ລາວ ຢາກເປີດເຂດເສດຖະກິດພິເສດທີ່ມີຊາຍແດນຕິດກັບຫວຽດນາມ ແລະຈີນ

11:30 | 29/08/2021

ຍສໝ - ໜັງສືພິມ Vientiane Times ສະບັບອອກວັນທີ 27 ສິງຫາ ລົງຂ່າວວ່າ ເຈົ້າໜ້າທີ່ແຂວງຜົ້ງສາລີ (ລາວ) ໄດ້ "ເປິດໄຟຂຽວ" ໃຫ້ແກ່ກຸ່ມວິສາຫະກິດຈີນ ເພື່ອດໍາເນີນການສຶກສາຄວາມເປັນໄປໄດ້ໃນການພັດທະນາເຂດເສດຖະກິດພິເສດສາມຫຼ່ຽມໃໝ່ (SEZ).

ປີໃໝ່ Chöl Nam Thmay ມີຄວາມອົບອຸ່ນ, ປຸ້ມລຸມກັນຢູ່ສະຖານທູດລາຊະອານາຈັກກຳປູເຈຍ ປະຈຳຫວຽດນາມ ປີໃໝ່ Chöl Nam Thmay ມີຄວາມອົບອຸ່ນ, ປຸ້ມລຸມກັນຢູ່ສະຖານທູດລາຊະອານາຈັກກຳປູເຈຍ ປະຈຳຫວຽດນາມ
ພິທີປຸກລະດົມການສອບເສັງຊອກຫາວິທີການຫັນເປັນດີຈີຕອນຫວຽດນາມ VIET SOLUTIONS 2020 ພິທີປຸກລະດົມການສອບເສັງຊອກຫາວິທີການຫັນເປັນດີຈີຕອນຫວຽດນາມ VIET SOLUTIONS 2020
ລາວ ຢາກເປີດເຂດເສດຖະກິດພິເສດທີ່ມີຊາຍແດນຕິດກັບຫວຽດນາມ ແລະຈີນ
ພາບປະກອບ: wikimapia.org

ຖ້າໄດ້ຮັບການອະນຸມັດ, ເຂດເສດຖະກິດພິເສດນີ້ຈະຕັ້ງຢູ່ໃນເມືອງ ຍອດອູ, ແຂວງຜົ້ງສາລີ, ເຊິ່ງມີຊາຍແດນຕິດກັບຈີນ ແລະຫວຽດນາມ. ຕາມໜັງສືພິມສະບັບນີ້ແລ້ວ, ເຈົ້າໜ້າທີ່ແຂວງຜົ້ງສາລີ ແລະຜູ້ຕາງໜ້າກຸ່ມວິສາຫະກິດຈີນ ໄດ້ລົງນາມໃນບົດບັນທຶກຄວາມເຂົ້າໃຈ (MOU) ໃນວັນທີ 24 ສິງຫາ ອະນຸຍາດໃຫ້ນັກລົງທຶນດໍາເນີນການສຶກສາຄວາມເປັນໄປໄດ້ກ່ຽວກັບເຂດເສດຖະກິດພິເສດດັ່ງກ່າວ.

ອີງຕາມບົດບັນທຶກຄວາມເຂົ້າໃຈທີ່ມີຜົນບັງຄັບໃຊ້ໃນວັນທີ 18 ສິງຫາ, ຜູ້ລົງທຶນຈະຕ້ອງເລີ່ມການສໍາຫຼວດ ແລະສຶກສາຄວາມເປັນໄປໄດ້ພາຍໃນ 30 ວັນຫຼັງຈາກເຊັນ MOU.

ທ່ານນາງຮອງຫົວໜ້າພະແນກແຜນການ ແລະການລົງທຶນແຂວງຜົ້ງສາລີ Khammala Souvong ໃຫ້ຮູ້ວ່າ ນັກລົງທຶນຈີນຈະສໍາຫຼວດພື້ນທີ່ປະມານ 250 ກິໂລຕາແມັດ, ໃນນັ້ນ 100 ກິໂລຕາແມັດຈະໄດ້ຮັບໃຊ້ສໍາລັບການບໍລິການ ແລະການທ່ອງທ່ຽວ, ສ່ວນທີ່ເຫຼືອ 150 ກິໂລຕາແມັດ, ຈະຖືກນໍາໃຊ້ເຂົ້າໃນການພັດທະນາກະສິກໍາ ແລະອຸດສາຫະກໍາ.

ບັນດານັກລົງທຶນກໍ່ຈະສໍາຫຼວດ ແລະອອກແບບເສັ້ນທາງເຊື່ອມຕໍ່ບ້ານ Yai-ouneua ຫາສະຖານທີ່ພັດທະນາທີ່ວາງແຜນໄວ້. ການປະເມີນຕີລາຄາກ່ຽວກັບຜົນກະທົບຕໍ່ສັງຄົມ ແລະສິ່ງແວດລ້ອມກໍ່ຈະໄດ້ຮັບການດໍາເນີນ.

ຕາມໜັງສືພິມ Vientiane Times ແລ້ວ, ບົດລາຍງານການສຶກສາຄວາມເປັນໄປໄດ້ ຈະຖືກນໍາໃຊ້ຄືເປັນບ່ອນອ້າງອີງໃນການຮ່າງແຜນຜັງລວມສໍາລັບການພັດທະນາເຂດເສດຖະກິດພິເສດດັ່ງກ່າວ.

ໄຊພອນ

ເຫດການ
302 Found

Found

The document has moved here.