ປະທານປະເທດ ສົ່ງສານຊົມເຊີຍ ວັນຊາດ ແຫ່ງ ລັດອິດສະຣາແອນ

14:33 | 14/05/2019

ໃນວັນທີ 14 ພຶດສະພາ 2019, ທ່ານ ບຸນຍັງ ວໍລະຈິດ ປະທານປະເທດ ແຫ່ງ ສາ ທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ໄດ້ສົ່ງສານສະແດງຄວາມຊົມເຊີຍ ເຖິງ ທ່ານ ຣູເວັນ ຣີຟລິນ ປະທານາທິບໍດີ ແຫ່ງ ລັດອິດສະຣາແອນ ເນື່ອງໃນໂອກາດວັນຊາດ ແຫ່ງ ລັດອິດສະຣາແອນ.

ປະທານປະເທດ ສົ່ງສານຊົມເຊີຍ ວັນຊາດ ແຫ່ງ ລັດອິດສະຣາແອນ

ປະທານປະເທດ ສົ່ງສານຊົມເຊີຍ ວັນຊາດ ແຫ່ງ ລັດອິດສະຣາແອນ.

ເນື້ອໃນສານລະບຸວ່າ: ໃນນາມປະຊາຊົນລາວທຸກຖ້ວນໜ້າ ແລະ ໃນນາມສ່ວນຕົວ, ຂ້າພະ ເຈົ້າ ຂໍຖືເປັນກຽດສົ່ງຄໍາຊົມເຊີຍອັນອົບອຸ່ນ ແລະ ພອນໄຊອັນປະເສີດມາຍັງ ທ່ານ, ເນື່ອງໃນໂອກາດວັນຊາດ ແຫ່ງ ລັດອິດສະຣາແອນ.

ຂ້າພະເຈົ້າ ຫວັງວ່າສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີທີ່ມີມາ ລະຫວ່າງ ສາທາ ລະນະລັດ ປະຊາທິປະໄຕ ປະຊາຊົນລາວ ແລະ ລັດອິດສະຣາແອນ ຈະສືບຕໍ່ໄດ້ຮັບການເສີມຂະ ຫຍາຍໃນຊຸມປີຕໍ່ໜ້າ ເພື່ອຜົນປະໂຫຍດຂອງສອງປະເທດພວກເຮົາ.

ຂ້າພະເຈົ້າຂໍຖືໂອກາດນີ້ ອວຍພອນທ່ານ ຈົ່ງມີພະລານາໄມສົມບູນ, ມີຄວາມຜາສຸກ ແລະ ປະສົບຜົນສຳເລັດໃນໜ້າທີ່ອັນມີກຽດສູງສົ່ງຂອງທ່ານ.

(ແຫຼ່ງ​ຂໍ້​ມູນ​: ຂ​ປ​ລ)

ເຫດການ
302 Found

Found

The document has moved here.