດ້ຮັບການລົງທຶນຈາກຫວຽດນາມຫຼາຍທີ່ສຸດ
ຫຼາຍ​ໂຄງການ​ຂອງ​ວິ​ສາ​ຫະກິດ ຫວຽດນາມ ເຄື່ອນໄຫວປະຕິບັດ​ໄດ້​ດີ, ປະກອບສ່ວນ​ຢ່າງ​ຕັ້ງໜ້າ​ໃນ​ຫຼາຍ​ດ້ານ​ໃຫ້​ແກ່​ເສດຖະກິດ, ສັງຄົມ​ຂອງ​ລາວ (ພາບ: ທູເຮື່ອງ)

​ໃນ​ສະພາບ​ເສດຖະກິດ​ຫຍຸ້ງຍາກ, ​ໃນຮອດເດືອນ 8 ປີ 2023, ລາຍ​ຮັບ​ການ​ບໍລິການ​ຂອງ​ວິ​ສາ​ຫະກິດ​ຍັງ​ບັນລຸ​ວ່າ 188 ລ້ານ USD, ​ເພີ່ມ​ຂຶ້ນ 16,5% ​ເມື່ອ​ທຽບ​ໃສ່​ໄລຍະ​ດຽວ​ກັນ​ຂອງ​ປີ 2022 ​ແລະ ​ເພີ່ມ​ຂຶ້ນ​ສູງ​ສຸດ​ໃນ 4 ປີຜ່ານມາ.ສະຖິຕິ​ສະ​ແດງ​ໃຫ້​ເຫັນ​ວ່າ, ປະຈຸ​ບັນ, ຫວຽດນາມ ​ແມ່ນ​ຢູ່​ໃນ 3 ປະ​ເທດ​ທີ່​ມີ​ການ​ລົງທຶນ​ໂດຍ​ກົງ​ໃຫຍ່​ກວ່າ​ໝູ່​ຢູ່​ລາວ, ດ້ວຍ​ຜົນບວກ​ທຶນ​ຈົດ​ທະບຽນ​ປະມານ 5,4 ຕື້ USD.ບັນດາ​ໂຄງການ​ຂອງ​ວິ​ສາ​ຫະກິດ ຫວຽດນາມ ພວມ​ມີ​ຢູ່​ເກືອບ​ທຸກ​ແຂວງ, ນະຄອນ​ຂອງ​ລາວ ​ໃນ​ຫຼາຍ​ຂົງ​ເຂດ​ຄື: ການ​ເງິນທະນາຄານ, ​ໂທລະຄົມມະນາ ຄົມ, ການ​ບໍລິການ, ກະສິກຳ, ປ່າ​ໄມ້, ບໍ່​ແຮ່, ໄຟຟ້າ​ນ້ຳຕົກ...

ຫຼາຍ​ໂຄງການ​ຂອງ​ວິ​ສາ​ຫະກິດ ຫວຽດນາມ ເຄື່ອນໄຫວປະຕິບັດ​ໄດ້​ດີ, ປະກອບສ່ວນ​ຢ່າງ​ຕັ້ງໜ້າ​ໃນ​ຫຼາຍ​ດ້ານ​ໃຫ້​ແກ່​ເສດຖະກິດ, ສັງຄົມ​ຂອງ​ລາວ; ພ້ອມ​ກັນ​ນັ້ນ, ກໍ່​ສ້າງ​ວຽກ​ເຮັດ​ງານ​ທຳ​ໃຫ້​ແຮງງານ​ນັບ​ໝື່ນ​ຄົນ, ສ້າງ​ລາຍ​ຮັບ, ປົວແປງຊີວິດ​, ​ເພີ່ມ​ລາຍ​ຮັບ​ເຂົ້າ​ງົບປະມານ​ແຫ່ງ​ລັດ​ຂອງ​ລາວ ​ໂດຍ​ປານກາງປະມານ 200 ລ້ານ USD/ປີ.

ບໍ່​ພຽງ​ແຕ່​ປະກອບສ່ວນ​ເຂົ້າ​ໃນ​ການ​ພັດທະນາ​ເສດຖະກິດ​ຂອງ​ລາວ​ເທົ່າ​ນັ້ນ, ບັນດາ​ວິ​ສາ​ຫະກິດ​ຫວຽດນາມ ​ທີ່​ມາ​ລົງທຶນ​ຢູ່​ລາວ ​ໄດ້​ເຂົ້າ​ຮ່ວມ​ການ​ໜູນ​ຊ່ວຍ​ປະຊາ​ຄົມ​ອີກ​ດ້ວຍ. ຜົນບວກ​ຄຸນຄ່າ​ສະ​ສົມ​ມາ​ຮອດ​ປະຈຸ​ບັນນີ້ບັນລຸວ່າ 100 ລ້ານ USD, ​ເພື່ອ​ກໍ່ສ້າງ​ໂຮງຮຽນ, ສຸກສາລາ, ​ເສັ້ນທາງ, ​ເຮືອນຄືນໃໝ່ປະຈຳຖິ່ນ​​ທີ່​ໃຫ້​ປະຊາຊົນ​ຢູ່​ເຂດ​ໂຄງການ ​ແລະ ປະຊາຊົນ​ທຸກ​ຍາກ​ຢູ່​ເຂດ​ຫ່າງ​ໄກ​ສອກຫຼີກ​ຂອງ​ລາວ.

ດີງເລື້ອງ

ທ່ານອາດຈະມັກ

302 Found

Found

The document has moved here.