ສົ່ງເສີມການພັດທະນາການຄ້າແບບຍືນຍົງ ໃນ ສປປ ລາວ

ສົ່ງເສີມການພັດທະນາການຄ້າແບບຍືນຍົງ ໃນ ສປປ ລາວ

ສະພາການຄ້າ ແລະ ອຸດສາຫະກຳ ແຫ່ງຊາດລາວ ຮ່ວມກັບ ສູນການຄ້າສາກົນ ເປີດໂຄງການ ສົ່ງເສີມ ການພັດທະນາ ການຄ້າແບບຍືນຍົງ ໃນ ສປປ ລາວ ຂຶ້ນໃນວັນທີ 9 ກໍລະກົດ 2019 ທີ່ນະຄອນຫລວງ ວຽງຈັນ, ເພື່ອສ້າງ ຄວາມສາມາດ, ສ້າງຄວາມເຂັ້ມແຂງ ໃນການພັດທະນາ ຫລັກສູດ ຜູ້ປະກອບການ ສະໜອງ ການຊ່ວຍເຫລືອ ດ້ານວິຊາການ ໃຫ້ແກ່ຜູ້ປະກອບການ ທຸລະກິດ ຂະໜາດນ້ອຍ ແລະ ກາງ, ໂດຍສົ່ງເສີມ ຄວາມຮູ້ ພ້ອມເຕັກນິກ ໃນການຈັດຕັ້ງ ໃນການ ເຮັດທຸລະກິດ.

ປະເທດສະວິດສະແລນ ຊ່ວຍເຫຼືອການພັດທະນາ ຢູ່ ສປປ ລາວ ໃນຫຼາຍຂະແໜງ

ປະເທດສະວິດສະແລນ ຊ່ວຍເຫຼືອການພັດທະນາ ຢູ່ ສປປ ລາວ ໃນຫຼາຍຂະແໜງ

ທ່ານ ອີ​ໂວ ຊີ​ເບີ( Ivo Sieber) ເອກ​ອັກ​ຄະ​ລັດ​ຖະ​ທູດ​ວິສາມັນ​ຜູ້​ມີ​ອໍາ​ນາດ​ເຕັມ​ແຫ່ງ​ສະ​ວິດ ປະ​ຈໍາ​ລາວ ​ເຂົ້າ​ຢ້ຽມ​ຄໍາ​ນັບ​ອໍາລາ ຮອງ​ປະທານ​ປະເທດ​ແຫ່ງ​ສປປ ລາວ ທ່ານ ພັນ​ຄໍາ ວິພາ​ວັນ ທ້າຍອາທິດທີ່ຜ່ານມາ.

ສະພາລ່າງສະຫະລັດອາເມລິກາ ສັ່ງໃຫ້ ເຟສບຸກ ຢຸດການພັດທະນາເງິນເອເລັກໂຕຣນິກ Libra

ສະພາລ່າງສະຫະລັດອາເມລິກາ ສັ່ງໃຫ້ ເຟສບຸກ ຢຸດການພັດທະນາເງິນເອເລັກໂຕຣນິກ Libra

ຍສໝ - ຕໍ່ໜ້າຄວາມເປັນຫ່ວງກ່ຽວກັບຄວາມສ່ຽງ ເຖິງລະບົບການເງິນໃນທົ່ວໂລກ, ຄວາມປອດໄພດ້ານຂໍ້ມູນສ່ວນບຸກຄົນ, ສະມາຊິກນິຕິບັນຍັດ ສະຫະລັດ ຕ້ອງການໃຫ້ ເຟສບຸກ ຢຸດ ໂຄງການ Libra.

ການພັດທະນາເສດຖະກິດ-ສັງຄົມ 6 ເດືອນທ້າຍປີ ຈະສຸມໃສ່ 7 ວຽກທີ່ສຳຄັນ

ການພັດທະນາເສດຖະກິດ-ສັງຄົມ 6 ເດືອນທ້າຍປີ ຈະສຸມໃສ່ 7 ວຽກທີ່ສຳຄັນ

ກະຊວງແຜນການ ແລະ ການລົງທຶນ ຊີ້ໃຫ້ເຫັນວ່າ ບັນດາຂະແໜງການ ແລະ ທ້ອງ ຖິ່ນ ຈະໄດ້ສືບຕໍ່ສູ້ຊົນ ຈັດຕັ້ງ ປະຕິບັດ ແຜນພັດທະນາ ເສດຖະກິດ-ສັງຄົມ ໃນໄລຍະ 6 ເດືອນທ້າຍປີ 2019 ໃຫ້ບັນລຸ ແລະ ລື່ນຄາດໝາຍ ໂດຍຈະສຸມໃສ່ 7 ວຽກງານທີ່ສຳຄັນ.

ປະເທດລຸ່ມແມ່ນໍ້າຂອງ-ແມ່ນໍ້າລ້ານຊ້າງ ​ແລກປ່ຽນ​ຄວາມ​ຮູ້ ການພັດທະນາໄອຊີທີແບບຍືນຍົງ

ປະເທດລຸ່ມແມ່ນໍ້າຂອງ-ແມ່ນໍ້າລ້ານຊ້າງ ​ແລກປ່ຽນ​ຄວາມ​ຮູ້ ການພັດທະນາໄອຊີທີແບບຍືນຍົງ

ໃນວັນລະຫວ່າງວັນທີ 27-28 ມິຖຸນາ 2019 ທີ່ໂຮງແຮມ ດອນຈັນພຣາເລດ ນະຄອນຫລວງວຽງຈັນ, ກະຊວງໄປສະນີ, ໂທລະຄົມມະນາຄົມ ແລະ ການສື່ສານ (ປທສ) ໄດ້ຈັດສຳມະນາ ພາຍໃຕ້ຫົວຂໍ້ ການພັດທະນາ ໄອຊີທີ ແບບຍືນຍົງ ຂອງປະເທດ ລຸ່ມແມ່ນໍ້າ ຂອງ-ແມ່ນໍ້າ ລ້ານຊ້າງຂຶ້ນ ເພື່ອແລກປ່ຽນຄວາມຮູ້ ແລະ ປະສົບການ ລະຫວ່າງ ປະເທດ ເຂດລຸ່ມ ແມ່ນໍ້າຂອງ-ແມ່ນໍ້າລ້ານຊ້າງ ແລະ ສປ ຈີນ, ​ໂດຍໄດ້ຮັບທຶນ​ສະ​ໜັບ​ສະ​ໜູນພາຍ​ໃຕ້ກອງ​ທຶນ​ພິ​ເສດ ແມ່​ນ້ຳ​ຂອງ-ແມ່ນ້ຳລ້ານ​ຊ້າງ ຂອງ​ລັດ​ຖະ​ບານ ສ​ປ ຈີນ.

ຫວຽດນາມ ໄດ້ຮັບຖືວ່າແມ່ນແບບຢ່າງໃນການພັດທະນາຈາກປະຊາຄົມສາກົນ

ຫວຽດນາມ ໄດ້ຮັບຖືວ່າແມ່ນແບບຢ່າງໃນການພັດທະນາຈາກປະຊາຄົມສາກົນ

ຍສໝ - ພາຍຫຼັງກວ່າ 40 ປີ ນັບແຕ່ເມື່ອສິ້ນສຸດສົງຄາມ, ດ້ວຍບັນດາຜົນງານທີ່ພົ້ນເດັ່ນໃນຫຼາຍຂົງເຂດ, ຫວຽດນາມ ໄດ້ຮັບຖືວ່າແມ່ນແບບຢ່າງໃນການພັດທະນາຈາກປະຊາຄົມສາກົນ. ບັນດາໝາກຜົນເຊິ່ງຫວຽດນາມ ບັນລຸໄດ້ໃນປະຈຸບັນຕົ້ນຕໍແມ່ນໝາກຜົນຂອງກິດຈະການປ່ຽນແປງໃໝ່ໂດຍພັກກອມມູນິດຫວຽດນາມ ເລີ່ມຕົ້ນປະຕິບັດໃນປີ 1986.

ລັດຖະບານ ລາຍງານສະພາບການພັດທະນາດ້ານເສດຖະກິດໄລຍະ 4 ເດືອນຕົ້ນປີ

ລັດຖະບານ ລາຍງານສະພາບການພັດທະນາດ້ານເສດຖະກິດໄລຍະ 4 ເດືອນຕົ້ນປີ

ໃນວັນທີ 5 ມິຖຸນາ 2019 ທີ່ຫໍປະຊຸມສະພາແຫ່ງຊາດ ນະຄອນຫລວງວຽງຈັນ, ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີແຫ່ງ ສປປ ລາວ ໄດ້ລາຍງານກ່ຽວກັບ ການຈັດຕັ້ງປະຕິບັດ ແຜນພັດທະນາ ເສດຖະກິດ-ສັງຄົມແຫ່ງຊາດ ແລະ ແຜນງົບປະມານແຫ່ງລັດ 4 ເດືອນ, ຄາດຄະເນ 6 ເດືອນຕົ້ນປີ ແລະ ທິດທາງແຜນການໃນ 6 ເດືອນທ້າຍປີ 2019 ໃນໂອກາດໄຂກອງປະຊຸມສະໄໝສາມັນ ເທື່ອທີ 7 ຂອງສະພາແຫ່ງຊາດ ຊຸດທີ VIII.

ທ່ານນາຍົກລັດຖະມົນຕີ ໃຫ້ການຊີ້ນໍາໃນການພັດທະນາ ພະລັງງານ ແລະ ບໍ່ແຮ່

ທ່ານນາຍົກລັດຖະມົນຕີ ໃຫ້ການຊີ້ນໍາໃນການພັດທະນາ ພະລັງງານ ແລະ ບໍ່ແຮ່

ຍສໝ - ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ໄດ້ເນັ້ນໃຫ້ກະຊວງພະລັງງານ ແລະ ບໍ່ແຮ່ ສືບຕໍ່ແກ້ໄຂ ແລະ ຈັດຕັ້ງປະຕິບັດວຽກງານຂອງຕົນໃຫ້ມີປະສິດທິພາບ ແລະ ປະສິດທິຜົນ ໂດຍສະເພາະ ການພັດທະນາພື້ນຖານໂຄງລ່າງດ້ານພະລັງງານ ແລະ ບໍ່ແຮ່ ຕ້ອງໄດ້ມີການຕີລາຄາ ແລະ ປະເມີນຜົນໄດ້ຜົນເສຍຢ່າງຮັດກຸມ ແລະ ຖີ່ຖ້ວນໃຫ້ດີທີ່ສຸດ ເພື່ອນຳໃຊ້ຊັບພະຍາກອນທຳມະຊາດ ໃຫ້ເກີດຜົນປະໂຫຍດສູງສຸດ ມີຜົນກະທົບຕໍ່ທຳມະຊາດ ສິ່ງແວດລ້ອມ ແລະ ການສູນເສຍຊັບພະຍາກອນທຳມະຊາດໃຫ້ໜ້ອຍທີ່ສຸດ.

ຫວຽດນາມ ຈະສືບຕໍ່ຊຸກຍູ້ວິວັດທະນາການພັດທະນາແບບຍືນຍົງຢູ່ ອາຊີ - ປາຊີຟິກ

ຫວຽດນາມ ຈະສືບຕໍ່ຊຸກຍູ້ວິວັດທະນາການພັດທະນາແບບຍືນຍົງຢູ່ ອາຊີ - ປາຊີຟິກ

ຍສໝ - ໃນລະຫວ່າງແຕ່ວັນທີ 27 – 31 ພຶດສະພາ 2019, ຢູ່ບາງກອກ, ປະເທດໄທ, ຄະນະກໍາມະການເສດຖະກິດ-ສັງຄົມອາຊີ-ປາຊີຟິກ ສະຫະປະຊາຊາດ (ESCAP) ຊຸດທີ 75 ໄດ້ດໍາເນີນກອງປະຊຸມຂັ້ນລັດຖະມົນຕີ ພາຍໃຕ້ຫົວຂໍ້ “ມອບສິດໃຫ້ແກ່ປະຊາຊົນ, ຮັບປະກັນລັກສະນະກວມລວມ ແລະ ຄວາມສະເໝີພາບ” ພາຍໃຕ້ການເປັນປະທານຂອງລັດຖະມົນຕີການຕ່າງປະເທດໂມງໂກນ, ປະທານຊຸດທີ 75 ຄະນະກໍາມະການ ESCAP.

ການພົວພັນ ຫວຽດນາມ - ອົດສະຕຣາລີ ນັບມື້ນັບໄດ້ຮັບການພັດທະນາດີຂຶ້ນ

ການພົວພັນ ຫວຽດນາມ - ອົດສະຕຣາລີ ນັບມື້ນັບໄດ້ຮັບການພັດທະນາດີຂຶ້ນ

ໃນວັນທີ 27 ພຶດສະພາ, ຢູ່ສຳນັກງານກະຊວງປ້ອງກັນປະເທດ, ທ່ານ ພົນຕີ ໂງ ມິງ ຕຽນ, ຮອງກົມໃຫຍ່ເສນາທິການ ກອງທັບປະຊາຊົນຫວຽດນາມ ໄດ້ໃຫ້ການຕ້ອນຮັບທ່ານ ພົນເຮືອເອກ Allan Du Toit, ຫົວໜ້າຄະນະກະຊວງປ້ອງກັນປະເທດ ອົດສະຕາລີ ມາເຂົ້າຮ່ວມການປຶກສາຫາລືດ້ານປ້ອງກັນຊາດ ຊ່ອງ 1.5 ຫວຽດນາມ - ອົດສະຕາລີ ຄັ້ງທີ 7.

ຫວຽດນາມ ແລະ ລາວ ປຶກສາຫາລືກ່ຽວກັບບົດບາດສື່ສານມວນຊົນໃນການພັດທະນາການທ່ອງທ່ຽວ

ຫວຽດນາມ ແລະ ລາວ ປຶກສາຫາລືກ່ຽວກັບບົດບາດສື່ສານມວນຊົນໃນການພັດທະນາການທ່ອງທ່ຽວ

ການທ່ອງທ່ຽວ ບໍ່ພຽງແຕ່ ເປັນພາກເສດຖະກິດ ທີ່ນໍາເອົາກຳໄລສ່ວນເກີນໃຫ້ແຕ່ລະປະເທດ, ແຕ່ຍັງເປັນຂົວຕໍ່ໃຫ້ແກ່ພື້ນຖານການວັດທະນະທໍາ ແລະ ສົ່ງເສີມການພົວພັນມິດຕະພາບລະຫວ່າງປະເທດ. ເພື່ອໄດ້ແນວນັ້ນ ຈໍາເປັນຕ້ອງມີການສະຫນັບສະຫນູນໃນການໂຄສະນາ.

ເສັ້ນທາງສາຍພູຫຼວງ - ເສັ້ນທາງແຫ່ງການພັດທະນາ ແລະ ທ້ອນໂຮມປະເທດຊາດເປັນເອກະພາບ

ເສັ້ນທາງສາຍພູຫຼວງ - ເສັ້ນທາງແຫ່ງການພັດທະນາ ແລະ ທ້ອນໂຮມປະເທດຊາດເປັນເອກະພາບ

ເສັ້ນທາງສາຍພູຫຼວງ - ເສັ້ນທາງໂຮ່ຈີມິນ, ໃນຊຸມວັນເດືອນປີແຫ່ງການຕໍ່ຕ້ານ ຕ້ານສັດຕູເພື່ອກູ້ຊາດ ແມ່ນເສັ້ນທາງທີ່ສຳຄັນ ເພື່ອລຳລຽງໃຫ້ແກ່ສະໜາມຮົບພາກໃຕ້. ເສັ້ນທາງສາຍພູຫຼວງລວມມີລະບົບທາງຄົມມະນາຄົມ, ພົວພັນຕິດຕໍ່, ລະບົບທໍ່ສົ່ງນ້ຳມັນຍາວນັບພັນກິໂລແມັດ ຈາກແຂວງ ເງ້ອານ ຫາແຂວງ ບິ່ງເຝືອກ. ໄລຍະ 60 ປີໄດ້ຜ່ານພົ້ນໄປ, ນັບຕັ້ງແຕ່ມື້ໄດ້ຮັບການກຳເນີດ, ເສັ້ນທາງທີ່ໃສ່ຊື່ ໂຮ່ຈີມິນ ເຊິ່ງແມ່ນຜູ້ນຳທີ່ຍິ່ງໃຫຍ່ຂອງຊາດ ຫວຽດນາມ ໄດ້ກາຍເປັນໜຶ່ງໃນບັນດາເສັ້ນທາງຄົມມະນາຄົມທີ່ສຳຄັນ, ປະກອບສ່ວນເຂົ້າໃນກິດຈະການປົກປັກຮັກສາ, ກໍ່ສ້າງ ແລະ ພັດທະນາປະເທດຊາດ.

ວິທະຍາສາດ ແລະ ເຕັກໂນໂລຢີ ມີບົດບາດສຸດທີ່ສໍາຄັນໃນການພັດທະນາເສດຖະກິດ - ສັງຄົມ ຫວຽດນາມ

ວິທະຍາສາດ ແລະ ເຕັກໂນໂລຢີ ມີບົດບາດສຸດທີ່ສໍາຄັນໃນການພັດທະນາເສດຖະກິດ - ສັງຄົມ ຫວຽດນາມ

ຍສໝ - ກອງປະຊຸມສາກົນພາຍໃຕ້ຫົວຂໍ້: “ວິທະຍາສາດ, ເຕັກໂນໂລຢີ ແລະ ການປ່ຽນແປງໃໝ່ປະດິດສ້າງ - ເສົາຄໍ້າໃຫ້ແກ່ການພັດທະນາເສດຖະກິດ-ສັງຄົມຂອງຫວຽດນາມ” ໄດ້ຈັດຂຶ້ນໃນເມື່ອວັນທີ 15 ພຶດສະພາ ທີ່ ທີ່ຮ່າໂນ້ຍ.

ຊຸກຍູ້ການພັດທະນາໂດຍກວມລວມກ່ຽວກັບເສດຖະກິດ ແລະ ສັງຄົມຢູ່ ອາຊີ ແລະ ເອີລົບ

ຊຸກຍູ້ການພັດທະນາໂດຍກວມລວມກ່ຽວກັບເສດຖະກິດ ແລະ ສັງຄົມຢູ່ ອາຊີ ແລະ ເອີລົບ

ຍສໝ - ກອງປະຊຸມ ASEM (ເວທີປາໄສອາຊີ - ເອີລົບ) ຈະໄດ້ດຳເນີນໃນລະຫວ່າງວັນທີ 16 – 17 ພຶດສະພາ ຢູ່ນະຄອນຍາຈາງພາຍໃຕ້ຫົວຂໍ້ວ່າ: “ຊຸກຍູ້ການພັດທະນາໂດຍກວມລວມກ່ຽວກັບເສດຖະກິດ ແລະ ສັງຄົມຢູ່ ອາຊີ ແລະ ເອີລົບ”, ໂດຍມີການເຂົ້າຮ່ວມຂອງຜູ້ແທນ 180 ທ່ານທີ່ມາຈາກ 53 ປະເທດ ສະມາຊິກ ASEM, ບັນດາອົງການຈັດຕັ້ງສາກົນ ແລະ ໃນພາກພື້ນ.

ວິທະຍາສາດ, ເຕັກໂນໂລຢີ ແລະ ການປ່ຽນແປງໃໝ່ປະດິດຄິດສ້າງ - ເສົາຄໍ້າໃຫ້ແກ່ການພັດທະນາເສດຖະກິດ-ສັງຄົມຂອງຫວຽດນາມ

ວິທະຍາສາດ, ເຕັກໂນໂລຢີ ແລະ ການປ່ຽນແປງໃໝ່ປະດິດຄິດສ້າງ - ເສົາຄໍ້າໃຫ້ແກ່ການພັດທະນາເສດຖະກິດ-ສັງຄົມຂອງຫວຽດນາມ

ຕອນເຊົ້າວັນທີ 15 ພຶດສະພາ, ຢູ່ຮ່າໂນ້ຍ, ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກ ໄດ້ເຂົ້າຮ່ວມກອງປະຊຸມ ວິທະຍາສາດ, ເຕັກໂນໂລຢີ ແລະ ການປ່ຽນແປງໃໝ່ປະດິດຄິດສ້າງ: ເສົາຄໍ້າໃຫ້ແກ່ການພັດທະນາເສດຖະກິດ-ສັງຄົມຂອງຫວຽດນາມ. ກອງປະຊຸມໂດຍກະຊວງວິທະຍາສາດ ແລະ ເຕັກໂນໂລຢີ ຫວຽດນາມ ໄດ້ສົມທົບກັບ ກະຊວງການຕ່າງປະເທດ ແລະ ການຄ້າອົດສະຕາລີ ແລະ ສະຫະພັນປ່ຽນແປງໃໝ່ປະດິດຄິດສ້າງພັດທະນາສາກົນ (IDIA) ຈັດຕັ້ງຂຶ້ນ.

ແບງປັ່ນບົດຮຽນກ່ຽວກັບການພັດທະນາເສດຖະກິດຮ່ວມມື, ສະຫະກອນກັບລາວ

ແບງປັ່ນບົດຮຽນກ່ຽວກັບການພັດທະນາເສດຖະກິດຮ່ວມມື, ສະຫະກອນກັບລາວ

ວັນທີ 21 ມີນາ, ຢູ່ຮ່າໂນ້ຍ, ທ່ານ ບົວສອນ ບຸບຜາວັນ, ອະດີດກໍາມະການກົມການເມືອງສູນກາງພັກ, ອະດີດນາຍົກລັດຖະມົນຕີ, ຫົວໜ້າສະຖາບັນຄົ້ນຄວ້າເສດຖະກິດແຫ່ງຊາດລາວ ໄດ້ມາຢ້ຽມຢາມ, ເຮັດວຽກກັບສະຫະພັນສະຫະກອນຫວຽດນາມ.

ກາລະໂອກາດ ແລະ ສິ່ງທ້າທາຍ ໃນການເຊື່ອມໂຍງພາກພື້ນແມ່ນ້ຳຂອງ ເພື່ອອຳນວຍຄວາມສະດວກ ການພັດທະນາເສດຖະກິດ ຂອງ ສປປ ລາວ

ກາລະໂອກາດ ແລະ ສິ່ງທ້າທາຍ ໃນການເຊື່ອມໂຍງພາກພື້ນແມ່ນ້ຳຂອງ ເພື່ອອຳນວຍຄວາມສະດວກ ການພັດທະນາເສດຖະກິດ ຂອງ ສປປ ລາວ

ໃນວັນທີ 8 ກຸມພາ 2019 ທີ່ ຫ້ອງວ່າການປົກຄອງແຂວງວຽງຈັນ, ກົມເສດຖະກິດ ກະຊວງການຕ່າງປະເທດ, ຮ່ວມກັບ ສູນອາຊຽນ-ຍີ່ປຸ່ນ (AJC) ໄດ້ຈັດກອງປະຊຸມວິຊາການ ໃນຫົວຂໍ້ “ກາລະໂອກາດ ແລະ ສິ່ງທ້າທາຍໃນການເຊື່ອມໂຍງພາກພື້ນແມ່ນ້ຳຂອງ ເພື່ອອຳນວຍຄວາມສະດວກການພັດທະນາເສດຖະກິດ ຂອງ ສປປ ລາວ”, ພາຍໃຕ້ການເປັນປະທານຮ່ວມ ຂອງ ທ່ານ ບຸນສອນ ເພັດລາວັນ ຄະນະປະຈຳພັກແຂວງ, ຮອງເຈົ້າແຂວງໆວຽງຈັນ ແລະ ທ່ານ ວິລະສັກ ສົມພົງ ຮັກສາການຫົວໜ້າກົມເສດຖະກິດ, ກະຊວງການຕ່າງປະເທດ, ພ້ອມດ້ວຍ ຂະແໜງການກ່ຽວຂ້ອງ, ພາກທຸ ລະກິດ, ນັກສຶກສາ ຈາກວິທະຍາໄລ ເຕັກນິກ ແຂວງ 80 ກວ່າທ່ານ ເຂົ້າຮ່ວມ.

ປັບປຸງລະບົບການຄຸ້ມຄອງການເງິນແຫ່ງ​ລັດເພື່ອສະໜັບສະໜູນການພັດທະນາແບບຍືນຍົງໃນ ສປປ ລາວ

ປັບປຸງລະບົບການຄຸ້ມຄອງການເງິນແຫ່ງ​ລັດເພື່ອສະໜັບສະໜູນການພັດທະນາແບບຍືນຍົງໃນ ສປປ ລາວ

ຫວ່າງແລ້ວນີ້, ທີ່ນະ​ຄອນຫລວງວຽງ​ຈັນ, ໄດ້ມີພິ​ທີ​ເຊັນສັນ​ຍາກູ້​ຢືມເງິນ ຈຳ​ນວນ 20 ລ້ານໂດລາສະຫະລັດ ຈາກສະ​ມາ​ຄົມ​ ເພື່ອ​ການ​ ພັດ​ທະ​ນາ ​ສາ​ກົ​ນ (IDA) ​ເພື່ອ​ປະ​ຕິ​ບັດໂຄງ​ການ ປັບປຸງຄຸ້ມຄອງ ລະບົບການເງິນແຫ່ງລັດ ເປັນທັນສະໄໝ (E-FITS) ໂດຍ​ມີ ທ່ານ ນາງ ທິບ​ພະ​ກອນ ຈັນ​ທະ​ວົງ​ສາ ຮອງລັດຖະມົນຕີ ກະ​ຊວງການເງິນ ແລະ ທ່ານ ນິໂກລາ ປອນຕາຣາ ຫົວໜ້າຫ້ອງການທະນາຄານໂລກ ປະຈຳ ສປປ ລາວ ເປັນ​ຜູ້​ຮ່ວມ​ລົງ​ນາມ​ເຊັນ​ສັນ​ຍາ​.

ທາໂກ ແລະ ຮວ່າງແອງຢາລາຍ ຮ່ວມມືໃນການພັດທະນາດ້ານກະສິກໍາຢູ່ລາວ

ທາໂກ ແລະ ຮວ່າງແອງຢາລາຍ ຮ່ວມມືໃນການພັດທະນາດ້ານກະສິກໍາຢູ່ລາວ

ຍສໝ - ໃນວັນທີ 24 ເດືອນມັງກອນ ປີ 2019, ຢູ່ທີ່ຫ້ອງການສໍານັກງານນາຍົກ ສປປ ລາວ, ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີໄດ້ຕ້ອນຮັບທ່ານ ເຈີ່ນ ບາ ເຢືອງ, ປະທານສະພາບໍລິຫານບໍລິສັດຫຸ້ນສ່ວນລົດໃຫຍ່ເຈື່ອງຫາຍ ແລະ ທ່ານ ດວ່ານ ງວຽນ ດຶກ, ປະທານສະພາບໍລິຫານບໍລິສັດຫຸ້ນສ່ວນຮວ່າງແອງຢາລາຍ.

ໃຕ້ຮົ່ມທຸງຂອງພັກ ຊາວໜຸ່ມໄດ້ຮັບການພັດທະນາຢ່າງບໍ່ຢຸດຢັ້ງ

ໃຕ້ຮົ່ມທຸງຂອງພັກ ຊາວໜຸ່ມໄດ້ຮັບການພັດທະນາຢ່າງບໍ່ຢຸດຢັ້ງ

ພາຍ​ໃຕ້​ການ​ນຳ­ພາ​ຂອງ​ພັກ​ປະ­ຊາ­ຊົນ ປະ­ຕິ­ວັດ​ລາວ ຊາວ​ໜຸ່ມ​ລາວ ແມ່ນ​ກຳ­ລັງ​ແຂນ​ຂວາ​ຂອງ​ພັກ ເປັນ​ກະ­ດູກ​ສັນ­ຫຼັງ​ຂອງ​ປະ­ເທດ​ຊາດ.