ເລຂາທິການໃຫຍ່ ປະທານປະເທດ ສສ ຫວຽດນາມ ຫງວ໋ຽນ ຟູ໋ຈ້ອງ ຕ້ອນຮັບ ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ

00:54 | 13/05/2019

ຍສໝ - ຕອນບ່າຍຂອງວັນທີ 6 ມັງກອນ ຢູ່ ທີ່ ສຳນັກງານສູນກາງພັກ, ເລຂາທິການໃຫຍ່ ປະທານປະເທດ ສສ ຫວຽດນາມ ຫງວ໋ຽນ ຟູ໋ຈ້ອງ ຕ້ອນຮັບ ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໂອກາດມາຮ່ວມກອງປະຊຸມ ກຳມະການຮ່ວມມື ລາວ-ຫວຽດນາມ ຄັ້ງທີ 4 .

ເລຂາທິການໃຫຍ່ ປະທານປະເທດ ສສ ຫວຽດນາມ ຫງວ໋ຽນ ຟູ໋ຈ້ອງ ຕ້ອນຮັບ ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ

ສະຫາຍ ເລຂາທິການໃຫຍ່ ຫງວ໋ຽນ ຟູ໋ຈ້ອງ ສສ ຫວຽດນາມ ຕ້ອນຮັບ ທ່ານ ນາຍົກລັດຖະມົນຕີ ທອງລຸນ ສີສຸລິດ.

ທີ່ການຕ້ອນຮັບ ສະຫາຍ ທອງລຸນ ສີສຸລິດ ສະແດງຄວາມດີໃຈໃນການມາຫວຽດນາມ ເພື່ອຮ່ວມກັບ ນາຍົກລັດຖະມົນຕີ ຫງວ໋ຽນ ຊົນຟຸກ ເປັນປະທານ ກອງປະຊຸມຄັ້ງທີ 41ນີ້; ສະຫາຍໄດ້ສະແດງຄວາມຂອບອົກຂອບໃຈມາຍັງ ທ່ານເລຂາທິການໃຫຍ່ປະທານປະເທດ ຫວຽດນາມ ຫງວ໋ຽນ ຟູ໋ຈ້ອງ ທີ່ໄດ້ກຽດຕ້ອນຮັບ ແລະ ສະຫຼະເວລາອັນມີຄ່າ ຕ້ອນຮັບຄະນະ ດ້ວຍຄວາມອົບອຸ່ນ ແລະ ໄມຕີຈິດ. ສະຫາຍ ທອງລຸນ ສີສຸລິດ ໄດ້ສະແດງຄວາມຍິນດີກັບ ໝາກຜົນກໍ່ຄືຜົນສຳເລັດຂອງ ຫວຽດນາມ ບັນລຸໄດ້ໃນໄລຍະຜ່ານມາ; ທ່ານຍັງເຊື່ອໝັ້ນວ່າ ພາຍໃຕ້ການນຳພາຂອງ ພັກຄອມມູນິດຫວຽດນາມ ນຳໂດຍ ເລຂາທິການໃຫຍ່ ປະທານປະເທດ ທ່ານ ຫງວ໋ຽນ ຟູ໋ຈ້ອງ, ປະຊາຊົນຫວຽດນາມ ຈະສືບຕໍ່ປະສົບຜົນສຳເລັດ ແລ ໝາກຜົນອັນໃໝ່, ຍິງໃຫຍ່ກວ່າເກົ່າ ໃນຂະບວນວິວັດການໃໝ່, ປະຕິບັດມະຕິກອງປະຊຸມໃຫຍ່ ຂອງພັກ ໃຫ້ມີໄຊຊະນະ; ທ່ານນາຍົກລັດຖະມົນຕີຂອງລາວ ຍັງສະແດງຄວາມດີອົກດີໃຈຕໍ່ສາຍພົວພັນມິດຕະພາບອັນເກົ່າແກ່ຍາວນານ ຄວາມສາມັກຄີພິເສດ ແລະ ຮ່ວມມືຮອບດ້ານ ຫວຽນາມ-ລາວ ນັບມື້ນັບໄດ້ຮັບການພັດທະນາ ຢ່າງກວ້າງຂວາງ ໃນທຸກໆຂົງເຂດ; ທ່ານນາຍົກລັດຖະມົນຕີລາວ ໄດ້ຂອບໃຈຢ່າງເລິກເຊິ່ງ ຕໍ່ການອູ້ມຊູຍູ້ໜູນ ແລະ ຊ່ວຍເຫຼືອອັນຍິ່ງໃຫຍ່, ທັນການ ແລະ ມີປະສິດທິຜົນ ທີ່ຫວຽດນາມ ໄດ້ມອບໃຫ້ແກ່ ສປປ ລາວ ແຕ່ອາດີດຈົນເຖິງປະຈຸບັນ. ສະຫາຍ ທອງລຸນ ສີສຸລິດ ໄດ້ລາຍງານໃຫ້ແກ່ ສະຫາຍເລຂາທິການໃຫຍ່ ປະທານປະເທດ ຫວຽດນາມ ໂດຍຫຍໍ້ ກ່ຽວກັບສະພາບການຂອງລາວ ໃນໄລຍະຜ່ານມາ, ຜົນສຳເລັດ ຂອງ ກອງປະຊຸມ ກຳມະການຮ່ວມມື ຫວຽດນາມ-ລາວ ຄັ້ງທີ 41 ; ຢືນຢັນວ່າ ລັດຖະບານລາວ ຈະສືບຕໍ່ປະສານສົມທົບຢ່າງແໜ້ນແຟ້ນກັບ ລັດຖະບານຫວຽດນາມ ຊີ້ນຳບັນດາກະຊວງ, ຂະແໜງການ, ທ້ອງຖິ່ນທີ່ກ່ຽວຂ້ອງ ຜັນຂະຫຍາຍ, ປະຕິບັດ ຢ່າງມີປສິດທິຜົນ ບັນດາ ບົດບັນທືກສັນຍາ ລະຫວ່າງ ການຳຂັ້ນສູງ ຂອງສອງພັກ, ສອງລັດ ແລະ ບັນດາເນືອໃນ ສັນຍາທີ່ກອງປະຊຸມ ກຳມະການ ຮ່ວມມື ຫວຽດນາມ-ລາວ ຄັ້ງທີ 41.

ທ່ານ ຫວ໋ຽນ ຟູ໋ຈ້ອງ ເລຂາທິການໃຫຍ່ ປະທານປະເທດ ຫວຽດນາມ ໄດ້ສະແດງຄວາມຍິນດີຕ້ອນຮັບຢ່າງສຸດອົກສຸດໃຈ ສະຫາຍ ທອງລຸນ ສີສຸລິດ ນຳພາ ຄະນະຜູ້ແທນ ລັດຖະບານ ລາວ ມາຮ່ວມ ກອງປະຊຸມ ກຳມະການ ຮ່ວມມື ຫວຽດນາມ-ລາວ ຄັ້ງທີ 41; ສະຫາຍ ຫງວ໋ຽນ ຟູ໋ຈ້ອງ ຍັງໄດ້ສະແດງຄວາມດີໃຈຕໍ່ກັບຜົນສຳເລັດອັນສຳຄັນກ່ຽວກັບເນື້ອໃນ ແລະ ການຕ່າງປະເທດ ທີ່ ລາວ ບັນລຸໄດ້ພາຍຫຼັງ 3 ປີ ຜັນຂະຫຍາຍ ປະຕິບັດ ຕາມມະຕິກອງປະຊຸມໃຫຍ່ຄັ້ງທີ 10; ສແດງຄວາມດີໃຈຕໍ່ກັບສາຍພົວພັນ ຫວຽດນາມ-ລາວ ນັບມື້ນັບໄດ້ຮັບການພັດທະນາ ສູ່ລວງເລິກ, ເປັນຈິງ ແລະ ມີປະສິດທິຜົນ; ຊົມເຊີຍ ແລະ ຕີລາຄາສູງການປະສານງານຊີ້ນຳ ຂອງສອງນາຍົກລັດຖະມົນຕີ ພ້ອມກັບບັນດາ ກະຊວງ, ຂະແໜງການ ແລະ ທ້ອງຖິ່ນ ທັງສອງປະເທດ ໃນວຽກງານການຜັນຂະຫຍາຍປະຕິບັດ ບັນດາເນື້ອໃນສັນຍາຂັ້ນສູງ ລະຫວ່າງ ສອງພັກ, ສອງລັດ ໃນໄລຍະຜ່ານມາ; ຕີລາຄາສູງຜົນສຳເລັດຂອງກອງປະຊຸມ ກຳມະການຮ່ວມມື ຫວຽດນາມ-ລາວ ຄັ້ງທີ 41 ແມ່ນ ຮາກຖານອັນສຳຄັນເພື່ອໃຫ້ສອງປະເທດສູ້ຊົນ ເຮັດສຳເລັດ ບັນດາສັນຍາ ແລະ ແຜນການຮ່ວມື ລະຫວ່າງ ສອງລັດຖະບານ ປີ 2019 ແລະ ສົນທິສັນຍາຮ່ວມມືສອງຝ່າຍ ຫວຽດນາມ ລາວ ໄລຍະ 2016-2020.

(​ຫັດ​ທະ​ບູນ)

ເຫດການ
302 Found

Found

The document has moved here.