ທິມບານເຕະແຫ່ງຊາດຫວຽດນາມຈະແຂ່ງຂັນກັບທິມບານເຕະໄທໃນຮອບຄັດເລືອກ World Cup 2022

06:38 | 05/09/2019

ຄູເຝິກ ປັກຮັງແຊວ ພ້ອມບັນດານັກກິລາບານເຕະຫວຽດນາມຈະເລີ່ມແຂ່ງຂັນກັບທິມບານເຕະໄທໃນຮອບຄັດເລືອກ World Cup 2022 ໃນເວລາ 19 ໂມງຂອງວັນທີ 5 ກັນຍາທີ່ແຂວງປະທຸມ ທານີ ຫ່າງຈາກນະຄອນຫຼວງປາງກອກ 40 ກມ ໄປທາງທິດເໜືອ.

ທິມບານເຕະແຫ່ງຊາດຫວຽດນາມຈະແຂ່ງຂັນກັບທິມບານເຕະໄທໃນຮອບຄັດເລືອກ World Cup 2022

ທິມບານເຕະແຫ່ງຊາດຫວຽດນາມຈະແຂ່ງຂັນກັບທິມບານເຕະໄທໃນຮອບຄັດເລືອກ World Cup 2022.(ພາບ:24h.com.vn)

ຜູ້ນິຍົມກິລາບານເຕະຊາວຫວຽດນາມ ຄາດຄະເນວ່າ ການແຂ່ງຂັນລະຫວ່າງທິມບານເຕະຫວຽດນາມ ແລະ ໄທຄັ້ງນີ້ ຈະມີຂຶ້ນຢ່າງດຸເດືອດ ແລະ ເຄັ່ງຕຶງ. ຜູ້ນິຍົມກິລາບານເຕະຊາວຫວຽດນາມສ່ວນຫຼາຍ ໄດ້ໃຫ້ຂໍ້ສັງເກດວ່າ ທິມບານເຕະແຫ່ງຊາດຫວຽດນາມ ແມ່ນໝູ່ຄະນະນັກເຕະບານທີ່ເຂັ້ມແຂງ, ມີລີລາໃນການເຕະ ແລະ ມີການສົມທົບກັນເປັນຢ່າງດີ. ກອງເຊຍຄົນໜຶ່ງຂອງທິມຫວຽດນາມ ເວົ້າວ່າ:

“ນ້ອງຄິດວ່າ ນັດແຂ່ງຂັນເຕະບານນີ້ ຈະເຄັ່ງຕຶງທີ່ສຸດ, ພິເສດນັດແຂ່ງຂັນນີ້ ແມ່ນຈັດຂຶ້ນຢູ່ໄທ. ນ້ອງຫວັງວ່າ ທິມຫວຽດນາມຈະຍາດໄດ້ໄຊຊະນະ ເພື່ອເປັນກຳລັງຊຸກຍູ້ໃຫ້ນັດແຂ່ງຂັນຕໍ່ໄປ”.

ສ່ວນຜູ້ພາກການແຂ່ງຂັນເຕະບານ ວູ້ກວາງຮຸຍ ຖືວ່າ ຄູເຝິກ ປັກຮັງແຊວ ພ້ອມບັນດານັກກິລາບານເຕະຫວຽດນາມຈະຜ່ານຜ່ານັດແຂ່ງຂັນນີ້.

“ຂ້າພະເຈົ້າຄິດວ່າ ເມື່ອປະເຊີນໜ້າກັບຄວາມຫຍຸ້ງຍາກ, ຄູເຝິກ ປັກຮັງແຊວ ຍາມໃດກໍຮູ້ວິທີ ສ້າງກຳລັງໃຈໃຫ້ນັກເຕະບານ, ຮູ້ຈັກວິທີສ້າງປັດໄຈໃໝ່, ສ້າງສິ່ງທີ່ຕົກສະເງີ້. ຂ້າພະເຈົ້າ ເຊື່ອໝັ້ນວ່າ ຫວຽດນາມຈະນຳມາເຊິ່ງຄວາມຕົກສະເງີ້ໃຫ້ແກ່ຜູ້ນິຍົມບານເຕະ ”.

ການແຂ່ງຂັນລະຫວ່າງທິມບານເຕະຫວຽດນາມ ແລະ ໄທຄັ້ງນີ້ ຈະຖືກອອກອາກາດສົດທາງຊອງໂທລະພາບ VTC 1, VTC 2, VTC 3, VTC 9 ,VIV TV ແລະ ວິທະຍຸກະຈາຍສຽງຫວຽດນາມ.

(ແຫຼ່ງ​ຂໍ້​ມູນ​: http://vovworld.vn)

ເຫດການ
302 Found

Found

The document has moved here.