ຫວຽດນາມ ຈະສືບຕໍ່ຊຸກຍູ້ວິວັດທະນາການພັດທະນາແບບຍືນຍົງຢູ່ ອາຊີ - ປາຊີຟິກ

09:21 | 30/05/2019

ຍສໝ - ໃນລະຫວ່າງແຕ່ວັນທີ 27 – 31 ພຶດສະພາ 2019, ຢູ່ບາງກອກ, ປະເທດໄທ, ຄະນະກໍາມະການເສດຖະກິດ-ສັງຄົມອາຊີ-ປາຊີຟິກ ສະຫະປະຊາຊາດ (ESCAP) ຊຸດທີ 75 ໄດ້ດໍາເນີນກອງປະຊຸມຂັ້ນລັດຖະມົນຕີ ພາຍໃຕ້ຫົວຂໍ້ “ມອບສິດໃຫ້ແກ່ປະຊາຊົນ, ຮັບປະກັນລັກສະນະກວມລວມ ແລະ ຄວາມສະເໝີພາບ” ພາຍໃຕ້ການເປັນປະທານຂອງລັດຖະມົນຕີການຕ່າງປະເທດໂມງໂກນ, ປະທານຊຸດທີ 75 ຄະນະກໍາມະການ ESCAP.

ຫວຽດນາມ ຈະສືບຕໍ່ຊຸກຍູ້ວິວັດທະນາການພັດທະນາແບບຍືນຍົງຢູ່ ອາຊີ - ປາຊີຟິກ

ທ່ານ ຫງວຽນ ຫາຍ ບັ່ງ ກ່າວຄໍາເຫັນທີ່ກອງປະຊຸມ.(ພາບ:congthuong.vn)

ຄະນະຜູ້ແທນຫວຽດນາມ ນໍາໂດຍທ່ານ ຫງວຽນ ຫາຍ ບັ່ງ ເອກອັກຄະລັດຖະທູດວິສາມັນຜູ້ມີອໍານາດເຕັມແຫ່ງ ສສຫວຽດນາມ ປະຈໍາ ໄທ ເຂົ້າຮ່ວມການປະຊຸມ. ທີ່ກອງປະຊຸມ, ທ່ານເອກອັກຄະລັດຖະທູດ ຫງວຽນ ຫາຍ ບັ່ງ ໄດ້ເນັ້ນໜັກວ່າ: ຫວຽດນາມ ຍາມໃດກໍເປັນເຈົ້າການ, ຕັ້ງໜ້າປະຕິບັດໂຄງການດໍາເນີນງານ 2030 ເພື່ອການພັດທະນາແບບຍືນຍົງ, ພິເສດແມ່ນຜ່ານການປະສານສົມທົບບັນດາເປົ້າໝາຍພັດທະນາແບບຍືນຍົງເຂົ້າໃນບັນດາໂຄງການ, ແຜນການດໍາເນີນງານແຫ່ງຊາດ.

ນອກຈາກນັ້ນ, ທ່ານ ຫງວຽນ ຫາຍ ບັ່ງ ກໍ່ໄດ້ຢັ້ງຢືນວ່າ: ດ້ວຍຖານະເປັນສະມາຊິກທີ່ຕັ້ງໜ້າ, ເປັນເຈົ້າການ ແລະ ມີຄວາມຮັບຜິດຊອບຂອງ ສປຊ, ຫວຽດນາມ ໃຫ້ຄໍາໝັ້ນສັນຍາວ່າຈະສືບຕໍ່ຊຸກຍູ້ວິວັດການພັດທະນາແບບຍືນຍົງໃນໂລກເວົ້າລວມ ແລະ ຢູ່ພາກພື້ນອາຊີ - ປາຊີຟິກເວົ້າສະເພາະ.

(ໄຊພອນ)

ເຫດການ
302 Found

Found

The document has moved here.