ຕອນເຊົ້າວັນທີ 4 ຕຸລາ, ພາຍໃຕ້ການເປັນປະທານຂອງທ່ານ ຫງວຽນຝູຈ້ອງ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ, ກອງປະຊຸມຄັ້ງທີ 4 ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ ຊຸດທີ XIII ໄດ້ໄຂຂຶ້ນຢ່າງສົມກຽດຢູ່ນະຄອນຫຼວງຮ່າໂນ້ຍ.
ຍສໝ - ສະພາທຸລະກິດອາເມລິກາ - ອາຊຽນມີຄວາມຫວັງຢາກຮ່ວມມືພ້ອມກັບຫວຽດນາມເພື່ອຮັກສາການຜະລິດ, ສ້າງວຽກເຮັດງານທຳແລະຊຸກຍູ້ການພັດທະນາເສດຖະກິດ.ປະຊາຄົມວິສາຫະກິດອາເມລິກາໃຫ້ຄຳໝັ້ນສັນຍາຈະສະໜັບສະໜູນເປົ້າໝາຍຄວບຄູ່ຂອງຫວຽດນາມ…
ຍສໝ - ວົງການເຈົ້າໜ້າທີ່ການາດາ ໄດ້ເນັ້ນໜັກຫຼາຍເທື່ອເຖິງຄວາມສໍາຄັນຂອງສາຍພົວພັນແບບພິເສດ ລະຫວ່າງຫວຽດນາມ ແລະ ການາດາ, ເຊິ່ງໄດ້ຮັບການສ້າງຂຶ້ນບົນພື້ນຖານການຮ່ວມມືດ້ານເສດຖະກິດທີ່ຕິດພັນ ແລະ ການແລກປ່ຽນປະຊາຊົນທີ່ເຂັ້ມແຂງ.
ຍສໝ - ອີງຕາມຂໍ້ມູນຈາກການສຳມະນາອອນໄລ "ການຮ່ວມມືດ້ານເສດຖະກິດຫວຽດນາມ-ໄທ ເພື່ອຮັບມືກັບການລະບາດຂອງພະຍາດ COVID-19" ເຊິ່ງໄດ້ຈັດຕັ້ງໂດຍສະຖານທູດຫວຽດນາມ ປະຈຳໄທ ສົມທົບກັບສະຖານທູດໄທ ປະຈຳຮ່າໂນ້ຍ ໃນວັນທີ 23 ກັນຍາ, ບັນດານັກລົງທຶນໄທ ສືບຕໍ່ໃຫ້ຄຳໝ້ນສັນຍາລົງທຶນເຂົ້າຫວຽດນາມ ດ້ວຍກວ່າ 600 ໂຄງການ, ຍອດເງິນລົງທຶນກ່ວາ 13 ຕື້ USD.
ຍສໝ - ຕອນເຊົ້າວັນທີ 23 ກັນຍາ, ຢູ່ຮ່າໂນ້ຍ, ຄະນະບໍລິຫານງານສູນກາງຄະນະຊາວໜຸ່ມ ກອມມູນິດໂຮ່ຈີມິນ ແລະ ສະຫະສະມາຄົມການຄ້າເອເລັກໂຕນິກຫວຽດນາມ (VECOM) ໄດ້ຈັດພິທີລົງນາມໃນຂໍ້ຕົກລົງ ໃນໄລຍະ 2021-2023 ຕາມຮູບການອອນໄລ.
ຍສໝ - ໃນວັນທີ 22 ກັນຍານີ້, ທະນາຄານພັດທະນາອາຊີ (ADB) ໄດ້ຈັດກອງປະຊຸມຖະແຫຼງຂ່າວ ເພື່ອປະກາດບົດລາຍງານການອັບເດດແງ່ຫວັງການພັດທະນາອາຊີ (ADO) ປີ 2021.
ຍສໝ - ທ່ານຮອງນາຍົກລັດຖະມົນຕີ ຫວູດຶກດາມ ຫາກໍ່ລົງນາມໃນຂໍ້ຕົກລົງອະນຸມັດການປະຕິບັດໂຄງການ “ສ້າງຄວາມເຂັ້ມແຂງພູມປັນຍາໜຸ່ມ ທີ່ອາສາສະໝັກເຮັດວຽກຢູ່ບັນດາເຂດເສດຖະກິດ - ປ້ອງກັນຊາດ” ຮອດທ້າຍປີ 2030.
ຍສໝ - ໃນສະພາບການທີ່ການລະບາດຂອງພະຍາດ COVID-19 ຍັງມີຄວາມສັບສົນ, ສົ່ງຜົນກະທົບຕໍ່ເສດຖະກິດ, ເຮັດໃຫ້ຕ່ອງໂສ້ການສະໜອງໃນພາກພື້ນຂາດວັກຂາດຕອນ, ບັນດາປະເທດ ແລະ ຄູ່ຮ່ວມມືໃນອາຊຽນ ລ້ວນແຕ່ຫວັງວ່າ ຂໍ້ສັນຍາຄູ່ຮ່ວມເສດຖະກິດຮອບດ້ານລະດັບພາກພື້ນ (RCEP) ຈະມີຜົນບັງຄັບໃຊ້ໂດຍໄວ, ລະອຽດແມ່ນໃນຕົ້ນປີ 2022...
ຕາມທ່ານລັດຖະມົນຕີ ຫງວຽນຈິຢຸງ ແລ້ວ, ສະພາບການລວມຂອງທົ່ວປະເທດຈະອີງໃສ່ໝາກຜົນຂອງການຕ້ານໂລກລະບາດ, ຖ້າຫາກວ່າ ການຄວບຄຸມໂລກລະບາດໂຄວິດ - 19 ໄດ້ຮັບການປະຕິບັດເປັນຢ່າງດີ, ການເຕີບໂຕໃນປີ 2021 ອາດຈະບັນລຸໄດ້ແຕ່ 3,5% - 4%.
ຍສໝ - ໃນວັນທີ 14 ກັນຍາ, ສ.ເກົາຫຼີ ໃຫ້ຮູ້ວ່າ ປະເທດນີ້ຄາດຄະເນຈະດໍາເນີນ ຫຼືເລີ່ມການເຈລະຈາກ່ຽວກັບຂໍ້ຕົກລົງການຄ້າເສລີ (FTA) ກັບບັນດາຄູ່ການຄ້າຈາກອາຊີເວັນອອກສ່ຽງໃຕ້ ແລະອາເມຣິກາລາຕິນໃນປີນີ້ ໃນຄວາມພະຍາຍາມເພື່ອຫຼຸດຜ່ອນການເອື່ອຍອີງໃສ່ບັນດາປະເທດທີ່ມີພື້ນຖານເສດຖະກິດໃຫຍ່.
ໃນຂອບເຂດກອງປະຊຸມລັດຖະມົນຕີເສດຖະກິດ ອາຊຽນຄັ້ງທີ 53, ວັນທີ 14 ກັນຍາ ໄດ້ດຳເນີນບັນດາກອງປະຊຸມປຶກສາຫາລືຂັ້ນລັດຖະມົນຕີເສດຖະກິດ ລະຫວ່າງ ອາຊຽນແລະບັນດາປະເທດຄູ່ຮ່ວມມື: ອາເມລິກາ, ຮົ່ງກົງ (ຈີນ), ອິນເດຍ, ສະຫະພາບເອີລົບ ແລະ ລັດເຊຍ.
ຍສໝ - ກອງປະຊຸມລັດຖະມົນຕີເສດຖະກິດ ບັນດາປະເທດ ກຳປູເຈຍ - ລາວ - ມຽນມາ - ຫວຽດນາມ ຄັ້ງທີ 13 (CLMV EMM 13) ຫາກໍດຳເນີນຫວ່າງມໍ່ໆມານີ້ ຕາມຮູບການທາງອອນລາຍ ໂດຍ ມຽນມາ ເປັນປະທານ. ໃນສະພາບການບັນດາປະເທດອາຊີຕາເວັນອອກສ່ຽງໃຕ້ (ອາຊຽນ) ພວມມານະພະຍາຍາມຄວບຄຸມໂລກລະບາດໂຄວິດ - 19 ແລະ ຟື້ນຟູເສດຖະກິດ, CLMV EMM 13 ໄດ້ກາຍເປັນຊ່ອງໜູນຊ່ວຍທີ່ສຳຄັນ, ປະກອບສ່ວນຢ່າງມີປະສິດທິຜົນໃຫ້ແກ່ວິວັດທະນາການນີ້.
ຫວຽດນາມ ຕີລາຄາສູງຄວາມມານະພະຍາຍາມ ແລະ ການຮັບມື, ຫັນປ່ຽນຢ່າງໄວຂອງບັນດາປະເທດ CLMV ໃນການປະຕິບັດບັນດາການເຄື່ອນໄຫວ, ໂຄງການ.
ຕອນບ່າຍວັນທີ 7 ກັນຍາ, ທີ່ຫໍສະພາແຫ່ງຊາດ, ທ່ານ ເຈິ່ນແທັງເໝິນ ຮອງປະທານຜູ້ປະຈໍາການສະພາແຫ່ງຊາດ ໄດ້ເຂົ້າຮ່ວມກອງປະຊຸມເປີດກວ້າງຂອງຄະນະປະຈໍາສະພາຊົນເຜົ່າ ເພື່ອສືບສວນເບື້ອງຕົ້ນບົດລາຍງານຂອງລັດຖະບານກ່ຽວກັບການປະຕິບັດໂຄງການເປົ້າໝາຍແຫ່ງຊາດ ກ່ຽວກັບການພັດທະນາເສດຖະກິດ-ສັງຄົມເຂດຊົນເຜົ່າສ່ວນໜ້ອຍ ແລະເຂດພູດອຍໄລຍະ 2021-2030.
ຍສໝ - ທີ່ຕ້ອນຮັບ ທ່ານເອກອັກຄະລັດຖະທູດອິນເດຍ ປະຈຳ ຫວຽດນາມ Pranay Verma (ວັນທີ 6 ກັນຍາ ຢູ່ຮ່າໂນ້ຍ), ທ່ານປະທານປະເທດຫວຽດນາມ ຫງວຽນຊວນຟຸກ ສະເໜີສອງປະເທດຍູ້ແຮງການຮ່ວມມືໃນຫຼາຍຂົງເຂດ, ໃນນັ້ນມີການແລກປ່ຽນປະຊາຊົນ, ການຮ່ວມມືດ້ານເສດຖະກິດ, ການທ່ອງທ່ຽວ, ຄວາມໝັ້ນຄົງ ແລະການປ້ອງກັນຊາດ, ສາທາລະນະສຸກ...
ຍສໝ - ເວັບໄຊ໌ Economist.com (ອັງກິດ) ໄດ້ໃຫ້ຂໍ້ສັງເກດເມື່ອບໍ່ດົນມານີ້ວ່າ ການເຊື່ອມໂຍງເຂົ້າກັບການຜະລິດໃນທົ່ວໂລກໄດ້ຊ່ວຍໃຫ້ເສດຖະກິດຫວຽດນາມມີການເຄື່ອນໄຫວໃນໄລຍະການແຜ່ລະບາດຂອງພະຍາດໂຄວິດ -19. ບົດຂຽນເນັ້ນໜັກວ່າ ເຖິງວ່າຈະມີການແຜ່ລະບາດຂອງພະຍາດ COVID-19 ໃນປະຈຸບັນ, ແຕ່ໃນປີ 2021, ອັດຕາການເຕີບໂຕເສດຖະກິດຂອງຫວຽດນາມຍັງຖືກທະນາຄານໂລກ (WB) ຄາດຄະເນໄວ້ວ່າອາດຈະສູງກວ່າ, ຢູ່ທີ່ລະດັບ 4,8%.
ທ່ານປະທານາທິບໍດີ Borut Pahor ໄດ້ອວຍພອນ ແລະ ປາດຖະນາວ່າ ທ່ານເອກອັກຄະລັດຖະທູດຈະສືບຕໍ່ແມ່ນຂົວເຊື່ອມຕໍ່ເພື່ອຊຸກຍູ້ການພົວພັນມິດຕະພາບລະຫວ່າງ 2 ປະເທດ.
ຍສໝ - ເຖິງວ່າຈະມີການຜັນແປທີ່ສັບສົນຂອງການແຜ່ລະບາດຂອງພະຍາດ COVID-19 ຢູ່ໃນຫຼາຍແຂວງ ແລະ ຕົວເມືອງ, ແຕ່ບັນດາໂຄງການລົງທຶນຂອງຕ່າງປະເທດ ທີ່ໄດ້ເບີກຈ່າຍເງິນພາຍໃນ 8 ເດືອນ ຍັງບັນລຸໄດ້ 11.58 ຕື້ໂດລາ, ເພີ່ມຂຶ້ນ 2% ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2020.
ຍສໝ - ໜັງສືພິມ Vientiane Times ສະບັບອອກວັນທີ 27 ສິງຫາ ລົງຂ່າວວ່າ ເຈົ້າໜ້າທີ່ແຂວງຜົ້ງສາລີ (ລາວ) ໄດ້ "ເປິດໄຟຂຽວ" ໃຫ້ແກ່ກຸ່ມວິສາຫະກິດຈີນ ເພື່ອດໍາເນີນການສຶກສາຄວາມເປັນໄປໄດ້ໃນການພັດທະນາເຂດເສດຖະກິດພິເສດສາມຫຼ່ຽມໃໝ່ (SEZ).
ຍສໝ - ໃນວັນທີ 14 ສິງຫາ, ຢູ່ເຂດເສດຖະກິດດ່ານຊາຍແດນ ນາມຢາງ, ຄະນະກຳມະການປະຊາຊົນແຂວງ ກວ໋າງນາມ ໄດ້ຈັດຕັ້ງພິທີເປີດສະຫຼອງຄູ່ດ່ານຊາຍແດນສາກົນ ນາມຢາງ (ກວ໋າງນາມ) ແລະ ດັກຕາອ໋ອກ (ເຊກອງ, ລາວ).