ລາວ: ນັບແຕ່ ເດືອນມັງກອນ 2020 ຮອດ ປັດຈຸບັນ ໄດ້ເກັບຕົວຢ່າງ ມາກວດທັງໝົດ 120.283 ຕົວຢ່າງ, ກວດພົບເຊື້ອສະສົມ 48 ຄົນ

ລາວ: ນັບແຕ່ ເດືອນມັງກອນ 2020 ຮອດ ປັດຈຸບັນ ໄດ້ເກັບຕົວຢ່າງ ມາກວດທັງໝົດ 120.283 ຕົວຢ່າງ, ກວດພົບເຊື້ອສະສົມ 48 ຄົນ

ໄລ່ຮອດປະຈຸບັນທົ່ວປະເທດລາວ ມີສູນຈໍາກັດບໍລິເວນ ທີ່ຍັງເປີດນຳໃຊ້ຢູ່ ທັງໝົດ 32 ສູນ, ມີຜູ້ຖືກຈຳກັດບໍລິເວນຢູ່ສູນ 2.872 ຄົນ, ໄດ້ເກັບຕົວຢ່າງ ມາກວດວິເຄາະ ທັງໝົດ ແລະ ບໍ່ພົບຜູ້ຕິດເຊື້ອ.

ແຂວງ​ລາວ​ກາຍ ສະ​ເໜີ​ໃຫ້ VUFO ໜູນ​ຊ່ວຍ 5 ບັນ​ຫາ

ແຂວງ​ລາວ​ກາຍ ສະ​ເໜີ​ໃຫ້ VUFO ໜູນ​ຊ່ວຍ 5 ບັນ​ຫາ

ຍ​ສ​ໝ - ວັນ​ທີ 25 ມີ​ນາ, ຢູ່​ລາວ​ກາຍ, ຄະ​ນະ​ປະ​ຕິ​ບັດ​ງານ​ຂອງ ຄະ​ນະ​ພັກ​ສະ​ຫະ​ພັນ​ບັນ​ດາ​ອົງ​ການ​ມິດ​ຕະ​ພາບ ຫວຽດ​ນາມ (VUFO) ໂດຍ​ທ່ານ ຫງວຽນ​ວັນ​ຢ​ວາງ ກຳ​ມະ​ການ​ຄະ​ນະ​ພັກ, ຮອງ​ປະ​ທານ VUFO ເປັນ​ຫົວ​ໜ້າ​ຄະ​ນະ​ມີ​ການ​ເຮັດ​ວຽກ​ກັບ​ແຂວງ​ ລາວ​ກາຍ ກ່ຽວ​ກັບ​ວຽກ​ງານ​ການ​ທູດ​ປະ​ຊາ​ຊົນ​ໃນ​ບໍ​ລິ​ເວນ​ແຂວງ.

ສະພາແຫ່ງຊາດ ຮັບຮອງເອົາການເຄື່ອນໄຫວວຽກງານ ຂອງອົງການກວດສອບ ແລະ ກວດກາ ແຫ່ງລັດ

ສະພາແຫ່ງຊາດ ຮັບຮອງເອົາການເຄື່ອນໄຫວວຽກງານ ຂອງອົງການກວດສອບ ແລະ ກວດກາ ແຫ່ງລັດ

​ໃນ​ກອງ​ປະຊຸມ​ ຄັ້ງ​ປະຖົມມະ​ລຶກຂອງ​ສະພາ​ແຫ່ງ​ຊາດ​ຊຸດ​ທີ IX ​ໃນ​ວັນ​ທີ 25 ມີນາ 2021 ​ໂດຍ​ການ​ເປັນ​ປະທານ​ຂອງ ​ທ່ານ ​ໄຊ​ສົມ​ພອນ ພົມວິຫານ ປະທານ​ສະພາ​ແຫ່​ງຊາດ ພາຍ ຫລັງ​ສະມາຊິກ​ສະພາ​ແຫ່ງ​ຊາດ ​ແຕ່ລະ​ເຂດ​ເລືອກ​ຕັ້ງ ​ໄດ້​ປະກອບ​ຄຳ​ຄິດ​ຄຳ​ເຫັນ ຢ່າງ​ຄົບ​ຖ້ວນສົມບູນ ​ໃສ່​​ບົດ​ລາຍ​ງານ ​ການຈັດ​ຕັ້ງ​ປະຕິບັດ​​ແຜນການ​ ເຄື່ອນ​ໄຫວ​ວຽກ​ງານ 5 ປີ (2016-2020) ​ແລະ ທິດ​ທາງ​ແຜນການ ​ເຄື່ອນ​ໄຫວ​ວຽກ​ງານ 5 ປີ (2021-2025) ຂອງ​ອົງການ​ກວດ​ສອບ​ແຫ່ງ​ລັດ ​ແລະ ອົງການ​ກວດກາ​ແຫ່ງ​ລັດ ​ແລ້ວສະມາຊິກ​ສະພາ​ແຫ່ງ​ຊາດ ​ໄດ້​ເຫັນ​ດີ​ເປັນ​ເອກະສັນ​ກັນ ລົງ​ຄະ​ແນນ​ສຽງ​ຮັບຮອງ​ເອົາ ສອງ​ບົດ​ລາຍ​ງານ ດັ່ງກ່າວ, ດ້ວຍ​ຄະ​ແນນ​ສຽງ​ເຫັນ​ດີ​ເປັນ​ສ່ວນ​ຫລາຍ.

ລາວ: ມາຮອດ ປັດຈຸບັນ ສາມາດສັກວັກແຊງ ໃຫ້ກຸ່ມສ່ຽງດັ່ງກ່າວແລ້ວ 70.000​ ກວ່າຄົນ

ລາວ: ມາຮອດ ປັດຈຸບັນ ສາມາດສັກວັກແຊງ ໃຫ້ກຸ່ມສ່ຽງດັ່ງກ່າວແລ້ວ 70.000​ ກວ່າຄົນ

ຮອດ​ວັນ​ທີ 24 ມີນາ 2021 ສປປ ລາວ ຍັງ​ບໍ່​ພົບ​ຜູ້​ຕິດ​ເຊື້ອ​ ພະຍາດ​ໂຄ​ວິດ-19 ​ເພີ່ມ​ຂຶ້ນ​ໃໝ່, ຕົວ​ເລກ​ຜູ້​ຕິດ​ເຊື້ອ​ສະ​ສົມຍັງ​ຢູ່ 49 ຄົນ, ປິ່ນ​ປົວ​ຫາຍ​ດີ 45 ຄົນ, ຍັງ​ສືບ​ຕໍ່​ປິ່ນປົວ ​ຢູ່​ໂຮງໝໍ 4 ຄົນ, ​ໃນ​ນັ້ນ 3 ຄົນ​ຕິດຕາມ​ປິ່ນປົວ​ ຢູ່ ນະຄອນຫລວງ​ວຽງ​ຈັນ ​ແລະ ອີກ 1 ຄົນ ຕິດຕາມ​ປິ່ນປົວ ຢູ່​ແຂວງ​ສະຫວັນ​ນະ​ເຂດ, ທັງ​ໝົດ​ແມ່ນບໍ່​ມີ​ອາການ​ໄຂ້, ມີສຸຂະພາບແຂງແຮງດີ.

ຜົນກອງປະຊຸມລັດຖະບານ ຊຸດທີ VIII ທ້າຍສະໄໝ

ຜົນກອງປະຊຸມລັດຖະບານ ຊຸດທີ VIII ທ້າຍສະໄໝ

ກອງປະຊຸມ ໄດ້ຮັບຟັງການລາຍງານ ກ່ຽວກັບການ​ຈັດ​ຕັ້ງ​ປະ​ຕິ​ບັດ ​ວຽກ​ງານ​ຂອງ​ລັດ​ຖະ​ບານ ຊຸດ​ທີ VIII ໄລ​ຍະ 5 ປີ (2016-2020) ທີ່ສະເໜີໂດຍ ທ່ານ ລັດຖະມົນຕີ, ຫົວໜ້າຫ້ອງວ່າການສຳນັກງານ ນາຍົກລັດຖະມົນຕີ. ຜ່ານການພິຈາລະນາ, ກອງປະຊຸມ ໄດ້ຊີ້ນຳໃຫ້ຫ້ອງ ວ່າ​ການ​ສຳ​ນັກ​ງານ ​ນາ​ຍົກ​ລັດ​ຖະ​ມົນ​ຕີ ປັບປຸງຮ່າງ​ບົດ​ລາຍ​ງານ ຕາມການປະກອບຄໍາເຫັນຂອງສະມາຊິກລັດຖະບານ ເພື່ອ​ໃຫ້​ມີ​ເນື້ອ​ໃນ​ຄົບ​ຖ້ວນ ເປັນ​ຕົ້ນ​ ວຽກ​ງານ​ພົ້ນ​ເດ່ນ​ໃນ​ການ​ ແກ້​ໄຂ​ປະ​ກົດ​ການ​ຫຍໍ້​ທໍ້​ໃນ​ສັງ​ຄົມ, ການ​ບໍ​ລິ​ຫານ​ລັດ ຕິດ​ພັນ​ກັບ​ການ​ແບ່ງ​ ຂັ້ນ​ຄຸ້ມ​ຄອງ​ລະ​ຫວ່າງ​ສູນ​ກາງ ແລະ ທ້ອງ​ຖິ່ນ, ລວມ​ທັງ ​ຂໍ້​ຄົງ​ຄ້າງຈຳ​ນວນ​ໜຶ່ງ ເພື່ອ​ເປັນ​ຂໍ້​ມູນ​ໃຫ້​ລັດ​ຖະ​ບານ ຊຸດ​ທີ IX ໃນ​ການ​ຈັດ​ຕັ້ງ​ປະ​ຕິ​ບັດ​ວຽກ​ງານ​​ຕໍ່​ໄປ.  

ສານອວຍພອນ ຂອງ ລມຕ ກະຊວງຕ່າງປະເທດ ຕໍ່ວັນສ້າງຕັ້ງສາຍພົວພັນ ການທູດ ລາວ-ຈີນ ຄົບຮອບ 60 ປີ ແລະ ປີມິດຕະພາບ ລາວ-ຈີນ 2021

ສານອວຍພອນ ຂອງ ລມຕ ກະຊວງຕ່າງປະເທດ ຕໍ່ວັນສ້າງຕັ້ງສາຍພົວພັນ ການທູດ ລາວ-ຈີນ ຄົບຮອບ 60 ປີ ແລະ ປີມິດຕະພາບ ລາວ-ຈີນ 2021

ຫວ່າງແລ້ວນີ້, ທ່ານ ສະເຫລີມໄຊ ກົມມະສິດ ລັດຖະມົນຕີ ກະຊວງການຕ່າງ ປະເທດ ໄດ້ອວຍພອນ ເນື່ອງໃນໂອກາດວັນສ້າງຕັ້ງ ສາຍພົວພັນການທູດ ລະຫວ່າງ ສປປ ລາວ ແລະ ສປ ຈີນ ຄົບຮອບ 60 ປີ (25/04/1961-25/04/2021) ແລະ ປີມິດຕະພາບ ລາວ-ຈີນ 2021.

ກຳ​ປູ​ເຈຍ - ລາວ - ຫວຽດ​ນາມ: ເຫັນ​ດີ​ເປັນ​ເອ​ກະ​ພາບ​ສືບ​ຕໍ່​ຮັກ​ສາ ແລະ ເສີມ​ຂະ​ຫຍາຍ​ບັນ​ດາ​ກົນ​ໄກ​ຮ່ວມ​ມື​ໃນຫຼາຍ​ຂົງ​ເຂດ​ຢ່າງ​ມີ​ປະ​ສິດ​ທິ​ຜົນ

ກຳ​ປູ​ເຈຍ - ລາວ - ຫວຽດ​ນາມ: ເຫັນ​ດີ​ເປັນ​ເອ​ກະ​ພາບ​ສືບ​ຕໍ່​ຮັກ​ສາ ແລະ ເສີມ​ຂະ​ຫຍາຍ​ບັນ​ດາ​ກົນ​ໄກ​ຮ່ວມ​ມື​ໃນຫຼາຍ​ຂົງ​ເຂດ​ຢ່າງ​ມີ​ປະ​ສິດ​ທິ​ຜົນ

ຍ​ສ​ໝ - ຫວ່າງ​ແລ້ວ​ນີ້, ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫວຽດ​ນາມ ຫງວຽນ​ຊວັນ​ຟຸກ, ທ່ານເລ​ຂາ​ທິ​ການໃຫຍ່, ນາ​ຍົກ​ລັດ​ຖະ​ມົນ​ຕີລາວ ທອງ​ລຸນ ​ສີ​ສຸ​ລິດ ແລະ ທ່ານ ປະ​ທານ​ພັກ​ປະ​ຊາ​ຊົນ​ກຳ​ປູ​ເຈຍ, ນາ​ຍົກ​ລັດ​ຖະ​ມົນ​ຕີ Samdech Techo Hun Sen ໄດ້​ດຳ​ເນີນກອງ​ປະ​ຊຸມ​ສຳ​ມະ​ນາ​ທາງ​ອອນ​ລາຍ​ເພື່ອ​ແລ​ກ​ປ່ຽນ​ກ່ຽວ​ກັບ​ການ​ຮ່ວມ​ມື​ສອງ​ຝ່າຍ​ກໍ່​ຄື​ການ​ຮ່ວມ​ມື 3 ຝ່າຍ.

ໂຮງ​ຮຽນ​ວິ​ທະ​ຍາ​ໄລ​ການ​ຢາ​ສູນ​ກາງ - ຫ໋າຍ​ເຢືອງ​ເປີດກວ້າງ​ການ​ຮັບ​ສະ​ໝັກ​ນັກ​ສຶກ​ສາ​ລາວ

ໂຮງ​ຮຽນ​ວິ​ທະ​ຍາ​ໄລ​ການ​ຢາ​ສູນ​ກາງ - ຫ໋າຍ​ເຢືອງ​ເປີດກວ້າງ​ການ​ຮັບ​ສະ​ໝັກ​ນັກ​ສຶກ​ສາ​ລາວ

ຍ​ສ​ໝ - ຈຸດ​ໃໝ່​ໃນ​ການ​ຮັບ​ສະ​ໝັກ​ນັກ​ສຶກ​ສາ​ປີ 2021 ຂອງ ໂຮງ​ຮຽນ​ວິ​ທະ​ຍາ​ໄລ​ການ​ຢາ​ສູນ​ກາງ - ຫ໋າຍ​ເຢືອງ​ແມ່ນ​ຈະ​ເປີດ​ກ້​ວາງ​ໃຫ້​ແກ່​ນັກ​ສຶກ​ສາ​ລາວ.

ລັດຖະມົນຕີ ຍຸຕິທໍາເນັ້ນໃຫ້ພະນັກງານ ກຳແໜ້ນນະໂຍບາຍຂອງພັກ-ກົດໝາຍຂອງລັດໃຫ້ເລິກເຊິ່ງ

ລັດຖະມົນຕີ ຍຸຕິທໍາເນັ້ນໃຫ້ພະນັກງານ ກຳແໜ້ນນະໂຍບາຍຂອງພັກ-ກົດໝາຍຂອງລັດໃຫ້ເລິກເຊິ່ງ

ສິ່ງສຳຄັນ ຕ້ອງສູ້ຊົນເຮັດໃຫ້ການຈັດຕັ້ງ ແລະ ການເຄື່ອນໄຫວໃນທົ່ວຂະແໜງຍຸຕິທຳມີຄວາມກົມກຽວ, ປອດໃສ, ໜັກແໜ້ນ, ເຂັ້ມແຂງ ເພື່ອຮັບປະກັນເຮັດລ້ອນໜ້າທີ່ການເມືອງຂອງຕົນ ທີ່ໄດ້ຮັບມອບໝາຍ; ສືບຕໍ່ປົກປັກຮັກສາຄວາມສາມັກຄີເປັນເອກະພາບທີ່ມີມາແລ້ວນັ້ນ ພ້ອມກັນເຊີດຊູຄວາມຮັບ ຜິດຊອບການເມືອງຂອງຕົນໃຫ້ສູງຂຶ້ນກວ່າເກົ່າ.

ລັດຖະບານ ລາວ ສືບຕໍ່ເຂັ້ມງວດ ວາງມາດຕະການປ້ອງກັນພະຍາດໂຄວິດ-19

ລັດຖະບານ ລາວ ສືບຕໍ່ເຂັ້ມງວດ ວາງມາດຕະການປ້ອງກັນພະຍາດໂຄວິດ-19

ລັດຖະບານ ກໍຄື ຄະນະສະເພາະກິດ ໄດ້ສືບຕໍ່ເຂັ້ມງວດ ວາງມາດຕະການປ້ອງກັນພະຍາດດັ່ງກ່າວ, ເປັນຕົ້ນ ໄດ້ວາງມາດຕະການປ້ອງກັນ ຢ່າງເຂັ້ມງວດໃນແຕ່ລະເດືອນ, ເຊິ່ງການປະຕິບັດ ມາດຕະການປ້ອງກັນ ການຕິດເຊື້ອ ແມ່ນມີຄວາມຈຳເປັນທີ່ສຸດ ໃນການສະກັດກັ້ນ ການແຜ່ລະບາດ ຂອງພະຍາດໃນລາວ. ສະນັ້ນ, ຈົ່ງພ້ອມກັນສືບຕໍ່ ປະຕິບັດໃຫ້ກາຍເປັນ ຄວາມເຄີຍຊີນ ກໍ່ຄື ການໃສ່ຜ້າປິດປາກ-ດັງ ເມື່ອເດີນທາງອອກຈາກບ້ານ, ໝັ່ນລ້າງມືໃສ່ສະບູ ຫລື ເຈວລ້າງມືຂ້າເຊື້ອເລື້ອຍໆ, ຫລີກລ້ຽງການເດີນທາງ ໄປຍັງເຂດທີ່ມີຄວາມສ່ຽງ ຫລື ແອອັດ, ຮັກສາໄລຍະຫ່າງທາງສັງຄົມ ແລະ ອື່ນໆ.

ສະເຫລີມສະຫລອງວັນຊ່ຽວຊານປ້ອງກັນຄວາມສະຫງົບ ຫວຽດນາມ ປະຈໍາລາວ ຄົບຮອບ 60 ປີ

ສະເຫລີມສະຫລອງວັນຊ່ຽວຊານປ້ອງກັນຄວາມສະຫງົບ ຫວຽດນາມ ປະຈໍາລາວ ຄົບຮອບ 60 ປີ

ພິທີສະເຫລີມສະຫລອງ ວັນຊ່ຽວຊານປ້ອງກັນ ຄວາມສະຫງົບຫວຽດນາມ ປະຈໍາ ສປປ ລາວ ຄົບຮອບ 60 ປີ (23 ມີນາ 1961-23 ມີນາ 2021 ) ໄດ້ຈັດຂຶ້ນໃນເຊົ້າ ວັນທີ 24 ມີນາ 2021, ໂດຍການເຂົ້າຮ່ວມຂອງ ສະຫາຍ ພົນເອກ ຈັນສະໜອນ ຈັນຍາລາດ ກໍາມະການກົມການ ເມືອງສູນກາງພັກ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີ ກະຊວງປ້ອງກັນປະເທດ, ມີສະຫາຍ ຫງວຽນ ບ່າ ຮຸ່ງ ເອກອັກຄະລັດຖະທູດວິສາມັນ ຜູ້ມີອໍານາດເຕັມ ແຫ່ງ ສສ.ຫວຽດນາມ ປະຈໍາ ສປປ ລາວ, ມີລັດຖະມົນຕີ, ອະດິດລັດຖະມົນຕີ ກະຊວງປ້ອງກັນຄວາມສະຫງົບ, ພ້ອມດ້ວຍນາຍ ແລະ ພົນຕໍາຫລວດເຂົ້າຮ່ວມ.

ລັດຖະບານລາວ ແລະ ອົງການ ສປຊ ທົບທວນຄືນ ການຈັດຕັ້ງປະຕິບັດ ຂອບການຮ່ວມມື ໃນໄລຍະຜ່ານມາ

ລັດຖະບານລາວ ແລະ ອົງການ ສປຊ ທົບທວນຄືນ ການຈັດຕັ້ງປະຕິບັດ ຂອບການຮ່ວມມື ໃນໄລຍະຜ່ານມາ

ທ້າຍອາທິດຜ່ານມາ ທີ່ສູນຝຶກອົບຮົມ ແລະ ການຮ່ວມມື ນະຄອນຫລວງວຽງຈັນ, ກົມອົງການຈັດຕັ້ງສາກົນ ກະຊວງການຕ່າງປະເທດ ຮ່ວມກັບ ຫ້ອງການຜູ້ປະສານງານ ອົງການສະຫະປະ ຊາຊາດ (ສປຊ) ປະຈຳ ສປປ ລາວ, ໄດ້ຈັດກອງປະຊຸມ ວິຊາການຄະນະ ກໍາມະການ ຊີ້ນຳຮ່ວມ ລະ ຫວ່າງ ລັດຖະບານ ແຫ່ງ ສປປ ລາວ ແລະ ອົງການສະຫະປະຊາຊາດ ພາຍໃຕ້ການເປັນປະທານຮ່ວມຂອງ ທ່ານ ໄມທອງ ທໍາມະວົງສາ ຫົວໜ້າກົມອົງການ ຈັດຕັ້ງສາກົນ, ກະຊວງການຕ່າງປະເທດ ແລະ ທ່ານ ນາງ ຊາຣາ ເຊເກັນເນສ ຜູ້ປະສານງານອົງການ ສປຊ ປະຈໍາ ສປປ ລາວ.

ໃນການພົວພັນສາກົນຂອງຫວຽດນາມ, ສາຍພົວພັນລະຫວ່າງລາວ - ຫວຽດນາມ ແມ່ນສາຍພົວພັນແບບພິເສດ

ໃນການພົວພັນສາກົນຂອງຫວຽດນາມ, ສາຍພົວພັນລະຫວ່າງລາວ - ຫວຽດນາມ ແມ່ນສາຍພົວພັນແບບພິເສດ

ຍສໝ - ບົນຈິດໃຈສາກົນກຳມາຊີບ, ໃນຊຸມປີຕໍ່ມາ, ນັກຊ່ຽວຊານນັບຮ້ອຍຄົນຂອງກະຊວງຕຳຫຼວດຫວຽດນາມ ໄດ້ສົ່ງໄປໜູນຊ່ວຍລາວ ຕາມທິດນຳທີ່ວ່າ “ຮອບດ້ານ, ພື້ນຖານ, ຍາວນານ ແລະຕໍ່ເນື່ອງ”. ນັກຊ່ຽວຊານລຸ້ນຕ່າງໆບໍ່ໄດ້ຫວາດຫວັ່ນຕໍ່ຄວາມຫຍຸ້ງຍາກລໍາບາກ, ຕໍ່ການເສຍສະຫຼະທຸກຢ່າງເພື່ອຊ່ວຍກຳລັງປ້ອງກັນຄວາມສະຫງົບລາວ ໃຫ້ເຕີບໃຫຍ່ ແລະພັດທະນາ.

ຕຳຫຼວດປະຊາຊົນລາວ - ຫວຽດນາມ: ເຕັມໄປດ້ວຍນ້ຳໃຈມິດຕະພາບ

ຕຳຫຼວດປະຊາຊົນລາວ - ຫວຽດນາມ: ເຕັມໄປດ້ວຍນ້ຳໃຈມິດຕະພາບ

ດ້ວຍພາບຖ່າຍ, ເອກະສານ ແລະ ວັດຖຸພັນທີ່ດີເດັນກວ່າ 300 ຢ່າງທີ່ໄດ້ສະສົມຈາກວັດຖຸພັນນັບຮ້ອຍຢ່າງທີ່ລ້ຳຄ່າ, ງານວາງສະແດງໄດ້ແນະນຳໂດຍສັງເຂບວິວັດທະການ 60 ປີແຫ່ງການກໍ່ສ້າງ, ຕໍ່ສູ້ ແລະ ເຕີບໃຫຍ່ຂອງກຳລັງຕຳຫຼວດປະຊາຊົນລາວ

ເພີ່ມທະວີການພົວພັນຄູ່ຮ່ວມມືຮອບດ້ານລະຫວ່າງຫວຽດນາມ-ອາເມລິກາ ກວ່າອີກ

ເພີ່ມທະວີການພົວພັນຄູ່ຮ່ວມມືຮອບດ້ານລະຫວ່າງຫວຽດນາມ-ອາເມລິກາ ກວ່າອີກ

2 ຝ່າຍໄດ້ເຫັນດີຕີລາຄາການພົວພັນລະຫວ່າງ 2 ປະເທດບັນລຸໄດ້ຫຼາຍບາດກ້າວສຳຄັນໃນທຸກຂົງເຂດ, ສືບຕໍ່ພັດທະນາຢ່າງສະຖຽນລະພາບ, ເຂົ້າສູ່ລວງເລິກ.

ປະເທດລາວ: ຫາລືວຽກງານຄຸ້ມຄອງໄພພິບັດ ແລະ ກຽມຄວາມພ້ອມ ຕອບໂຕ້ໄພພິບັດ ໃນທົ່ວປະເທດ

ປະເທດລາວ: ຫາລືວຽກງານຄຸ້ມຄອງໄພພິບັດ ແລະ ກຽມຄວາມພ້ອມ ຕອບໂຕ້ໄພພິບັດ ໃນທົ່ວປະເທດ

ຫວ່າງແລ້ວນີ້, ທີ່ນະຄອນຫລວງວຽງຈັນ, ກົມສັງຄົມສົງເຄາະ ກະຊວງແຮງງານ ແລະ ສະຫວັດດີການສັງຄົມ ໄດ້ຈັດກອງປະຊຸມ ວຽກງານຄຸ້ມຄອງ ໄພພິບັດທົ່ວປະເທດ ປະຈໍາປີ 2020 ເພື່ອຮັບຟັງການສະເໜີ ບົດສະຫລຸບ ການຈັດຕັ້ງປະຕິບັດ ວຽກງານຄຸ້ມຄອງໄພພິບັດ ໄລຍະ 5 ປີ ຜ່ານມາ (2016-2020) ແລະ ທິດທາງແຜນການ 5 ປີ (2021-2025) ລວມທັງແຜນວຽກຈຸດສຸມ ແລະ ການກຽມຄວາມພ້ອມ ຕອບໂຕ້ໄພພິບັດ ປີ 2021.    

ລັດຖະບານ ກຳນົດເອົາການແກ້ໄຂຄວາມຫຍຸ້ງຍາກ ດ້ານເສດຖະກິດ-ການເງິນ 5 ປີ ຕໍ່ໜ້າເປັນວາລະແຫ່ງຊາດ

ລັດຖະບານ ກຳນົດເອົາການແກ້ໄຂຄວາມຫຍຸ້ງຍາກ ດ້ານເສດຖະກິດ-ການເງິນ 5 ປີ ຕໍ່ໜ້າເປັນວາລະແຫ່ງຊາດ

ຍສໝ - ລັດຖະບານ ໄດ້ກຳນົດເອົາບັນຫາ ການແກ້ໄຂຄວາມຫຍຸ້ງຍາກ ດ້ານເສດຖະກິດ - ການເງິນໃນ 5 ປີຕໍ່ໜ້າ ເປັນວາລະແຫ່ງຊາດ ເພື່ອໃຫ້ທຸກການ ຈັດຕັ້ງຂອງພັກ, ລັດ, ພະນັກງານ, ທະຫານ, ຕຳຫລວດ ແລະ ປະຊາຊົນທົ່ວສັງຄົມ ປະກອບສ່ວນເຂົ້າໃນ ການຈັດຕັ້ງປະຕິບັດ ວາລະແຫ່ງຊາດ ຕາມພາ ລະບົດບາດຂອງຕົນ ແນໃສ່ແກ້ໄຂສະພາບ ເສດຖະກິດ-ການເງິນ ທີ່ມີຄວາມສ່ຽງສູງ ອາດຈະຕົກເຂົ້າສູ່ວິກິດ ໃຫ້ສາມາດປະຄັບປະຄອງ ແລະ ກ້າວເຂົ້າສູ່ ສະພາບປົກກະຕິ.

ລາວ: ໂຮມຊຸມນຸມລະນຶກວັນຄຽດແຄ້ນຂອງປະຊາຊົນລາວ-ວັນນັກຮົບ ເສຍອົງຄະ - ເສຍສະຫລະຊີວິດ ເພື່ອປະເທດຊາດຄົບຮອບ 75 ປີ

ລາວ: ໂຮມຊຸມນຸມລະນຶກວັນຄຽດແຄ້ນຂອງປະຊາຊົນລາວ-ວັນນັກຮົບ ເສຍອົງຄະ - ເສຍສະຫລະຊີວິດ ເພື່ອປະເທດຊາດຄົບຮອບ 75 ປີ

ໃນວັນທີ 23 ມີນາ 2021 ຢູ່ກະຊວງປ້ອງກັນປະເທດ, ໄດ້ຈັດພິທີໂຮມຊຸມນຸມ ລະນຶກວັນຄຽດແຄ້ນ ຂອງປະຊາຊົນລາວ, ວັນນັກຮົບເສຍ ອົງຄະ-ເສຍ ສະຫລະຊີວິດ ເພື່ອປະເທດຊາດ ຄົບຮອບ 75 ປີ (21 ມີນາ 1946 - 21 ມີນາ 2021), ໂດຍການເປັນປະທານຂອງ ສະຫາຍ ພົນໂທ ທອງລອຍ ສິລິວົງ ກໍາມະການສູນກາງພັກ, ຮອງລັດຖະມົນຕີ ກະຊວງປ້ອງກັນປະເທດ, ຫົວໜ້າກົມໃຫຍ່ ການເມືອງກອງທັບ, ມີຄະນະພັກ-ຄະນະນໍາ, ພະນັກງານ ປະຕິວັດ-ອາວຸໂສບໍານານ ແລະ ພະນັກງານຫລັກແຫລ່ງ ອ້ອມຂ້າງກະຊວງ ປ້ອງກັນປະເທດ ເຂົ້າຮ່ວມເປັນຈໍານວນຫລາຍ.

ລາວ: ອາເມລິກາ ສະໜັບສະໜູນໂຄງການອາຫານທ່ຽງ ໃນໂຮງຮຽນ 25 ລ້ານໂດລາ ໄລຍະ 5 ປີ

ລາວ: ອາເມລິກາ ສະໜັບສະໜູນໂຄງການອາຫານທ່ຽງ ໃນໂຮງຮຽນ 25 ລ້ານໂດລາ ໄລຍະ 5 ປີ

ອົງການອາຫານໂລກ ໄດ້ຮັບທຶນຈາກກະຊວງກະສິກຳ ສະຫະລັດອາເມລິກາ ຈຳນວນ 25 ລ້ານ ໂດລາສະຫະລັດ ເພື່ອຈັດຕັ້ງປະຕິບັດ ໂຄງການ ອາຫານທ່ຽງ ໃນໂຮງຮຽນ ຢູ່ ສປປ ລາວ ພາຍໃຕ້ແຜນງານແມັກໂກເວີນໂດ (McGovern-Dole) ເປັນໄລຍະເວລາ 5 ປີ (2021-2025).