ທ່ານ ທອງລຸນ ສົ່ງສານຊົມເຊີຍ ທ່ານ ພົນເອກ ປຣະຢຸດ ໂອກາດທີ່ໄດ້ຮັບເລືອກຕັ້ງເປັນນາຍົກໄທ

ທ່ານ ທອງລຸນ ສົ່ງສານຊົມເຊີຍ ທ່ານ ພົນເອກ ປຣະຢຸດ ໂອກາດທີ່ໄດ້ຮັບເລືອກຕັ້ງເປັນນາຍົກໄທ

ວັນທີ 7 ມິຖຸນາ 2019 ທ່ານ ທອງ​ລຸນ ສີ​ສຸ​ລິດ ນາຍົກລັດຖະມົນຕີ ​ແຫ່ງ ສາທາ​ລະນະ​ລັດ ປະຊາທິປະ​ໄຕ ປະຊາຊົນ​ລາວ ​ໄດ້​ສົ່ງ​ສານ​ຊົມ​ເຊີຍ ​ເຖິງ ທ່ານ ພົນ​ເອກ ປຣະຢຸດ ຈັນ​ໂອຊາ ນາຍົກລັດຖະມົນຕີ ​ແຫ່ງ ລາຊະ​ອານາຈັກ​ໄທ ທີ່​ບາງກອກ.

ນາຍົກລັດຖະມົນຕີໄທ ໄດ້ຮັບເລືອກຕັ້ງເປັນນາຍົກອີກສະໄໝ

ນາຍົກລັດຖະມົນຕີໄທ ໄດ້ຮັບເລືອກຕັ້ງເປັນນາຍົກອີກສະໄໝ

ຍສໝ - ທ່ານ ພົນ​ເອກ ​ປະ​ຢຸດ ຈັນ​ໂອ​ຊາ ໄດ້​ຮັບ​ເລືອກ​ຕັ້ງຈາກ​ສະ​ມາ​ຊິກລັດ​ຖະ​ສະ​ພາ​ໃຫ້​ເປັນ​ນາ​ຍົກ​ລັດ​ຖະ​ມົນ​ຕີ ອີ​ກ​ສະ​ໄໝດ້ວຍ​ຄະ​ແນນ​ສຽງ 500 ຕໍ່ 244 ສຽງ.

ລາວ-ໄທ ຮ່ວມສາຍຮູບເງົາແອນິເມຊັນ

ລາວ-ໄທ ຮ່ວມສາຍຮູບເງົາແອນິເມຊັນ

ກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ (ຖວທ) ແຫ່ງ ສປປ ລາວ ຮ່ວມກັບກະ ຊວງວັດທະນະທຳ ແຫ່ງ ຣາຊະອານາຈັກໄທ ສາຍຮູບເງົາແອນິເມຊັນ "ຣາມມະກຽນ ຈາກຈິດຕະກຳ ຣອບພຣະຣະບຽງພຣະອຸໂບ ສົດວັດພຣະສີຣັດຕະນະສາດດາຣາມ ຕອນຣາມາວະຕາຣ" ເນື່ອງໃນໂອກາດສະເຫຼີມສະຫຼອງ ປີແລກປ່ຽນວັດທະນະທຳອາຊຽນ-ໄທ, ເມື່ອວັນທີ 29 ພຶດສະພາ ຜ່ານມານີ້ ທີ່ຫໍວັດ ທະນະທຳແຫ່ງຊາດ ນະຄອນຫຼວງວຽງຈັນ.

ນັກອອກແບບ ລາວ - ໄທ ຮ່ວມສະແດງຜົນງານ ໃນວຽງຈັນວ້າວ ແຟຊັນວີກ 2019

ນັກອອກແບບ ລາວ - ໄທ ຮ່ວມສະແດງຜົນງານ ໃນວຽງຈັນວ້າວ ແຟຊັນວີກ 2019

ຫວ່າງແລ້ວນີ້, ທີ່ໂຮງແຮມດອນຈັນພາເລດ ນະຄອນຫລວງວຽງຈັນ, ວາລະສານວ້າວ ໂຊໄຊຕີ (Wow Magazine Society) ຮ່ວມກັບ ກົມສົ່ງເສີມການຄ້າ ລະຫວ່າງປະເທດ ຂອງປະເທດໄທ ແລະ ພາກເອກະຊົນຂອງລາວ ໄດ້ຈັດງານວຽງຈັນວ້າວແຟຊັນວີກ 2019 ເພື່ອສະຫລອງວາລະສານວ້າວ ຄົບຮອບ 7 ປີ ແລະ ເພື່ອສົ່ງເສີມທຸລະກິດດ້ານການອອກແບບເຄື່ອງ ນຸ່ງຂອງລາວ ໃຫ້ທັນຍຸກສະໄໝໃໝ່ ເປັນທີ່ນິຍົມຊົມຊອບຂອງຄົນຍຸກໃໝ່ ເພື່ອກ້າວສູ່ລະດັບເວທີພາກພື້ນ ແລະ ສາກົນ.

ລາວ-ໄທ ເພີ່ມທະວີການຮ່ວມມືດ້ານໂຍທາທິການ ແລະ ຂົນສົ່ງ

ລາວ-ໄທ ເພີ່ມທະວີການຮ່ວມມືດ້ານໂຍທາທິການ ແລະ ຂົນສົ່ງ

ໂດຍຕອບສະໜອງຕາມການເຊີນຂອງທ່ານລັດ ຖະມົນຕີ ກະຊວງ ຄົມມະນາຄົມ ແຫ່ງຣາຊະອານາຈັກໄທ, ຫວ່າງແລ້ວນີ້, ຄະນະຜູ້ແທນຝ່າຍລາວນໍາພາໂດຍທ່ານ ບຸນຈັນ ສິນທະວົງ ລັດຖະມົນຕີ ກະຊວງໂຍທາທິການ ແລະ ຂົນສົົ່ງ (ຍທຂ) ພ້ອມດ້ວຍຄະນະວິຊາການ ໄດ້ເຂົ້າຮ່ວມກອງປະຊຸມລະດັບລັດຖະມົນຕີ ລະຫວ່າງ ກະຊວງ ໂຍທາທິການ ແລະ ຂົນສົົ່ງ ຂອງ ສປປ ລາວ ແລະ ກະຊວງ ຄົມມະນາຄົມ ແຫ່ງຣາຊະອານາຈັກໄທ ທີ່ແຂວງໜອງຄາຍ ຣາຊະອານາຈັກໄທ.

ຊ່ວຍເຫຼືອດ້ານເອກກະສານນຳສົ່ງສົບ ໃຫ້ຄອບຄົວຜູ້ຖືກເຄາະຮ້າຍ ຄົນຫວຽດນາມ 5 ຄົນ ເສຍຊີວິດໃນອຸບັດຕິເຫດ ຢູ່ປະເທດໄທ ກັບປະເທດຫວຽດນາມ ໄວທີ່ສຸດ.

ຊ່ວຍເຫຼືອດ້ານເອກກະສານນຳສົ່ງສົບ ໃຫ້ຄອບຄົວຜູ້ຖືກເຄາະຮ້າຍ ຄົນຫວຽດນາມ 5 ຄົນ ເສຍຊີວິດໃນອຸບັດຕິເຫດ ຢູ່ປະເທດໄທ ກັບປະເທດຫວຽດນາມ ໄວທີ່ສຸດ.

ຍສມ - ໃນວັນທີ 23 ມີນາ, ຢູ່ແຂວງ ການຈະນາບຸຣີ-ປະເທດໄທ ເກີດອຸບັດຕິເຫດທາງການຈາລະຈອນ ທີ່ຮ້າຍແຮງ ເຮັດໃຫ້ມີຄົນເສຍຊີວິດ 10 ຄົນ, ໃນນັ້ນມີ ຄົນຫວຽດນາມ 5ຄົນ.

ຊຸກຍູ້ສາຍສຳພັນອັນດີງາມ ລະຫວ່າງ ປະຊາຊົນ 3 ຊາດ ຫວຽດນາມ-ລາວ-ໄທ

ຊຸກຍູ້ສາຍສຳພັນອັນດີງາມ ລະຫວ່າງ ປະຊາຊົນ 3 ຊາດ ຫວຽດນາມ-ລາວ-ໄທ

ເມື່ອມໍ່ໆມານີ້ , ສະຫະພັນອົງການມິດຕະພາບ ນະຄອນ ປະສານສົມທົບກັບ ຄະນະພົວພັນ ຄົນລາວ-ໄທ ເຊື້ອສາຍຫວຽດນາມ ຢູ່ ນະຄອນໂຮ່ຈີ໋ມິງ ປະຊຸມພົບປະກັບສື່ມວນຊົນ ໂອການບຸນປີໃໝ່2019. ເຂົ້າຮ່ວມມີປະທານຄະນະກຳະການ ແນວໂຮມຊາດຫວຽດນາມ ນະຄອນໂຮ່ຈິ໋ມິງ ຫງວ໋ຽນ ແທັ່ງຈຸງ; ຮອງປະທານສະຫະພັນອົງການມິດຕະພາບນະຄອນ ເຈິ່ນ ຮວ່າງແຄັ໋ງເວິນ.

ທ່ານເລຂາທິການໃຫຍ່, ປະທານປະເທດຫວຽດນາມ ຫງວຽນຟຸຈ້ອງ ຕ້ອນຮັບ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນປະເທດໄທ

ທ່ານເລຂາທິການໃຫຍ່, ປະທານປະເທດຫວຽດນາມ ຫງວຽນຟຸຈ້ອງ ຕ້ອນຮັບ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນປະເທດໄທ

ຕອນບ່າຍວັນທີ 23 ມັງກອນ, ຢູ່ຮ່າໂນ້ຍ, ທີ່ການຕ້ອນຮັບທ່ານ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນປະເທດໄທ ປຣາວິດ ວົງສຸວັນ ຊຶ່ງພວມຢ້ຽມຢາມຫວຽດນາມແຕ່ວັນທີ 23 ຫາວັນທີ 24 ມັງກອນຕາມຄຳເຊີນຂອງທ່ານລັດຖະມົນຕີກະຊວງປ້ອງກັນປະເທດຫວຽດນາມ ໂງຊວນລິກ

ລາວ-ໄທ ຮ່ວມມືດ້ານວິຊາການປິ່ນປົວ ພະຍາດຫຼອດເລືອດສະໝອງ

ລາວ-ໄທ ຮ່ວມມືດ້ານວິຊາການປິ່ນປົວ ພະຍາດຫຼອດເລືອດສະໝອງ

ໂຮງ­ໝໍ​ເຊດ​ຖາ​ທິ​ຣາດ ຮ່ວມ​ກັບ​ມະ­ຫາ­ວິ­ທະ­ຍາ­ໄລ​ຂອນ​ແກ່ນ​ປະ­ເທດ​ໄທ ຈັດ​ກອງ​ປະ­ຊຸມ​ວິ­ຊາ​ການ ຄັ້ງ​ທີ I ພາຍ​ໃຕ້​ຫົວ­ຂໍ້ “ການ​ບໍ­ລິ­ການ​ຢ່າງ​ຮີບ​ດ່ວນ​ໃນ​ພາ­ວະ​ເສັ້ນ­ເລືອດ​ສະ­ໜອງ​ຕີບ ຫຼື ອຸດ​ຕັນ ກະທັນຫັນ ຕາມ​ລະ­ບົບ​ການ​ບໍ­ລິ­ການ​ຂອງ​ມະຫາ­ວິ­ທະ­ຍາ­ໄລ​ຂອນ​ແກ່ນ​ສູ່​ວຽງ​ຈັນ” ຈັດ​ຂຶ້ນ​ວັນ​ທີ 9 ພຶດ­ສະ­ພາ 2019 ທີ່​ໂຮງ­ໝໍ​ເຊດ​ຖາ​ທິ​ຣາດ.

ເລຂາທິການໃຫຍ່, ປະທານປະເທດ ຫວຽດນາມ ສົ່ງຈົດຫມາຍສະແດງຄວາມຍິນດີກັບກະສັດແຫ່ງ ຣາຊະອານາຈັກໄທ.

ເລຂາທິການໃຫຍ່, ປະທານປະເທດ ຫວຽດນາມ ສົ່ງຈົດຫມາຍສະແດງຄວາມຍິນດີກັບກະສັດແຫ່ງ ຣາຊະອານາຈັກໄທ.

ຍສໝ - ໃນຈົດຫມາຍ, ທ່ານເລຂາທິການໃຫຍ່, ປະທານປະເທດຫວຽດນາມ ຫງວຽນ ຟູ໋ ຈ້ອງ ໄດ້ສະແດງຄວາມຊື່ອຫມັ້ນວ່າ ພາຍໃຕ້ການປົກຄອງຂອງກະສັດ, ປະຊາຊົນຊາວໄທ ຈະຍັງຄົງປະສົບຜົນສໍາເລັດອັນຍິ່ງໃຫຍ່ຍິ່ງກວ່າເກົ່າ.

ລາວ-ໄທ ຮ່ວມໃສ່ບາດ ຄົບຮອບ 25 ປີ ການເປີດນໍາໃຊ້ຂົວມິດຕະພາບ ລາວ-ໄທ ແຫ່ງທຳອິດ

ລາວ-ໄທ ຮ່ວມໃສ່ບາດ ຄົບຮອບ 25 ປີ ການເປີດນໍາໃຊ້ຂົວມິດຕະພາບ ລາວ-ໄທ ແຫ່ງທຳອິດ

ໃນຕອນເຊົ້າຂອງວັນທີ 26 ເມສາ 2019 ປະຊາຊົນຊາວນະຄອນຫຼວງວຽງຈັນ ສປປ ລາວ ແລະ ປະຊາຊົນແຂວງໜອງຄາຍ ປະເທດໄທ ພ້ອມດ້ວຍອຳນາດການປົກຄອງກ່ຽວຂ້ອງໄດ້ພ້ອມກັນໃສ່ບາດເພື່ອເປັນການສະເຫຼີມສະຫຼອງວັນຄົບຮອບ 25 ປີ ການເປີດນໍາໃຊ້ຂົວມິດຕະພາບລາວ-ໄທແຫ່ງທຳອິດ ໂດຍມີ ພຣະສົງເຂົ້າຮ່ວມ 125 ອົງ ໃນນັ້ນພຣະຈາກລາວ 62 ອົງ ເພື່ອເປັນການສະເຫລີມສະຫລອງຄົບຮອບ 25 ປີ ການເປີດນໍາໃຊ້ຂົວມິດຕະພາບ ລາວ-ໄທ ແຫ່ງທຳອິດ

ສະຫຼອງເປີດຂົວມິດຕະພາບ ລາວ-ໄທ 1

ສະຫຼອງເປີດຂົວມິດຕະພາບ ລາວ-ໄທ 1

ຂົວ​ມິດ­ຕະ­ພາບ ລາວ-ໄທ 1 ນະ­ຄອນ­ຫຼວງ​ວຽງ​ຈັນ ແລະ ແຂວງ​ໜອງ​ຄາຍ ໄດ້​ເລີ່ມ​ກໍ່­ສ້າງ​ປີ 1991 ແລະ ສຳ­ເລັດ​ພ້ອມ​ເປີດ​ນຳ​ໃຊ້​ປີ 1994 ນັບ​ແຕ່​ສ້າງ­ຕັ້ງ​ຂຶ້ນ​ມາ​ໄດ້​ຈັດ​ພິ­ທີ​ສະ­ເຫຼີມ­ສະ­ຫຼອງ​ມາ​ແລ້ວ 2 ຄັ້ງ ຄື: ໂອ­ກາດ​ຄົບ­ຮອບ 10 ປີ ໃນ​ປີ 2004 ຄົບ­ຮອບ 20 ປີ ໃນ​ປີ 2014 ແລະ ຄັ້ງ​ທີ 3 ຄົບ­ຮອບ 25 ປີ ທີ່​ຈະ​ຈັດ​ຂຶ້ນ​ໃນ​ວັນ​ທີ 26-27 ເມ­ສາ 2019.

ຫ໋າຍຟ່ອງເສີມຂະຫຍາຍການພົວພັນອັນດີງາມກັບປະຊາຊົນ ລາວ, ໄທ ແລະ ມຽນມາ

ຫ໋າຍຟ່ອງເສີມຂະຫຍາຍການພົວພັນອັນດີງາມກັບປະຊາຊົນ ລາວ, ໄທ ແລະ ມຽນມາ

ຍສໝ - ບັນນຍາກາດການພົບປະສັງສັນອັນເຕັມໄປດ້ວຍຄວາມເບີກບານມ່ວນຊື່ນ, ຄຶກຄື້ນ, ເປັນກຳລັງໃຈໃຫ້ແກ່ບັນດານັກສຶກສາລາວ, ໄທ, ມຽນມາ ທີ່ພວມຮ່ຳຮຽນຢູ່ນະຄອນ ຫ໋າຍຟ່ອງ.

ລາວ - ໄທ ເພີ່ມທະວີສົ່ງເສີມ ແລະ ອໍານວຍຄວາມສະດວກ ໃນການຮ່ວມມືດ້ານເສດຖະກິດໃຫ້ຂະຫຍາຍຕົວຂຶ້ນກວ່າເກົ່າ

ລາວ - ໄທ ເພີ່ມທະວີສົ່ງເສີມ ແລະ ອໍານວຍຄວາມສະດວກ ໃນການຮ່ວມມືດ້ານເສດຖະກິດໃຫ້ຂະຫຍາຍຕົວຂຶ້ນກວ່າເກົ່າ

ໂດຍຕອບສະໜອງຕາມຄໍາເຊີນຂອງ ທ່ານ ທອງລຸນ ສີສຸລິດ, ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ, ທ່ານ ພົນເອກ ປຣະຢຸດ ຈັນໂອຊາ, ນາຍົກລັດຖະມົນຕີ ແຫ່ງ ຣາຊະອານາຈັກໄທ ພ້ອມດ້ວຍພັນລະຍາ ແລະ ຄະນະ ໄດ້ເດີນທາງມາຢ້ຽມຢາມເຮັດວຽກ ແລະ ເຂົ້າຮ່ວມກອງປະຊຸມຮ່ວມ ນາຍົກລັດຖະ ມົນຕີ ແລະ ລັດຖະມົນຕີ ລາວ-ໄທ ແບບບໍ່ເປັນທາງການ (Joint Cabinet Retreat-JCR) ຄັ້ງທີ 3, ໃນລະຫວ່າງວັນທີ 13-14 ທັນວາ 2018, ທີ່ ນະຄອນຫລວງວຽງຈັນ, ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ.

ປະທານປະເທດ ຕ້ອນຮັບນາຍົກລັດຖະມົນຕີ ແຫ່ງຣາຊະ ອານາຈັກໄທ

ປະທານປະເທດ ຕ້ອນຮັບນາຍົກລັດຖະມົນຕີ ແຫ່ງຣາຊະ ອານາຈັກໄທ

ວັນທີ 13 ທັນວາ 2018, ທ່ານ ບຸນຍັງ ວໍລະຈິດ ປະທານປະເທດ ແຫ່ງ ສປປ ລາວ ໄດ້ໃຫ້ກຽດຕ້ອນຮັບ ທ່ານ ພົນເອກ ປຣະຍຸດ ຈັນໂອຊາ ນາຍົກລັດຖະມົນຕີ ແຫ່ງຣາຊະອານາຈັກໄທ ພ້ອມດ້ວຍຄະນະ ໃນໂອກາດເດີນ ທາງມາເຂົ້າຮ່ວມກອງປະຊຸມ ຮ່ວມນາຍົກລັດຖະມົນຕີ ແລະ ລັດ ຖະມົນຕີ ລາວ-ໄທ ແບບບໍ່ເປັນທາງການ ( JCR ) ຄັ້ງທີ 3.

ລາວ-ໄທ ຮ່ວມມືຮັກສາຄວາມສະຫງົບຮຽບຮ້ອຍຕາມຊາຍແດນ

ລາວ-ໄທ ຮ່ວມມືຮັກສາຄວາມສະຫງົບຮຽບຮ້ອຍຕາມຊາຍແດນ

ທ່ານ ພົນ​ໂທ ຈັນ​ສະ­ໝອນ ຈັນ​ຍາ​ລາດ ລັດ­ຖະ­ມົນ­ຕີ​ກະ­ຊວງ​ປ້ອງ​ກັນ​ປະ­ເທດ ປະ­ທານ​ຄະ­ນະ​ກຳ­ມະ­ການ​ຮ່ວມ​ມື ຮັກ­ສາ​ຄວາມ​ສະ­ຫງົບ​ຮຽບ​ຮ້ອຍ​ຕາມ​ຊາຍ​ແດນ​ທົ່ວ​ໄປ​ລາວ-ໄທ ພ້ອມ​ຄະ­ນະ​ສຳ­ເລັດ​ການ​ຢ້ຽມ­ຢາມ​ມິດ­ຕະ­ພາບ ແລະ ເຂົ້າ​ຮ່ວມ​ກອງ​ປະ­ຊຸມ​ຄະ­ນະ​ກຳ­ມະ­ການ​ຮ່ວມ​ມື ຮັກ­ສາ​ຄວາມ​ສະ­ຫງົບ​ຮຽບ​ຮ້ອຍ​ຕາມ​ຊາຍ​ແດນ​ທົ່ວ​ໄປ​ລາວ-ໄທ ໄທ-ລາວ ຄັ້ງ​ທີ 25 ຢູ່​ຣາ​ຊະ​ອາ­ນາ­ຈັກ​ໄທ .

ສະພາກາແດງ ໄທ, ອົສຕຣາຣີ ແລະ ສະວິດ ໃຫ້ຄວາມ ຊ່ວຍເຫລືອຜູ້ປະສົບໄພ ເມືອງ ສະໜາມໄຊ ແຂວງອັດຕະປື

ສະພາກາແດງ ໄທ, ອົສຕຣາຣີ ແລະ ສະວິດ ໃຫ້ຄວາມ ຊ່ວຍເຫລືອຜູ້ປະສົບໄພ ເມືອງ ສະໜາມໄຊ ແຂວງອັດຕະປື

ຍສໝ- ຕົ້ນອາທິດນີ້, ຢູ່ພາກສະໜາມ ເມືອງສະໜາມໄຊ ແຂວງ ອັດຕະປື ສະພາກາແດງ ໄທ, ອົສຕຣາຣີ ແລະ ສະວິດ ໃຫ້ຄວາມ ຊ່ວຍເຫລືອຜູ້ປະສົບໄພ ເມືອງ ສະໜາມໄຊ ແຂວງອັດຕະປື.

ສົ້ມຫນັງຄວາຍ - ອາຫານພິເສດຂອງຊາວເຜົ່າຜູ້ໄທ ຢູ່ເຊີນລາ

ສົ້ມຫນັງຄວາຍ - ອາຫານພິເສດຂອງຊາວເຜົ່າຜູ້ໄທ ຢູ່ເຊີນລາ

ເຂດພູພຽງ ມົກເຈົາ, ແຂວງ ເຊີນລາ ທາງພາກເຫນືອ ຫວຽດນາມ ແມ່ນສະຖານທີ່ທີ່ມີຊາວເຜົ່າຜູ້ໄທ ດຳລົງຊີວິດເປັນຈຳນວນຫລວງຫລາຍ, ບໍ່ພຽງແຕ່ເປັນການຮູ້ຈັກເຖິງວ່າ ແມ່ນເຂດດິນແດນມີດອກໄມ້ຫລາຍຊະນິດມີສີສັນຫລາກຫລາຍທີ່ສວຍສົດງົດງາມ ແລະ ມີອາກາດປອດໂປ່ງເຢັນສະບາຍເທົ່ານັ້ນ ຫາກຍັງມີບັນດາເຍື່ອງອາຫານທີ່ແຊບນົວ ແລະ ເປັນຫນ້າສົນໃຈຂອງແຂກທ່ອງທ່ຽວນຳອີກ. ໃນບັນດາເຍື່ອງອາຫານຂອງຊາວເຜົ່າຜູ້ໄທ ຢູ່ ມົກເຈົາ ນັ້ນ, ເຍື່ອງອາຫານສົ້ມຫນັງຄວາຍ ກໍແມ່ນເຍື່ອງອາຫານຫນຶ່ງທີ່ແຊບນົວ ເຊິ່ງເປັນເຍື່ອງອາຫານພິເສດ ຢູ່ດິນແດນແຫ່ງນີ້.