ການມອບ-ຮັບຂອງຂວັນຂອງທ່ານເລຂາທິການໃຫຍ່, ປະທານປະເທດ ສສ ຫວຽດນາມ ຫງວຽນຟູຈ້ອງ ໃຫ້ແກ່ໂຮງຮຽນສອງພາສາຫວຽດນາມ ແລະ ລາວ

16:09 | 01/04/2019

ຍສໝ - ໃນວັນທີ 29 ມີນາ, ທີ່ນະຄອນຫຼວງວຽງຈັນ ສປປ ລາວ ໄດ້ຈັດການມອບ-ຮັບເຄື່ອງຄອມພີວເຕີ 20 ຊຸດ ເຊິ່ງເປັນຂອງຂວັນຂອງທ່ານເລຂາທິການໃຫຍ່, ປະທານປະເທດ ສສ ຫວຽດນາມ ຫງວຽນຟູຈ້ອງ ໃຫ້ແກ່ໂຮງຮຽນສອງພາສາຫວຽດນາມ ແລະ ລາວ.

ການມອບ-ຮັບຂອງຂວັນຂອງທ່ານເລຂາທິການໃຫຍ່, ປະທານປະເທດ ສສ ຫວຽດນາມ ຫງວຽນຟູຈ້ອງ ໃຫ້ແກ່ໂຮງຮຽນສອງພາສາຫວຽດນາມ ແລະ ລາວ

ການມອບ-ຮັບຂອງຂວັນໃຫ້ແກ່ໂຮງຮຽນສອງພາສາຫວຽດນາມ ແລະ ລາວ

ໂດຍໄດ້ຮັບການໝອບສິດຂອງທ່ານເລຂາທິການໃຫຍ່, ປະທານປະເທດ ສສ ຫວຽດນາມ ຫງວຽນຟູຈ້ອງ, ຄະນະຜູ້ແທນສະຖານທູດຫວຽດນາມ ປະຈໍາ ສປປ ລາວ ນໍາໂດຍທ່ານ ຫງວຽນແທງຕູ່ງ ທີ່ປຶກສາດ້ານການອຸປະທູດ ໄດ້ມອບເຄື່ອງຄອມພີວເຕີ 20 ຊຸດ ເຊິ່ງເປັນຂອງຂວັນຂອງທ່ານເລຂາທິການໃຫຍ່, ປະທານປະເທດ ສສ ຫວຽດນາມ ຫງວຽນຟູຈ້ອງ ໃຫ້ແກ່ໂຮງຮຽນສອງພາສາຫວຽດນາມ ແລະ ລາວ ເນື່ອງໃນໂອກາດທ່ານເລຂາທິການໃຫຍ່, ປະທານປະເທດ ສສ ຫວຽດນາມ ຫງວຽນຟູຈ້ອງ ໄດ້ໄປຢ້ຽມຢາມສັນຖະວະໄມຕີ ສປປ ໃນລະຫວ່າງແຕ່ວັນທີ 24 – 25 ກຸມພາ ທີ່ຜ່ານມາ.

ຕາມທ່ານ ຖາວອນ ອຸດົມສີ ຮອງຫົວໜ້າກົມຮ່ວມມືສາກົນ, ກະຊວງການສຶກສາທິການ ແລະ ກິລາ ແຫ່ງ ສປປ ລາວ ໄດ້ໃຫ້ຮູ້ວ່າ, ຂອງຂວັນຂອງທ່ານເລຂາທິການໃຫຍ່, ປະທານປະເທດ ສສ ຫວຽດນາມ ຫງວຽນຟູຈ້ອງ ມີຄວາມໝາຍຄວາມສໍາຄັນຫຼາຍຕໍ່ໂຮງຮຽນ ກໍ່ຄື ສະແດງໃຫ້ເຫັນຄວາມເອົາໃຈໃສ່ອັນເລີກເຊິ່ງຂອງການນໍາພັກ, ລັດ ຫວຽດນາມ ສໍາລັບຂະແໜງການສຶກສາທິການ ສປປ ລາວ ແລະ ຮຸ່ນຄົນໜຸ່ມຂອງສອງປະເທດ.

ໂຮງຮຽນສອງພາສາຫວຽດນາມ ຫງວຽນຢູ ເຊິ່ງມີການສອນດ້ວຍສອງພາສາຫວຽດນາມ ແລະ ພາສາລາວຈາກຂັ້ນໂຮງຮຽນອະນຸບານຫາຂັ້ນໂຮງຮຽນມັດທະຍົມໂດຍອີງຕາມຂໍ້ຕົກລົງຂອງລັດຖະບານສອງປະເທດຫວຽດນາມ ແລະ ລາວ.

(ໄຊພອນ)

ເຫດການ
302 Found

Found

The document has moved here.