ກາລະໂອກາດ ແລະ ສິ່ງທ້າທາຍ ໃນການເຊື່ອມໂຍງພາກພື້ນແມ່ນ້ຳຂອງ ເພື່ອອຳນວຍຄວາມສະດວກ ການພັດທະນາເສດຖະກິດ ຂອງ ສປປ ລາວ

00:54 | 14/05/2019

ໃນວັນທີ 8 ກຸມພາ 2019 ທີ່ ຫ້ອງວ່າການປົກຄອງແຂວງວຽງຈັນ, ກົມເສດຖະກິດ ກະຊວງການຕ່າງປະເທດ, ຮ່ວມກັບ ສູນອາຊຽນ-ຍີ່ປຸ່ນ (AJC) ໄດ້ຈັດກອງປະຊຸມວິຊາການ ໃນຫົວຂໍ້ “ກາລະໂອກາດ ແລະ ສິ່ງທ້າທາຍໃນການເຊື່ອມໂຍງພາກພື້ນແມ່ນ້ຳຂອງ ເພື່ອອຳນວຍຄວາມສະດວກການພັດທະນາເສດຖະກິດ ຂອງ ສປປ ລາວ”, ພາຍໃຕ້ການເປັນປະທານຮ່ວມ ຂອງ ທ່ານ ບຸນສອນ ເພັດລາວັນ ຄະນະປະຈຳພັກແຂວງ, ຮອງເຈົ້າແຂວງໆວຽງຈັນ ແລະ ທ່ານ ວິລະສັກ ສົມພົງ ຮັກສາການຫົວໜ້າກົມເສດຖະກິດ, ກະຊວງການຕ່າງປະເທດ, ພ້ອມດ້ວຍ ຂະແໜງການກ່ຽວຂ້ອງ, ພາກທຸ ລະກິດ, ນັກສຶກສາ ຈາກວິທະຍາໄລ ເຕັກນິກ ແຂວງ 80 ກວ່າທ່ານ ເຂົ້າຮ່ວມ.

ກາລະໂອກາດ ແລະ ສິ່ງທ້າທາຍ ໃນການເຊື່ອມໂຍງພາກພື້ນແມ່ນ້ຳຂອງ ເພື່ອອຳນວຍຄວາມສະດວກ ການພັດທະນາເສດຖະກິດ ຂອງ ສປປ ລາວ

ກອງປະຊຸມວິຊາການ ໃນຫົວຂໍ້ “ກາລະໂອກາດ ແລະ ສິ່ງທ້າທາຍໃນການເຊື່ອມໂຍງພາກພື້ນແມ່ນ້ຳຂອງ.

ຈຸດປະສົງການຈັດກອງປະຊຸມໃນຄັ້ງນີ້, ເພື່ອປຶກສາຫາລື ແລະ ແລກປ່ຽນຄວາມຄິດເຫັນລະ ຫວ່າງພະນັກງານຫລັກແຫລ່ງ ຂອງສູນກາງ ແລະ ທ້ອງຖິ່ນ ແລະ ລະຫວ່າງພາກລັດ ແລະ ເອກະຊົນ ຕໍ່ກັບຜົນປະໂຫຍດ, ກາລະໂອກາດ ແລະ ສິ່ງທ້າທາຍໃນວຽກງານການເຊື່ອມຈອດ ແລະ ການເຊື່ອມໂຍງເສດຖະກິດ ຂອງ ສປປ ລາວ ກັບສາກົນ, ໂດຍສະເພາະ ຢູ່ໃນພາກພື້ນລຸ່ມແມ່ນ້ຳຂອງ.

ໃນໂອກາດດຽວກັນນີ້, ຜູ້ເຂົ້າຮ່ວມໄດ້ຮັບຟັງການບັນຍາຍ ໃນຫລາຍຫົວຂໍ້ຍ່ອຍທີ່ສຳຄັນເຊັ່ນ: 1. ຂອບການຮ່ວມມືແມ່ນ້ຳຂອງ-ຍີ່ປຸ່ນ, 2. ສິ່ງທ້າທາຍຂອງ ສປປ ລາວໃນການຈັດຕັ້ງ ປະຕິບັດວຽກງານ ການເຊື່ອມຈອດແມ່ນ້ຳຂອງ-ຍີ່ປຸ່ນ, 3. ແຜນແມ່ບົດວ່າດ້ວຍການເຊື່ອມຈອດອາຊຽນ 2025, 4. ທ່າອ່ຽງການເຊື່ອມໂຍງເສດຖະກິດພາກພື້ນ ແລະ ສາກົນ, 5. ວຽກງານອຳນວນຄວາມສະດວກທາງດ້ານການຄ້າຂອງ ສປປ ລາວ ໃນປັດຈຸບັນ ແລະ 6. ການພັດທະນາການທ່ອງທ່ຽວ ຢູ່ ແຂວງວຽງຈັນ. ແນໃສ່ການສ້າງຄວາມເຂົ້າໃຈ ແລະ ພັດທະນາຄວາມຮູ້ໃຫ້ແກ່ພະນັກງານ ກໍ່ຄື ປະຊາຊົນຢູ່ທ້ອງ ຖິ່ນແຂວງວຽງຈັນ, ພ້ອມທັງໄດ້ປຶກສາຫາລື ແລກປ່ຽນຄໍາຄິດເຫັນຢ່າງກົງໄປກົງມາ ແລະ ຟົດຟື້ນ, ຮັບຮູ້ ແລະ ເຂົ້າໃຈຢ່າງເລິກເຊິ່ງການຈັດຕັ້ງປະຕິບັດນະໂຍບາຍ ການເຊື່ອມໂຍງເສດຖະກິດກັບພາກພື້ນ ແລະ ສາກົນ ໂດຍສະເພາະ ຜົນປະໂຫຍດ, ກາລະໂອກາດ ແລະ ສິ່ງທ້າທາຍໃນການເຊື່ອມຈອດພາກພື້ນແມ່ນ້ຳຂອງ ເພື່ອອຳນວຍຄວາມສະດວກ ໃນການພັດທະນາເສດຖະກິດຂອງ ສປປ ລາວ. ໂດຍລວມ ແລະ ໂດຍສະເພາະ ແມ່ນຂະແໜງ ການກ່ຽວຂ້ອງ, ທ້ອງຖິ່ນຂອງແຂວງວຽງຈັນ ເພື່ອນໍາເອົາຄວາມຮູ້ເຫລົ່ານັ້ນ ໄປຜັນຂະຫຍາຍເຂົ້າໃນ ຂົງເຂດວຽກງານຂອງຕົນຮັບຜິດຊອບ.

(ແຫຼ່ງ​ຂໍ້​ມູນ​: ຂ​ປ​ລ)

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.