ທ່ານເລຂາທິການໃຫຍ່, ປະທານປະເທດຫວຽດນາມຕ້ອນຮັບຄະນະຜູ້ແທນພັກກອມມູນິດຍີ່ປຸ່ນ

ທ່ານເລຂາທິການໃຫຍ່, ປະທານປະເທດຫວຽດນາມຕ້ອນຮັບຄະນະຜູ້ແທນພັກກອມມູນິດຍີ່ປຸ່ນ

ຕອນບ່າຍວັນທີ 18 ທັນວາ ຢູ່ ສຳນັກງານສູນກາງພັກ, ທ່ານເລຂາທິການໃຫຍ່, ປະທານປະເທດຫວຽດນາມ ຫງວຽນຟູຈ້ອງ ໄດ້ໃຫ້ການຕ້ອນຮັບທ່ານ Kazuo Shii ປະທານ ຄະນະປະທານ ຄະນະບໍລິຫານງານສູນກາງພັກກອມມູນິດ ຍີ່ປຸ່ນ ນຳຫນ້າຄະນະຜູ້ແທນຂັ້ນສູງພັກກອມມູນິດ ຍີ່ປຸ່ນ ພວມຢ້ຽມຢາມຫວຽດນາມ ຢ່າງເປັນທາງການ.

ອະດີດປະທານປະເທດ ຢ້ຽມຢາມ ແລະ ໃຫ້ທິດຊີ້ນຳ ພະນັກງານຫຼັກແຫຼ່ງ ແຂວງ ຄຳມ່ວນ

ອະດີດປະທານປະເທດ ຢ້ຽມຢາມ ແລະ ໃຫ້ທິດຊີ້ນຳ ພະນັກງານຫຼັກແຫຼ່ງ ແຂວງ ຄຳມ່ວນ

ໃນວັນທີ 18 ທັນວາ 2018 ນີ້ ທ່ານ ຄຳໄຕ ສີພັນດອນ ອະ ດີດປະທານພັກ ແລະ ປະທານປະ ເທດແຫ່ງ ສປປ ລາວ ໄດ້ເດີນ ທາງຢ້ຽມຢາມແຂວງຄຳມ່ວນ ໂດຍໃຫ້ກຽດຕ້ອນຮັບຢ່າງອົບ ອຸ່ນຈາກ ທ່ານ ໂອໄດ ສຸດາພອນ ເຈົ້າແຂວງໆຄຳມ່ວນ, ມີບັນດາ ທ່ານໃນຄະນະປະຈຳ, ພັກ ແຂວງກຳມະການພັກແຂວງ, ເລຂາພັກເມືອງ ແລະ ພະແນກ ການອ້ອມຂ້າງແຂວງເຂົ້າ ຮ່ວມ.

ປະທານປະເທດຕ້ອນຮັບການເຂົ້າຢ້ຽມຂ່ຳນັບ ຂອງ ລັດ ຖະມົນຕີຕ່າງປະເທດ ສປ ຈີນ

ປະທານປະເທດຕ້ອນຮັບການເຂົ້າຢ້ຽມຂ່ຳນັບ ຂອງ ລັດ ຖະມົນຕີຕ່າງປະເທດ ສປ ຈີນ

ໃນວັນທີ 16 ທັນວາ 2018, ທີ່ທໍານຽບປະທານປະເທດ, ທ່ານ ບຸນຍັງ ວໍລະຈິດ ປະທານປະເທດ ແຫ່ງ ສປປ ລາວ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບ ຂອງ ທ່ານ ຫວັງ ອີ້ ທີ່ປຶກສາແຫ່ງລັດ, ລັດຖະມົນຕີ ກະຊວງການຕ່າງປະເທດ ແຫ່ງ ສປ ຈີນ ພ້ອມດ້ວຍຄະນະ, ໃນໂອກາດທີ່ໄດ້ເດີນທາງມາຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ ແລະ ເຂົ້າຮ່ວມກອງປະຊຸມລັດຖະມົນຕີຕ່າງປະເທດ ຂອບການຮ່ວມມືແມ່ນ້ຳຂອງ-ແມ່ນ້ຳລ້ານຊ້າງ ຄັ້ງທີ 4, ທີ່ ສປປ ລາວ ໄດ້ ຮັບກຽດເປັນເຈົ້າພາບ.

ປະທານປະເທດ ຕ້ອນຮັບນາຍົກລັດຖະມົນຕີ ແຫ່ງຣາຊະ ອານາຈັກໄທ

ປະທານປະເທດ ຕ້ອນຮັບນາຍົກລັດຖະມົນຕີ ແຫ່ງຣາຊະ ອານາຈັກໄທ

ວັນທີ 13 ທັນວາ 2018, ທ່ານ ບຸນຍັງ ວໍລະຈິດ ປະທານປະເທດ ແຫ່ງ ສປປ ລາວ ໄດ້ໃຫ້ກຽດຕ້ອນຮັບ ທ່ານ ພົນເອກ ປຣະຍຸດ ຈັນໂອຊາ ນາຍົກລັດຖະມົນຕີ ແຫ່ງຣາຊະອານາຈັກໄທ ພ້ອມດ້ວຍຄະນະ ໃນໂອກາດເດີນ ທາງມາເຂົ້າຮ່ວມກອງປະຊຸມ ຮ່ວມນາຍົກລັດຖະມົນຕີ ແລະ ລັດ ຖະມົນຕີ ລາວ-ໄທ ແບບບໍ່ເປັນທາງການ ( JCR ) ຄັ້ງທີ 3.

ປະທານປະເທດ ຮຽກຮ້ອງຜູ້ຊົງຄຸນວຸດທິ ຮ່ວມກັນປົກ ປັກຮັກສາປະເທດຊາດ ເປັນເຈົ້າການປະ ຕິບັດສິດ ແລະ ພັນທະ ພົນລະເມືອງລາວ

ປະທານປະເທດ ຮຽກຮ້ອງຜູ້ຊົງຄຸນວຸດທິ ຮ່ວມກັນປົກ ປັກຮັກສາປະເທດຊາດ ເປັນເຈົ້າການປະ ຕິບັດສິດ ແລະ ພັນທະ ພົນລະເມືອງລາວ

ໃນ​​ໂອກາດ​ກອງ​ປະຊຸມ​ຜູ້​ຊົງ​ຄຸນ​ວຸດ​ທິ ບັນດາ​ເຜົ່າ​ທົ່ວ​ປະ​ເທດ​ຄັ້ງ​ທີ III ປີ 2018 ​ໃນ​ວັນ​ທີ 13 ທັນວາ 2018, ທ່ານ ບຸນ​ຍັງ ວໍ​ລະ​ຈິດ ປະທານ​ປະ​ເທດ ​ແຫ່ງ ສປປ ລາວ ​ໄດ້​ເປັນ​ກຽດ​ໂອ້​ລົມຕໍ່​ກອງ​ປະຊຸມ, ຊຶ່ງກ່ອນ​ອື່ນ ​ທ່ານ​ໄດ້​ສະ​ແດງ​ຄວາມຊົມ​ເຊີຍ ຕໍ່​ບັນດາ​ທ່ານ​ຜູ້​ຊົງ​ຄຸນ​ວຸດ​ທິ ທີ່​ໄດ້​ມາ​ຮ່ວມ​ກອງ​ປະຊຸມ ອັນ​ມີ​ຄວາມ​ໝາຍ​ສໍາຄັນ​ນີ້. ພ້ອມ​ນີ້, ​ທ່ານ​ໄດ້​ຝາກ ຄວາມ​ຢ້ຽມຢາມ​ຖາມ​ຂ່າວ​ອັນ​ອົບ​ອຸ່ນ, ຄວາມ​ຮັກ​ແພງ ​ແລະ ເປັນ​ຫ່ວງ​ເປັນ​ໃຍຕໍ່​ພີ່ນ້ອງ​ບັນດາ​ເຜົ່າ, ຊັ້ນ​ຄົນ, ເພດ, ​ໄວທົ່ວ​ປະ​ເທດ ກໍ​ຄື​ ພີ່ນ້ອງ​ລາວ​ຢູ່​ຕ່າງປະ​ເທດ.

ປະທານປະເທດ ຕ້ອນຮັບຄະນະຜູ້ແທນສະຫະພັນນັກຮົບເກົ່າ ປະເທດອາຊຽນ

ປະທານປະເທດ ຕ້ອນຮັບຄະນະຜູ້ແທນສະຫະພັນນັກຮົບເກົ່າ ປະເທດອາຊຽນ

ໃນ​ວັນ​ທີ 12 ທັນ​ວາ 2018 ທີ່​ທຳ​ນຽບ​ປະ​ທານ​ປະ​ເທດ ທ່ານ ບຸນ​ຍັງ ວໍ​ລະ​ຈິດ ປະ​ທານ​ປະ​ເທດ ແຫ່ງ ສ​ປ​ປ ລາວ ໄດ້​ຕ້ອນ​ຮັບ​ການ​ເຂົ້າ​ຢ້ຽມ​ຂ່ຳ​ນັບ ​ຂອງ​ຄະ​ນະ​ຜູ້​ແທນ​ ປະ​ທານສະ​ຫະ​ພັນ​ນັກ​ຮົບ​ເກົ່າ​ ບັນ​ດາ​ປະ​ເທດ​ອາ​ຊຽນ ຈຳ​ນວນ​ 9 ປະ​ເທດ ໃນ​ໂອ​ກາດ​ເດີນ​ທາງ​ມາ​ເຂົ້າ​ຮ່ວມກອງ​ປະ​ຊຸມ​ໃຫຍ່​ສະ​ມາ​ພັນ​ນັກ​ຮົບ​ເກົ່າ​ອາ​ຊຽນ ຄັ້ງ​ທີ 18 ຢູ່ ສ​ປ​ປ ລາວ ໃນ​ລະ​ຫວ່າງ ວັນ​ທີ 10-14 ທັນ​ວາ 2018.

ວັນຄ້າຍວັນເກີດ ປະທານປະເທດ ໄກສອນ ພົມວິຫານ ຄົບຮອບ 98ປີ

ວັນຄ້າຍວັນເກີດ ປະທານປະເທດ ໄກສອນ ພົມວິຫານ ຄົບຮອບ 98ປີ

ມື້ນີ້ 13 ທັນວາ 2018 ກໍ່ຄົບຮອບອີກວາລະໜຶ່ງວັນຄ້າຍວັນເກີດຂອງປະທານ ໄກສອນ ພົມວິຫານ, ເພິ່ນເກີດໃນປີ 1920 ທີ່ບ້ານນາເຊັງ, ເມືອງຄັນທະບູລີ (ປັດຈຸບັນແມ່ນ ເມືອງໄກສອນພົມວິຫານ), ແຂວງສະຫວັນນະເຂດ, ເພິ່ນກຳເນີດໃນຄອບຄົວທີ່ ພໍ່ເປັນຂ້າລາຊະການ ແລະ ແມ່ເປັນ ຊາວນາ ທີ່ຢຶດໝັ້ນໃນຫລັກທຳຄຳສອນຂອງ ພຸດທະສາສະໜາ ແລະ ຮີດຄອງປະເພນີລາວ. ປະທານ ໄກສອນ ເປັນລູກຊາຍ ກົກຂອງຄອບຄົວ, ມີນ້ອງສາວສອງຄົນຄື: ນາງ ສະຫວັນທອງ ແລະ ນາງ ກອງມະນີ.

ປະກາດຂອງປະທານປະເທດ ກ່ຽວກັບ ສະພາແຫ່ງຊາດ ໄດ້ຮັບຮອງເອົາ ກົດໝາຍ 9 ສະບັບ

ປະກາດຂອງປະທານປະເທດ ກ່ຽວກັບ ສະພາແຫ່ງຊາດ ໄດ້ຮັບຮອງເອົາ ກົດໝາຍ 9 ສະບັບ

ຍສໝ - ຕອນເຊົ້າຂອງວັນທີ 11 ທັນວານີ້, ຢູ່ທີ່ສຳນັກງານປະທານປະເທດ ໄດ້ຈັດພິທີຖະແຫຼງຂ່າວກ່ຽວກັບ ບັນດາກົດໝາຍທີ່ສະພາແຫ່ງຊາດຫາຮັບຮອງເອົາ.

ປະທານປະເທດ ຕ້ອນຮັບ ນາຍົກລັດຖະມົນຕີ ກຳປູເຈຍ

ປະທານປະເທດ ຕ້ອນຮັບ ນາຍົກລັດຖະມົນຕີ ກຳປູເຈຍ

ໃນວັນທີ 5 ທັນວາ 2018, ທ່ານ ບຸນຍັງ ວໍລະຈິດ ປະທານປະເທດ ແຫ່ງ ສປປ ລາວ ໄດ້ໃຫ້ກຽດຕ້ອນຮັບ ສົມເດັດ ອັກຄະມະຫາເສນາບໍດີ ເຕໂຈ ຮຸນແຊນ ນາຍົກລັດຖະມົນຕີ ແຫ່ງ ຣາຊະອານາຈັກ ກຳປູເຈຍ ພ້ອມດ້ວຍຄະນະ ໃນໂອກາດເດີນທາງມາຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ ໃນລະຫວ່າງວັນທີ 5-6 ທັນວາ 2018 ນີ້.

ການນຳແຂວງ ເທື່ອທຽນ-ເຫວ້ ໄດ້ຮັບການປະດັບຫຼຽນໄຊ ແຮງງານ ຊັ້ນ ໜື່ງ ຂອງ ປະທານປະເທດ ແຫ່ງ ສປປ ລາວ

ການນຳແຂວງ ເທື່ອທຽນ-ເຫວ້ ໄດ້ຮັບການປະດັບຫຼຽນໄຊ ແຮງງານ ຊັ້ນ ໜື່ງ ຂອງ ປະທານປະເທດ ແຫ່ງ ສປປ ລາວ

ຍສໝ - ນີ້ແມ່ນສິ່ງປຸກລະດົມອັນຍິ່ງໃຫຍ່ໃຫ້ແກ່ ຄະນະພັກ, ອຳນາດການປົກຄອງ ແລະ ປະຊາຊົນ ແຂວງ ເທື່ອທຽນ ເຫວ້ ໃນການສືບຕໍ່ເຮັດວຽກຢ່າງສຸດຄວາມສາມາດ ແກ່ການເສີມສ້າງຄວາມສາມັກຄີ, ສາຍພົວພັນມິດຕະພາບ ອັນສັດຊື່ ຕິດພັນກັບສອງປະເທດ ແລະ ທ້ອງຖິ່ນທັງສອງໃນອານາຄົດ.

ພິທີປະດັບຫຼຽນໄຊ ຂອງທ່ານປະທານປະເທດ ແຫ່ງ ສປປ ລາວ ໃຫ້ ແກ່ບຸກຄົນ ແລະ ໝູ່ຄະນະ ຂອງນະຄອນດ່າໜັງ

ພິທີປະດັບຫຼຽນໄຊ ຂອງທ່ານປະທານປະເທດ ແຫ່ງ ສປປ ລາວ ໃຫ້ ແກ່ບຸກຄົນ ແລະ ໝູ່ຄະນະ ຂອງນະຄອນດ່າໜັງ

ຍສໝ - ຕອນເຊົ້າຂອງວັນທີ 28 ພະຈິກ ຢູ່ ຫ້ອງວ່າການ ນະຄອນດ່າໜັງ ຕ່າງໜ້າຂອງປະທານປະເທດ ແຫ່ງ ສປປ ລາວ ທ່ານ ສັນຕິພາບ ພົວວິຫານ ເລຂາພັກແຂວງ ເຈົ້າແຂວງໆສະຫວັນນະເຂດ ປະດັບຫຼຽນໄຊ ຂອງ ປະທານປະເທດ ແຫ່ງ ສປປ ລາວ ໃຫ້ ໝູ່ຄະນະ ແລ ະ ບຸກຄົນ ຂອງ ນະຄອນດ່າໜັງ.

ທ່ານເລຂາທິການໃຫຍ່, ປະທານປະເທດຫງວຽນຟູຈ້ອງພົບປະກັບຜູ້ມີສິດເລືອກຕັ້ງນະຄອນຫຼວງຮ່າໂນ້ຍ

ທ່ານເລຂາທິການໃຫຍ່, ປະທານປະເທດຫງວຽນຟູຈ້ອງພົບປະກັບຜູ້ມີສິດເລືອກຕັ້ງນະຄອນຫຼວງຮ່າໂນ້ຍ

ວັນທີ 24 ພະຈິກ, ທ່ານເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ ຫງວຽນຟູຈ້ອງ ແລະ ຄະນະສະມາຊິກສະພາແຫ່ງຊາດນະຄອນຮ່າໂນ້ຍ, ຫົວໜ່ວຍເລືອກຕັ້ງເລກ 1, ໄດ້ມີບັນດາການພົບປະກັບຜູ້ມີສິດເລືອກຕັ້ງເມືອງບາດິ່ງ, ໄຕໂຮ່ ແລະ ຮ່ວານກຽມ.

ເລຂາທິການໃຫຍ່, ປະທານປະເທດ ຫງວຽນຝູຈ້ອງ ເຂົ້າຮ່ວມວັນບຸນມະຫາສາມັກຄີ ທົ່ວປວງຊົນທັງຊາດ ຢູ່ນະຄອນຮ່າໂນ້ຍ

ເລຂາທິການໃຫຍ່, ປະທານປະເທດ ຫງວຽນຝູຈ້ອງ ເຂົ້າຮ່ວມວັນບຸນມະຫາສາມັກຄີ ທົ່ວປວງຊົນທັງຊາດ ຢູ່ນະຄອນຮ່າໂນ້ຍ

ຕອນຄ່ຳວັນທີ 14 ພະຈິກ, ທ່ານເລຂາທິການໃຫຍ່, ປະທານປະເທດຫວຽດນາມ ຫງວຽນຝູຈ້ອງ ໄດ້ເຂົ້າຮ່ວມວັນບຸນ ມະຫາສາມັກຄີ ທົ່ວປວງຊົນທັງຊາດຢູ່ເຂດຊຸມຊົນ ເລກທີ 6, ຕາແສງ ຫງວຽນຢູ, ເມືອງ ຮາຍບ່າຈຶງ, ຮ່າໂນ້ຍ.

ປະທານປະເທດແຫ່ງ ສປປລາວ ຕ້ອນຮັບຄະນະຜູ້ແທນອົງການພຸດທະສາສະໜາແຫ່ງ ສສຫວຽດນາມ

ປະທານປະເທດແຫ່ງ ສປປລາວ ຕ້ອນຮັບຄະນະຜູ້ແທນອົງການພຸດທະສາສະໜາແຫ່ງ ສສຫວຽດນາມ

ຍສໝ - ວັນ​ທີ 12 ພະຈິກ 2018, ທ່ານ ບຸນ​ຍັງ ວໍລະ​ຈິດ ປະທານ​ປະ​ເທດ ​ແຫ່ງ ສປປ ລາວ ​ໄດ້​ໃຫ້​ກຽດ​ຕ້ອນຮັບ​ຄະນະຜູ້ແທນ ອົງການພຸດທະສາສະໜາ ສສ ຫວຽດນາມ ນຳໂດຍ ພະອາຈານ ທິກທຽນ ເຢີນ ປະທານສູນກາງອົງການພຸດ ແຫ່ງ ສສ ຫວຽດນາມ ​ໃນ​ໂອກາດ​ເດີນທາງ​ມາ​ເຂົ້າ​ຮ່ວມ​ກອງ​ປະຊຸມ ອົງການ​ພຸດ​ສະ​ສາສະໜາ 3 ປະ​ເທດ ກຳປູ​ເຈຍ​-ລາ​ວ-ຫວຽດນາມ ຢູ່​ນະຄອນຫລວງ​ວຽງ​ຈັນ.

ເປີດສະຫຼອງໂຮງຮຽນ ມັດທະຍົມຕອນປາຍ ສິທ່ານາໄຊ - ຂອງຂວັນຂອງທ່ານເລຂາທິການໃຫຍ່, ປະທານປະເທດ ຫງວຽນຝູຈ້ອງ ມອບໃຫ້ແຂວງ ບໍລິີຄໍາໄຊ, ລາວ

ເປີດສະຫຼອງໂຮງຮຽນ ມັດທະຍົມຕອນປາຍ ສິທ່ານາໄຊ - ຂອງຂວັນຂອງທ່ານເລຂາທິການໃຫຍ່, ປະທານປະເທດ ຫງວຽນຝູຈ້ອງ ມອບໃຫ້ແຂວງ ບໍລິີຄໍາໄຊ, ລາວ

ພາຍຫຼັງດໍາເນີນການກໍ່ສ້າງຢ່າງຮີບດ່ວນມາເປັນເວລາ 01 ປີ, ໂຮງຮຽນມັດທະຍົມຕອນປາຍສິທ່ານາໄຊ, ຢູ່ແຂວງບໍລີຄໍາໄຊ, ລາວ ໄດ້ເປີດສະຫຼອງຢ່າງເປັນທາງການ ແລະ ນໍາເຂົ້າເຄື່ອນໄຫວນັບແຕ່ຕອນເຊົ້າວັນທີ 11 ພະຈິກເປັນຕົ້ນໄປ.

ເລຂາທິການໃຫຍ່, ປະທານປະເທດ ຫງວຽນຝູຈ້ອງ ຕ້ອນຮັບສະມາຊິກສະພາຕ່ຳ Kentaro Sonoura

ເລຂາທິການໃຫຍ່, ປະທານປະເທດ ຫງວຽນຝູຈ້ອງ ຕ້ອນຮັບສະມາຊິກສະພາຕ່ຳ Kentaro Sonoura

ທ່ານເລຂາທິການໃຫຍ່, ປະທານປະເທດ ຫວຽນຝູຈ້ອງ ສະແດງຄວາມປິຕິຊົມຊື່ນຕໍ່ການພັດທະນາຢ່າງຮອບດ້ານ, ເຂັ້ມແຂງ, ແທດຈິງໃນບັນດາຂົງເຂດ ຂອງການພົວພັນ ຄູ່ຮ່ວມມືຍຸດທະສາດເລິກເຊິ່ງ ຫວຽດນາມ - ຍີ່ປຸ່ນ

ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ພົບປະ ທ່ານ ສີ ຈິ້ນຜີງ ປະທານປະເທດ ແຫ່ງ ສປ ຈີນ

ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ພົບປະ ທ່ານ ສີ ຈິ້ນຜີງ ປະທານປະເທດ ແຫ່ງ ສປ ຈີນ

ໂດຍຕອບສະໜອງຕາມການ ເຊື້ອເຊີນຂອງທ່ານ ສີ ຈິ້ນຜິງ, ປະທານປະເທດ ແຫ່ງ ສາທາລະ ນະລັດ ປະຊາຊົນ ຈີນ, ທ່ານ ທອງລຸນ ສີສຸລິດ, ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ພ້ອມດ້ວຍຄະນະໄດ້ເຂົ້າຮ່ວມ ງານວາງສະແດງສິນຄ້າ ນຳເຂົ້າສາກົນຈີນ ຄັ້ງທີ 1(China International Import - Expo) ຊຶ່ງຈັດຂຶ້ນໃນລະຫວ່າງວັນທີ 5-10 ພະຈິກ 2018, ທີ່ ນະຄອນຊຽງໄຮ້, ສປ ຈີນ.

ພະນະທ່ານ ຫງວຽ໋ນ ຝູຈ້ອງ ເລຂາທິການໃຫຍ່ ປະທານປະເທດ ພົບປະກັບນັກຮຽນ ນັກສຶກສາດີເດັ່ນ

ພະນະທ່ານ ຫງວຽ໋ນ ຝູຈ້ອງ ເລຂາທິການໃຫຍ່ ປະທານປະເທດ ພົບປະກັບນັກຮຽນ ນັກສຶກສາດີເດັ່ນ

ຕອນບ່າຍວັນທີ 03 ພະຈິກ, ທີ່ທຳນຽບປະທານປະເທດ, ທ່ານເລຂາທິການໃຫຍ່, ປະທານປະເທດຫວຽດນາມ ຫງວຽນຝູຈ້ອງ ໄດ້ມີການພົບປະກັບຄະນະນັກຮຽນ, ນັກສຶກສາດີ່ເດັ່ນ ສົກຮຽນ 2017 – 2018

ທ່ານ ບຸນຍັງ ວໍລະຈິດ ສົ່ງໂທລະເລກຊົມເຊີຍ ທ່ານ ຫງວ໋ຽນຟູ໋ ຈ້ອງ ປະທານປະເທດຄົນໃໝ່ຂອງ ຫວຽດນາມ

ທ່ານ ບຸນຍັງ ວໍລະຈິດ ສົ່ງໂທລະເລກຊົມເຊີຍ ທ່ານ ຫງວ໋ຽນຟູ໋ ຈ້ອງ ປະທານປະເທດຄົນໃໝ່ຂອງ ຫວຽດນາມ

ວັນ​ທີ 23 ຕຸ​ລາ 2018 ນີ້, ສະຫາຍ ບຸນ​ຍັງ ວໍ​ລະ​ຈິດເລ​ຂາ​ທິ​ການ​ໃຫຍ່ ​ຄະ​ນະ​ບໍ​ລິ​ຫານ​ງານ​ສູນ​ກາງ​ພັກ​ ປະ​ຊາ​ຊົນ​ ປະ​ຕິ​ວັດ​ລາວ, ປະ​ທານ​ປະ​ເທດ ​ແຫ່ງ​ ສາ​ທາ​ລະ​ນະ​ລັດ​ ປະ​ຊາ​ທິ​ປະ​ໄຕ ​ປະ​ຊາ​ຊົນ​ລາວ ໄດ້ສົ່ງໂທລະເລກຊົມເຊີຍເຖິງ ສະ​ຫາຍ ຫງວຽນ ຟູ ຈ້ອງ, ເລ​ຂາ​ທິ​ການ​ໃຫຍ່​ຄະ​ນະ​ບໍ​ລິ​ຫານ​ງານ​ສູນ​ກາງ​ພັກ​ກອມ​ມູ​ນິດ​ຫວຽດ​ນາມ, ປະ​ທານ​ປະ​ເທດ ​ແຫ່ງ ​ສາ​ທາ​ລະ​ນະ​ລັດ ​ສັງ​ຄົມ​ນິ​ຍົມ​ ຫວຽດ​ນາມ. ໃນ​ໂອ​ກາດ​ທີ່ສະ​ຫາຍ ໄດ້​ຮັບ​ການ​ເລືອກ​ຕັ້ງ​ໃຫ້​ດຳ​ລົງ​ຕຳ​ແໜ່ງ​ເປັນ ​ປະ​ທານ​ປະ​ເທດ ແຫ່ງ ​ສາ​ທາ​ລະ​ນະ​ລັດ ສັງ​ຄົມ​ນິ​ຍົມ ຫວຽດ​ນາມ

ປະທານປະເທດຄົນໃໝ່ ຫງວ໋ຽນຟູ໋ຈ້ອງ ເຂົ້າພິທີສາບານຕົນຮັບຕຳແໜ່ງ

ປະທານປະເທດຄົນໃໝ່ ຫງວ໋ຽນຟູ໋ຈ້ອງ ເຂົ້າພິທີສາບານຕົນຮັບຕຳແໜ່ງ

ຍສໝ - ຕອນບ່າຍວັນທີ 23 ຕຸລາ ພາຍຫຼັງ ການຖະແຫຼງການຜົນການນັບບັດ, ສະພາແຫ່ງຊາດໄດ້ປ່ອນບັດຜ່ານ ຂໍ້ຕົກລົງ ແຕ່ງຕັ້ງ ປະທານປະເທດ, ປະທານປະເທດ ສາທາລະນະລັດ ສັງຄົມນິຍົມ ຫວຽດນາມ ສະໄໝ 2016-2020 ສານບານຕົນເຂົ້າຮັບຕຳແໜ່ງ.

ເຫດການ