ເລຂາທິການໃຫຍ່ ປະທານປະເທດ ແຫ່ງ ສສ ຫວຽດນາມ ແລະ ຄະນະຜູ້ແທນຂັັ້ນ ສູງພັກ-ລັດ ຫວຽດນາມ ຢ້ຽມຢາມສັນຖະວະໄມຕີ ສປປ ລາວ ຢ່າງເປັນທາງການ

00:54 | 14/05/2019

ຕອບສະໜອງຕາມຄໍາເຊີນຂອງ ສະຫາຍ ບຸນຍັງ ວໍລະຈິດ ເລຂາທິການໃຫຍ່ ຄະ ນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວ, ປະທານປະເທດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ, ສະຫາຍ ຫງວຽນຟູຈ້ອງ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ, ປະທານປະເທດ ແຫ່ງ ສາທາລະນະລັດ ສັງຄົມນິຍົມຫວຽດນາມ ພ້ອມດ້ວຍຄະນະຜູ້ແທນຂັັ້ນສູງຂອງພັກ-ລັດ ແຫ່ງ ສາທາລະນະລັດ ສັງຄົມນິຍົມ ຫວຽດນາມ ໄດ້ເດີນທາງມາຢ້ຽມຢາມ ສັນຖະວະໄມຕີ ສປປ ລາວ ຢ່າງເປັນທາງການ ແຕ່ວັນທີ 24-25 ກຸມພາ 2019.

ເລຂາທິການໃຫຍ່ ປະທານປະເທດ ແຫ່ງ ສສ ຫວຽດນາມ ແລະ ຄະນະຜູ້ແທນຂັັ້ນ ສູງພັກ-ລັດ ຫວຽດນາມ ຢ້ຽມຢາມສັນຖະວະໄມຕີ ສປປ ລາວ ຢ່າງເປັນທາງການ

ເລຂາທິການໃຫຍ່ ປະທານປະເທດ ລາວ ແລະ ຫວຽດນາມ ກວດກາກອງທະຫານ.

ຕອນເຊົ້າວັນທີ 24 ກຸມພາ, ຢູ່ນະຄອນຫຼວງວຽງຈັນ, ພາຍຫຼັງພິທີຕ້ອນຮັບຢ່າງເປັນທາງການ, ໄດ້ດໍາເນີນການເຈລະຈາລະຫວ່າງ ທ່ານເລຂາທິການໃຫຍ່, ປະທານປະເທດ ຫງວຽນຝູຈ້ອງ ແລະ ທ່ານເລຂາທິການໃຫຍ່, ປະທານປະເທດລາວ ບຸນຍັງ ວໍລະຈິດ ບົນພື້ນຖານ ເສີມຂະຫຍາຍຈິດໃຈເປັນເອກະລາດ, ເປັນເຈົ້າຕົນເອງ ແລະ ເຈດຈໍານົງເພິ່ງຕົນເອງ ສ້າງຄວາມເຂັ້ມແຂງດ້ວຍຕົນເອງ, ເສີມຂະຫຍາຍທ່າແຮງ ແລະ ກໍາລັງຄວາມສາມາດຂອງແຕ່ລະປະເທດ ບົນຫຼັກການສະເໝີພາບ, ຕ່າງຝ່າຍຕ່າງມີຜົນປະໂຫຍດ, ພ້ອມທັງສະຫງວນບູລິມະສິດ, ເອື້ອອໍານວຍຄວາມສະດວກໃຫ້ແກ່ກັນ ດ້ວຍລັກສະນະແຫ່ງການພົວພັນແບບພິເສດ ຫວຽດນາມ - ລາວ. ບົນເນື້ອໃນຈິດໃຈນັ້ນ, ສອງຝ່າຍເຫັນດີ ສືບຕໍ່ເພີ່ມທະວີການຮ່ວມມືໃນທຸກຂົງເຂດ, ຮັກສາການພົວພັນແລກປ່ຽນຄະນະຜູ້ແທນຂັ້ນສູງເປັນປະຈໍາ, ແບ່ງປັນບົດຮຽນໃນການພັດທະນາເສດຖະກິດ-ສັງຄົມ, ໂດຍສະເພາະແມ່ນສ້າງເສດຖະກິດມະຫາພາກເປັນປົກກະຕິ ແລະ ເປີດກວ້າງການພົວພັນ, ເຊື່ອມໂຍງເຂົ້າກັບສາກົນ. ສອງຝ່າຍເຫັນດີເພີ່ມທະວີການຮ່ວມມືທາງດ້ານປ້ອງກັນຊາດ, ປ້ອງກັນຄວາມສະຫງົບ, ຮັກສາສະຖຽນລະພາບດ້ານການເມືອງ, ຄວາມສະຫງົບປອດໄພ ແລະ ຄວາມເປັນລະບຽບຮຽບຮ້ອຍໃນສັງຄົມ ຢູ່ແຕ່ລະປະເທດ; ສ້າງເສັ້ນຊາຍແດນລະຫວ່າງສອງປະເທດໃຫ້ມີສະຖຽນລະພາບ ແລະ ໝັ້ນຄົງ.

ການນໍາສອງທ່ານ ຢັ້ງຢືນວ່າ ໃນສະພາບການຜັນແປຢ່າງສັບສົນ ແລະ ໄວວາຄືໃນປັດຈຸບັນ, ສອງຝ່າຍສືບຕໍ່ສົມທົບກັນຢ່າງແໜ້ນແຟ້ນ, ແບ່ງປັນຂໍ້ມູນຂ່າວສານຢ່າງທັນການ, ມີປະສິດທິຜົນ ແລະ ສະໜັບສະໜູນເຊິ່ງກັນ ແລະກັນ, ໂດຍສະເພາະແມ່ນໃນຂອບເຂດການຮ່ວມມື ອາຊຽນ, ສະຫະປະຊາຊາດ, ບັນດາກົນໄກຮ່ວມມືອະນຸພາກພື້ນແມ່ນໍ້າຂອງ.... ພ້ອມທັງເນັ້ນໜັກເຖິງຄວາມສໍາຄັນຂອງເລື່ອງຮັກສາສັນຕິພາບ, ສະຖຽນລະພາບ,ຄວາມສະຫງົບປອດໄພ ຢູ່ທະເລຕາເວັນອອກ; ສະໜັບສະໜູນບົດບາດ ແລະ ຫຼັກການຕ່າງໆຂອງ ອາຊຽນ; ເຫັນດີຊຸກຍູ້ການແກ້ໄຂບັນດາການຂັດແຍ້ງກັນຢູ່ທະເລຕາເວັນອອກ ໂດຍສັນຕິວິທີບົນພື້ນຖານເຄົາລົບກົດໝາຍສາກົນ, ປະກອບສ່ວນຮັກສາສັນຕິພາບ, ສະຖຽນລະພາບ, ການຮ່ວມມື ແລະ ພັດທະນາຢູ່ພາກພື້ນ ແລະ ໃນໂລກ.

ເລຂາທິການໃຫຍ່ ປະທານປະເທດ ແຫ່ງ ສສ ຫວຽດນາມ ແລະ ຄະນະຜູ້ແທນຂັັ້ນ ສູງພັກ-ລັດ ຫວຽດນາມ ຢ້ຽມຢາມສັນຖະວະໄມຕີ ສປປ ລາວ ຢ່າງເປັນທາງການ


ເລຂາທິການໃຫຍ່ ປະທານປະເທດ ແຫ່ງ ສສ ຫວຽດນາມ ແລະ ຄະນະຜູ້ແທນຂັັ້ນ ສູງພັກ-ລັດ ຫວຽດນາມ ຢ້ຽມຢາມສັນຖະວະໄມຕີ ສປປ ລາວ ຢ່າງເປັນທາງການ

ພິທີເຊັນສັນຍາລະຫວ່າງສອງປະເທດ.

ພາຍຫຼັງສິ້ນສຸດການເຈລະຈາ, ທ່ານເລຂາທິການໃຫຍ່, ປະທານປະເທດ ຫວຽດນາມ ຫງວຽນຝູຈ້ອງ ແລະ ທ່ານເລຂາທິການໃຫຍ່,ປະທານປະເທດ ລາວ ບຸນຍັງ ວໍລະຈິດ ໄດ້ເປັນສັກຂີພິຍານພິທີລົງນາມໃນເອກະສານ ຮ່ວມມື 9 ສະບັບ ລະຫວ່າງ ບາງກະຊວງດຂະແໜງການຂອງສອງປະເທດ.

(ແຫຼ່ງ​ຂໍ້​ມູນ​: ຂ​ປ​ລ)

ເຫດການ
302 Found

Found

The document has moved here.