ອາ​ເມ​ລິ​ກາ ຕີ​ລາຄາ​ສູງ​ການ​ພົວພັນ​ກັບ​ຫວຽດນາມ

09:14 | 10/09/2023

ຍສໝ - ຕອນ​ບ່າຍ​ວັນ​ທີ 9 ກັນຍາ, ຢູ່​ສຳນັກງານ​ລັດຖະບານ, ທ່ານ​ນາຍົກລັດຖະມົນຕີ ຟ້າ​ມບິ່ງ​ມິ​ງ ​ໄດ້​ໃຫ້ການ​ຕ້ອນຮັບ​ທູດ​ພິ​ເສດ​ຂອງ​ປະທານາທິບໍດີ ອາ​ເມ​ລິ​ກາ John Kerry ທີ່​ພວມ​ຢ້ຽມຢາມ ​ແລະ ​ເຮັດ​ວຽກ​ຢູ່ ຫວຽດນາມ.

ຫວຽດນາມ ຖື​ເປັນ​ສຳຄັນ​ ການ​ພັດທະນາ​ການ​ພົວພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ຮອບດ້ານ​ກັບ ​ຈີນ ຫວຽດນາມ ຖື​ເປັນ​ສຳຄັນ​ ການ​ພັດທະນາ​ການ​ພົວພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ຮອບດ້ານ​ກັບ ​ຈີນ
ສະຫະ​ປະຊາ​ຊາດ​ຕີ​ລາຄາ​ສູງ​ການ​ປະກອບສ່ວນ​ຢ່າງ​ຕັ້ງໜ້າ ​ແລະ ມີ​ປະສິດທິ​ຜົນ​ຂອງ​ຫວຽດນາມ ສະຫະ​ປະຊາ​ຊາດ​ຕີ​ລາຄາ​ສູງ​ການ​ປະກອບສ່ວນ​ຢ່າງ​ຕັ້ງໜ້າ ​ແລະ ມີ​ປະສິດທິ​ຜົນ​ຂອງ​ຫວຽດນາມ

ສະແດງຄວາມຊົມເຊີຍທ່ານທູດພິເສດ John Kerry ກັບຄືນມາຢ້ຽມຢາມ ຫວຽດນາມ ກົງກັບໂອກາດ ທ່ານປະທານາທິບໍດີ ອາເມລິກາ Joe Biden ຢ້ຽມຢາມທາງລັດຖະກິດຢູ່ ຫວຽດນາມ ຕາມ ຄຳເຊີນຂອງທ່ານເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ຫງວຽນຝູຈ້ອງ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ເຫັນດີເປັນເອກະພາບກັບທ່ານ Kerry ກ່ຽວກັບການພົວພັນຄູ່ຮ່ວມມືຮອບດ້ານ ຫວຽດນາມ - ອາເມລິກາ ນັບມື້ນັບແທດຈິງ, ກ້າວເຂົ້າສູ່ລວງເລິກ, ມີສະຖຽນລະພາບບົນພື້ນຖານເຄົາລົບເອກະລາດ, ອະທິປະໄຕ, ຜືນແຜ່ນດິນອັນຄົບຖ້ວນ ແລະ ລະບອບການເມືອງຂອງກັນ. ທ່ານນາຍົກລັດຖະມົນຕີ ຕີລາຄາ ສູງຄວາມມານະພະຍາຍາມຂອງ ທ່ານປະທານາທິບໍດີ Joe Biden , ທ່ານທູດພິເສດ John Kerry ໃນການຜັນຂະຫຍາຍຄວາມມານະພະຍາຍາມທົ່ວໂລກ ເພື່ອແນໃສ່ຍົກສູງສະຕິຄວາມຮັບຮູ້ ແລະ ການກະທຳຮັບມືກັບການປ່ຽນແປງຂອງດິນຟ້າອາກາດ; ປາດຖະໜາວ່າ ຢາກຮ່ວມມືກັບ ອາເມລິກາ ໃນຂົງເຂດນີ້, ບົນພື້ນຖານທີ່ແທດເໝາະກັບເງື່ອນໄຂເສດຖະກິດ - ສັງຄົມຂອງ ຫວຽດນາມ.

ອາ​ເມ​ລິ​ກາ ຕີ​ລາຄາ​ສູງ​ການ​ພົວພັນ​ກັບ​ຫວຽດນາມ

ນາຍົກລັດຖະມົນຕີ ຟ້າມມິງຈິງ ຕ້ອນຮັບທູດພິເສດຂອງປະທານາທິບໍດີອາເມລິກາ ກ່ຽວກັບ ດິນຟ້າອາກາດ John Kerry

ສ່ວນທ່ານທູດພິເສດ John Kerry ຢັ້ງຢືນວ່າ ອາເມລິກາ ມີທັດສະນະສະເໝີຕົ້ນສະເໝີປາຍ ຖືການພົວພັນກັບ ຫວຽດນາມ ເປັນສຳຄັນ, ສະໜັບສະໜູນ ຫວຽດນາມ ສວມບົດບາດເປັນເຈົ້າການຢູ່ພາກພື້ນ, ຮັບມືກັບບັນດາບັນຫາສາກົນ, ໃນນັ້ນມີ ການປ່ຽນແປງຂອງດິນຟ້າອາກາດ; ຕີລາຄາສູງເລື່ອງ ຫວຽດນາມ ໃຫ້ຄຳໝັ້ນສັນຍາ ຫລຸດລະດັບການປ່ອຍອາຍພິດລົງເປັນ 0 ໃນປີ 2050.

ດ້ວຍ​ຂໍ້​ສະ​ເໜີ​ຂອງ​ທ່ານ​ນາຍົກລັດຖະມົນຕີ ກ່ຽວ​ກັບ​ການ​ເພີ່ມ​ທະວີ​ການ​ຮ່ວມ​ມື​ລະຫວ່າງ 2 ປະ​ເທດ​ກ່ຽວ​ກັບ​ການ​ຮັບ​ມື​ກັບ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາກາດ ​ແລະ ການ​ຫັນປ່ຽນ​ພະລັງງານ, ທູດ​ພິ​ເສດ John Kerry ຖື​ວ່າ: ອາ​ເມ​ລິ​ກາ ຈະ​ສືບ​ຕໍ່​ເພີ່ມ​ທະວີ​ການ​ຮ່ວມ​ມື ​ແລະ ໜູນ​ຊ່ວຍ​ບັນດາ​ປະ​ເທດ​ພວມ​ພັດທະນາ, ​ໃນ​ນັ້ນ​ມີ ຫວຽດນາມ ​ເພື່ອ​ຕອບ​ສະໜອງ​ດິນ​ຟ້າ​ອາກາດ. ການ​ປ່ຽນ​ແປງ, ​ໂດຍ​ສະ​ເພາະ​ແມ່ນ​ການ​ພັດ​ທະ​ນາ​ພະ​ລັງ​ງານ​ສະ​ອາດ, ພື້ນ​ຖານ​ໂຄງ​ລ່າງ​ແບບ​ຍືນ​ຍົງ, ແລະ ການ​ຄຸ້ມ​ຄອງ​ນ້ຳ​ທີ່​ສະ​ຫລາດ ແລະ ຊັບ​ພະ​ຍາ​ກອນ​ໃນ​ລະ​ບົບ​ນິ​ເວດ.

ທ່ານທູດພິເສດ John Kerry ໃຫ້ຮູ້ວ່າ: ອາເມລິກາ ຈະສືບຕໍ່ເພີ່ມທະວີການຮ່ວມມື ແລະ ໜູນຊ່ວຍບັນດາປະເທດພວມພັດທະນາ, ໃນນັ້ນມີ ຫວຽດນາມ, ຮັບມືກັບການປ່ຽນແປງ ຂອງດິນຟ້າອາກາດ, ພິເສດໃນການພັດທະນາພະລັງງານສະອາດ, ພື້ນຖານໂຄງລ່າງແບບ ຍືນຍົງ, ຄຸ້ມຄອງແຫຼ່ງນຳ້ສະຫຼາດ ແລະ ແຫຼ່ງຊັບພະຍາກອນທຳມະຊາດໃນລະບົບຊີວະ ນາໆພັນ.

ຄຳຮຸ່ງ

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.