ຫວຽດນາມ ແລະ ອາເມລິກາ ຍົກລະດັບການພົວພັນເປັນຄູ່ຮ່ວມມື ຍຸດທະສາດຮອບດ້ານ ເພື່ອສັນຕິພາບ, ການຮ່ວມມື, ການພັດທະນາແບບຍືນຍົງ

06:32 | 12/09/2023

ຍສໝ - ຕອນຄ່ຳວັນທີ 10 ກັນຍາ, ຢູ່ຮ່າໂນ້ຍ, ພາຍຫຼັງການເຈລະຈາຂັ້ນສູງ, ທ່ານເລຂາ ທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ຫງວຽນຝູຈ້ອງ ແລະ ທ່ານປະທານາທິບໍດີ ອາເມລິກາ Joe Biden ໄດ້ປະກາດຕໍ່ສື່ມວນຊົນກ່ຽວກັບໝາກ ຜົນອັນດີງາມຂອງການເຈລະຈາ ແລະ ປະກາດວ່າ ສອງຝ່າຍໄດ້ຮັບຮອງເອົາຖະແຫຼງການ ຮ່ວມ, ຍົກລະດັບການພົວພັນ ຫວຽດນາມ - ອາເມລິກາ ຂຶ້ນເປັນ “ການພົວພັນຄູ່ຮ່ວມມື ຍຸດທະສາດຮອບດ້ານ ເພື່ອສັນຕິພາບ, ການຮ່ວມມື ແລະ ການພັດທະນາແບບຍືນຍົງ”.

ອາເມລິກາ ປາດຖະໜາຢາກພັດທະນາການພົວພັນຄູຮ່ວມມືຮອບດ້ານ ຫວຽດນາມ - ອາເມລິກາ ໃຫ້ເຂົ້າສູ່ລວງເລິກ ອາເມລິກາ ປາດຖະໜາຢາກພັດທະນາການພົວພັນຄູຮ່ວມມືຮອບດ້ານ ຫວຽດນາມ - ອາເມລິກາ ໃຫ້ເຂົ້າສູ່ລວງເລິກ
ຫວຽດນາມ - ອາເມລິກາ ຮ່ວມມືປັບປຸງສະພາບແວດລ້ອມແຫ່ງການດຳເນີນທຸລະກິດ ຂອງວິສາຫະກິດຂະໜາດກາງ ແລະ ນ້ອຍ ຫວຽດນາມ - ອາເມລິກາ ຮ່ວມມືປັບປຸງສະພາບແວດລ້ອມແຫ່ງການດຳເນີນທຸລະກິດ ຂອງວິສາຫະກິດຂະໜາດກາງ ແລະ ນ້ອຍ

ທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ໃຫ້ຮູ້ວ່າ: ການເຈລະຈາຢ່າງເລິກເຊິ່ງ, ກ້ວາງຂວາງ ບັນລຸໝາກຜົນອັນດີງາມ. ສອງຝ່າຍເຫັນດີເປັນເອກະພາບຖືວ່າ ການພົວພັນ ຫວຽດນາມ - ອາເມລິກາ ໄດ້ມີບັນດາບາດກ້າວພັດທະນາຢ່າງແຮງ, ເລິກເຊິ່ງ, ແທດຈິງ, ມີປະສິດທິຜົນ ນັບແຕ່ເວລາຫັນການພົວພັນເປັນປົກກະຕິໃນປີ 1995 ແລະ ພາຍຫຼັງທີ່ສອງປະເທດ ສ້າງການພົວພັນຄູ່ຮ່ວມມືຮອບດ້ານໃນປີ 2013. ທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ, ຊີ້ແຈ້ງວ່າ:

ຫວຽດນາມ ແລະ ອາເມລິກາ ຍົກລະດັບການພົວພັນເປັນຄູ່ຮ່ວມມື ຍຸດທະສາດຮອບດ້ານ ເພື່ອສັນຕິພາບ, ການຮ່ວມມື, ການພັດທະນາແບບຍືນຍົງ

ຫວຽດນາມ ແລະ ອາເມລິກາ ຍົກລະດັບການພົວພັນເປັນຄູ່ຮ່ວມມື ຍຸດທະສາດຮອບດ້ານ ເພື່ອສັນຕິພາບ, ການຮ່ວມມື, ການພັດທະນາແບບຍືນຍົງ

“ຂ້າພະເຈົ້າ ແລະ ທ່ານປະທານາທິບໍດີ ອາເມລິກາ Joe Biden ຕາງໜ້າໃຫ້ສອງ ປະເທດຮັບຮອງເອົາຖະແຫຼງການຮ່ວມ, ຍົກລະດັບການພົວພັນ ຫວຽດນາມ - ອາເມລິກາ ຂຶ້ນເປັນຄູ່ຮ່ວມມືຍຸດທະສາດຮອບດ້ານ ເພື່ອສັນຕິພາບ, ການຮ່ວມມື, ການພັດທະນາ ແບບຍືນຍົງ. ການພົວພັນຄູ່ຮ່ວມມືນັ້ນສືບຕໍ່ອີງໃສ່ພື້ນຖານເຄົາລົບບັນດາຫຼັກການພື້ນຖານ ທີ່ກຳນົດທິດໃຫ້ແກ່ການພົວພັນລະຫວ່າງສອງປະເທດໃນໄລຍະຜ່ານມາຢ່າງຄົບຖ້ວນ, ໃນນັ້ນ ມີການເຄົາລົບກົດບັດ ສປຊ, ກົດໝາຍສາກົນ ແລະ ລະບອບການເມືອງ, ເອກະລາດ, ອະທິປະໄຕ, ຜືນແຜ່ນດິນອັນຄົບຖ້ວນຂອງກັນ. ພວກຂ້າພະເຈົ້າກໍ່ເນັ້ນໜັກວ່າ: ຄວາມເຂົ້າອົກເຂົ້າໃຈ, ສະພາບການຂອງກັນ, ເຄົາລົບບັນດາຜົນປະໂຫຍດທີ່ຊອບທຳຂອງກັນ ແລະ ບໍ່ແຊກແຊງ ເຂົ້າວຽກງານພາຍໃນຂອງກັນແມ່ນບັນດາຫຼັກການພື້ນຖານ, ຍາມໃດກໍ່ມີຄວາມໝາຍສຳຄັນໃນການພົວພັນສອງປະເທດ ແລະ ການພົວພັນສາກົນ. ຫວຽດນາມ ຕີລາຄາສູງ ແລະ ຖືເປັນສຳຄັນຄຳຢັ້ງຢືນຂອງ ອາເມລິກາ ທີ່ສະໜັບສະໜູນປະເທດ ຫວຽດນາມ ເຂັ້ມແຂງ, ເອກະລາດ, ສ້າງຄວາມເຂັ້ມແຂງດ້ວຍຕົນເອງ ແລະ ວັດທະນາຖາວອນ”.

ສ່ວນທ່ານປະທານາທິບໍດີ ອາເມລິກາ Joe Biden ຢັ້ງຢືນເລື່ອງສອງປະເທດຍົກ ລະດັບການພົວພັນສອງຝ່າຍຂຶ້ນເປັນ “ການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານ ເພື່ອ ສັນຕິພາບ, ການຮ່ວມມື ແລະ ການພັດທະນາແບບຍືນຍົງ” ແມ່ນບາດກ້າວຈຳເປັນ ທີ່ສຸດ, ເພື່ອແນໃສ່ສືບຕໍ່ເປີດກ້ວາງການພົວພັນຄູ່ຮ່ວມມືເສດຖະກິດ ເພື່ອຊຸກຍູ້ການລົງທຶນ ແລະ ການຄ້າລະຫວ່າງສອງປະເທດກ່ວາອີກ. ທ່ານປະທານາທິບໍດີ Joe Biden ກໍ່ຕີລາຄາສູງວິທີການເຊິ່ງສອງປະເທດ ແລະ ປະຊາຊົນສອງປະເທດ ດຳເນີນເພື່ອສ້າງ ຄວາມໄວ້ເນື້ອເຊື່ອກັນ ແລະ ຄວາມເຂົ້າອົກເຂົ້າໃຈເຊິ່ງກັນ ແລະ ກັນ ເພື່ອແກ້ໄຂຜົນ ຮ້າຍຢ້ອນຫຼັງຈາກສົງຄາມ...

ຄຳຮຸ່ງ

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.