ເສັ້ນທາງສາຍພູຫຼວງ - ເສັ້ນທາງໂຮ່ຈີມິນ.
ເດືອນ ມັງກອນ ປີ 1959, ກອງປະຊຸມຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ຄັ້ງທີ 15 ສະໄໝທີ II ເປີດກວ້າງ, ໂດຍປະທານ ໂຮ່ຈີມິນ ເປັນປະທານໄດ້ໂຮມປະຊຸມຢູ່ ຮ່າໂນ້ຍ, ກຳນົດພ້ອມກັນການຍູ້ແຮງ ການກໍ່ສ້າງກອງທັບຢູ່ພາກເໜືອ, ຕົກລົງເປີດເສັ້ນທາງຍຸດທະສາດຂົນສົ່ງ ດ້ານການທະຫານຈາກພາກເໜືອ ແລ່ນຜ່ານສາຍພູຫຼວງທີ່ສະຫຼັບສັບຊ້ອນ ແລະ ໃຫ່ຍໂຕມະໂຫຖານ ເພື່ອລຳລຽງກຳລັງພົນທະຫານ ໃຫ້ແກ່ການປະຕິວັດພາກໃຕ້. ວັນທີ 5 ພຶດສະພາ ປີ 1959, ຄະນະປະຕິບັດງານການທະຫານພິເສດ, ໄດ້ຮັບໜ້າທີ່ເປີດທາງ, ຂົນສົ່ງເຄື່ອງພາຫະນະອຸປະກອນການທະຫານ ໄປຍັງສະໜາມຮົບ, ຈັດຕັ້ງການສົ່ງ ແລະ ຮັບພົນທະຫານ, ພະນັກງານ ແລະ ຂົນສົ່ງເອກະສານຈາກພາກເໜືອໄປຍັງພາກໃຕ້ ແລະ ກົງກັນຂ້າມ. ວັນທີ 19 ພຶດສະພາ ປີ 1959, ຄະນະປະຈຳ ຄະນະພັກການທະຫານສູນກາງໄດ້ຮຽກໂຮມ ຄະນະຮັບຜິດຊອບວຽກງານສະເພາະ, ເພື່ອມອບໝາຍໜ້າທີ່ໃຫ້ແກ່ຄະນະປະຕິບັດງານເປີດເສັ້ນທາງພູຫຼວງ ເພື່ອລຳລຽງໃຫ້ແກ່ສະໜາມຮົບພາກໃຕ້, ຂົນສົ່ງພາຫະນະການທະຫານຈຳນວນໜຶ່ງ ພ້ອມກັບພະນັກງານພົນທະຫານຈຳນວນ 500 ຄົນເຄື່ອນທັບໄປຍັງສະໜາມຮົບ ເພື່ອເປັນແກ່ນສານກໍ່ສ້າງກຳລັງຫຼວງ. ໂດຍໄດ້ຮັບການສ້າງຕັ້ງຂຶ້ນເມື່ອເດືອນ ພຶດສະພາ ປີ 1959, ຄະນະຖືກເອີ້ນວ່າແມ່ທັບນ້ອຍ 559, ວັນທີ 19 ພຶດສະພາ ປີ 1959 ແມ່ນວັນເກີດຂອງປະທານ ໂຮ່ຈີມິນ, ວັນກົມການເມືອງ ແລະ ຄະນະປະຈຳ ຄະນະພັກການທະຫານສູນກາງ ມອບໝາຍໜ້າທີ່ເປີດເສັ້ນທາງຍຸດທະສາດ ສາຍພູຫຼວງ ແລະ ໄດ້ຮັບການກຳນົດເປັນວັນມູນເຊື້ອແມ່ທັບນ້ອຍ 559 - ທະຫານເຈື່ອງເຊີນ - ເສັ້ນທາງ ໂຮ່ຈີມິນ. ພົນຈັດຕະວາ ຫງວຽນບ໊າຕ່ອງ ອະດີດຜູ້ຮອງບັນຊາການການເມືອງ ແມ່ທັບນ້ອຍ 12, ແມ່ທັບນ້ອຍ 559 ເມື່ອກ່ອນນີ້ຖືວ່າ:
“ເມື່ອເວົ້າວ່າເສັ້ນທາງສາຍພູຫຼວງໄດ້ກາຍເປັນເທບນິຍາຍແມ່ນຖືກແທ້ ແລະ ສິ່ງນີ້ກໍ່ບໍ່ແມ່ນມີມາຢ່າງບັງເອີນ, ພວກເຮົາອາດເວົ້າວ່າຕ້ອງກໍ່ສ້າງໃຫ້ມີຂຶ້ນ ດ້ວຍກຳລັງເຫື່ອແຮງ ແລະ ເລືອດເນື້ອຂອງທະຫານເຈື່ອງເຊີນທັງຫຼາຍ. ພະນັກງານທະຫານເຈື່ອງເຊີນຈຳນວນກວ່າ 20.000 ຄົນໄດ້ເສຍສະຫຼະຊີວິດຢູ່ສະໜາມຮົບ ຕາມເສັ້ນທາງສາຍພູຫຼວງ. ທີສອງແມ່ນການນຳພາຂອງພັກ, ກະຊວງປ້ອງກັນປະເທດ, ເຊິ່ງໄດ້ສ້າງບັນດາເງື່ອນໄຂທີ່ດີ ເພື່ອໃຫ້ທະຫານເຈື່ອງເຊີນ ເສີມຂະຫຍາຍກຳລັງແຮງຂອງຕົນ, ອັນໄດ້ຕອບສະໜອງໜ້າທີ່ຂົນສົ່ງຍຸດທະສາດ, ແຮງຄົນ, ກຳລັງວັດຖຸໃຫ້ແກ່ສະໜາມຮົບ, ພິເສດແມ່ນສະໜາມຮົບພາກໃຕ້”.
ຈາກຫຼັກໝາຍຫຼັກສູນ, ເທດສະບານເມືອງ ຫຼາດ, ເມືອງ ເຕິນກີ່ ແຂວງ ເງ້ອານ ກໍ່ແມ່ນເສັ້ນທາງຍຸດທະສາດສາຍພູຫຼວງທີ່ແກ່ຍາວ ຈາກເໜືອຮອດໃຕ້ ດ້ວຍຄວາມຍາວທັງໝົດ 17.000 ກິໂລແມັດ , ສະເພາະສາຍພູຫຼວງເບື້ອງຕາເວັນອອກແມ່ນ 1.920 ກິໂລແມັດ ດ້ວຍ 5 ລະບົບທາງຕາມແກ່ນຕັ້ງ ແລະ 21 ແກ່ນນອນທີ່ເຊື່ອມຕໍ່ລະຫວ່າງບັນດາສະໜາມຮົບ. ປີ 1960 ເມືອງ ຢາເຫງຍ ແຂວງ ດັກນົງ ເຊິ່ງແມ່ນບ່ອນທີ່ມີສອງເສັ້ນທາງສາຍພູຫຼວງ - ເສັ້ນທາງ ໂຮ່ຈີມິນ ຢູ່ສອງຈຸດຕົ້ນທາງເໜືອ-ໃຕ້ໄດ້ເຊື່ອມຈອດກັນ, ອັນໄດ້ທະລຸເສັ້ນທາງຂົນສົ່ງຍຸດທະສາດເສັ້ນພູຫຼວງ - ເສັ້ນທາງ ໂຮ່ຈີມິນ ຕອນຈາກເຂດທາງທິດໃຕ້ຂອງເຕິຍງວຽນ ຫາເຂດທາງທິດຕາເວັນອອກພາກໃຕ້. ທ່ານ ດວ່ານວັນກີ່ ຮອງຫົວໜ້າຄະນະໂຄສະນາສຶກສາ ຄະນະພັກແຂວງ ດັກນົງ ຖືວ່າ:
“ເສັ້ນທາງສາຍພູຫຼວງແຫ່ງເທບນິຍາຍ ແມ່ນມີຄວາມໝາຍປະຫວັດສາດອັນເລິກເຊິ່ງ ແລະ ມີຂອບຂະໜາດຂອງຍຸກສະໄໝ. ຜ່ານເສັ້ນທາງນີ້ໄດ້ຝຶກຝົນ ຫຼໍ່ຫຼອມເຈດຈຳນົງ, ຄວາມຕັດສິນໃຈອັນແຮງກ້າ, ຄວາມກ້າຫານ ແລະ ຄວາມສະຫຼາດສະຫຼຽວຂອງລູກຮັກຫຼານແພງຂອງປະເທດຊາດບໍ່ຈັກວ່າເທົ່າໃດຄົນ, ໃນນັ້ນມີທັງພໍ່ແມ່ພີ່ນ້ອງບັນດາເຜົ່າສ່ວນໜ້ອຍ ເຊິ່ງໄດ້ອຸທິດຊີວິດໄວໜຸ່ມຂອງຕົນ ໃຫ້ແກ່ໄຊຊະນະຂອງການຕໍ່ຕ້ານ ຕ້ານຈັກກະພັດອາເມລິກາກູ້ຊາດ, ປົດປ່ອຍພາກໃຕ້ ແລະ ທ້ອນໂຮມປະເທດຊາດເປັນເອກະພາບ”.
ທ່ານພົນຈັດຕະວາ ຫງວຽນບ໊າຕ່ອງ ໃຫ້ຮູ້ວ່າ: ອະດີດເລຂາທິການໃຫຍ່ ຄະນະບໍລິຫານງານພັກຄອມມູນິດ ຫວຽດນາມ ທ່ານ ເລຢ໋ວນ ເຄີຍເວົ້າວ່າ: ເສັ້ນທາງ ໂຮ່ຈີມິນ ທັງຮັບໃຊ້ການຕໍ່ສູ້ໃນສົງຄາມປົດປ່ອຍຊາດ, ແຕ່ພ້ອມທັງມີຄວາມໝາຍ ໃຫ້ແກ່ອະນາຄົດຍາວນານຂອງປະເທດຊາດອີກດ້ວຍ. ທ່ານພົນຈັດຕະວາ ຫງວຽນບ໊າຕ່ອງ ໃຫ້ຮູ້ຕື່ມອີກວ່າ:
“ພື້ນຖານເສດຖະກິດໃນປັດຈຸບັນ, ເສັ້ນທາງສາຍພູຫຼວງ - ເສັ້ນທາງ ໂຮ່ຈີມິນ ໄດ້ກາຍເປັນເສັ້ນທາງຊ່ວຍໃຫ້ປະຊາຊົນຢູ່ລຽບຕາມເສັ້ນທາງສາຍພູຫຼວງ ມີຄວາມສະດວກສະບາຍໃນການສັນຈອນໄປມາ ດັ່ງນັ້ນກໍ່ຊຸກຍູ້ເສດຖະກິດຂະຫຍາຍຕົວ, ປົວແປງຊີວິດການເປັນຢູ່ໃຫ້ແກ່ປະຊາຊົນ ຢູ່ລຽບຕາມສາຍພູຫຼວງ. ເສັ້ນທາງສາຍພູຫຼວງຍັງມີຄວາມໝາຍທາງດ້ານເສດຖະກິດ, ການປ້ອງກັນຊາດໃນພາຍພາກໜ້າ ສຳລັບພາລະກິດສ້າງສາ ແລະ ພັດທະນາປະເທດຊາດໃນຍຸກປັດຈຸບັນ”.
ເສັ້ນທາງສາຍພູຫຼວງ - ເສັ້ນທາງ ໂຮ່ຈີມິນ ໄດ້ເຂົ້າສູ່ປະຫວັດສາດຂອງຊາດ ຫວຽດນາມ ປຽບເໝືອນເສັ້ນທາງທ້ອນໂຮມປະເທດຊາດ. ໄຊຊະນະໃນການກໍ່ສ້າງເສັ້ນທາງຂົນສົ່ງຍຸດທະສາດ ສາຍພູຫຼວງ - ເສັ້ນທາງ ໂຮ່ຈີມິນ ກໍ່ແມ່ນໜຶ່ງໃນບັນດາຜົນສຳເລັດອັນໃຫຍ່ຫຼວງ ໃນຍຸດທະວິທີ, ການຊີ້ນຳດຳເນີນສົງຄາມຂອງ ຫວຽດນາມ. ໃນວັນນີ້, ເສັ້ນທາງ ໂຮ່ຈີມິນ ໄດ້ກາຍເປັນເສັ້ນທາງແຫ່ງ ເສດຖະກິດ, ປ້ອງກັນຊາດທີ່ສຳຄັນ, ປະກອບສ່ວນເຂົ້າໃນການພັດທະນາການທ່ອງທ່ຽວ, ຂົນສົ່ງ, ກໍ່ສ້າງ ແລະ ພັດທະນາປະເທດຊາດ.
(ແຫຼ່ງຂໍ້ມູນ: VOVWORLD)