ບັນດາການເຄື່ອນໄຫວຕ່າງໆຂອງ ທ່ານນາງ ປະທານສະພາແຫ່ງຊາດ ຫວຽດນາມ ຫງວຽນທິ້ກິມເງິນ ໃນຂອບເຂດກອງປະຊຸມ AIPA 40 ຢູ່ປະເທດໄທ

08:37 | 27/08/2019

ວັນທີ 25 ສິງຫາ 2019, ທ່ານນາງປະທານສະພາແຫ່ງຊາດຫວຽດນາມ ຫງວຽນທິ້ກີມເງິນ ນຳຫນ້າຄະນະຜູ້ແທນຂັ້ນສູງສະພາແຫ່ງຊາດຫວຽດນາມ ເດີນທາງອອກຈາກຮ່າໂນ້ຍ ໄປເຂົ້າຮ່ວມກອງປະຊຸມສະມັດຊາໃຫຍ່ AIPA 40 ຢູ່ປະເທດໄທ.

ບັນດາການເຄື່ອນໄຫວຕ່າງໆຂອງ ທ່ານນາງ ປະທານສະພາແຫ່ງຊາດ ຫວຽດນາມ ຫງວຽນທິ້ກິມເງິນ ໃນຂອບເຂດກອງປະຊຸມ AIPA 40 ຢູ່ປະເທດໄທ

ທ່ານນາງປະທານສະພາແຫ່ງຊາດ ຫວຽດນາມ ຫງວຽນທິ້ກີມເງິນ

ຫົວຂໍ້ຂອງກອງປະຊຸມສະມັດຊາໃຫຍ່ 40 ແມ່ນ “ຊຸກຍູ້ການພົວພັນຄູ່ຮ່ວມມືລັດຖະສະພາ ເພື່ອປະຊາຄົມໝັ້ນຄົງ”. ຈຸດສຸມການເຄື່ອນໄຫວຄັ້ງນີ້ ແມ່ນເລື່ອງທ່ານນາງ ປະທານສະພາແຫ່ງຊາດຫວຽດນາມ ຫງວຽນທິ້ກີມເງິນ ຮັບດຳລົງຕຳແຫນ່ງເປັນປະທານ AIPA ຈາກທ່ານປະທານສະພາຜູ້ແທນລາຊະດອນໄທ ຕາມຫລັກການຜັດປ່ຽນກັນ, ຈັດຕັ້ງ ກອງປະຊຸມສະມັດຊາໃຫຍ່ AIPA 41 ໃນປີ 2020 ແລະ ບັນດາການເຄື່ອນໄຫວອື່ນໆໃນຂອບເຂດປີ ປະທານ AIPA. ກອງປະຊຸມ AIPA 40 ມີການເຂົ້າຮ່ວມຂອງຜູ້ແທນກວ່າ 1.000 ທ່ານ ເຊິ່ງເປັນການນໍາລັດຖະສະພາ, ສະມາຊິກລັດຖະສະພາ ທີ່ມາຈາກ 10 ປະເທດສະມາຊິກ AIPA ແລະ ບັນດາປະເທດສັງເກດການ, ຄູ່ຮ່ວມມືຂອງປະເທດເຈົ້າພາບ.

ທີ່ກອງປະຊຸມ, ທ່ານນາງ ຫງວຽນທິ້ກິມເງິນ ຖືວ່າ ໜຶ່ງປີທ່ີ່ຜ່ານມາ, ໂລກໄດ້ຜ່ານຜ່າການຜັນແປຫຼາຍຢ່າງທີ່ເກີດຂຶ້ນຢ່າງໄວວາ, ສັບສົນ ແລະ ປະຊາຄົມ ອາຊຽນ ຍັງສືບຕໍ່ຕ້ອງປະເຊີນໜ້າກັບບັນດາສິ່ງທ້າທາຍທີ່ນັບມື້ນັບຮ້າຍແຮງກວ່າເກົ່າ. ເຖິງຢ່າງໃດກໍຕາມ, ອາຊຽນ ຍັງຄົງບັນລຸໄດ້ບັນດາໝາກຜົນທີ່ເປັນໜ້າຊື່ນຊົມ ຢູ່ທັງ 3 ເສົາຄໍ້າ ຂອງປະຊາຄົມ ແລະ ບັນດາປະເທດສະມາຊິກ ລ້ວນແຕ່ຮັກສາລະດັບການເຕີບໂຕເສດຖະກິດສະເລ່ຍແມ່ນ 5,1% ໃນປີ 2018. ໄປຄຽງຄູ່ກັນນ້ັນ, ບັນດາການຜັນແປທີ່ສັບສົນຢູ່ພາກພື້ນ ກໍເຮັດໃຫ້ບັນດາປະເທດ ອາຊຽນ ມີຄວາມວິຕົກກັງວົນ. ທ່ານນາງ ຫງວຽນທິ້ກິມເງິນ ເນັ້ນໜັກວ່າ: AIPA ແລະ ບັນດາສະມາຊິກລັດຖະສະພາຂອງ AIPA ພ້ອມແລ້ວທີ່ຮ່ວມເດີນທາງພ້ອມກັບ ອາຊຽນ ເພື່ອກໍ່ສ້າງ ປະຊາຄົມເປັນກຸ່ມກ້ອນທີ່ຍືນຍົງ.

ທ່ານນາງປະທານສະພາແຫ່ງຊາດຫວຽດນາມ ຫງວຽນທິ້ກິມເງິນ ກໍສະເໜີໃຫ້ບັນດາສະມາຊິກລັດຖະສະພາ, ລັດຖະສະພາຂອງບັນດາປະເທດສະມາຊິກ AIPA ເພີ່ມທະວີການສໍາຫຼວດກວດຄືນລະບົບເອກະສານນິຕິກໍາພາຍໃນປະເທດ, ຊຸກຍູ້ດ້ານກົດໝາຍໃຫ້ກົມກ່ຽວ ຫຼື ຮັບຮອງເຊິ່ງກັນແລະກັນກ່ຽວກັບນິຕິກໍາ ເພື່ອແນໃສ່ຮັບໃຊ້ວຽກງານຜັນຂະຫຍາຍບັນດາແຜນການສັງລວມໃນການກໍ່ສ້າງປະຊາຄົມ ອາຊຽນ ດ້ວຍ 3 ເສົາຄໍ້າ ດ້ວຍວິໄສທັດຮອດປີ 2025 ໃຫ້ມີປະສິດທິຜົນ.

ທີ່ກອງປະຊຸມ, ຄະນະບໍລິຫານງານ AIPA ໄດ້ຮັບຮອງເອົາຂໍ້ສະເໜີແຕ່ງຕັ້ງທ່ານນາງປະທານສະພາແຫ່ງຊາດຫວຽດນາມ ຫງວຽນທິ້ກິມເງິນ ດຳລົງຕຳແໜ່ງຮອງປະທານຄະນະບໍລິຫານງານ AIPA. ທີ່ກອງປະຊຸມຄະນະບໍລິຫານງານ, ທ່ານນາງປະທານສະພາແຫ່ງຊາດ ຫງວຽນທິກິມເງິນ ໄດ້ຜ່ານບົດລາຍງານກ່ຽວກັບເລື່ອງ ກອງປະຊຸມສະມັດຊາໃຫຍ່ AIPA ຄັ້ງທີ 41 ເຊິ່ງຈະດຳເນີນຢູ່ນະຄອນ ຮ້າລອງ, ແຂວງກວາງນິງ, ຫວຽດນາມ ໃນເດືອນ ສິງຫາ 2020.

(ໄຊພອນ)

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.