ການສົນທະນາ''ສ້າງພື້ນຖານການທູດ ຫວຽດນາມ ນຳໜ້າ, ຮອບດ້ານ, ທັນສະໄໝ, ຮັບໃຊ້ປະເທດຊາດ''

10:12 | 06/09/2023

ຍສໝ - ຕອນບ່າຍວັນທີ 25 ສິງຫາ, ຢູ່ ຮ່າໂນ້ຍ, ກະຊວງການຕ່າງປເທດ ຫວຽດນາມ ໄດ້ຈັດການໂອ້ລົມສົນທະນາ “ເສີມຂະຫຍາຍມູນເຊື້ອອັນສະຫງ່າລາສີ, ສ້າງພື້ນຖານການທູດ ຫວຽດນາມ ນຳໜ້າ, ຮອບດ້ານ, ທັນສະໄໝ, ຮັບໃຊ້ປະເທດຊາດ”

ການສົນທະນາ''ສ້າງພື້ນຖານການທູດ ຫວຽດນາມ ນຳໜ້າ, ຮອບດ້ານ, ທັນສະໄໝ, ຮັບໃຊ້ປະເທດຊາດ''

ທ່ານ​ລັດຖະມົນຕີ​ການ​ຕ່າງປະ​ເທດ ບຸ່ຍ​ແທງ​ເຊີນ ກ່າວ​ຄຳ​ເຫັນ​ທີ່​ການ​ສົນທະນາ. ພາບ: NG

ການ​ສົນທະນາ​ໄດ້​ດຳ​ເນີນ​ໃນ​ໂອກາດ​ສະ​ເຫຼີ​ມສະຫຼອງ 78 ປີ​ແຫ່ງ​ວັນ​ສ້າງ​ຕັ້ງ​ອົງການ​ການ​ທູດ​ຫວຽດນາມ 28 ສິງຫາ 1945 - 28 ສິງຫາ 2023, ​ໃນ​ສະພາບ​ທີ່​ທົ່ວ​ປະ​ເທດ​ພວມ​ມານະ​ພະຍາຍາມ​ປະຕິບັດ​ມະຕິ​ກອງ​ປະຊຸມ​ໃຫຍ່​ຄັ້ງ​ທີ 13 ຂອງ​ພັກ, ກະກຽມຈັດ​ກອງ​ປະຊຸມ​ການ​ທູດ​ຄັ້ງ​ທີ 32 ​ແລະ ກອງ​ປະຊຸມ​ການ​ຕ່າງປະ​ເທດ​ແຫ່ງ​ຊາດ​ຄັ້ງ​ທີ 21.

ບັນດານັກປາຖະກະຖາ: ທ່ານ​ເອກ​ອັກຄະ​ລັດຖະທູດ ຫງວຽນ​ເຟືອງ​ງາ, ປະທານ​ສະຫະພັນ​ບັນດາ​ອົງການ​ມິດຕະພາບ ຫວຽດນາມ; ທ່ານເອກອັກຄະລັດຖະທູດ ທ່ານ ດັ້ງດີ່ງກູຍ ອະດີດ​ຮອງ​ລັດຖະມົນຕີ​ກະຊວງ​ການ​ຕ່າງປະ​ເທດ ​ໄດ້​ຊີ້​ແຈ້ງ ​ແລະ ​ໄຈ້​ແຍກ​ຢ່າງ​ເລິກ​ເຊິ່ງ ​ແລະ ຮອບດ້ານ​ກ່ຽວ​ກັບ​ຮີດຄອງ​ປະ​ເພນີ​ອັນ​ສະຫງ່າ​ງາມ​ຂອງ​ການ​ທູດ​ຫວຽດນາມ ​ໃນ​ປະຫວັດສາດ ​ແລະ ປະຈຸ​ບັນ.

ກ່າວຄຳເຫັນຢູ່ທີ່ນີ້, ທ່ານລັດຖະມົນຕີການຕ່າງປະເທດ ຫວຽດນາມ ບຸຍແທງເຊີນ ຖືວ່າ, ໃນສະພາບການໃໝ່, ໜ້າທີ່ສ້າງພື້ນຖານການທູດນຳໜ້າ, ຮອບດ້ານ, ທັນສະໄໝ, ຮັບໃຊ້ປະເທດຊາດ ໃນພາລະກິດສ້າງສາ ແລະ ປົກປັກຮັກສາປະເທດຊາດ ຍິ່ງຮີບດ່ວນກວ່າເວລາໃດໝົດ. ຂະແໜງການທູດຍິ່ງຕ້ອງຮ່ວມແຮງຮ່ວມໃຈ, ເປັນຈິດໜຶ່ງໃຈດຽວກັນ, ຕັດສິນໃຈສ້າງຖັນແຖວພະນັກງານການທູດທີ່ມີຄຸນນະທາດດ້ານການເມືອງ, ມີລະດັບວິຊາຊີບສູງ. ທີ່ການໂອ້ລົມສົນທະນາ, ບັນດານັກປະຖະກະຖາໄດ້ສະເໜີມາດຕະການ ເພື່ອປຸກລຸກ ແລະ ເສີມຂະຫຍາຍຄຸນນະທາດ, ການປະດິດຄິດສ້າງ, ເປັນເຈົ້າການຮັບມື, ເສີມຂະຫຍາຍບົດບາດນຳໜ້າຂອງການທູດ; ສ້າງແບບຢ່າງພະນັກງານການທູດທັນສະໄໝ, ເປັນເຈົ້າການປະດິດຄິດສ້າງ, ມານະພະຍາຍາມຜ່ານຜ່າຄວາມຫຍຸ້ງຍາກ, ສິ່ງທ້າທາຍ.

ດີງເລື້ອງ

ເຫດການ
302 Found

Found

The document has moved here.