ທ່ານນາຍົກລັດຖະມົນຕີຫວຽດນາມ ໄດ້ໄປຮອດ ບາງກອກ, ປະເທດໄທ ເຂົ້າຮ່ວມກອງປະຊຸມສຸດຍອດ ອາຊຽນ ຄັ້ງທີ 34

00:14 | 23/06/2019

ຍສໝ - ໃນຕອນທ່ຽງຂອງວັນທີ 22 ມິຖຸນາ 2019, ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນ ຊວນ ຟຸກ ພ້ອມດ້ວຍພັນລະຍາ ແລະ ຄະນະຜູ້ແທນຂັ້ນສູງ ຫວຽດນາມ ໄດ້ໄປຮອດ ບາງກອກ, ປະເທດໄທ ເຂົ້າຮ່ວມກອງປະຊຸມສຸດຍອດ ອາຊຽນ ຄັ້ງທີ 34.

ທ່ານນາຍົກລັດຖະມົນຕີຫວຽດນາມ ໄດ້ໄປຮອດ ບາງກອກ, ປະເທດໄທ ເຂົ້າຮ່ວມກອງປະຊຸມສຸດຍອດ ອາຊຽນ ຄັ້ງທີ 34

ທ່ານນາຍົກລັດຖະມົນຕີຫວຽດນາມ ໄດ້ໄປຮອດ ບາງກອກ, ປະເທດໄທ ເຂົ້າຮ່ວມກອງປະຊຸມສຸດຍອດ ອາຊຽນ ຄັ້ງທີ 34

ຕ້ອນຮັບທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນ ຊວນ ຟຸກ ພ້ອມດ້ວຍພັນລະຍາ ແລະ ຄະນະຜູ້ແທນຫວຽດນາມ ຢູ່ ສະໜາມບິນ, ສໍາລັບຝ່າຍ ໄທ ມີທ່ານ ພິເສດ ດຸຣົງຄະເວຣົດ ລັດຖະມົນຕີກະຊວງເສດຖະກິດດີຈີຕອນ - ສັງຄົມ ພ້ອມດ້ວຍ ພັນລະຍາ, ການນໍາກະຊວງການຕ່າງປະເທດ ໄທ ແລະ ທ່ານ ຫງວຽນ ຫາຍ ບັ່ງ ເອກອັກຄະລັດຖະທູດຫວຽດນາມ ປະຈໍາ ໄທ ພ້ອມດ້ວຍພັນລະຍາ.

ທ່ານນາຍົກລັດຖະມົນຕີຫວຽດນາມ ໄດ້ໄປຮອດ ບາງກອກ, ປະເທດໄທ ເຂົ້າຮ່ວມກອງປະຊຸມສຸດຍອດ ອາຊຽນ ຄັ້ງທີ 34

ຕອນບ່າຍຂອງວັນດຽວກັນ, ທ່ານ ຫງວຽນ ຊວນ ຟຸກ ໄດ້ເຂົ້າຮ່ວມວາລະປະຊຸມຄົບຄະນະຂອງກອງປະຊຸມສຸດຍອດ ອາຊຽນ ຄັ້ງທີ 34; ພົບປະກັບທ່ານນາຍົກລັດຖະມົນຕີ ໄທ ປາຢຸດ ຈັນໂອຊາ, ພົບປະກັບການນໍາບາງປະເທດທີ່ເຂົ້າຮ່ວມກອງປະຊຸມ.

(ໄຊພອນ)

ເຫດການ