ກອງ​ປະຊຸມ​ຂັ້ນສູງ​ອາ​ຊຽນຄັ້ງ​ທີ 43: ຫວຽດນາມ ເຂົ້າຮ່ວມກອງປະຊຸມລັດຖະມົນຕີການຕ່າງປະເທດ ອາຊຽນ

19:10 | 08/09/2023

ຍສໝ - ວັນທີ 04 ກັນຍາ, ກອງປະຊຸມລັດຖະມົນຕີການຕ່າງປະເທດ ອາຊຽນ ໄດ້ໄຂຂຶ້ນຢູ່ນະຄອນຫຼວງ ຈາກາຕາ, ປະເທດ ອິນໂດເນເຊຍ, ກ່ອນທີ່ດຳເນີນກອງປະຊຸມສຸດຍອດອາຊຽນ ຄັ້ງທີ 43 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ.

ກອງ​ປະຊຸມ​ສຸດ​ຍອດ​ອາ​ຊຽນຄັ້ງ​ທີ 43 ຈະເກີດຂຶ້ນ​ແຕ່​ວັນ​ທີ 5-7 ກັນຍາ​ນີ້: ສຸມ​ໃສ່ 4 ປະ​ເດັນຈຸດ​ສຸມ​. ກອງ​ປະຊຸມ​ສຸດ​ຍອດ​ອາ​ຊຽນຄັ້ງ​ທີ 43 ຈະເກີດຂຶ້ນ​ແຕ່​ວັນ​ທີ 5-7 ກັນຍາ​ນີ້: ສຸມ​ໃສ່ 4 ປະ​ເດັນຈຸດ​ສຸມ​.
ເລຂາທິການໃຫຍ່ ອາຊຽນ: ຫວຽດນາມ ຮ່ວມແຮງຮ່ວມໃຈປະກອບສ່ວນອັນໃຫຍ່ຫຼວງໃຫ້ແກ່ຜົນງານໃນຕະຫຼອດ 56 ປີຜ່ານມາຂອງ ອາຊຽນ ເລຂາທິການໃຫຍ່ ອາຊຽນ: ຫວຽດນາມ ຮ່ວມແຮງຮ່ວມໃຈປະກອບສ່ວນອັນໃຫຍ່ຫຼວງໃຫ້ແກ່ຜົນງານໃນຕະຫຼອດ 56 ປີຜ່ານມາຂອງ ອາຊຽນ

ວັນທີ 04 ກັນຍາ, ກອງປະຊຸມລັດຖະມົນຕີການຕ່າງປະເທດ ອາຊຽນ ໄດ້ໄຂຂຶ້ນຢູ່ນະຄອນຫຼວງ ຈາກາຕາ, ປະເທດ ອິນໂດເນເຊຍ, ກ່ອນທີ່ດຳເນີນກອງປະຊຸມສຸດຍອດອາຊຽນ ຄັ້ງທີ 43 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ. ຄະນະຜູ້ແທນຫວຽດນາມ ໂດຍທ່ານຮອງລັດຖະມົນຕີກະຊວງການຕ່າງປະເທດ ໂດ້ຫວຽດຮຸ່ງ ນຳໜ້າເຂົ້າຮ່ວມກອງປະຊຸມ.

ກອງ​ປະຊຸມ​ຂັ້ນສູງ​ອາ​ຊຽນຄັ້ງ​ທີ 43: ຫວຽດນາມ ເຂົ້າຮ່ວມກອງປະຊຸມລັດຖະມົນຕີການຕ່າງປະເທດ ອາຊຽນ

ທ່ານຮອງລັດຖະມົນຕີກະຊວງການຕ່າງປະເທດ ໂດ້ຫວຽດຮຸ່ງ(ພາບປະກອບ: TTXVN)

ກ່າວຄຳເຫັນໄຂກອງປະຊຸມ, ທ່ານນາງລັດຖະມົນຕີການຕ່າງປະເທດ ອິນໂດເນເຊຍ Retno Masurdi ເນັ້ນໜັກວ່າ, ອາຊຽນ ໄດ້ສະແດງໃຫ້ເຫັນບົດບາດ ແລະ ຄວາມດູດດື່ມຂອງຕົນ ດ້ວຍເລື່ອງນັບມື້ນັບມືຫຼາຍປະເທດເຂົ້າຮ່ວມສົນທິສັນຍາເປັນມິດ ແລະ ການຮ່ວມມືຢູ່ ອາຊີຕາເວັນອອກສ່ຽງໃຕ້ (TAC) ແລະ ກາຍເປັນຄູ່ຮ່ວມມືຂອງ ອາຊຽນ, ໄດ້ສະແດງໃຫ້ເຫັນ “ກຳລັງແຮງເຕົ້າໂຮມ” ຂອງ ອາຊຽນ ແລະ ຄວາມຮັບຮູ້ຢ່າງກ້ວາງຂວາງກ່ຽວກັບມາດຕະຖານ ແລະ ຄຸນຄ່າຂອງອາຊຽນ.

ພ້ອມກັບບັນດາໝາກຜົນທີ່ບັນລຸໄດ້ນັ້ນ, ທ່ານນາງລັດຖະມົນຕີການຕ່າງປະເທດ Retno ໃຫ້ຮູ້ວ່າ: ອາຊຽນ ຍັງປະເຊີນໜ້າກັບບັນດາສິ່ງທ້າທາຍຫຼາຍຢ່າງ, ໃນນັ້ນມີສະພາບການຢູ່ ມຽນມາ, ໃນນັ້ນ ອິນໂດເນເຊຍ ມີບົດບາດເປັນປະທານ ອາຊຽນ ພວມພະຍາຍາມຊຸກຍູ້ຄວາມເປັນເອກະພາບໃນການແກ້ໄຂ. ທ່ານນາງຍັງເນັ້ນໜັກວ່າ ອາຊຽນ ພຽງສາມາດກ້າວຂຶ້ນດ້ວຍກຳລັງແຮງທັງໝົດ ຖ້າຫາກສາມາດຮັບປະກັນແກ້ໄຂສັນຕິພາບ ແລະ ຍາວນານຢູ່ ມຽນມາ.

ດີງເລື້ອງ

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.