ເປີດຂະບວນລົດຂົນສົ່ງສິນຄ້າ ຂ້າມຂົວມິດຕະພາບ ລາວ-ໄທ 1

14:14 | 02/08/2019

ກົມ​ທາງ​ລົດ­ໄຟ ກະ­ຊວງ​ໂຍ­ທາ​ທິ​ການ ແລະ ຂົນ­ສົ່ງ ໄດ້​ມີ​ພິ­ທີ​ເປີດ​ແລ່ນ​ຂະ​ບວນ​ລົດ­ໄຟ​ຂົນ­ສົ່ງ​ສິນ­ຄ້າ​ຜ່ານ​ແດນ​ຂ້າມ​ຂົວ​ມິດ­ຕະ­ພາບ ລາວ-ໄທ 1 ນະ­ຄອນ­ຫຼວງ​ວຽງ​ຈັນ ຄັ້ງ​ປະ­ຖົມ​ມະ​ລືກ ຈັດ​ຂຶ້ນ​ວັນ​ທີ 1 ສິງ­ຫາ 2019 ທີ່​ລານ​ຕູ້​ສິນ­ຄ້າ​ທ່າ​ນາ​ແລ້ງ ເມືອງ​ຫາດ​ຊາຍ​ຟອງ ມີ​ທ່ານ ວຽງ​ສະ​ຫວັດ ສີ​ພັນ​ດອນ ຮອງ​ລັດ­ຖະ­ມົນ­ຕີ ກະ­ຊວງ​ໂຍ­ທາ​ທິ​ການ ແລະ ຂົນ­ສົ່ງ ທ່ານ ກຽດ​ຕິ​ຄຸນ ຊາດ​ປະ­ເສີດ ເອກ​ອັກ​ຄະ​ຣາ​ຊະ​ທູດ​ໄທ​ປະ­ຈຳ​ລາວ ທ່ານ ວໍ­ລະ​ວຸດ ມາ­ລາ ຮັກ­ສາ​ການ​ແທນ​ຜູ້​ວ່າ­ການ​ລົດ­ໄຟ​ແຫ່ງ​ປະ­ເທດ​ໄທ ແລະ ພາກ­ສ່ວນ​ກ່ຽວ­ຂ້ອງ​ທັງ​ສອງ​ປະ­ເທດ​ເຂົ້າ​ຮ່ວມ.

ເປີດຂະບວນລົດຂົນສົ່ງສິນຄ້າ ຂ້າມຂົວມິດຕະພາບ ລາວ-ໄທ 1

ເປີດຂະບວນລົດຂົນສົ່ງສິນຄ້າ ຂ້າມຂົວມິດຕະພາບ ລາວ-ໄທ 1

ທ່ານ ແສງ​ທະ­ວີ​ໃສ ມະ​ລີ​ວັນ ຫົວ­ໜ້າ​ກົມ​ທາງ​ລົດ​ໄພ ກ່າວ​ວ່າ: ໂຄງ­ການ​ກໍ່­ສ້າງ​ເຊື່ອມ​ຕໍ່​ທາງ​ລົດ­ໄຟ ລາວ-ໄທ ໄລ­ຍະ​ທີ 1 ໄດ້​ຮັບ​ເງິນ​ກູ້​ຢືມ ແລະ ຊ່ວຍ­ເຫຼືອ​ລ້າ​ຈາກ​ອົງ­ການ​ເນ​ດາ ປະ­ເທດ​ໄທ ມູນ​ຄ່າ 197 ລ້ານ​ບາດ ໄດ້​ສຳ­ເລັດ​ການ​ກໍ່­ສ້າງ​ທາງ​ລົດ­ໄຟ​ມີ​ຄວາມ​ຍາວ 3,5 ກິ​ໂລ ໃນ​ທ້າຍ​ປີ 2008 ແລະ ໄດ້​ເປີດ​ການ​ນຳ​ໃຊ້​ຕົ້ນ​ປີ 2009 ໂດຍ​ປະ­ຕິ­ບັດ​ຕາມ​ສັນ­ຍາ​ຮ່ວມ​ແລ່ນ​ລົດ­ໄຟ ລະ­ຫວ່າງ ລັດ­ຖະ­ບານ​ລາວ ແລະ ໄທ ທີ່​ໄດ້​ເຊັນ​ສັນ­ຍາ​ຮ່ວມ​ກັນ ໃນ​ວັນ​ທີ 30 ມີ­ນາ 2008 ໂດຍ​ເບື້ອງ​ຕົ້ນ​ໄດ້​ດຳ­ເນີນ​ການ​ບໍ­ລິ­ການ​ແລ່ນ​ລົດໄຟ​ຂົນ­ສົ່ງ​ໂດຍ­ສານ ແຕ່​ສະ­ຖາ­ນີ​ທ່າ​ນາ​ແລ້ງ​ຫາ​ສະ­ຖາ­ນີ​ໜອງ​ຄາຍ ມີ​ຄວາມ​ຍາວ 6 ກິ​ໂລ ມີ​ຜູ້­ໂດຍ­ສານ​ນຳ​ໃຊ້​ບໍ­ລິ­ການ​ສະ­ເລ່ຍ 35 ພັນ​ຄົນ​ຕໍ່​ປີ ມີ 2 ຖ້ຽວ​ຕໍ່​ວັນ ເຊິ່ງ​ແມ່ນ​ການ​ຂົນ­ສົ່ງ​ທີ່​ເປັນ​ທາງ​ເລືອກ​ໜຶ່ງ​ໃຫ້​ປະ­ຊາ­ຊົນ​ສອງ​ປະ­ເທດ ລາວ-ໄທ ແລະ ນັກ​ທ່ອງ​ທ່ຽວ​ໄປ​ມາ​ໄດ້​ສະ­ດວກ​ຍິ່ງ​ຂຶ້ນ.

ໃນ​ເດືອນ​ມິ­ຖຸ­ນາ 2012 ໄດ້​ເຊັນ​ສັນ­ຍາ​ກູ້​ຢືມ ແລະ ຊ່ວຍ­ເຫຼືອ​ລ້າ ລະ­ຫວ່າງ​ລັດ­ຖະ­ບານ​ລາວ ແລະ ອົງ­ການ​ເນ​ດາ ເພື່ອ​ສືບ­ຕໍ່​ໂຄງ­ການ​ກໍ່­ສ້າງ​ທາງ​ລົດ­ໄຟ ລາວ-ໄທ ໄລ­ຍະ 2 ໃນ​ມູນ​ຄ່າ​ທັງ​ໝົດ 1.650 ລ້ານ​ບາດ ດ້ວຍ​ເງິນ​ກູ້​ຢືມ 70% ແລະ ຊ່ວຍ­ເຫຼືອ​ລ້າ 30% ໃນ​ນັ້ນ ໄດ້​ແບ່ງ​ອອກ​ເປັນ​ສອງ​ຕອນ ຄື: ຕອນ​ທີ 1 ໄດ້​ຈັດ​ຕັ້ງ​ປະ­ຕິ­ບັດ​ການ​ກໍ່­ສ້າງ​ແຕ່​ເດືອນ​ມີ­ນາ 2013 ແລະ ສຳ­ເລັດ​ເດືອນ​ກັນ­ຍາ 2015 ປະ­ກອບ​ມີ​ລານ​ຕູ້​ສິນ­ຄ້າ CY ຫ້ອງ­ການ​ສາງ​ໃນ​ຮົ່ມ ທາງ​ລົດ­ໄຟ​ເຂົ້າ​ໄປ​ຫາ​ລານ​ຕູ້​ສິນ­ຄ້າ ລາງ​ຫຼີກ ລະ­ບົບ​ໂທລະ​ຄົມ ແລະ ສິ່ງ​ອຳ­ນວຍ​ຄວາມ​ສະ­ດວກ​ຕ່າງໆ ໃນ​ມູນ​ຄ່າ 655 ລ້ານ​ບາດ ສ່ວນ​ຕອນ​ທີ 2 ຈະ​ສືບ­ຕໍ່​ກໍ່­ສ້າງ​ທາງ​ລົດ­ໄຟ ແຕ່​ທ່າ​ນາ​ແລ້ງ​ຫາ​ສະ­ຖາ­ນີ ນະ­ຄອນ­ຫຼວງ​ວຽງ​ຈັນ (ບ້ານ​ຄຳ​ສະ­ຫວາດ ເມືອງ​ໄຊ​ເສດ​ຖາ) ຍາວ 7,5 ກິ­ໂລ­ແມັດ ໄດ້​ເຊັນ​ສັນ­ຍາ​ກໍ່­ສ້າງ ວັນ​ທີ 28 ມິ­ຖຸ­ນາ 2019 ແລະ ຈະ​ເລີ່ມ​ກໍ່­ສ້າງ​ເດືອນ​ຕຸ­ລາ 2019 ຄາດ​ວ່າ​ຈະ​ໃຫ້​ສຳ­ເລັດ​ເດືອນ​ທັນ­ວາ 2021 ເພື່ອ​ສືບ­ຕໍ່​ການ​ນຳ​ໃຊ້​ລານ​ຕູ້​ສິນ­ຄ້າ (CY) ໃຫ້​ຖືກ­ຕ້ອງ​ຕາມ​ຈຸດ­ປະ­ສົງ​ເປົ້າ​ໝາຍ ໃນ​ວັນ​ທີ 8 ພຶດ­ສະ­ພາ 2018 ໄດ້​ມີ​ການ​ເຊັນ​ບົດ​ບັນ­ທຶກ​ຈັດ​ຫາ​ດ້ານ​ເຕັກນິກ ລະ­ຫວ່າງ​ກົມ​ທາງ​ລົດ­ໄຟ ແລະ ການ​ລົດ­ໄຟ​ແຫ່ງ​ປະ­ເທດ​ໄທ ເພື່ອ​ກະ­ກຽມ​ໃຫ້​ແກ່​ການ​ຂົນ­ສົ່ງ​ສິນ­ຄ້າ​ທາງ​ລົດ­ໄຟ​ຕາມ​ສັນ­ຍາ​ທີ່​ສອງ​ລັດ­ຖະ­ບານ ລາວ-ໄທ ໄດ້​ເຊັນ​ສັນ­ຍາ​ຮ່ວມ​ມື​ກັນ​ໄວ້ ເຊິ່ງ​ໄລ­ຍະ​ຜ່ານ​ມາ ກົມ​ທາງ​ລົດ­ໄຟ ແລະ ການ​ລົດ­ໄຟ​ແຫ່ງ​ປະ­ເທດ​ໄທ ໄດ້​ປະ­ສານ​ສົມ­ທົບ​ຢ່າງ​ໃກ້­ຊິດ ເພື່ອ​ຊຸກ­ຍູ້​ພາກ­ສ່ວນ​ກ່ຽວ­ຂ້ອງ ແລະ ເຈົ້າ​ໜ້າ­ທີ່​ທັງ​ສອງ​ປະ­ເທດ ເພື່ອ​ຊ່ວຍ­ເຫຼືອ​ອຳ­ນວຍ​ຄວາມ​ສະ­ດວກ​ໃຫ້​ຂະ​ບວນ​ລົດ​ຂົນ­ສົ່ງ​ສິນ­ຄ້າ ສາ­ມາດ​ແລ່ນ​ຜ່ານ​ໄປ​ມາ​ໄດ້ ອັນ​ເປັນ​ພື້ນ­ຖານ​ທີ່​ດີ​ໃຫ້​ແກ່​ການ​ຂົນ­ສົ່ງ​ສິນ­ຄ້າ​ທາງ​ລົດໄຟ ລາວ-ຈີນ ແລະ ໄທ-ຈີນ ທີ່​ຈະ​ເຊື່ອມ​ຕໍ່​ກັນ​ໃນ​ອະ­ນາ­ຄົດ​ອັນ​ໃກ້​ນີ້.

ສຳ­ລັບ​ຕູ້​ຄອນ​ເທັນ​ເນີ (ຕູ້​ໃສ່​ສິນ­ຄ້າ) ຈະ​ມີ​ຂະ­ໜາດ 20 ຟຸດ ແລະ ຂະ­ໜາດ 40 ຟຸດ ເຊິ່ງ​ແລ່ນ​ວັນ​ລະ 2 ຖ້ຽວ​ໄປ-ກັບ ຕອນ​ເຊົ້າ​ເວ­ລາ 6-8:00 ໂມງ ແລະ ຕອນ​ແລງ​ເວລາ 19-21:00 ໂມງ ໂດຍ​ກຳ­ນົດ​ຖ້ຽວ​ໜຶ່ງ​ບໍ່​ໃຫ້​ກາຍ 10 ຕູ້​ຄອນ​ເທັນ​ເນີ້ ແຕ່​ລະ​ຕູ້​ຄອນ​ເທັນ​ເນີ້​ບໍ່​ໃຫ້​ກາຍ 15 ໂຕນ​ຕໍ່​ເພົາ.

(ແຫຼ່ງ​ຂໍ້​ມູນ​: vientianemai.net)

ທ່ານອາດຈະມັກ

ເບິ່ງເພີ່ມເຕີມໃນ: ຂົວເຊື່ອມຕໍ່ມິດຕະພາບ