ເອກອັກຄະລັດຖະທູດ ສປປ.ລາວ ປະຈຳ ຫວຽດນາມ ເຂົ້າຢ້ຽມອຳລາ ລັດຖະມົນຕີກະຊວງຕຳຫລວດຫວຽດນາມ

00:00 | 07/09/2023

ຍສໝ - ວັນທີ 7 ກັນຍາ 2023 ຜ່ານມາ, ສະຫາຍ ແສງເພັດ ຮຸ່ງບຸນຍວງ ເອກອັກຄະລັດຖະທູດ ວິສາມັນຜູ້ມີອຳນາດເຕັມ ແຫ່ງ ສປປ ລາວ ປະຈໍາ ສສ ຫວຽດນາມ ໄດ້ເຂົ້າຢ້ຽມອຳລາ ສະຫາຍ ພົນເອກ ໂຕ ເລີມ ກຳມະການກົມການເມືອງສູນກາງພັກ, ລັດຖະມົນຕີກະຊວງຕຳຫລວດຫວຽດນາມ

ປະທານປະເທດ ຕ້ອນຮັບເອກອັກຄະລັດຖະທູດກຳປູເຈຍ ແລະສີລັງກາ ເຂົ້າຢ້ຽມອຳລາ ປະທານປະເທດ ຕ້ອນຮັບເອກອັກຄະລັດຖະທູດກຳປູເຈຍ ແລະສີລັງກາ ເຂົ້າຢ້ຽມອຳລາ
ແຂວງຂອນແກ່ນ (ໄທ) ໄດ້ສະເໜີສ້າງແຜນຖ້ຽວບິນໂດຍກົງໄປຫວຽດນາມ ແຂວງຂອນແກ່ນ (ໄທ) ໄດ້ສະເໜີສ້າງແຜນຖ້ຽວບິນໂດຍກົງໄປຫວຽດນາມ

ວັນທີ 7 ກັນຍາ 2023 ຜ່ານມາ, ສະຫາຍ ແສງເພັດ ຮຸ່ງບຸນຍວງ ເອກອັກຄະລັດຖະທູດ ວິສາມັນຜູ້ມີອຳນາດເຕັມ ແຫ່ງ ສປປ ລາວ ປະຈໍາ ສສ ຫວຽດນາມ ໄດ້ເຂົ້າຢ້ຽມອຳລາ ສະຫາຍ ພົນເອກ ໂຕ ເລີມ ກຳມະການກົມການເມືອງສູນກາງພັກ, ລັດຖະມົນຕີກະຊວງຕຳຫລວດຫວຽດນາມ ໂອກາດທີ່ທ່ານທູດຈະຈົບວາ ລະການດຳລົງຕຳແໜ່ງເປັນ ເອກອັກຄະລັດຖະທູດວິສາມັນ ຜູ້ມີອຳນາດເຕັມ ແຫ່ງ ສປປ ລາວ ປະຈໍາ ສສ ຫວຽດນາມ.

ເອກອັກຄະລັດຖະທູດ ສປປ.ລາວ ປະຈຳ ຫວຽດນາມ ເຂົ້າຢ້ຽມອຳລາ ລັດຖະມົນຕີກະຊວງຕຳຫລວດຫວຽດນາມ

ໂອກາດ​ນີ້, ສະຫາຍພົນເອກ ໂຕ ເລີມ ກໍໄດ້ສະແດງຄວາມຍິນດີຕ້ອນຮັບ ແລະ ສະແດງຄວາມຊົມເຊີຍຕໍ່ ຜົນສຳເລັດທີ່ຍາດມາໄດ້ ໃນໄລຍະປະຕິບັດໜ້າທີ່ຢູ່ ສສ ຫວຽດນາມ ຂອງສະຫາຍ ແສງເພັດ ຮຸ່ງບຸນຍວງ ຕະ ຫລອດໄລຍະເວລາຜ່ານມາ, ສະຫາຍເອກອັກຄະລັດຖະທູດ ໄດ້ປະກອບສ່ວນອັນສຳຄັນຢ່າງໃຫຍ່ຫລວງເຂົ້າໃນ ການຊຸກຍູ້ການພົວພັນ ແລະ ການຮ່ວມມືສອງຝ່າຍຂອງສອງປະເທດ ໂດຍສະເພາະສອງກະຊວງຕຳຫລວດ ຫວຽດນາມ ແລະ ລາວ. ພ້ອມດຽວກັນນັ້ນ ສະຫາຍລັດຖະມົນຕີຍັງໄດ້ແຈ້ງໃຫ້ຊາບກ່ຽວກັບ ການເດີນທາງຢ້ຽມ ຢາມລາວຢ່າງເປັນທາງການໃນທ້າຍເດືອນກັນຍາ 2023, ເພື່ອສືບຕໍ່ຮ່ວມມືສອງຝ່າຍ, ທັງເປັນການເສີມສ້າງສາຍ ພົວພັນມິດຕະພາບລະຫວ່າງສອງຊາດຫວຽດນາມ-ລາວ ໃຫ້ນັບມື້ເພີ່ມພູນຄູນສ້າງ ແລະ ຈະເລີນງອກງາມຕະ ຫລອດໄປ.

ສະຫາຍ ແສງເພັດ ຮຸ່ງບຸນຍວງ ກໍໄດ້ສະແດງຄວາມຂອບໃຈຕໍ່ການຕ້ອນຮັບອັນອົບອຸ່ນ ພ້ອມທັງສະແດງ ຄວາມຂອບໃຈຢ່າງສູງຕໍ່ການນຳພັກ-ລັດ ແລະ ປະຊາຊົນຫວຽດນາມ ໂດຍສະເພາະແມ່ນກະຊວງຕຳຫລວດ ຫວຽດນາມ ທີ່ໄດ້ອຳນວຍຄວາມສະດວກໃຫ້ແກ່ການປະຕິບັດໜ້າທີ່ ທີ່ພັກ, ລັດ ມອບໝາຍໃຫ້ຈົນປະສົບຜົນສໍາເລັດຢ່າງຈົບງາມ ພ້ອມທັງຢືນຢັນວ່າ ເຖິງວ່າຈະສຳເລັດໜ້າທີ່ການທູດຢູ່ ສສ ຫວຽດນາມ ແລະ ກັບຄືນປະເທດ ຈະຢູ່ໃນຕຳແໜ່ງ ຫລື ສະຖານະໃດກໍຕາມ ຈະສືບຕໍ່ເປັນຂົວຕໍ່ປະກອບສ່ວນເຂົ້າໃນການຮັດແໜ້ນ ແລະ ເສີມ ຂະຫຍາຍສາຍພົວພັນມິດຕະພາບອັນຍິ່ງໃຫຍ່ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານລະຫວ່າງ ສອງ ພັກ-ສອງລັດ ແລະ ປະຊາຊົນ ສອງຊາດລາວ-ຫວຽດນາມ ໂດຍສະເພາະແມ່ນສອງກະຊວງຕຳຫລວດລາວ-ຫວຽດນາມ ໃຫ້ນັບມື້ແໜ້ນແຟ້ນຍິ່ງໆຂື້ນ.

ຄຳຮຸ່ງ

ເຫດການ
302 Found

Found

The document has moved here.