![]() |
ລາວ-ໄທ ເພີ່ມທະວີການຮ່ວມມືຮັກສາຄວາມສະຫງົບຕາມຊາຍແດນ
ໃນໂອກາດພົບປະປຶກສາຫາລື ສອງຝ່າຍ ໄດ້ຍົກໃຫ້ເຫັນການຮ່ວມມື ຖານບ້ານໃກ້ເຮືອນຄຽງ ທີ່ດີ ລະຫວ່າງສອງຊາດສອງກອງທັບ ລາວ-ໄທ, ໄທ-ລາວ ໃນໄລຍະຜ່ານມາ ພ້ອມທັງຕີລາຄາ ແລະ ແລກປ່ຽນສະພາບ ການພົ້ນເດັ່ນທີ່ເກີດຂຶ້ນ ຢູ່ຕາມບໍລິເວນ ຊາຍແດນຂອງສອງປະເທດ; ທັງສອງຝ່າຍໄດ້ປຶກສາຫາລື ແລະ ຕີລາຄາຄືນຜົນ ຂອງການຮ່ວມມືໃນການຮັກສາ ຄວາມສະຫງົບຮຽບຮ້ອຍ ຕາມບໍລິເວນຊາຍແດນ ແລະ ການພົວພັນຂອງສອງປະເທດ ລາວ ແລະ ໄທ ຕາມບົດບັນທຶກຂອງ ກອງປະຊຸມ ຄະນະອະນຸກໍາມະການ ຮ່ວມມືຮັກສາຄວາມສະຫງົບ ຮຽບຮ້ອຍຕາມຊາຍແດນທົ່ວໄປ ລາວ-ໄທ ຄັ້ງທີ 1 ທີ່ແຂວງສະຫວັນນະເຂດ ສປປ ລາວ ໃນຕົ້ນປີ 2019 ຜ່ານມາ. ຜ່ານການຈັດຕັ້ງປະຕິບັດຕົວຈິງ ເຫັນວ່າການພົວພັນຮ່ວມມືຂອງ ທັງສອງຝ່າຍໄດ້ມີຄວາມຄືບໜ້າ ຢ່າງເປັນຮູບປະທໍາຫລາຍຂຶ້ນ ບົນພື້ນຖານແຫ່ງຄວາມສະເໝີພາບ ແລະ ຕ່າງຝ່າຍຕ່າງມີຜົນປະໂຫຍດ, ສາມາດແກ້ໄຂບັນຫາ ແລະ ເສີມຂະຫຍາຍ ຄວາມໝັ້ນຄົງຕາມຊາຍແດນ ຂອງສອງປະເທດ ໃຫ້ມີຄວາມເປັນລະບຽບຮຽບຮ້ອຍດີ.
ສໍາລັບກອງປະຊຸມຄະນະປະຕິບັດງານ ເພື່ອແກ້ໄຂບັນຫາຢາເສບຕິດຕາມຊາຍແດນ ລາວ-ໄທ, ໄທ-ລາວ ຄັ້ງທີ 3, ທັງສອງຝ່າຍເຫັນດີຮ່ວມກັນ ປະຕິບັດຕາມບົດບັນທຶກຂອງ ກອງປະຊຸມຄະນະປະຕິບັດງານ ເພື່ອແກ້ໄຂບັນຫາຢາເສບຕິດ ຕາມຊາຍແດນ ລາວ-ໄທ ຄັ້ງ ທີ 2 ເພື່ອເປັນທິດທາງໃນການ ປະຕິ ບັດງານຂອງຄະນະປະຕິບັດ ງານຮ່ວມດັ່ງກ່າວໃຫ້ເກີດຜົນ ເປັນຮູບປະທໍາໂດຍໄວ ແລະ ກອງ ຝ່າຍລາວຈະໄດ້ເປັນເຈົ້າພາບ ຈັດກອງປະຊຸມຄັ້ງຕໍ່ໄປ ໃນປີ 2020. ສໍາລັບການຮ່ວມມື ໃນຕໍ່ໜ້າທັງ ສອງຝ່າຍຢືນ ຢັນຈະສືບຕໍ່ ເປັນເຈົ້າການໃນການຈັດກອງ ປະຊຸມກອງເລຂານຸການ ຄະນະກໍາມະການຮ່ວມມືຮັກສາຄວາມ ສະຫງົບຮຽບຮ້ອຍຕາມຊາຍ ແດນທົ່ວໄປ ລາວ-ໄທ ຄັ້ງທີ 3 ແລະ ກອງປະຊຸມຄະນະອະນຸກໍາ ມະການຮ່ວມມືຮັກສາ ຄວາມສະຫົງບ ຮຽບຮ້ອຍຕາມຊາຍແດນ ທົ່ວໄປ ລາວ-ໄທ ຄັ້ງທີ 26 ແລະ ກອງປະ ຊຸມເພື່ອແກ້ໄຂບັນ ຫາຢາເສບຕິດຕາມຊາຍແດນ ລາວ-ໄທ ຄັ້ງທີ 4 ທີ່ຝ່າຍລາວ ຈະເປັນເຈົ້າພາບ.
ພາຍຫລັງສໍາເລັດກອງປະຊຸມ ປະທານຮ່ວມທັງສອງຝ່າຍກໍໄດ້ເຊັນ ບົດບັນທຶກຄວາມເຂົ້າໃຈຮ່ວມກັນ ທັງສອງສະບັບຄື: ກອງປະຊຸມຄະນະ ອະນຸກໍາມະການຮ່ວມມືຮັກສາ ຄວາມສະຫງົບຮຽບຮ້ອຍຕາມ ຊາຍແດນທົ່ວໄປ ລາວ-ໄທ ຄັ້ງ ທີ 2 ປີ 2019 ແລະ ກອງປະຊຸມແກ້ໄຂບັນຫາ ຢາເສບຕິດຕາມ ຊາຍແດນ ລາວ-ໄທ ຄັ້ງທີ 3 ທີ່ແຂວງ ມຸກດາຫານ ຣາຊະອານາຈັກໄທ ເພື່ອເປັນບ່ອນອີງໃຫ້ ສອງຝ່າຍໃນການຈັດຕັ້ງປະຕິບັດ ໃນຂັ້ນຕອນຕໍ່ໄປ.
(ແຫຼ່ງຂໍ້ມູນ: ຂປລ)