ກອງປະຊຸມລັດຖະມົນຕີເສດຖະກິດ CLMV ເນັ້ນໜັກເຖິງຄວາມສຳຄັນຂອງການຮ່ວມມືຟື້ນຟູເສດຖະກິດພາຍຫຼັງໂລກລະບາດໂຄວິດ-19

16:30 | 11/09/2021

ຫວຽດນາມ ຕີລາຄາສູງຄວາມມານະພະຍາຍາມ ແລະ ການຮັບມື, ຫັນປ່ຽນຢ່າງໄວຂອງບັນດາປະເທດ CLMV ໃນການປະຕິບັດບັນດາການເຄື່ອນໄຫວ, ໂຄງການ.

ກອງປະຊຸມເຈົ້າໜ້າທີ່ເສດຖະກິດອະວຸໂສກຳປູເຈຍ-ລາວ-ມຽນມາ-ຫວຽດນາມ (CLMV SEOM)  ຄັ້ງທີ 20 ກອງປະຊຸມເຈົ້າໜ້າທີ່ເສດຖະກິດອະວຸໂສກຳປູເຈຍ-ລາວ-ມຽນມາ-ຫວຽດນາມ (CLMV SEOM) ຄັ້ງທີ 20
ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ເປັນປະທານ ກອງປະຊຸມສຸດຍອດ ຂອບການ ຮ່ວມມື ກໍາປູເຈຍ-ລາວ-ມຽນມາ-ຫວຽດນາມ (CLMV) ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ເປັນປະທານ ກອງປະຊຸມສຸດຍອດ ຂອບການ ຮ່ວມມື ກໍາປູເຈຍ-ລາວ-ມຽນມາ-ຫວຽດນາມ (CLMV)
ກອງປະຊຸມລັດຖະມົນຕີເສດຖະກິດ CLMV ເນັ້ນໜັກເຖິງຄວາມສຳຄັນຂອງການຮ່ວມມືຟື້ນຟູເສດຖະກິດພາຍຫຼັງໂລກລະບາດໂຄວິດ-19

ກອງປະຊຸມລັດຖະມົນຕີເສດຖະກິດ CLMV EMM 13. (ພາບ: TTXVN)

ໃນຂອບເຂດກອງປະຊຸມລັດຖະມົນຕີເສດຖະກິດອາຊຽນ ຄັ້ງທີ 53 (AEM 53) ແລະ ບັນດາກອງປະຊຸມທີ່ກ່ຽວຂ້ອງເຊິ່ງດຳເນີນໃນລະຫວ່າງວັນທີ 06 - 15 ກັນຍາ ແບບທາງໄກ, ວັນທີ 10 ກັນຍາ, ໄດ້ດຳເນີນກອງປະຊຸມລັດຖະມົນຕີເສດຖະກິດບັນດາປະເທດ ກຳປູເຈຍ-ລາວ-ມຽນມາ-ຫວຽດນາມ ຄັ້ງທີ 13 (CLMV EMM 13) ໂດຍມຽນມາ ເປັນປະທານ.

ທີ່ກອງປະຊຸມ, ຫວຽດນາມ ຕີລາຄາສູງຄວາມມານະພະຍາຍາມ ແລະ ການຮັບມື, ຫັນປ່ຽນຢ່າງໄວຂອງບັນດາປະເທດ CLMV ໃນການປະຕິບັດບັນດາການເຄື່ອນໄຫວ, ໂຄງການ. ກ່ຽວກັບແຜນການຟື້ນຟູພາຍຫຼັງໂລກລະບາດໂຄວິດ-19, ຫວຽດນາມ ສະເໜີໃຫ້ບັນດາປະເທດຈົ່ງເອົາໃຈໃສ່, ສືບຕໍ່ຍູ້ແຮງການປະຕິບັດບັນດາການເຄື່ອນໄຫວຮ່ວມມືໃນແຜນການກະທຳ CLMV 2021 – 2022, ຕິດພັນກັບບັນດາເປົ້າໝາຍຂອງຂໍ້ລິເລີ່ມເຊື່ອມໂຍງອາຊຽນ ແລະ ແຜນການສັງລວມໃນການສ້າງປະຊາຄົມອາຊຽນ ຮອດປີ 2025. ບັນດາປະເທດຄວນສືບຕໍ່ສ້າງເງື່ອນໄຂສະດວກໃຫ້ແກ່ການເຄື່ອນໄຫວສົ່ງອອກ-ນຳເຂົ້າລະຫວ່າງບັນດາປະເທດ, ພິເສດແມ່ນການເຄື່ອນໄຫວ ເຮັດລະບຽບການພາສີຜ່ານຊາຍແດນຢູ່ເຂດຊາຍແດນ, ສົ່ງເສີມການເພີ່ມທະວີການຮ່ວມສຳພັນລະຫວ່າງວິສາຫະກິດຂອງບັນດາປະເທດ CLMV ໃນຂົງເຂດປຸງແຕ່ງ, ສົ່ງອອກຜະລິດຕະພັນກະເສດ… ເພື່ອແນໃສ່ສ້າງເປັນລະບົບສະໜອງພາກພື້ນໂດຍ CLMV ເປັນແກນສານຕົ້ນຕໍ. ບັນດາປະເທດ CLMV ກໍ່ຄວນເພີ່ມທະວີຄວາມສະໜິດຕິດພັນກັບບັນດາເປົ້າໝາຍຂອງແຜນການສັງລວມເຊື່ອມຕໍ່ອາຊຽນ ຮອດປີ 2025.

vovworld.vn

ເຫດການ
302 Found

Found

The document has moved here.