ການພົວພັນ ຫວຽດນາມ - ອົດສະຕຣາລີ ນັບມື້ນັບໄດ້ຮັບການພັດທະນາດີຂຶ້ນ

09:04 | 29/05/2019

ໃນວັນທີ 27 ພຶດສະພາ, ຢູ່ສຳນັກງານກະຊວງປ້ອງກັນປະເທດ, ທ່ານ ພົນຕີ ໂງ ມິງ ຕຽນ, ຮອງກົມໃຫຍ່ເສນາທິການ ກອງທັບປະຊາຊົນຫວຽດນາມ ໄດ້ໃຫ້ການຕ້ອນຮັບທ່ານ ພົນເຮືອເອກ Allan Du Toit, ຫົວໜ້າຄະນະກະຊວງປ້ອງກັນປະເທດ ອົດສະຕາລີ ມາເຂົ້າຮ່ວມການປຶກສາຫາລືດ້ານປ້ອງກັນຊາດ ຊ່ອງ 1.5 ຫວຽດນາມ - ອົດສະຕາລີ ຄັ້ງທີ 7.

ທ່ານ ພົນ​ຕີ ໂງ ​ມິງ​ ຕຽນ ຕີ​ລາ​ຄາ​ສູງ​ກະ​ຊວງ​ປ້​ອງ​ກັນ​ປະ​ເທດອົດ​ສະ​ຕາ​ລີ ການ​້​ໃຫ້ການ​ໜ​ູນ​ຊ່ວຍ​ ກະ​ຊ​ວງປ້ອງ​ກັນ​ປະ​ເທດຫວຽດ​ນາມ​ ຜັນ​ຂະ​ຫ​ຍາຍ​ໂຮງ​ໝ​ໍ​ເຄື່ອນທີ່ ຂັ​້ນ 2 ເລກ​ທີ 1 ໄປ​ຍັງກ​ອງ​ຮັກ​ສາ​ສັນ​ຕິ​ພາບ​ສະ​ຫະ​ປະ​ຊາ​ຊາດ ຢ​ູ່ ຊູ​ດານ ດ້ວຍຄວາມ​ສຳ​ເລັດ​ຜົ​ນ.

ທ່ານ ພົນ​ຕີ ໂງ ​ມິງ​ ຕຽນ ຫ​ວັງ​ວ່າ ກະ​ຊວງ​ປ້ອງ​ກັນ​ປະ​ເທດ​ອົດ​ສະ​ຕາລີ ຈະ​ສືບ​ຕໍ່​ສະ​ໜັບ​ສະ​ໜູນ, ໜ​ູນ​ຊ່ວຍ ໃນການ​ກະ​ກ​ຽມ​ຜັນ​ຂະ​ຫຍາຍ​ໂຮງ​ໝ​ໍ​ເຄື່ອນ​ທີ່​ຂັ້ນ​ 2 ເລກ​ທີ 2 ຂອງ​ກຳ​ລັງ​ຮັກ​ສາ​ສັນ​ຕິ​ພາບຫວຽດ​ນາມ ຕື່ມອີກ.

ການພົວພັນ ຫວຽດນາມ - ອົດສະຕຣາລີ ນັບມື້ນັບໄດ້ຮັບການພັດທະນາດີຂຶ້ນ

ທ່ານ ພົນຕີ ໂງມິງຕຽນ ໃຫ້ການຕ້ອນຮັບ ທ່ານ ພົນເຮືອເອກ Allan Du Toit (ພາບ: qdnd.vn )

ທ່ານ ພົນ​ເຮືອເອກ Allan Du Toit ໄດ້​ສະ​ແດງ​ຄວາມ​ເຊື່ອ​ໝັ້ນ​ວ່າ​ໃນ​ອານາຄົດ ​ການ​ພົວ​ພັນ​ລະ​ຫວ່າງ​ກະ​ຊ​ວງ​ປ້ອງ​ກັນ​ປະ​ເທດ​ສອງ​ປະ​ເທດ​ຈະ​ນັບ​ມື້​ນັບ​ຮັດ​ແໜ້ນ​ກ່​ວາ​ອີ​ກ . ທ່ານ ພົນ​ເຮືອເອກ Allan Du Toit ຢັ້ງຢືນວ່າ: ອົດ​ສະ​ຕາ​ລີ ຈະໄດ້ສືບຕໍ່ສະຫນັບສະຫນູນການດໍາເນີນງານໂຮງ​ໝ​ໍ​ເຄື່ອນທີ່ ຂັ​້ນ 2 ເລກ​ທີ 2 ໃນອະນາຄົດ.

(ຄຳຮຸ່ງ)

ເຫດການ