ວິທະຍາສາດ ແລະ ເຕັກໂນໂລຢີ ມີບົດບາດສຸດທີ່ສໍາຄັນໃນການພັດທະນາເສດຖະກິດ - ສັງຄົມ ຫວຽດນາມ

16:30 | 17/05/2019

ຍສໝ - ກອງປະຊຸມສາກົນພາຍໃຕ້ຫົວຂໍ້: “ວິທະຍາສາດ, ເຕັກໂນໂລຢີ ແລະ ການປ່ຽນແປງໃໝ່ປະດິດສ້າງ - ເສົາຄໍ້າໃຫ້ແກ່ການພັດທະນາເສດຖະກິດ-ສັງຄົມຂອງຫວຽດນາມ” ໄດ້ຈັດຂຶ້ນໃນເມື່ອວັນທີ 15 ພຶດສະພາ ທີ່ ທີ່ຮ່າໂນ້ຍ.

ວິທະຍາສາດ ແລະ ເຕັກໂນໂລຢີ ມີບົດບາດສຸດທີ່ສໍາຄັນໃນການພັດທະນາເສດຖະກິດ - ສັງຄົມ ຫວຽດນາມ

ທ່ານ ຫງວຽນຊວນຟຸກ ນາຍົກລັດຖະມົນຕີຫວຽດນາມ ກ່າວຄໍາເຫັນທີ່ກອງປະຊຸມ.(ພາບ: qdnd.vn)

ກ່າວຄໍາເຫັນທີ່ກອງປະຊຸມ, ທ່ານ ຫງວຽນຊວນຟຸກ ໄດ້ຮຽກຮ້ອງໃຫ້ກະຊວງວິທະຍາສາດ ແລະ ເຕັກໂນໂລຢີ ຕ້ອງກາຍເປັນສູນປະສານງານສົມທົບກັບບັນດາກະຊວງ, ຂະແໜງການ, ອົງການທີ່ກ່ຽວຂ້ອງເປັນເສນາທິການໃຫ້ແກ່ລັດຖະບານ ກ່ຽວກັບບັນດາບັນຫາໃຫຍ່ເຊິ່ງລວມມີ: ສະເໜີນະໂຍບາຍສົ່ງເສີມ ແລະ ຊຸກຍູ້ການປ່ຽນແປງໃໝ່ປະດິດສ້າງໃນວິສາຫະກິດ. ພ້ອມທັງຕ້ອງຖືວິສາຫະກິດແມ່ນໃຈກາງຂອງລະບົບປ່ຽນແປງໃໝ່ປະດິດສ້າງ, ພັດທະນາການເຄື່່ອນໄຫວເລີ່ມທຸລະກິດປະດິດສ້າງ, ປ່ຽນແປງໃໝ່ເຕັກໂນໂລຢີໃນວິສາຫະກິດ...

ທີ່ກອງປະຊຸມ, ທ່ານ ຫງວຽນຊວນຟຸກ ກໍ່ໄດ້ຕີລາຄາສູງຕໍ່ເລື່ອງກະຊວງວິທະຍາສາດ ແລະ ເຕັກໂນໂລຢີ, ສະຖານທູດອົດສະຕາລີ ປະຈໍາຫວຽດນາມ ແລະ ສະຫະພັນປ່ຽນແປງໃໝ່ປະດິດສ້າງພັດທະນາສາກົນ ໄດ້ຈັດຕັ້ງກອງປະຊຸມສາກົນຢູ່ຫວຽດນາມ ເປັນຄັ້ງທໍາອິດພາຍໃຕ້ຫົວຂໍ້ສຸດທີ່ສໍາຄັນ: “ວິທະຍາສາດ, ເຕັກໂນໂລຢີ ແລະ ການປ່ຽນແປງໃໝ່ປະດິດສ້າງ - ເສົາຄໍ້າໃຫ້ແກ່ການພັດທະນາເສດຖະກິດ, ສັງຄົມຂອງ ຫວຽດນາມ”.

(ໄຊພອນ)

ເຫດການ
302 Found

Found

The document has moved here.