ນັກກິລາຄາຣາເຕໂດແຂວງເງະອານກວ່າ 500 ຄົນ ແຂ່ງຂັນກັບນັກກິລາລາວ ແລະ ໄທ

23:18 | 22/07/2019

ຕອນເຊົ້າວັນທີ 20 ກໍລະກົດ, ຢູ່ສູນແຂ່ງຂັນກິລາກາຍຍະກໍາແຂວງເງະອານ ໄດ້ຈັດການແຂ່ງຂັນຊິງແຊ໋ມບັນດາສະໂມສອນຄາຣາເຕໂດເງະອານເປີດກວ້າງ ຄັ້ງທີ VII ປີ 2019.

ນັກກິລາຄາຣາເຕໂດແຂວງເງະອານກວ່າ 500 ຄົນ ແຂ່ງຂັນກັບນັກກິລາລາວ ແລະ ໄທ

ການແຂ່ງຂັນດຶງດູດນັກກິລາໜຸ່ມຫຼາຍຄົນ.(ພາບ: baonghean.vn)

ເຂົ້າຮ່ວມການແຂ່ງຂັນປີນີ້ມີນັກກິລາກວ່າ 565 ຄົນທີ່ມາຈາກບັນດາສະໂມສອນຄາຣາເຕໂດໃນບໍລິເວນແຂວງເງະອານ ແລະ ບັນດາສະໂມສອນຄາຣາເຕໂດຂອງປະເທດເພື່ອນມິດລາວ, ໄທ, ຄະນະແຂວງແທັງຮ໊ວາ ແລະຄະນະແຂວງຮ່າຕີ໋ງ (ຫວຽດນາມ).

ນັກກິລາຄາຣາເຕໂດແຂວງເງະອານກວ່າ 500 ຄົນ ແຂ່ງຂັນກັບນັກກິລາລາວ ແລະ ໄທ

ບັນດາຜູ້ແທນມອບຊໍ່ດອກໄມ້ໃຫ້ແກ່ບັນດາທີມເຂົ້າຮ່ວມການແຂ່ງຂັນ. (ພາບ: baonghean.vn)

ນີ້ແມ່ນການແຂ່ງຂັນໂດຍສະຫະສະມາຄົມຄາຣາເຕໂດແຂວງເງະອານ ຈັດຕັ້ງປະຈໍາປີເພື່ອແນໃສ່ຍູ້ແຮງ ແລະ ພັດທະນາຂະບວນການຝຶກແອບຄາຣາເຕໂດໃນບໍລິເວນທົ່ວແຂວງ; ສ້າງກາລະໂອກາດໃຫ້ແກ່ບັນດານັກກິລາໄດ້ຝຶກຝົນຫຼໍ່ຫຼອມ, ແຂ່ງຂັນ, ຍົກສູງລະດັບຄວາມຮູ້ດ້ານວິຊາສະເພາະ.

(ແຫຼ່ງ​ຂໍ້​ມູນ​: la.qdnd.vn)

ເຫດການ
302 Found

Found

The document has moved here.