ເລຂາທິການໃຫຍ່ປະທານປະເທດ ຫວຽດນາມ ຕ້ອນຮັບປະທານສະພາແຫ່ງຊາດລາວ

00:54 | 15/05/2019

ຍສໝ - ຕອນບ່າຍຂອງວັນທີ 5 ມີນາ, ທີ່ສຳນັກງານສູນກາງພັກ, ເລຂາທິການໃຫຍ່ ປະທານປະເທດ ຫວຽ໋ນ ຟູ໋ຈ້ອງ ໄດ້ຕ້ອນຮັບ ຄະນະຜູ້ແທນ ສະພາແຫ່ງຊາດ ລາວ ນຳໂດຍ ສະຫາຍ ປານີ ຢາທໍ່ຕູ້, ປະທານສະພາແຫ່ງຊາດລາວ ທີ່ກຳລັງຢ້ຽມຢາມ ແລະ ເຮັດວຽກ ຢູ່ ຫວຽດນາມ

ເລຂາທິການໃຫຍ່ປະທານປະເທດ ຫວຽດນາມ ຕ້ອນຮັບປະທານສະພາແຫ່ງຊາດລາວ

ທ່ານເລຂາທິການໃຫຍ່, ປະທານປະເທດ ຫງວຽນຝູຈ້ອງ ຕ້ອນຮັບທ່ານນາງປະທານສະພາແຫ່ງຊາດລາວ ປານີ ຢາທໍ່ຕູ້ (ພາບ:TTXVN)

ສະຫາຍ ປານີ ຢາທໍ່ຕູ້ ຂອບໃຈ ສະຫາຍເລຂາທິການໃຫຍ່, ປະທານປະເທດ ໄດ້ຕ້ອນຮັບ ຄະນະດ້ວຍຄວາມອົບອຸ່ນແລະມິດຕະພາບ; ເປັນກຽດສົ່ງຄຳຢ້ຽມຢາມຖາມຂ່າວອັນອົບອຸ່ນ ຈາກ ທ່ານເລຂາທິການໃຫຍ່ປະທານປະເທດລາວ ບຸນຍັງ ວໍລະຈິດ ມາຍັງ ທ່ານເລຂາທິການໃຫຍ່ ປະທານປະເທດ ຫງວ໋ຽນ ຟູ໋ຈ້ອງ.

ສະຫາຍ ປານີ ຢາທໍ່ຕູ້ ສະແດງຄວາມຍິນດີຕໍ່ກັບຜົນສຳເລັດອັນຍິ່ງໃຫຍ່ຂອງຫວຽດນາມ ໄດ້ບັນລຸໃນໄລຍະຜ່ານມາ; ເຊື່ອໝັ້ນວ່າພາຍໃຕ້ການນຳພາຂອງພັກຄອມມູນິດຫວຽດນາມ, ປະຊາຊົນຫວຽດນາມ ສືບຕໍ່ຍາດໄດ້ໝາກຜົນກໍ່ຄືຜົນສຳເລັດອັນໃໝ່, ຍິ່ງໃຫຍ່ກວ່າເກົ່າໃນຂະບວນການປ່ຽນແປງໃໝ່, ປະຕິບັດໄຊຍະນະຂອງ ມະຕິກອງປະຊຸມໃຫຍ່ ຄັ້ງທີ XII ຂອງພັກຄອມມູນິດຫວຽດນາມ.

ປະທານສະພາແຫ່ງຊາດລາວ ສະແດງຄວາມດີໃຈກ່ຽວກັບສາຍພົວພັນສາມັກຄີ ພິເສດ ລາວ-ຫວຽດນາມ ນັບມື້ນັບພັດທະນາຢ່າງກວ້າງຂວາງ ແລະ ເລິກເຊິ່ງ; ຂອບໃຈຢ່າງເລິກເຊິ່ງຕໍ່ການສະໜັບສະໜູນ, ຊ່ວຍເຫຼືອອັນຍິ່ງໃຫຍ່, ທັນເວລາ ແລະ ມີປະສິດທິຜົນທີ່ຫວຽດນາມ ໄດ້ມອບໃຫ້ລາວ ແຕ່ອາດີດມາຮອດປະຈຸບັນ; ຕີລາຄາສູງໝາກຜົນຂອງການຢ້ຽມຢາມມິດຕະພາບ ລາວ ຢ່າງເປັນທາງການທີ່ຜ່ານມາຂອງ ສະຫາຍ ເລຂາທິການໃຫຍ່ປະທານປະເທດ ຫງວ໋ຽນ ຟູ໋ຈ້ອງ.

ສະຫາຍ ປານີ ຢາທໍ່ຕູ້ ໄດ້ລາຍງານຕໍ່ ສະຫາຍເລຂາທິການໃຫຍ່ ປະທານປະເທດ ໝາກຜົນຂອງການຮ່ວມມືລະຫວ່າງ ສອງສະພາແຫ່ງຊາດໃນໄລຍະຜ່ານມາໂດຍຫຍໍ້ ແລະ ຜົນຂອງກອງປະຊຸມສຳມະນາ, ເຮັດວຽກ ແລະ ແລກປ່ຽນບົດຮຽນກັບ ຄະນະຜູ້ແທນສະພາແຫ່ງຊາດຫວຽດນາມ; ຢືນຢັນວ່າສະພາແຫ່ງຊາດລາວຈະປະສານສົມທົບຢ່າງແໜ້ນແຟ້ນກັບສະພາແຫ່ງຊາດຫວຽດນາມ ປະຕິບັດຢ່າງມີປະສິດທິຜົນ ບັນດາສົນທິສັນຍາຮ່ວມມື ລະຫວ່າງ ການນຳຂັ້ນສູງຂອງສອງພັກ, ສອງລັດ ແລະ ບົດບັນທືກສັນຍາຮ່ວມມືລະຫວ່າງ ສອງສະພາແຫ່ງຊາດ.

ສະຫາຍເລຂາທິການໃຫຍ່ ປະທານປະເທດ ຫງວ໋ຽນ ຟູ໋ຈ້ອງ ຊົມເຊີຍ ແລະ ຕີລາຄາສູງ ສະຫາຍ ປານີ ຢາທໍ່ຕູ້ ໄດ້ນຳພາ ຄະນະຜູ້ແທນສະພາແຫ່ງຊາດລາວ ໄປຢ້ຽມຢາມ ແລະ ເຮັດວຽກຢູ່ ຫວຽດນາມ, ຍິນດີກັບໝາກຜົນກໍ່ຄືຜົນສຳເລັດສຳຄັນຂອງລາວ ທີ່ຍາດມາໄດ້ ພາຍຫຼັງ 3ປີ ຂອງການຜັນຂະຫຍາຍ ມະຕິກອງປະຊຸມໃຫຍ່ຄັ້ງທີ X ຂອງພັກປະຊາຊົນປະຕິວັດລາວ; ສະແດງຄວາມດີໃຈຕໍ່ກັບສາຍພົວພັນສາມັກຄີພິເສດ ຫວຽດນາມ-ລາວ ນັບມື້ນັບພັດທະນາ ກ້າວສູ່ລວງເລິກ, ແທດຈິງ ແລະ ມີປະສິດທິຜົນ ໃນທຸກໆຂົງເຂດ ໃນນັ້ນມີການປະກອບສ່ວນຢ່າງຕັ້ງໜ້າ ແລະ ສຳຄັນຂອງສອງສະພາແຫ່ງຊາດຂອງສອງປະເທດ.

ສະຫາຍເລຂາທິການໃຫຍ່ປະທານປະເທດ ຕີລາຄາສູງ ຜົນສຳເລັດຂອງການຮ່ວມມືລະຫວ່າງສອງສະພາແຫ່ງຊາດ ໃນໄລຍະຜ່ານມາ ແລະ ສະເໜີແຜນການໃນໄລຍະຕໍ່ໄປ, ສະພາແຫ່ງຊາດຂອງສອງປະເທດ, ກໍ່ຄືບັນດາຫ້ອງການຂອງສະພາແຫ່ງຊາດ ເພີ່ມທະວີການຮ່ວມມື, ແລກປ່ຽນຂໍ້ມູນຂ່າວສານ, ແບ່ງປັນບົດຮຽນ ຂອງກັນແລະກັນ ຂື້ນຕື່ມ ເພື່ອຍົກສູງປະສິດທິຜົນການເຄື່ອນໄຫວຂອງສອງສະພາແຫ່ງຊາດ.

ພ້ອມກັນນັ້ນກໍ່ເພີ່ມທະວີການກວດກາ, ຕິດຕາມກວດສອບ, ປັບປຸງ, ກະຕຸກຊຸກຍູ້, ຊີ້ນຳ ບັນດາກະຊວງ, ຂະແໜງການ, ທ້ອງຖິ່ນ, ລວມທັງພາກເອກກະຊົນ ໃນວຽກງານການຜັນຂະຫຍາຍ ການປະຕິບັດບັນດາ ຖະແຫຼງການຮ່ວມ ຫວຽດນາມ-ລາວ ແລະ ບັນດາບົດບັນທຶກສັນຍາ ລະຫ່ວາງ ການນຳຂັ້ນສູງ ຂອງສອງພັກ, ສອງລັດ, ສົນທິສັນຍາຮ່ວມມືລະຫວ່າງ ລັດຖະບານທັງສອງ ແລະ ໂຄງການຮ່ວມມື ລະຫວ່າງ ສະພາແຫ່ງຊາດທັງສອງ ໃນປີ 2019; ເພີ່ມທະວີ, ແລກປ່ຽນຂໍ້ມູນຂ່າວສານ ຢ່າງທັນການ ແລະ ປະສານສົມທົບຢ່າງແໜ້ນແຟ້ນ, ສະໜັບສະໜູນອຸ້ມຊູ ເຊິ່ງກັນແລະກັນ ບົນເວທີສາກົນ ແລະ ພູມມິພາກ.

(ຫັດ​ທະ​ບູນ)

ເຫດການ
302 Found

Found

The document has moved here.