ຫວຽດນາມປ່ຽນແປງໃໝ່ຮູບແບບການເຕີບໂຕ,ສ້າງໂຄງປະກອບພື້ນຖານເສດຖະກິດຕິດພັນກັບການພັດທະນາຂຽວ

09:50 | 02/06/2021

ທ່ານນາຍົກລັດຖະມົນຕີຫວຽດນາມ ຟ້າມມິນຈິງ ໄດ້ເຂົ້າຮ່ວມເວທີປາໄສສຸດຍອດຄູ່ຮ່ວມມືເພື່ອການເຕີບໂຕຂຽວ ແລະ ເປົ້າໝາຍທົ່ວໂລກ (P4G) 2030 ທາງອອນລາຍ.

ອາ​ເລືອຍ - ເມືອງ​ເຂດ​ພູ​ດອຍ​ທຳ​ອິດ​ຂອງ ຫວຽດ​ນາມ ເຂົ້າ​ຮ່ວມ​ໂຄງ​ການ​ຕົວ​ເມືອງຫຼຸດ​ຜ່ອນ​​ການ​ນຳ​ໃຊ້​ຢາງປ​ຼາດ​ສ​ຕິກ ຂອງ WWF ອາ​ເລືອຍ - ເມືອງ​ເຂດ​ພູ​ດອຍ​ທຳ​ອິດ​ຂອງ ຫວຽດ​ນາມ ເຂົ້າ​ຮ່ວມ​ໂຄງ​ການ​ຕົວ​ເມືອງຫຼຸດ​ຜ່ອນ​​ການ​ນຳ​ໃຊ້​ຢາງປ​ຼາດ​ສ​ຕິກ ຂອງ WWF
ກອງປະຊຸມສຸດຍອດ “ການກະທຳຢ່າງຮີບດ່ວນກ່ຽວກັບຊີວະນາໆພັນ ເພື່ອການພັດທະນາແບບຍືນຍົງ” ກອງປະຊຸມສຸດຍອດ “ການກະທຳຢ່າງຮີບດ່ວນກ່ຽວກັບຊີວະນາໆພັນ ເພື່ອການພັດທະນາແບບຍືນຍົງ”
ຫວຽດນາມປ່ຽນແປງໃໝ່ຮູບແບບການເຕີບໂຕ,ສ້າງໂຄງປະກອບພື້ນຖານເສດຖະກິດຕິດພັນກັບການພັດທະນາຂຽວ

ທ່ານນາຍົກລັດຖະມົນຕີຫວຽດນາມ ຟ້າມມິນຈິງ (ພາບ: ກະຊວງການຕ່າງປະເທດ)

ວັນທີ 31 ພຶດສະພາ, ຢູ່ສະຖານທີ່ເຊື່ອມຕໍ່ຈາກຮ່າໂນ້ຍ, ທ່ານນາຍົກລັດຖະມົນຕີຫວຽດນາມ ຟ້າມມິນຈິງ ໄດ້ເຂົ້າຮ່ວມເວທີປາໄສສຸດຍອດຄູ່ຮ່ວມມືເພື່ອການເຕີບໂຕຂຽວ ແລະ ເປົ້າໝາຍທົ່ວໂລກ (P4G) 2030 ທາງອອນລາຍ, ຕາມຄຳເຊື້ອເຊີນຂອງທ່ານປະທານາທິບໍດີສ.ເກົາຫຼີ Moon Jae In. ການເຄື່ອນໄຫວສຳຄັນທີ່ສຸດຂອງກອງປະຊຸມສຸດຍອດແມ່ນວາລະປຶກສາຫາລືສຸດຍອດເຊິ່ງດຳເນີນໃນຕອນຄ່ຳວັນທີ 31 ພຶດສະພາ (ຕາມເວລາຫວຽດນາມ) ດ້ວຍການເຂົ້າຮ່ວມທາງອອນລາຍຂອງການນຳຂັ້ນສູງບັນດາປະເທດສ.ເກົາຫຼີ, ແດນມາກ, ຫວຽດນາມ, ໂຮນລັງ, ໄທ, ກຳປູເຈຍ, ປະທານຄະນະກຳມະການເອີລົບ (ອີຢູ), ທູດພິເສດກ່ຽວກັບການປ່ຽນແປງຂອງດິນຟ້າອາກາດຂອງປະທານາທິບໍດີອາເມລິກາ…

ກ່າວຄຳເຫັນທີ່ວາລະປຶກສາຫາລືຂັ້ນສຸດຍອດ, ທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ ສະເໜີໃຫ້ປະຊາຄົມສາກົນຈົ່ງຮ່ວມແຮງຮ່ວມໃຈແກ້ໄຂຢ່າງກົມກຽວລະຫວ່າງຄວາມຕ້ອງການຮີບດ່ວນໃນການຟື້ນຟູເສດຖະກິດ ກັບຄວາມຮຽກຮ້ອງພັດທະນາຂຽວ ແລະ ພັດທະນາແບບຍືນຍົງກວ່າພາຍຫຼັງໂລກລະບາດໂຄວິດ-19. ທ່ານນາຍົກລັດຖະມົນຕີ ໄດ້ຍົກອອກບັນດາມາດຕະການແກ້ໄຂສຳຄັນຄື: ການຟື້ນຟູຂຽວ, ເສດຖະກິດຂຽວ, ເສດຖະກິດໝູນວຽນ; ການຫັນປ່ຽນຂຽວ, ຊຸກຍູ້ບັນດາໂຄງການພາກລັດ-ເອກະຊົນ (PPP) ໃນການເຕີບໂຕຂຽວຢ່າງແຮງກວ່າອີກ; ຍົກສູງກຳລັງຄວາມສາມາດເປັນເຈົ້າການຮັບມືກັບການປ່ຽນແປງຂອງດິນຟ້າອາກາດ, ໃນນັ້ນມີອະນຸພາກພື້ນແມ່ນນ້ຳຂອງ ແລະ ເຂດທົ່ງພຽງແມ່ນ້ຳຂອງທາງພາກໃຕ້ຫວຽດນາມ; ສະກັດກັ້ນ, ຍູ້ໂລກລະບາດໂຄວິດ-19 ໃຫ້ຖອຍໄປ ແລະ ແກ້ໄຂໂລກລະບາດໂດຍພື້ນຖານ; ເພີ່ມທະວີການໜູນຊ່ວຍສະໜອງບັນດາແຫຼ່ງວັກຊິນ, ຮ່ວມມືກັນໃນການໄປມາ ແລະ ຮັກສາຄວາມສະຖຽນລະພາບໃນລະບົບສະໜອງທົ່ວໂລກ; ຍົກສູງຈິດໃຈຄວາມສາມັກຄີ, ໜ້າທີ່ຄວາມຮັບຜິດຊອບ, ເຄົາລົບຜົນປະໂຫຍດລວມຂອງມະນຸດ. ທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ ໄດ້ເນັ້ນໜັກເຖິງຄວາມຕັດສິນໃຈຂອງຫວຽດນາມ ໃນການປະຕິບັດ “ເປົ້າໝາຍຄວບຄູ່” ແມ່ນທັງປ້ອງກັນ ຕ້ານໂລກລະບາດ, ທັງຟື້ນຟູເສດຖະກິດຄືນໃໝ່; ປ່ຽນແປງໃໝ່ຮູບແບບການເຕີບໂຕ, ສ້າງໂຄງປະກອບພື້ນຖານເສດຖະກິດ, ພັດທະນາຂຽວ.

ຖືເອົາການປ່ຽນແປງໃໝ່ຮູບແບບການເຕີບໂຕ, ສ້າງໂຄງປະກອບພື້ນຖານເສດຖະກິດຄືນໃໝ່, ພັດທະນາເສດຖະກິດຂຽວ, ຄວາມຕ້ອງການຂອງຕະຫຼາດ, ບັນດາຂະແໜງໃໝ່ຫາກໍ່ພົ້ນເດັ່ນ ແລະ ເພີ່ມສະມັດຕະພາບການອອກແຮງງານເປັນການກຳນົດທິດ. ຖືມະນຸດເປັນໃຈກາງ, ທັງແມ່ນແຫຼ່ງກຳລັງ ທັງແມ່ນກຳລັງໜູນສຳຄັນທີ່ສຸດ ແລະ ແມ່ນເປົ້າໝາຍສູງສຸດຂອງການພັດທະນາ. ພວກຂ້າພະເຈົ້າເດັດດ່ຽວບໍ່ຮັບເອົາວິທີການເຕີບໂຕດ້ວຍທຸກຮູບແບບ, ຂາດລັກສະນະຍືນຍົງ; ແລະ ຍິ່ງບໍ່ເດີນຕາມການເຕີບໂຕດ້ານດຽວ ຫາກຕ້ອງເສຍສະຫຼະຄວາມກ້າວໜ້າ ແລະ ຄວາມຍຸຕິທຳໃນສັງຄົມ. ພວກຂ້າພະເຈົ້າປາດຖະໜາຈະສືບຕໍ່ໄດ້ຮັບການໜູນຊ່ວຍ, ການຮ່ວມມືຢ່າງມີປະສິດທິຜົນກວ່າຈາກບັນດາປະເທດ, ບັນດາອົງການຈັດຕັ້ງສາກົນ, ວິສາຫະກິດ; ໂດຍສະເພາະແມ່ນໃນບັນດາໂຄງການຮ່ວມມືພັດທະນາພື້ນຖານໂຄງລ່າງຍຸດທະສາດທີ່ມີຄຸນນະພາບສູງ, ເສດຖະກິດຂຽວ, ເສດຖະກິດດີຈີຕອນ… ໜູນຊ່ວຍບັນດາເປົ້າໝາຍພັດທະນາແບບຍືນຍົງຂອງຫວຽດນາມ”.

ສິ້ນສຸດວາລະປຶກສາຫາລື, ບັນດາການນຳໄດ້ເຫັນດີຮັບຮອງເອົາຖະແຫຼງການ ເຊີອຸນ, ຢືນຢັນຄຳໝັ້ນສັນຍາດ້ານການເມືອງຢ່າງແຮງຂອງບັນດາການນຳ P4G ແລະ ບັນດາຄູ່ຮ່ວມມື, ພ້ອມກັນນັ້ນກໍ່ຍົກອອກບັນດາການກຳນົດທິດ, ມາດຕະການແກ້ໄຂໃຫຍ່ເພື່ອແນໃສ່ຟື້ນຟູຂຽວ, ຮັບມືກັບການປ່ຽນແປງຂອງດິນຟ້າອາກາດ ແລະ ການພັດທະນາແບບຍືນຍົງ, ກວມລວມ, ມຸ່ງໄປເຖິງການແກ້ໄຂບັນຫາກາກບອນ.

ອາ​ເລືອຍ - ເມືອງ​ເຂດ​ພູ​ດອຍ​ທຳ​ອິດ​ຂອງ ຫວຽດ​ນາມ ເຂົ້າ​ຮ່ວມ​ໂຄງ​ການ​ຕົວ​ເມືອງຫຼຸດ​ຜ່ອນ​​ການ​ນຳ​ໃຊ້​ຢາງປ​ຼາດ​ສ​ຕິກ ຂອງ WWF ອາ​ເລືອຍ - ເມືອງ​ເຂດ​ພູ​ດອຍ​ທຳ​ອິດ​ຂອງ ຫວຽດ​ນາມ ເຂົ້າ​ຮ່ວມ​ໂຄງ​ການ​ຕົວ​ເມືອງຫຼຸດ​ຜ່ອນ​​ການ​ນຳ​ໃຊ້​ຢາງປ​ຼາດ​ສ​ຕິກ ຂອງ WWF

ຍ​ສ​ໝ - ເຫດ​ການນີ້​ໄດ້​ນຳ​ເມືອງ ອາ​ເລືອຍ​ກາຍ​ເປັ​ນ​ເມືອງ​ເຂດ​ພູ​ດອ​ຍ​ທຳ​ອິດ​ຂອງ ຫວຽດ​ນາມ​ເຂົ້າ​ຮ່ວມ​ໂຄງ​ການ​ທີ່​ມີ​ລັກ​ສະ​ນະ​ທົ່ວ​ໂລກ ຂອງ WWF ຢ່າງ​ເປັນ​ທາງ​ການ​ໃນ​ນັ້ນ ເມືອງ​ອາ​ເລືອຍ ໄດ້​ໃຫ້​ຄຳ​ໝັ້ນ​ສັນ​ຍາ​ຈະ​ແກ້​ໄຂ​ບັນ​ຫາ​ມົນ​ລະ​ພິດ​ຂີ້​ເຫຍື້ອ​ປ​ຼາດ​ສ​ຕິກ ມຸ່ງ​ໄປ​ສູ່​ເປົ້າ​ໝາຍ​ບໍ່​ມີ​ຂີ້​ເຫຍື້ອ​ປຼາດ​ຕິກ​ໃນ​ທຳ​ມະ​ຊາດ​ໃນ​ປີ 2030.

ກອງປະຊຸມສຸດຍອດ “ການກະທຳຢ່າງຮີບດ່ວນກ່ຽວກັບຊີວະນາໆພັນ ເພື່ອການພັດທະນາແບບຍືນຍົງ” ກອງປະຊຸມສຸດຍອດ “ການກະທຳຢ່າງຮີບດ່ວນກ່ຽວກັບຊີວະນາໆພັນ ເພື່ອການພັດທະນາແບບຍືນຍົງ”

ຍ​ສ​ໝ - ທ່ານ​ລັດ​ຖະ​ມົນ​ຕີ ​ເຈິ່ນ​ຮົ່ງ​ຮ່າ ໄດ້​ຮຽກ​ຮ້ອງ​ໃຫ້​ບັນ​ດາ​ປະ​ເທດ ຈົ່ງ​ພ້ອມ​ກັນ ສຸມ​ກຳ​ລົງ​ແຮງ, ສົມ​ທົບ​ກັນ​ມີ​ການ​ກະ​ທຳ​ຢ່າງ​ຮີບ​ດ່ວນ, ເດັດ​ດ່ຽວ​ຂ້ຽວ​ຂາດ ແລະ ແທດ​ຈິງ ກ່​ວາອີກ​ເພື່ອ​ປົກ​ປັກ​ຮັກ​ສາ “ແຫຼ່ງ​ຊັບ​ພະ​ຍາ​ກອນ​ອັນ​ລ້ຳ​ຄ່າ” ແມ່ນ​ຊີ​ວະ​ນາໆ​ພັນ, ພ້ອມ​ທັງ​ຕອບ​ສະ​ໜອງ​ຄວາມ​ຮຽກ​ຮ້ອງ​ຕ້ອງ​ການ​ອັນ​ຊອບ​ທຳ​ຂອງ​ບັນ​ດາ​ລຸ້​ນ​ຄົນ​ໃນ​ອະ​ນາ​ຄົດ.

ສັບປະດາພະລັງງານຜະລິດຄືນໃຫມ່ຢູ່ຫວຽດນາມປີ 2020 ສັບປະດາພະລັງງານຜະລິດຄືນໃຫມ່ຢູ່ຫວຽດນາມປີ 2020

ພະລັງງານຜະລິດຄືນໃຫມ່ ປະຈຸບັນກວມເອົາປະມານ 10% ກຳລັງການຜະລິດຂອງທັງລະບົບໄຟຟ້າ.

​vovworld.vn

ເຫດການ
302 Found

Found

The document has moved here.