ຫວຽດນາມ - ສະຖານທີ່ທ່ອງທ່ຽວພົ້ນເດັ່ນໃໝ່ຂອງອາຊີຕາເວັນອອກສ່ຽງໃຕ້

10:13 | 06/09/2023

ຍສໝ - ທອັບ 10 ສະຖານທີ່ທ່ອງທ່ຽວເພື່ອຫຼີກລ່ຽງອາກາດຮ້ອນຢູ່ອາຊີ, ທອັບ 15 ນະຄອນທີ່ໄດ້ຮັບຄວາມນິຍົມທີ່ສຸດຢູ່ອາຊີ, ມໍລະດົກ UNESCO ທີ່ປະທັບໃຈທີ່ສຸດຢູ່ອາຊີຕາເວັນອອກສ່ຽງໃຕ້,... ຫວ່າງມໍ່ໆມານີ້, ຫວຽດນາມ ສືບຕໍ່ສ້າງຄວາມປະທັບໃຈໃນສາຍຕາຂອງເພື່ອນມິດສາກົນ, ສື່ມວນຊົນຕ່າງປະເທດໄດ້ຕີລາຄາສູງ. ສິ່ງດັ່ງກ່າວໄດ້ປະກອບສ່ວນເພີ່ມຄວາມດຶງດູດຂອງແຫຼ່ງທ່ອງທ່ຽວຂອງຫວຽດນາມ ໃນແຜນທີ່ທ່ອງທ່ຽວສາກົນ.

ໜອງທາກບ່າ - ສະຖານທີ່ທ່ອງທ່ຽວທີ່ດູດດື່ມຢູ່ເຂດພູຜາປ່າໄມ້ ເຕິຍບັກ ໜອງທາກບ່າ - ສະຖານທີ່ທ່ອງທ່ຽວທີ່ດູດດື່ມຢູ່ເຂດພູຜາປ່າໄມ້ ເຕິຍບັກ
ບ້ານຊິນສວຍໂຮ່ - ສະຖານທີ່ທ່ອງທ່ຽວທີ່ດູດດື່ມໃນແຂວງລາຍເຈົາ ບ້ານຊິນສວຍໂຮ່ - ສະຖານທີ່ທ່ອງທ່ຽວທີ່ດູດດື່ມໃນແຂວງລາຍເຈົາ

“ຫວຽດນາມ - ປະເທດທີ່ສວຍງາມ” ຫຼື “ຊາວຫວຽດນາມ ທີ່ໜ້າຮັກ” ອາດເປັນຄວາມປະທັບໃຈໃນສາຍຕາຂອງນັກທ່ອງທ່ຽວ, ເພາະວ່າເມື່ອມາ ຫວຽດນາມ ແລ້ວ, ສິ່ງທີ່ຕ້ອນຮັບເຂົາເຈົ້າທຳອິດແມ່ນຮອຍຍິ້ມທີ່ຈິງໃຈຈາກຄົນແປກໜ້າຢູ່ຫວຽດນາມ.

ຫວຽດນາມ - ສະຖານທີ່ທ່ອງທ່ຽວພົ້ນເດັ່ນໃໝ່ຂອງອາຊີຕາເວັນອອກສ່ຽງໃຕ້

ອ່າວ ຮ້າລອງ - ໝູ່ເກາະ ກາດບ່າ. (ພາບ: VOV)

ຫວ່າງມໍ່ໆນີ້, ວາລະສານ Deutsche Welle ຂອງເຢຍລະມັນ ໄດ້ລົງບົດຂຽນທີ່ມີຫົວຂໍ້ວ່າ: “ຫວຽດນາມ - ສະຖານທີ່ທ່ອງທ່ຽວພົ້ນເດັ່ນໃໝ່ຂອງອາຊີຕາເວັນອອກສ່ຽງໃຕ້”. ບົດຂຽນໄດ້ຕີລາຄາວ່າດ້ວຍທ່າແຮງແມ່ນທັດສະນິຍະພາບທີ່ສວຍງາມ, ມີຫຼາກຫຼາຍຮູບແບບ, ຫາດຊາຍທະເລ, ທົ່ງນາຂັ້ນໄດ, ນະຄອນທີ່ຄຶກຄື້ນ ແລະນະໂຍບາຍການຜ່ອນຜັນວີຊາ, ຫວຽດນາມ ໄດ້ກາຍເປັນໜຶ່ງໃນບັນດາສະຖານທີ່ທ່ອງທ່ຽວພົ້ນເດັ່ນໃນອາຊີຕາເວັນອອກສ່ຽງໃຕ້ຢ່າງວ່ອງໄວ.

ໃນຂະນະນັ້ນ, ຊ່ອງຂ່າວ NewsAsia ທີ່ມີສໍານັກງານຕັ້ງຢູ່ສິງກະໂປ ໄດ້ຈັດເອົາ ຊາປາ (ຢູ່ແຂວງລາວກາຍ), ບ່ານ່າ (ຢູ່ນະຄອນດ່ານັ້ງ) ແລະດ່າລາດ (ຢູ່ແຂວງເລິ່ມດົ່ງ) ເຂົ້າໃນທອັບ 10 ສະຖານທີ່ທ່ອງທ່ຽວທີ່ເຢັນດີເພື່ອຫຼີກລ່ຽງອາກາດຮ້ອນຢູ່ອາຊີ. ວາລະສານ ທ່ອງທ່ຽວ Travel + Leisure ນັ້ນ ກໍ່ໄດ້ຈັດເອົາ ໂຮ້ຍອານ ແລະນະຄອນໂຮ່ຈີມິນ ເຂົ້າໃນບັນຊີລາຍຊື່ 15 ນະຄອນທີ່ໄດ້ຮັບຄວາມນິຍົມທີ່ສຸດຢູ່ອາຊີ ໃນປີ 2023 ຈາກການໂຫວດຂອງຜູ້ອ່ານ. ສະຖານທີ່ທ່ອງທ່ຽວຄື ອ່າວ ຮະລອງ, ໂຮ້ຍອານ ແລະ ຟອງຍາ - ແກ໊ບ່າງ ກໍ່ແມ່ນ 3 ຕົວແທນຂອງຫວຽດນາມ ທີ່ວາລະສານທ່ອງທ່ຽວ Wanderlust (ອັງກິດ) ໄດ້ຄັດເລືອກໃນຈຳນວນມໍລະດົກໂລກທີ່ມີຄວາມປະທັບໃຈທີ່ສຸດຢູ່ພາກພື້ນ ອາຊີຕາເວັນອອກສ່ຽງໃຕ້ ທີ່ UNESCO ໄດ້ຮັບຮອງເອົາ …

ຮູບພາບການທ່ອງທ່ຽວຂອງຫວຽດນາມ ນັບມື້ນັບກາຍເປັນທີ່ດຶງດູດ ແລະເປັນມິດກັບນັກທ່ອງທ່ຽວ. ຕາມຂໍ້ມູນຈາກເຄື່ອງຕິດຕາມທ່າອ່ຽງການທ່ອງທ່ຽວຂອງ Google, ຫວຽດນາມ ເປັນປະເທດທີ່ມີຜູ້ຄົ້ນຫາຫຼາຍທີ່ສຸດຢືນອັນດັບ 7 ໃນເດືອນມີນາ ຫາເດືອນມິຖຸນາ ແລະເປັນປະເທດໜຶ່ງດຽວຢູ່ອາຊີຕາເວັນອອກສ່ຽງໃຕ້ ໄດ້ເຂົ້າໃນທອັບ 20 ສະຖານທີ່ທ່ອງທ່ຽວໄດ້ຊອກຫາຫຼາຍທີ່ສຸດໃນໂລກ.

ຄຳຮຸ່ງ

ເຫດການ
302 Found

Found

The document has moved here.