COVID-19 ບໍ່ສາມາດກີດຂວາງເສດຖະກິດຫວຽດນາມໄດ້

06:38 | 06/09/2021

ຍສໝ - ເວັບໄຊ໌ Economist.com (ອັງກິດ) ໄດ້ໃຫ້ຂໍ້ສັງເກດເມື່ອບໍ່ດົນມານີ້ວ່າ ການເຊື່ອມໂຍງເຂົ້າກັບການຜະລິດໃນທົ່ວໂລກໄດ້ຊ່ວຍໃຫ້ເສດຖະກິດຫວຽດນາມມີການເຄື່ອນໄຫວໃນໄລຍະການແຜ່ລະບາດຂອງພະຍາດໂຄວິດ -19. ບົດຂຽນເນັ້ນໜັກວ່າ ເຖິງວ່າຈະມີການແຜ່ລະບາດຂອງພະຍາດ COVID-19 ໃນປະຈຸບັນ, ແຕ່ໃນປີ 2021, ອັດຕາການເຕີບໂຕເສດຖະກິດຂອງຫວຽດນາມຍັງຖືກທະນາຄານໂລກ (WB) ຄາດຄະເນໄວ້ວ່າອາດຈະສູງກວ່າ, ຢູ່ທີ່ລະດັບ 4,8%.

ສາທາລະນະລັດເຊັກ ໂອນວັກຊີນ​ກັນ COVID -19  500,000 ໂດສ ໃຫ້ແກ່ຫວຽດນາມ ສາທາລະນະລັດເຊັກ ໂອນວັກຊີນ​ກັນ COVID -19 500,000 ໂດສ ໃຫ້ແກ່ຫວຽດນາມ
ປີໃໝ່ Chöl Nam Thmay ມີຄວາມອົບອຸ່ນ, ປຸ້ມລຸມກັນຢູ່ສະຖານທູດລາຊະອານາຈັກກຳປູເຈຍ ປະຈຳຫວຽດນາມ ປີໃໝ່ Chöl Nam Thmay ມີຄວາມອົບອຸ່ນ, ປຸ້ມລຸມກັນຢູ່ສະຖານທູດລາຊະອານາຈັກກຳປູເຈຍ ປະຈຳຫວຽດນາມ
ພາບປະກອບ
ພາບປະກອບ

ຕາມຜູ້ຂຽນບົດຂ່າວແລ້ວ, ການເປີດປະຕູການຄ້າ ແລະການລົງທຶນໄດ້ຊ່ວຍໃຫ້ຫວຽດນາມກາຍເປັນຈຸດເຊື່ອມຕໍ່ທີ່ ສຳຄັນໃນລະບົບຕ່ອງໂສ້ການສະໜອງ, ສ້າງເງື່ອນໄຂໃຫ້ແກ່ການເຕີບໂຕທີ່ເຂັ້ມແຂງ ແລະຍາວນານ. ຕະຫຼອດໄລຍະ 30 ປີທີ່ຜ່ານມາ, ຫວຽດນາມເປັນໜຶ່ງໃນຫ້າປະເທດທີ່ມີການເຕີບໂຕໄວທີ່ສຸດໃນໂລກ. ສິ່ງມະຫັດສະຈັນຂອງຫວຽດນາມບໍ່ໄດ້ຂຶ້ນກັບການເພີ່ມຂຶ້ນ ແລະຫຼຸດລົງຂອງຕະຫຼາດອື່ນໆ ແຕ່ຫາກເປັນການເຕີບໂຕທີ່ໝັ້ນຄົງ.

ຕາມ The Economist ແລ້ວ, ເຖິງວ່າຫວຽດນາມພວມປະເຊີນກັບການແຜ່ລະບາດຂອງພະຍາດ COVID-19 ກໍ່ຕາມ, ແຕ່ຍັງສາມາດມີແງ່ດີຕໍ່ປະເທດທີ່ເບິ່ງຄືວ່າພວມຢູ່ໃນໄລຍະເລີ່ມຕົ້ນຂອງການກ້າວເຂົ້າສູ່ວົງຈອນມະຫັດສະຈັນເສດຖະກິດຂອງອາຊີຕາເວັນອອກ.

ໄຊພອນ

ເຫດການ
302 Found

Found

The document has moved here.