ລາວ-ໄທ ເພີ່ມທະວີຮ່ວມມືການຊອກຄົ້ນ ແລະ ກູ້ໄພການບິນພົນລະເຮືອນ

09:23 | 17/07/2019

ເມື່ອມໍ່ໆມານີ້, ທີ່ກຸງເທບ (ບາງກອກ) ຣາຊະອານາຈັກໄທ. ຕາງໜ້າລັດຖະບານ ແຫ່ງ ສປປ ລາວແມ່ນທ່ານ ບຸນຈັນ ສິນທະວົງ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ) ແລະ ຕາງໜ້າລັດຖະບານແຫ່ງ ຣາຊະອານາຈັກໄທ ແມ່ນທ່ານ ອາຄົມ ເຕີມພິທະຍາໄພສິດ ລັດຖະມົນຕີກະຊວງຄົມມະນາຄົມ.

ລາວ-ໄທ ເພີ່ມທະວີຮ່ວມມືການຊອກຄົ້ນ ແລະ ກູ້ໄພການບິນພົນລະເຮືອນ

ທ່ານ ບຸນຈັນ ສິນທະວົງ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ທ່ານ ອາຄົມ ເຕີມພິທະຍາໄພສິດ ລັດຖະມົນຕີກະຊວງຄົມມະນາຄົມ ແຫ່ງ ຣາຊະອານາຈັກໄທ.

ພິທິເຊັນສັນຍາຄວາມເຂົ້າໃຈວ່າດ້ວຍການຮ່ວມມືໃນການຊອກຄົ້ນ ແລະ ກູ້ ໄພການບິນພົນລະເຮືອນ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກໄທ ໄດ້ຈັດຂຶ້ນໃນວັນທີ 13 ກໍລະກົດຜ່ານມາ ທີ່ກຸງເທບ (ບາງກອກ) ຣາຊະອານາຈັກໄທ. ຕາງໜ້າລັດຖະບານ ແຫ່ງ ສປປ ລາວແມ່ນທ່ານ ບຸນຈັນ ສິນທະວົງ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ) ແລະ ຕາງໜ້າລັດຖະບານແຫ່ງ ຣາຊະອານາຈັກໄທ ແມ່ນທ່ານ ອາຄົມ ເຕີມພິທະຍາໄພສິດ ລັດຖະມົນຕີກະຊວງຄົມມະນາຄົມ.

ການເຊັນສັນຍາຄັ້ງນີ້, ເປັນຜົນສຳເລັດທີ່ສຳຄັນ ສຳລັບການຮ່ວມມືດ້ານວຽກງານການບິນພົນລະເຮືອນ ເພື່ອເປັນບ່ອນອີງໃຫ້ແກ່ທັງສອງປະເທດໃນການຊ່ວຍເຫຼືອຜູ້ລອດຊີວິດໃນກໍລະນີເກີດມີອຸບັດເຫດທາງດ້ານການບິນ, ເປັນການຍົກລະດັບມາດຕະຖານ ໃນການຄຸ້ມຄອງວຽກງານການບິນພົນລະເຮືອນຂອງ ສປປ ລາວ ສອດຄ່ອງຕາມມາດຕະຖານຂອງອົງການການບິນພົນລະເຮືອນສາກົນ ແລະ ເປັນການແກ້ໄຂຂໍ້ຄົງຄ້າງຈາກການກວດສອບຄວາມປອດໄພການບິນຮອບດ້ານ ຂອງ ສປປ ລາວ ໃນປີ 2015, ທັງເປັນການເພີ່ມຄວາມເຊື່ອໝັ້ນໃຫ້ແກ່ສາກົນ ກໍ່ຄືຂົງເຂດອາຊີ ເພື່ອເປັນການກຽມຄວາມພ້ອມໃຫ້ແກ່ ສປປ ລາວ ກ້າວເຂົ້າສູ່ຕະຫຼາດການບິນດຽວຂອງອາຊຽນໄດ້ຢ່າງໝັ້ນຄົງ. ຊຶ່ງໃນປັດຈຸບັນ ສປປ ລາວ ສາມາດເຊັນສັນຍາວ່າດ້ວຍການຮ່ວມມືໃນການຊອກຄົ້ນກູ້ໄພການບິນ ຮ່ວມກັບ ສສ ຫວຽດນາມ ແລະ ລ່າສຸດແມ່ນ ຣາຊະອານາຈັກໄທ ໂດຍຄາດໝາຍຂອງລັດຖະບານ ແຫ່ງ ສປປ ລາວ ໃນໄລຍະຕໍ່ໄປແມ່ນການເຊັນສັນຍາໃນຮູບແບບດັ່ງກ່າວຮ່ວມກັບ ຣາຊະອານາຈັກກຳປູເຈຍ ແລະ ສປ ຈີນ.

(ແຫຼ່ງ​ຂໍ້​ມູນ​: ນັກຂ່າວ ກະ ຊວງ ຍທຂ)

ທ່ານອາດຈະມັກ

ເຫດການ