ຫວຽດນາມຊຸກຍູ້ການເຊື່ອມໂຍງເສດຖະກິດສາກົນ ເພື່ອສັນຕິພາບ, ຄວາມຈະເລີນຮຸ່ງເຮືອງ ແລະ ການພັດທະນາແບບຍືນຍົງໃນພາກພື້ນ

12:12 | 28/06/2021

ຍສໝ - ຫວ່າງແລ້ວນີ້, ທ່ານລັດຖະມົນຕີການຕ່າງປະເທດ ບຸ່ຍແທງເຊີນ ໄດ້ເຂົ້າຮ່ວມກອງປະຊຸມສຸດຍອດທາງອອນລາຍ ພາກພື້ນອາຊີ ແລະ ປາຊີຟິກ ກ່ຽວກັບການຮ່ວມມືເຂດລ້ອມຮອບ ແລະ ເສັ້ນທາງ.

ຫວຽດນາມຢັ້ງຢືນຄວາມສຳຄັນຂອງເສດຖະກິດໝູນວຽນ ຫວຽດນາມຢັ້ງຢືນຄວາມສຳຄັນຂອງເສດຖະກິດໝູນວຽນ
ຫວຽດນາມປ່ຽນແປງໃໝ່ຮູບແບບການເຕີບໂຕ,ສ້າງໂຄງປະກອບພື້ນຖານເສດຖະກິດຕິດພັນກັບການພັດທະນາຂຽວ ຫວຽດນາມປ່ຽນແປງໃໝ່ຮູບແບບການເຕີບໂຕ,ສ້າງໂຄງປະກອບພື້ນຖານເສດຖະກິດຕິດພັນກັບການພັດທະນາຂຽວ

ກ່າວຄຳເຫັນທີ່ກອງປະຊຸມ, ທ່ານລັດຖະມົນຕີການຕ່າງປະເທດ ບຸ່ຍແທງເຊີນ ໄດ້ຢືນຢັນວ່າ, ຫວຽດນາມ ຕີລາຄາສູງ ແລະ ຮຽກຮ້ອງໃຫ້ປະຊາຄົມສາກົນ ສືບຕໍ່ໜູນຊ່ວຍບັນດາປະເທດ, ພິເສດແມ່ນບັນດາປະເທດພວມພັດທະນາ, ຍູ້ການລະບາດຂອງພະຍາດ COVID-19 ໃຫ້ຖອຍໄປຢ່າງໄວວາ, ຫັນປ່ຽນເປັນພື້ນຖານເສດຖະກິດຂຽວ, ເສດຖະກິດໝູນວຽນ ແລະ ເປີດກວ້າງການຄ້າ ແລະ ການລົງທືນ ເພື່ອປະກອບສ່ວນຊຸກຍູ້ການຟື້ນຟູເສດຖະກິດ ໄປສູ່ການພັດທະນາແບບຍືນຍົງ ແລະ ກວມລວມ.

ຫວຽດນາມຊຸກຍູ້ການເຊື່ອມໂຍງເສດຖະກິດສາກົນ ເພື່ອສັນຕິພາບ, ຄວາມຈະເລີນຮຸ່ງເຮືອງ ແລະ ການພັດທະນາແບບຍືນຍົງໃນພາກພື້ນ
ທ່ານລັດຖະມົນຕີການຕ່າງປະເທດ ບຸ່ຍແທງເຊີນ ເຂົ້າຮ່ວມກອງປະຊຸມສຸດຍອດທາງອອນລາຍ ພາກພື້ນອາຊີ ແລະ ປາຊີຟິກ. (ພາບ: VOV)

ທ່ານລັດຖະມົນຕີ ບຸ່ຍແທງເຊີນ ໄດ້ຍົກອອກ 3 ບັນຫາສຳຄັນ ເຊິ່ງບັນດາປະເທດຕ້ອງເອົາໃຈໃສ່ ຄື: ເພີ່ມທະວີການຮ່ວມມືຫຼາຍຝ່າຍ ເພື່ອປະສານສົມທົບຄວາມພະຍາຍາມ ໃນການປ້ອງກັນຕ້ານການລະບາດ, ຊຸກຍູ້ການຖ່າຍທອດເຕັກໂນໂລຢີການຜະລິດວັກຊີນ, ຮັບປະກັນໃຫ້ທຸກໆປະເທດ ລ້ວນແຕ່ສາມາດເຂົ້າເຖິງການສະໜອງວັກຊີນໂດຍໄວ, ທັນການ ແລະ ຄ່າໃຊ້ຈ່າຍທີ່ເໝາະສົມ; ສົ່ງເສີມບັນດາຂອບເຂດ ແລະ ຂໍ້ລິເລີ່ມການຮ່ວມມືໃນພາກພື້ນຕ່າງໆໃຫ້ດີກວ່າເກົ່າ ເຊັ່ນ: APEC, ອາຊຽນ, ເຂດລ້ອມຮອບ ແລະ ເສັ້ນທາງ ເພື່ອສົ່ງເສີມການຄ້າ ແລະ ການລົງທືນ, ອຳນວຍຄວາມສະດວກໃນການເຂົ້າເຖິງຕະຫລາດສຳລັບວິສາຫະກິດ, ເຊື່ອມຕໍ່ລະບົບການຂົນສົ່ງໃນພາກພື້ນ ແລະ logistics, ພັດທະນາເສດຖະກິດດີຈີຕອນ; ເພີ່ມທະວີການໜູນຊ່ວຍບັນດາປະເທດກຳລັງພັດທະນາ ເພື່ອຈັດຕັ້ງປະຕິບັດເປົ້າໝາຍ SDG 2030 ຢ່າງຄົບຖ້ວນ ແລະ ທັນການ, ແບ່ງປັນປະສົບການ ແລະ ຖ່າຍທອດເຕັກໂນໂລຢີກ່ຽວກັບເສດຖະກິດສີຂຽວ.

ທ່ານລັດຖະມົນຕີ ບຸ່ຍແທງເຊີນ ເນັ້ນໜັກວ່າ, ຫວຽດນາມ ສືບຕໍ່ຊຸກຍູ້ການເຊື່ອມໂຍງເສດຖະກິດສາກົນ, ເປີດກວ້າງ ແລະ ເຮັດໃຫ້ການພົວພັນຮ່ວມມືກັບບັນດາປະເທດໃນພາກພື້ນອາຊີປາຊີຟິກ ເລິກເຊິ່ງກ່ວາເກົ່າ ເພື່ອສັນຕິພາບ, ຄວາມຈະເລີນຮຸ່ງເຮືອງ ແລະ ການພັດທະນາແບບຍືນຍົງໃນພາກພື້ນ.

ຄຳຮຸ່ງ

ເຫດການ
302 Found

Found

The document has moved here.