ຫວຽດນາມ - ອິນ​ໂດ​ເນ​ເຊຍ ທິດ​​ເຖິງ​ວົງ​ເງິນ​ການ​ຄ້າ​ສອງ​ຝ່າຍ​ບັນລຸ 15 ຕື້ USD

00:00 | 07/09/2023

ຍສໝ - ຕອນບ່າຍວັນທີ 4 ກັນຍາ, ເນື່ອງໃນໂອກາດເຂົ້າຮ່ວມກອງປະຊຸມສຸດຍອດ ສະມາຄົມປະຊາຊາດ ອາຊີຕາເວັນອອກສ່ຽງໃຕ້ (ອາຊຽນ) ຄັ້ງທີ 43, ຢູ່ ຈາກາຕາ, ປະເທດ ອິນໂດເນເຊຍ

ຫວຽດນາມ - ອິນເດຍ ຈະຊຸກຍູ້ການເຈລະຈາສັນຍາເສດຖະກິດ - ການຄ້າ 2 ຝ່າຍ ຫວຽດນາມ - ອິນເດຍ ຈະຊຸກຍູ້ການເຈລະຈາສັນຍາເສດຖະກິດ - ການຄ້າ 2 ຝ່າຍ
ສະມາຊິກ​ສະພາ​ແຫ່ງ​ຊາດ​ລາວ:ອາດຮ່ຳ​ຮຽນເອົາ​ປະສົບ​ການ​ຂອງ​ຫວຽດນາມ​ໃນ​ການ​ຄວບ​ຄຸມ​ໄພ​ເງິນ​ເຟີ້ ສະມາຊິກ​ສະພາ​ແຫ່ງ​ຊາດ​ລາວ:ອາດຮ່ຳ​ຮຽນເອົາ​ປະສົບ​ການ​ຂອງ​ຫວຽດນາມ​ໃນ​ການ​ຄວບ​ຄຸມ​ໄພ​ເງິນ​ເຟີ້

ຕອນບ່າຍວັນທີ 4 ກັນຍາ, ເນື່ອງໃນໂອກາດເຂົ້າຮ່ວມກອງປະຊຸມສຸດຍອດ ສະມາຄົມປະຊາຊາດ ອາຊີຕາເວັນອອກສ່ຽງໃຕ້ (ອາຊຽນ) ຄັ້ງທີ 43, ຢູ່ ຈາກາຕາ, ປະເທດ ອິນໂດເນເຊຍ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ພົບປະກັບທ່ານປະທານາທິບໍດີ ອິນໂດເນເຊຍ Joko Widodo. ນະທີ່ນີ້, ການນຳສອງທ່ານເຫັນດີເປັນເອກະພາບເສີມຂະຫຍາຍປະສິດທິຜົນບັນດາກົນໄກຮ່ວມມືສອງຝ່າຍ ແລະ ສົມທົບກັນຜັນຂະຫຍາຍບັນດາສັນຍາ, ຂໍ້ຕົກລົງທີ່ໄດ້ລົງນາມແລ້ວນັ້ນໃຫ້ເປັນຢ່າງດີ, ສ້າງກຳລັງໜູນນຳການພົວພັນຄູ່ຮ່ວມມືຍຸດທະສາດພັດທະນາຂຶ້ນສູ່ລະດັບສູງໃໝ່, ມຸ່ງໄປເຖິງຄູ່ຮ່ວມມືຍຸດທະສາດຮອບດ້ານໃນໄລຍະຈະມາເຖິງ.

ຫວຽດນາມ - ອິນ​ໂດ​ເນ​ເຊຍ ທິດ​​ເຖິງ​ວົງ​ເງິນ​ການ​ຄ້າ​ສອງ​ຝ່າຍ​ບັນລຸ 15 ຕື້ USD

ການເຮັດວຽກລະຫວ່າງສອງຝ່າຍ(ພາບ:Dương Giang/TTXVN)

ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ສະເໜີໃຫ້ສອງຝ່າຍຮັກສາທ່າເຕີບໂຕດ້ານການຄ້າຕາມທິດສົມດຸນກວ່າ, ສູ້ຊົນນຳວົງເງິນການຄ້າສອງຝ່າຍບັນລຸ 15 ຕື້ໂດລາສະຫະລັດ ໃນປີ 2028, ສະເໜີໃຫ້ລັດຖະບານສອງປະເທດພ້ອມກັນຊຸກຍູ້ບັນດາວິສາຫະກິດສອງປະເທດເພີ່ມທະວີການລົງທຶນ, ພິເສດແມ່ນໃນບັນດາຂົງເຂດໃໝ່. ທ່ານນາຍົກລັດຖະມົນຕີ ສະເໜີໃຫ້ ອິນໂດເນເຊຍ ສ້າງເງື່ອນໄຂອຳນວຍຄວາມສະດວກໃຫ້ແກ່ຜະລິດຕະພັນກະເສດ ແລະ ບັນດາຜະລິດຕະພັນ Halal ທີ່ມີຕົ້ນກຳເນີດຢູ່ ຫວຽດນາມ ໄດ້ເຂົ້າເຖິງຕະຫຼາດ ອິນໂດເນເຊຍ…

ສ່ວນທ່ານປະທານາທິບໍດີ ອິນໂດເນເຊຍ ໄດ້ສະແດງຄວາມຊົມເຊີຍບັນດາວິສາຫະກິດ ຫວຽດນາມ, ໃນນັ້ນມີ Vinfast, ລົງທຶນຢູ່ ອິນໂດເນເຊຍ; ຍູ້ແຮງການຮ່ວມມືພັດທະນາພະລັງງານທົດແທນ, ລະບົບນິເວດລົດໄຟຟ້າ; ສະເໜີໃຫ້ສອງປະເທດເພີ່ມທະວີການຮ່ວມມືທາງທະເລ, ຮ່ວມມືດ້ານອາຊີບຫາປາແບບຍືນຍົງ ແລະ ລົງນາມໃນບົດບັນທຶກຊ່ວຍຈຳກ່ຽວກັບການຮ່ວມມືດ້ານອາຊີບຫາປາໂດຍໄວ.

ກ່ຽວກັບບັນຫາທະເລຕາເວັນອອກ, ການນຳສອງທ່ານໄດ້ຢັ້ງຢືນຄືນໃໝ່ການສະໜັບສະໜູນການຮັກສາຄວາມສາມັກຄີ ແລະ ບັນດາຫຼັກການທີ່ໄດ້ເຫັນດີເຫັນພ້ອມຂອງ ອາຊຽນ, ພິເສດແມ່ນເລື່ອງ ອາຊຽນ ແລະ ຈີນ ບັນລຸໄດ້ COC ມີຜົນສັກສິດ, ມີປະສິດທິຜົນ, ສອດຄ່ອງກັບກົດໝາຍສາກົນ ແລະ ສົນທິສັນຍາ ສປຊ ກ່ຽວກັບກົດໝາຍວ່າດ້ວຍທະເລ (UNCLOS) 1982 ໂດຍໄວ.

ດີງເລື້ອງ

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.