ທ່ານນາຍົກລັດຖະມົນຕີ ຫວຽດນາມ ພົບປະກັບ ທ່ານນາຍົກລັດຖະມົນຕີ ໄທ

00:09 | 24/06/2019

ຍສໝ - ເນື່ອງໃນໂອກາດເຂົ້າຮ່ວມກອງປະຊຸມສຸດຍອດ ອາຊຽນ ຄັ້ງທີີ 34, ໃນຕອນບ່າຍຂອງວັນທີ 22 ມິຖຸນາ 2019, ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນ ຊວນ ຟຸກ ໄດ້ພົບປະກັບ ທ່ານນາຍົກລັດຖະມົນຕີ ໄທ ປາຢຸດ ຈັນໂອຊາ.

ທ່ານນາຍົກລັດຖະມົນຕີ ຫວຽດນາມ  ພົບປະກັບ ທ່ານນາຍົກລັດຖະມົນຕີ ໄທ

ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນ ຊວນ ຟຸກ ພົບປະກັບ ທ່ານນາຍົກລັດຖະມົນຕີ ໄທ ປາຢຸດ ຈັນໂອຊາ.(ພາບ:TTXVN)


ທີ່ການພົບປະ, ນາຍົກລັດຖະມົນຕີສອງທ່ານ ໄດ້ເຫັນດີສົມທົບກັນສ້າງໂຄງການດໍາເນີນງານໂດຍໄວເພື່ອເປັນພື້ນຖານສືບຕໍ່ຜັນຂະຫຍາຍການພົວພັນຄູ່່ຮ່ວມມືຍຸດທະສາດເພີ່ມທະວີ ຫວຽດນາມ - ໄທ ໃນໄລຍະໃໝ່ ໃຫ້ມີປະສິດທິຜົນ, ແທດຈິງ ແລະ ຮອບດ້ານ.


ທ່ານນາຍົກລັດຖະມົນຕີ ຫວຽດນາມ  ພົບປະກັບ ທ່ານນາຍົກລັດຖະມົນຕີ ໄທ

ບັນຍາກາດທີ່ການພົບປະ.(ພາບ:TTXVN)

ສອງຝ່າຍເຫັນດີສົມທົບກັນຊຸກຍູ້ການຜັນຂະຫຍາຍບັນດາກົນໄກຮ່ວມມືສໍາຄັນສອງຝ່າຍໃນປີ 2019, ພິເສດແມ່ນກອງປະຊຸມຄະນະລັດຖະບານຮ່ວມຄັ້ງທີ 4 ທີ່ຈະຈັດຂຶ້ນຢູ່ຫວຽດນາມ.

ທ່ານນາຍົກລັດຖະມົນຕີ ຫວຽດນາມ  ພົບປະກັບ ທ່ານນາຍົກລັດຖະມົນຕີ ໄທ

ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນ ຊວນ ຟຸກ ແລະ ທ່ານນາຍົກລັດຖະມົນຕີ ໄທ ປາຢຸດ ຈັນໂອຊາ.(ພາບ:TTXVN)

ນາຍົກລັດຖະມົນຕີສອງທ່ານ ໄດ້ຢັ້ງຢືນເຖິງການຕັດສິນໃຈຊຸກຍູ້ການຮ່ວມມືດ້ານເສດຖະກິດ-ການຄ້າໃຫ້ດີກວ່າອີກ, ມຸ່ງໄປເຖິງເປົ້າໝາຍນໍາວົງເງິນການຄ້າສອງສົ້ນໃຫ້ບັນລຸ 20 ຕື້ ໂດລາສະຫະລັດ ໃນປີ 2020 ແລະ ດຸນການຄ້າລະຫວ່າງສອງປະເທດໃຫ້ມີຄວາມດຸຸ່ນດ່ຽງກວ່າເກົ່າ.

(ໄຊພອນ)

ເຫດການ
302 Found

Found

The document has moved here.