ພິທີໄວ້ທຸກລະດັບຊາດອະດີດປະທານປະເທດ, ພົນເອກ ເລດຶກແອງ ຈະໄດ້ຈັດຂຶ້ນໃນວັນທີ 3 – 4 ພຶດສະພາ

14:21 | 29/04/2019

ຍສໝ - ພິທີໄວ້ອາໄລທ່ານພົນເອກ ເລດຶກແອງ ເລີ່ມແຕ່ 7 ໂມງ - 11 ໂມງ, ວັນທີ 03 ພຶດສະພາ, ຢູ່ຫໍຈັດພິທີສົບແຫ່ງຊາດ ເຮືອນເລກທີ 5, ຖະໜົນ ເຈິ່ນແທ໊ງຕົງ, ຮ່າໂນ້ຍ.

ພິທີໄວ້ທຸກລະດັບຊາດອະດີດປະທານປະເທດ, ພົນເອກ ເລດຶກແອງ ຈະໄດ້ຈັດຂຶ້ນໃນວັນທີ 3 – 4 ພຶດສະພາ

ອະດີດ ປະທານປະເທດ ເລດຶກແອງ (1920 - 2019). ພາບ: TTXVN

ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ, ສະພາແຫ່ງຊາດແຫ່ງສາທາລະນະລັດສັງຄົມນິຍົມຫວຽດນາມ, ປະທານປະເທດສາທາລະນະລັດສັງຄົມນິຍົມຫວຽດນາມ, ລັດຖະບານແຫ່ງສາທາລະນະລັດສັງຄົມນິຍົມຫວຽດນາມ, ຄະນະກຳມະການສູນກາງແນວໂຮມປະເທດຊາດຫວຽດນາມ ສະແດງຄວາມອາໄລອາວອນຢ່າງສຸດຊື້ງ ແລະ ປະກາດວ່າ:

ທ່ານພົນເອກ ເລດຶກແອງ ເກີດເມື່ອວັນທີ 1 ທັນວາ 1920 ຢູ່ຕາແສງ ໂລກອານ, ເມືອງ ຝູ໊ໂລກ, ແຂວງ ເທື່ອທຽນເຫ້ວ. ພາຍຫລັງຖືກເຈັບໜັກ, ເຖິງວ່າໄດ້ພັກ, ລັດ, ຄະນະແພດໝໍ, ຄອບຄົວໄດ້ເອົາໃຈໃສ່ປິ່ນປົວຈົນສຸດຄວາມສາມາດ, ແຕ່ຍ້ອນອາຍຸສູງ, ເຈັບໜັກ, ທ່ານ ເລດຶກແອງ ໄດ້ເຖິງແກ່ມໍລະນະກຳໃນເວລາ 20 ໂມງ 10 ນາທີ ຂອງວັນທີ 22 ເມສາ 2019, ທີ່ເຮືອນພັກສ່ວນຕົວຢູ່ ຮ່າໂນ້ຍ.

ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ, ສະພາແຫ່ງຊາດແຫ່ງສາທາລະນະລັດສັງຄົມນິຍົມຫວຽດນາມ, ປະທານປະເທດສາທາລະນະລັດສັງຄົມນິຍົມຫວຽດນາມ, ລັດຖະບານແຫ່ງສາທາລະນະລັດສັງຄົມນິຍົມຫວຽດນາມ, ຄະນະກຳມະການສູນກາງແນວໂຮມປະເທດຊາດຫວຽດນາມ ຕົກລົງຈັດຕັ້ງງານສົບໃຫ້ທ່ານພົນເອກ ເລດຶກແອງ ດ້ວຍພິທີສົບລະດັບຊາດ. ທ່ານເລຂາທິການໃຫຍ່, ປະທານປະເທດ ຫວຽດນາມ ຫງວຽນຝູຈ້ອງ ເປັນຫົວໜ້າຄະນະພິທີສົບ.

ສົບຂອງທ່ານພົນເອກ ເລດຶກແອງ ຈະຖືກບຳເພັນກຸສົນຢູ່ຫໍຈັດພິທີສົບແຫ່ງຊາດ ເຮືອນເລກທີ 5, ຖະໜົນ ເຈິ່ນແທ໊ງຕົງ, ຮ່າໂນ້ຍ. ພິທີໄວ້ອາໄລທ່ານພົນເອກ ເລດຶກແອງ ເລີ່ມແຕ່ 7 ໂມງ - 11 ໂມງ ຂອງວັນທີ 03 ພຶດສະພາ 2019, ຢູ່ຫໍຈັດພິທີສົບແຫ່ງຊາດ ເຮືອນເລກທີ 5, ຖະໜົນ ເຈິ່ນແທ໊ງຕົງ, ຮ່າໂນ້ຍ. ພິທີໄຫວ້ອາໄລທ່ານພົນເອກ ເວດຶກແອງ ດຳເນີນແຕ່ 11 ໂມງ ຂອງວັນດຽວກັນ. ພິທີປົງສົບເລີ່ມແຕ່ 17 ໂມງ ຂອງວັນດຽວກັນຢູ່ເຂດສຸສານນະຄອນໂຮ່ຈີມິນ.

ໃນເວລາ 2 ວັນ ໄວ້ທຸກລະດັບຊາດ (ແຕ່ວັນທີ 03 – 04/05/2019), ບັນດາອົງການ, ສຳນັກງານ, ສະຖານທີ່ສາທາລະນະຫລຸດທຸງລົງເຄິ່ງເສົາ ແລະ ຢຸດຕິບັນດາການເຄື່ອນໄຫວລະຫຼິ້ນບັນເທິງເບີກບານມ່ວນຊື່ນ.

(ໄຊພອນ)

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.