ກອງປະຊຸມສຸດຍອດອາຊຽນ 34 ຈະໄດ້ດຳເນີນ ຢູ່ ປະເທດ ໄທ

07:28 | 18/06/2019

ຍສໝ - ໃນລະຫວ່າງວັນທີ 20 – 23 ມິຖຸນາ 2019, ກອງປະຊຸມສຸດຍອດອາຊຽນ 34 ຈະໄດ້ດຳເນີນຢູ່ນະຄອນຫຼວງບາງກອກ, ປະເທດໄທ.

ກອງປະຊຸມສຸດຍອດອາຊຽນ 34 ຈະໄດ້ດຳເນີນ ຢູ່ ປະເທດ ໄທ

ກອງປະຊຸມສຸດຍອດອາຊຽນ 34 ຈະໄດ້ດຳເນີນຢູ່ນະຄອນຫຼວງບາງກອກ, ປະເທດໄທ.

ດ້ວຍຈຸດປະສົງຊຸກຍູ້ການຮ່ວມມື, ສ້າງຄວາມເຫັນດີເຫັນພ້ອມ, ກອງປະຊຸມປີນີ້ດ້ວຍຫົວຂໍ້ວ່າ “ຊຸກຍູ້ການພົວພັນຄູ່ຮ່ວມມືເພື່ອການພັດທະນາແບບຍືນຍົງ”. ການຮ່ວມມືດັ່ງກ່າວໂດຍອີງໃສ່ຜົນປະໂຫຍດລວມໃຫ້ແກ່ອະນາຄົດອັນສົດໄສກວ່າ ແລະ ໝັ້ນຄົງກວ່າ ດ້ວຍເລື່ອງຖືປະຊາຊົນເປັນໃຈກາງ. ໜຶ່ງໃນບັນດາບັນຫາສຳຄັນເຊິ່ງກອງປະຊຸມສຸດຍອດອາຊຽນ ຄັ້ງນີ້ແມ່ນເລື່ອງ ອາຊຽນ ຈະຮັບຮອງເອົາແຜນຮ່າງສະບັບທຳອິດກ່ຽວກັບກົດແຫ່ງການປະພຶດຂອງຝ່າຍຕ່າງໆຢູ່ທະເລຕາເວັນອອກ (COC) ແລະ ວາງຄາດໝາຍສຳເລັດແຜນຮ່າງດັ່ງກ່າວໃນຮອບເວລາ 3 ປີ.

ກອງປະຊຸມສຸດຍອດອາຊຽນ 34 ຈະໄດ້ດຳເນີນ ຢູ່ ປະເທດ ໄທ

ໄທ ຮັບປະກັນຄວາມປອດໄພໃຫ້ກອງປະຊຸມສຸດຍອດອາຊຽນ.(ພາບ:TTXVN)

ຕໍາຫຼວດໄທ ໄດ້ກຽມພ້ອມບັນດາແຜນການຮັບປະກັນຄວາມປອດໄພ ແລະ ແບ່ງທາງຈະລາຈອນເນື່ອງໃນໂອກາດໄທ ເປັນເຈົ້າພາບຈັດຕັ້ງກອງປະຊຸມສຸດຍອດອາຊຽນ ຄັ້ງທີ 34. ຕາມທ່ານ Srivara ຮອງຜູ້ບັນຊາການ ຕໍາຫຼວດໄທ ໃຫ້ຮູ້ວ່າ: ທ່ານໄດ້ຊີ້ນໍາກົມເຂົ້າ-ອອກເມືອງເປີດຊ່ອງທາງພິເສດເພື່ອຮັບໃຊ້ແຂກເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ, ພ້ອມທັງຕິດຕາມກວດກາບັນດາຜູ້ເຂົ້າ-ອອກໄທ ຢ່າງແໜ້ນແຟ້ນ. ກົມເຂົ້າ-ອອກເມືອງ ຈະບໍ່ໃຫ້ບັນດາຜູ້ເຄີຍຖືກຄະດີມາກ່ອນ ຫຼື ຜູ້ຖືກສົງໄສວ່າຈະກໍ່ຄວາມວຸ້ນວາຍເຂົ້າໄທ. ນອກຈາກນັ້ນ, ຕໍາຫຼວດໄທຈະເປີດສູນບໍລິຫານຄວາມໝັ້ນຄົງເພື່ອຕິດຕາມຂໍ້ມູນຂ່າວສານ ແລະ ສະພາບການກ່ອນ, ໃນ ແລະ ພາຍຫຼັງດໍາເນີນກອງປະຊຸມ.

(ໄຊພອນ)

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.